ແພດ-ໝໍພົບອຸປສັກ ໃນການສັກວັກຊີນ ໂຄວິດ-19

0:00 / 0:00

ປັດ​ຈຸ​ບັນ​ຜູ້​ສູງ​ອາ​ຍຸ​ ແລະ​ປະ​ຊາ​ຊົນ​ຈຳ​ນວນ​ນຶ່ງ ​ທີ່​ຢູ່​ເຂດ​ຊົນ​ນະ​ບົດ ​ໃນ​ຫຼາຍ​ແຂວງ​ຍັງ​ບໍ່​ສາ​ມາດ​ເຂົ້າ​ເຖິງ​ການ​ສັກ​ວັກ​ຊີນ​ປ້​ອງ​ກັນ ​ໂຄວິດ-19 ໄດ້​ຕາມ​ຈຸດ​ບໍ​ຣິ​ການ ​ປະ​ຈຳ​ໂຮງ​ໝໍ​ຕ່າງໆ ໄດ້​ຢ່າງ​ທົ່ວ​ເຖິງ​ເຮັດ​ໃຫ້​ທາງ​ການ​ລາວ​ ອອກ​ມາ​ຕ​ການ​ໃຫ້​ເຈົ້າ​ໜ້າ​ທີ່​ ແພດ-ໝໍ​ ໃນ​ແຕ່​ລະ​ແຂວງ ລົງ​ພື້ນ​ທີ່ ​ໄປ​ສັກ​ວັກ​ຊີນ​ປ້ອງ​ກັນ​ໂຄວິດ-19 ໃຫ້​ປະ​ຊາ​ຊົນ ​ດັ່ງ​ກ່າວ​ເຂດ​ບ້ານ​ຕ່າງໆ ແຕ່​ການ ລົງ​ພື້ນ​ທີ່ ​ໄປ​ສັກ​ວັກ​ຊີນ​ໃຫ້​ປະ​ຊາ​ຊົນ​ ແຕ່​ລະ​ບ້ານ​ເຈົ້າ​ໜ້າ​ທີ່​ແພດ​ແລະ​ໝໍ​ ກໍ​ພົບ​ບັນ​ຫາ​ຫຼາຍ​ຢ່າງ​ໂດຍ​ສະ​ເພາະ​ຢູ່​ເຂດ​ຊົນ​ນະ​ບົດ ​ຊຶ່ງ​ການ​ເດີນ​ທາງ​ເຂົ້າ​ໄປ​ຍັງ​ຫຍຸ້ງ​ຍາກ​ ແລະ​ພາ​ຫະ​ນະ​ກໍ​ບໍ່​ມີ​ພຽງ​ພໍ. ດັ່ງ​ເຈົ້າ​ໜ້າ​ທີ່​ໝໍ​ທ່ານ​ນຶ່ງ​ ທີ່​ລົງ​ພື້ນ​ທີ່​ໄປ​ສັກ​ວັກ​ຊີນ​ປ້ອງ​ກັນ​ເຊື້ອ ​ໂຄວິດ-19 ໃນ​ແຂວງ​ຊຽງ​ຂວາງ​ ກ່າວ​ຕໍ່​ວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ ​ໃນ​ວັນ​ທີ 23 ​ພຶສ​ຈິ​ກາ ​ນີ້​ວ່າ:

" ກໍ ມີ ຄວາມ ຫຍຸ້ງ ຍາກ ຢູ່ ເນາະ ປັດ ຈຸ ບັນ ນີ້ ເຂົາ ເຈົ້າ ແມ່ນ ຣະ ດູ ການ ເກັບ ກ່ຽວ ມີ ບາງ ບ້ານ ທີ່ ວ່າ ເຮົາ ໄປ ກໍບໍ່ ໄດ້ ສັກ ໝົດ ມັນ ຕ້ອງ ໄດ້ ໄປ ຫຼາຍ ເທື່ອ ກ່ຽວ ກັບ ພາ ຫະ ນີ້ ໃນ ການ ລົງ ໄປ ມີ າມ ຫຍຸ້ງ ຍາກ ແດ່ ກໍ ບໍ່ ພຽງ ພໍ ໄປ ບ້ານ ຍາກ ຈັ່ງ ຊິ ຣົດ ເຮົາ ກໍ ເກົ່າ ແກ່ ແລ້ວ ໄປ ແລ້ວ ກໍເປ່ ກໍ ເພ ຕາມ ທາງ ."

ນອກ​ຈາກ​ບັນ​ຫາ​ດັ່ງ​ກ່າວ​ແລ້ວ ​ກໍ​ຍັງ​ພົບ​ບັນ​ຫາ​ໃນ​ເຣືຶ່ອງ​ເຈົ້າ​ນ​ໜ້າ ​ທີ່​ບຸກ​ຄະລາ​ກອນ​ການ​ແພດ ບໍ່​ພຽງ​ພໍ​ຮວມ​ເຖິງ​ເຣື່ອງ​ອຸ​ປະ​ກອນ​ການ​ແພດ​ນຳ​ດ້ວຍ ​ເປັນ​ຕົ້ນ​ຊຸດ​ປ້ອງ​ກັນ​ໃນ​ເວ​ລາ​ທີ່ລົງ​ພື້ນ​ທີ່ ​ໄປ​ສັກ​ວັກ​ຊີນ​ປ້ອງ​ກັນ​ໂຄວິດ-19 ກໍ​ບໍ່​ໄດ້​ມີ​ ຕ້ອງ​ປ້ອງ​ກັນ​ຕົນ​ເອງ ​ດ້ວຍ​ການ​ໃສ່​ຜ້າ ອັດ​ປາກ​ອັດ​ດັງ ​ແລະ​ເວັ້ນ​ໄລ​ຍະ​ຫ່າງ. ດັ່ງ​ເຈົ້າ​ໜ້າ​ທີ່ ​ໝໍ​ໃນ​ແຂວງ​ສວັນ​ນະ​ເຂດ​ ທ່ານ​ນຶ່ງ​ຂໍ​ສງວນ​ຊື່ ​ແລະ​ຕຳ​ແໜ່ງ​ກ່າວ​ວ່າ:

" ບັນ ຫາ ບຸກ ຄະ ລາ ກອນ ການ ແພດ ເຮົາ ບໍ່ ພຽງ ພໍ ອັນ ສອງ ມາ ກ່ຽວ ກັບ ຄວາມ ກຽມ ພ້ອມ ອຸ ປະ ກອນ ເຮົາ ບໍ່ ພຽງ ພໍ ຍົກ ໂຕ ຢ່າງວ່າ ຊຸດ ນຸ່ງ ປ້ອງ ກັນ ນີ້ ບໍ່ ພຽງ ພໍ ເຮົາ ໄດ້ ແຕ່ ໃສ່ ແມ ອັນ ສອງ ມາ ລ້າງ ເຈວ ອັນ ສາ ມາ ຮັກ ສາ ມາ ການ ໄລ ຍະ ຫ່າງ ຄູ່ ມື້ ນີ້ ນ່າ ການ ສນອງ ຂອງ ຂັ້ນ ເທິງ ເຮົາ ບໍ່ ທັນ ໄດ້ ເຫັນ ບໍ່ ແພດ ໝໍ ເຮົາ ໃນ ປັດ ຈຸ ບັນ ຈຶ່ງ ມີ ການ ຕິດ ເຊື້ອ ຫຼາຍ ."

ຂ​ນະ​ທີ່​ຢູ່ ​ແຂວງ​ຫຼວງ​ພ​ຣະ​ບາງ​ ການ​ສັກ​ວັກ​ຊີນ​ປ້ອງ​ກັນ​ເຊື້ອ​ ໂຄວິດ-19 ຢູ່​ພາຍ​ໃນ​ເມືອງ​ ສ່ວນ​ໃຫຍ່​ກໍ​ພົບ​ວ່າ ​ໄດ້​ສັກ​ເປັນ​ສ່ວນ​ຫຼາຍ​ແລ້ວ ​ຍັງ​ເຫຼືອ​ແຕ່​ຢູ່​ເຂດ​ຊົນ​ນະ​ບົດ ​ຊຶ່ງ​ເຈົ້າ​ໜ້າ​ທີ່​ແພດ ​ແລະ​ໝໍ​ກໍ​ພົບ​ບັນ​ຫາ​ໃນ​ເຣື່ອງ​ເສັ້ນ​ທາງ ​ຍັງ​ມີ​ສ​ະ​ພາບ​ເປ່​ເພ ​ເຮັດ​ໃຫ້​ການ​ເດີນ​ທາງ ​ເຂົ້າ​ໄປ​ໂດຍ​ການ​ຍ່າງ ​ຫຼື​ໃຊ້​ຣົດ​ຈັກ​ແທນ. ດັ່​ງ​ເຈົ້າ​ໜ້າ​ທີ່​ ທີ່​ກ່ຽວ​ຂ້ອງ​ ທ່ານ​ນຶ່ງ​ໃນ​ແຂວງ​ຫຼວງ​ພ​ຣະ​ບາງ​ກ່າວ​ວ່າ:

" 18 ປີ ຂື້ ນເມືອ ນີ້ ຂ້ອນ ຂ້າງ ຫຼາຍ ແລ້ວ ຈະ ຍັງ ຍັງ ຢູ່ ແຖບ ເຂດນອກ ພຸ້ນ ແຫຼະ ເນາະ ເສັ້ນ ທາງ ນີ້ ໄປ ຫາ ແຕ່ ລະ ບ້ານ ຊົນ ນະ ບົດ ພົບ ຄວາມ ຫຍຸ້ງ ຍາກ ຢູ່ ບາງ ເທື່ອ ກໍ ຍ່າງເອົາ ບາງ ເທື່ອ ກໍ ຣົດ ຈັກ ໄປ ໄດ້ ຈັ່ງ ຊິ ຫັ້ນ ນ່າ ."

ກ່ຽວ​ກັບ​ເຣື່ອງ​ດັ່ງ​ກ່າວ​ນີ້ ​ຊາວ​ບ້ານ​ໃນ​ເຂດ​ຊົນ​ນະ​ບົດ​ ໃນ​ແຂວງ​ຫຼວງ​ພ​ຣະ​ບາງ ​ທ່ານ​ນຶ່ງ​ກ່າວວ່າ ​ປະ​ຊາ​ຊົນ​ໃນ​ເຂດ​ຊົນ​ນະ​ບົດ​ ກໍ​ເຂົ້າ​ໃຈ​ກັນ​ຫຼາຍ​ຂື້ນ ​ໃນ​ເຣື່ອງ​ໄປ​ຮັບ​ການ​ສັກ​ວັກ​ຊີນ​ ປ້ອງ​ກັນ​ເຊື້ອ​ ໂຄວິດ-19 ຖ້າ​ຈຸດ​ໃດ ​ມີ​ບໍ​ຣິ​ການ​ສັກ​ວັກ​ຊີນ​ປ້ອງ​ກັນ ​ໂຄວິດ-19 ​ແນ່ນອນ​ວ່າ​ຈະ​ຕ້ອງພາ​ກັນ ​ຫຼັ່ງ​ໄຫຼ​ໄປ​ສັກ ​ຍ້ອນ​ຫຼາຍ​ຄົນ​ຍັງ​ຢ້ານ​ເຊື້ອ ​ໂຄວິດ-19 ​ກັນ​ຢູ່​ດັ່ງ​ທ່ານ​ກ່າວ​ວ່າ:

" ເຂົ້າ ໃຈ ແລ້ວ ປະ ຊາ ຊົນ ເຂົ້າ ໃຈ ແລ້ວ ຄັນ ຖ້າ ແພດ ໝໍ ເນາະ ເພິ່ນ ລົ ມາ ສັກ ຢາ ແລ້ວ ມີ ສະ ຖານ ທີ່ ອອກ ໄປ ສັກ ໂອ້ ຄົນ ຊິ ຫຼາຍ ຊິ ຫຼັ່ງ ຊິ ໄຫຼ ເຂົ້າ ໄປ ເລີຍ ລະ ກັງ ວົນ ຫັ້ນ ແລ້ວ ບາງ ຄົນ ກໍຢູ່ ບໍ່ ເຢັ ກີນບໍ່ ສຸກ ປານ ໃດ ເລີຍ ລະ ."

ຊາວ​ບ້ານ​ໃນ​ແຂວງວຽງ​ຈັນ​ ທ່ານ​ນຶ່ງ​ກ່າວ​ວ່າ ​ຫຼາຍ​ຄົນ​ກໍ​ຍັງ​ຮູ້​ສຶກ​ຢ້ານ​ ເຊື້ອ​ໂຄວິດ-19 ກັນ​ຢູ່ ແຕ່​ກໍ​ຮູ້​ຈັກ​ປັບ​ໂຕ​ ໃນ​ການ​ໃຊ້​ຊີ​ວິດ ​ເພາະ​ຍັງ​ຕ້ອງ​ທຳ​ມາ​ຫາ​ກິນ ​ລ້ຽງ​ຄອບ​ຄົວ ​ແລະ​ປັດ​ຈຸ​ບັນ​ຊາວ​ບ້ານ ​ກໍ​ໄປ​ຮັບ​ການ​ສັກ​ວັກ​ຊີນ ​ປ້ອງ​ກັນ​ເຊື້ອ ​ໂຄວິດ-19 ກັນ​ຫຼາຍ​ຂື້​ນ​ແລ້ວ ​ຍັງ​ເຫຼືອ​ພຽງ​ແຕ່​ເດັກ​ນ້ອຍ​ ຕ່ຳ​ກວ່າ 17 ​ປີ​ເປັນ​ສ່ວນ​ໃຫຍ່​ທີ່​ຍັງ​ບໍ່​ໄດ້​ສັກ.

" ເຣື່ອງ ຢ້ານ ກໍ ຢ້ານ ລະ ເດີ້ ຄັນ ຢ້ານ ຫຼາຍ ກໍ ບໍ່ ມີ ຢູ່ ມີ ກີນ ສັກ ວັກ ຊີນ ເຂົາ ເຈົ້າ ສັກ ຫຼາຍ ແລ້ວ ລະ ດຽວ ນີ້ ແພດ ໝໍ ເຂົາ ເຈົ້າ ລົງ ແຕ່ ລະ ບ້ານ ສ່ວນ ຫຼາຍ ກໍ ແມ່ນ ຍັງ ເດັກ ນ້ອຍ 17 ປີ ລົງ ມາ ນີ້ ຍັງ ຫຼາຍ ."

ສຳ​ລັບ​ຜູ້​ຕິດ​ເຊື້ອ ​ໂຄວິດ-19 ​ໃນ​ຮອບ​ເດືອນ​ພຶ​ສ​ຈິ​ກາ​ນີ້ ​ກໍ​ພົບ​ວ່າ​ຫຼາຍ​ແຂວງ​ມີ​ການ​ຕິດ​ເຊື້ອ​ສູງ 100-500 ຄົນ​ຕໍ່​ວັນ​. ສາ​ເຫດ​ສ່ວນ​ໃຫ​ຍ່​ກໍ​ເກີດ​ຈາກ ​ການ​ຖື​ເບົາ​ຂອງ​ຫຼາຍ​ຄົນ ​ທີ່​ຍັ​ງບໍ່​ຄ່ອຍ​ປະ​ຕິ​ບັດ​ຕາມ ​ມາ​ຕ​ການ​ຢ່າງ​ຈິງ​ຈັງ ​ແລະ​ຈະ​ເຂົ້າ​ຣະ​ດູ​ໜາວ​ນີ້​ ເຈົ້າ​ໜ້າ​ທີ່​ກໍ​ຄາດ​ວ່າ​ມີ​ແນວໂນ້ມ ​ຈະ​ຍັງ​ບໍ່​ຫຼຸດ​ລົງ​ງ່າຍ​ ແຕ່​ທາງ​ການ​ກໍ​ພະ​ຍາ​ຍາມ​ເລັ່ງ​ສັກ​ວັກ​ຊີນ ​ປ້ອງ​ກັນ​ເຊື້ອ ​ໂຄວິດ-19 ​ໃຫ້​ໄດ້​ຕາມ​ເປົ້າ​ໝາຍ 70% ໃນ​ທ້າຍ​ປີ​ນີ້​ ເພື່ອ​ໃຫ້​ມີ​ພູມ​ປ້ອງ​ກັນ ​ເຊື້ອ​ໄດ້​ຫຼາຍ​ຂື້ນ. ເຈົ້າ​ໜ້າ​ທີ່ ທີ່​ກ່ຽວ​ຂ້ອງ​ ໃນ​ນະ​ຄອນ​ຫຼວງວຽງ​ຈັນ ​ທ່ານ​ນຶ່ງ​ທີ່​ຂໍ​ສງວນ​ຊື່ແລະ​ຕຳ​ແໜ່ງ​ກ່າວ​ວ່າ:

" ຄາດ ຄະ ເນ ໄວ້ ວ່າ ທ້າຍ ເດືອນ ພືສ ຈິ ກາ ນີ້ ພະ ຍາ ຍາມ ໃຫ້ ໂຕ ເລກ ຫຼຸດ ລົງ ເພິ່ນ ກຳ ລັງ ພະ ຍາ ຍາມ ຄຸມ ເຂັ້ມ ຢູ່ ເລັ່ງ ສັກ ວັກ ຊີນ ໃຫ້ ມັນ ໄດ້ ຫຼາຍ ທີ່ ສຸດ ຕາມ ແຜນ ເພິ່ນ ຢາກ ໃຫ້ ມັນ ໄດ້ 70-80."

ເຈົ້າ​ໜ້າ​ທີ່​ທີ່​ກ່ຽວ​ຂ້ອງ ​ໃນ​ແຂວງ​ຫຼວງ​ພ​ຣະ​ບາງ​ ທ່ານ​ດັ່ງ​ກ່າວ​ໄດ້​ກ່າວ​ເພີ່ມ​ກ່ຽວ​ກັບ​ເຣື່ອງ​ນີ້​ວ່າ​ຄາດ​ວ່າ ​ໂຕ​ເລກ​ການ​ຕິດ​ເຊື້ອ​ ໂຄວິດ-19 ​ຍັງ​ຈະ​ສູງ​ຢູ່​ຍ້ອນ​ປັດ​ຈຸ​ບັນ​ ປະ​ຊາ​ຊົນ​ເຣີ່ມ​ໃຊ້​ຊີວິດ​ປົກ​ກະ​ຕິ​ກັນ​ແລ້ວ​ ດັ່ງ​ທ່ານ​ໄດ້​ກ່າວ​ວ່​າ:

" ຄິດ ວ່າ ມັນ ຈະ ສູງ ເພາະ ວ່າ ຣະ ບາດ ຢູ່ ຊຸມ ຊົນ ກໍ ຫຼາຍ ບາດ ນີ້ ຄັນ ຖ້າ ວ່າ ເຮົາ ຊິ ສະ ກັດ ກັ້ນ ເຮັດ ຄື ເກົ່າ ພໍ່ ແມ່ ປະ ຊາ ຊົນ ກໍ ຊອກ ຢູ່ ຫາ ກິນ ຫັ້ນ ນ່າ ກໍຍັງ ຍາກ ຊົ່ວ ຈະ ຄວບຄຸມ ກັນ ເພິ່ນ ກໍ ປະ ກາດ ກັນ ຢູ່ ອອກ ຣະ ບຽບ ກັນ ຢູ່ ທຸກ ມື້ ໜ່ວຍ ສະ ເພ ກິ ຫັ້ນ ນ່າ ກໍ ຍັງ ມີ ການ ຕິດ ຣະ ບາດ ຢູ່ ."

ໃນ​ວັນ​ທີ 23 ພື​ສ​ຈິ​ກາ ​ນີ້​ທາງ​ການ​ລາວກວ​ດ​ພົບ​ຜູ້​ຕິດ ​ເຊື້ອ​ໂຄວິດ-19 ​ເພີ່ມ​ໃໝ່ 1,323 ຄົນ. ຕິດ​ເຊື້ອ​ໃນ​ຊຸມ​ຊົນ 1,318 ຄົນ ຕິດ​ເຊື້ອ​ຈາ​ກ​ກໍ​ຣະ​ນີ ນຳ​ເຂົ້າ 5 ຄົນ, ​ເສັຽ​ຊີ​ວິດ​ສະ​ສົມ 137 ​ຄົນ ແລະ ຕິດ​ເຊື້ອ​ສະ​ສົມ 64,482 ຄົນ.

ສ່ວນ​ການ​ສັກ​ວັກ​ຊີນ​ປ້ອງ​ກັນ ​ໂຄວິດ-19 ໃນ​ປັດ​ຈຸ​ບັນ​ເຂັມ​ທີ 1 ສັກ​ໄດ້ 1,692,533 ຄົນ, ​ກວມເອົາ 50.32% ແລະ ​ເຂັມ​ທີ 2 ​ສັກ​ໄດ້ 3,077,625 ກວມ​ເອົາ 41.94%.