ຖນົນເປ່ເພ ປະຊາຊົນເດືອດຮ້ອນ ຍ້ອນຣົຖບັນທຸກໜັກ

0:00 / 0:00

ນັບແຕ່ປີ 2012 ມາຮອດປັດຈຸບັນ ຮວມເປັນເວລາ 10 ທີ່ຊາວບ້ານ ຜູ້ອາສັຍຢູ່ຕາມແຄມທາງ ເຂດບ້ານຮ່ອງງົວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຕ້ອງດົມຂີ້ຝຸ່ນ ຍ້ອນທາງເສັ້ນນີ້ ຍັງເປັນທາງດິນແດງ ໃນລະດູແລ້ງກໍປະສົບບັນຫາຂີ້ຝຸ່ນໄງ່ ແລະບັນຫາຂີ້ຕົມ ໃນລະດູຝົນ ເຊິ່ງໄດ້ສ້າງຄວາມສ່ຽງ ຕໍ່ການເປັນພຍາດທາງລະບົບຫາຍໃຈ ແລະຫຍຸ້ງຍາກແກ່ການໄປ-ມານໍາດ້ວຍ.

ໃນຂະນະທີ່ ປັດຈຸບັນ ກໍມີຣົຖບັນທຸກ ຂອງບໍຣິສັດ ດູດຫິນແຮ່ ຂອງລາວ, ບໍຣິສັດຂົນສົ່ງໝາກກ້ວຍຂອງຈີນ ແລະຣົຖຂອງຟາມໝູຂົນສົ່ງໝູ ກໍຍັງສືບຕໍ່ໃຊ້ເສັ້ນທາງດັ່ງກ່າວນີ້ ຂົນສົ່ງເຄື່ອງນໍ້າໜັກຫຼາຍຕັນ ຈຶ່ງເຮັດໃຫ້ເສັ້ນທາງມີຂີ້ຝຸ່ນ ແລະຂີ້ຕົມຢ່າງຕໍ່ເນື່ອງ, ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ຂັ້ນທ້ອງຖິ່ນ ຢູ່ບ້ານຮ່ອງງົວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 9 ກຸມພາ ນີ້ວ່າ:

“ອັນຜົລກະທົບມັນຫັ້ນກະຄືວ່າ ເຮືອນຊານບ້ານຊ່ອງ ຢູ່ເລາະຫົນທາງຫັ້ນ ມັນກະເປັນຝຸ່ນໝົດຫັ້ນແລ້ວ ວ່າຊີ້ສາເນາະ ມັນກໍຈະທໍາລາຍລະບົບສິ່ງແວດລ້ອມ ຫາຍໃຈ ຫາຍອິຫຍັງ ຂອງພໍ່ແມ່ປະຊາຊົນຫັ້ນ ຢູ່ໃນລະດູຝົນ ລະມັນກໍໝື່ນ ມັນກໍເກີດອຸປະຕິເຫດ.”

ທ່ານກ່າວຕື່ມວ່າ ຫາກເວົ້າເຖິງເສັ້ນທາງທີ່ມີຂີ້ຝຸ່ນ ສະເພາະບ້ານຮ່ອງງົວນັ້ນ ແມ່ນມີໄລຍະທາງ 3 ກິໂລແມັດ ແຕ່ຫາກໄລ່ຕັ້ງແຕ່ບ້ານຮ່ອງງົວ ໄປຫາບ້ານແສນດິນ, ບ້ານໂພນມ່ວງ ເມືອງນາຊາຍທອງ ແລະບ້ານເວີນຄໍາ ເມືອງໄຊທານີ ຮວມໄລຍະທາງທັງໝົດ ແມ່ນ 24 ກິໂລແມັດ ທີ່ປະຊາຊົນຕ້ອງດົມຂີ້ຝຸ່ນ.

ບໍຣິສັດດູດຫິນແຮ່ ຂອງລາວ ຈະຂົນສົ່ງຫິນ, ດິນ, ຊາຍ ໂດຍຜ່ານເສັ້ນທາງ ບ້ານຮ່ອງງົວເປັນປະຈໍາ, ໃນແຕ່ລະມື້ ບໍຣິສັດນີ້ກໍຈະຫົດນໍ້າມື້ລະ 2 ເທື່ອ ເພື່ອບໍ່ໃຫ້ຂີ້ຝຸ່ນໄງ່ຫຼາຍ ເຊິ່ງການແກ້ໄຂບັນຫາດັ່ງກ່າວນີ້ ເປັນການແກ້ໄຂບັນຫາຊົ່ວຄາວ ບໍ່ໄດ້ຫຼຸດຜ່ອນຜົລກະທົບ ຂອງປະຊາຊົນພໍປານໃດ ຈຶ່ງຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ສ້າງເສັ້ນທາງປູຢາງໃຫ້ ເພື່ອໃຫ້ລະບົບຫາຍໃຈຂອງປະຊາຊົນ ຮວມທັງເຮືອນ ແລະຮ້ານຂາຍເຄື່ອງມີຄວາມສະອາດຂຶ້ນຫຼາຍ.

ດັ່ງຊາວບ້ານ ຢູ່ບ້ານຮ່ອງງົວ ເມືອງນາຊາຍທອງ ຜູ້ນຶ່ງກ່າວໃນມື້ດຽວກັນນີ້ວ່າ:

“ລະດູແລ້ງນີ້ນ່າ ພວກຣົຖແກ່ດິນແກ່ຊາຍນີ້ນ່າ ເຂົາຫົດນໍ້າເທື່ອ ສອງເທື່ອກໍແລ້ວນີ້ນ່າແລ້ວ ມັນກໍໄງ່ບໍ່ເຊົາ ຣົຖຈີນແກ່ກ້ວຍແດ່ ສເນີຢາກໃຫ້ປູຢາງຫັ້ນແຫຼະ ຄົນບ້ານເຮົາ ມັນຄົນບ້ານນອກແດ່ ມັນກໍຢາກລີ້ງກໍສະພາບຫັ້ນແຫຼະ.”

ໃນຂະນະທີ່ ສະພາບໂຕຈິງໃນເມືອງນາຊາຍທອງ ທີ່ມີທາງປູຢາງ ປູເບຕົ້ງ ກໍມີຂີ້ຝຸ່ນໄງ່ຢູ່ແລ້ວ, ຫາກເວົ້າເຖິງຂີ້ຝຸ່ນໄງ່ ຢູ່ທາງດິນແດງ ເຂດບ້ານຮ່ອງງົວນັ້ນ ແຫ່ງໜັກກວ່ານີ້ຫຼາຍ ເນື່ອງຈາກເຂດດັ່ງກ່າວ ເປັນເຂດກະສິກັມ ແລະມີການລົງທຶນຈໍານວນຫຼາຍ ຈຶ່ງເຮັດໃຫ້ຣົຖບັນທຸກໜັກ ຂົນສົ່ງເຄື່ອງຂອງໄປ-ມາຢ່າງຕໍ່ເນື່ອງ ແລ້ວເຮັດໃຫ້ເກີດມີຂຸມໃຫຍ່ໄດ້ງ່າຍ ແລະສ່ຽງຕໍ່ການເກີດອຸບັດຕິເຫດໄດ້ງ່າຍຄືກັນ.

ດັ່ງຊາວບ້ານ ຢູ່ບ້ານຮ່ອງງົວ ເມືອງນາຊາຍທອງ ອີກຜູ້ນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:

“ປົກກະຕິ ທາງບ້ານເຮົາ ທາງຢາງມັນກໍມີຂີ້ຝຸ່ນຢູ່ແລ້ວ ເພາະວ່າບ້ານເຮົາ ມັນບໍ່ໄດ້ລ້າງທາງແລ້ວຊໍາວ່າ ທາງແດງ ມັນຊໍາໃດ ເຂດນັ້ນ ມັນເປັນເຂດທີ່ເຂົາເຈົ້າດູດຫິນ ດູດຊາຍປູກຫັ້ນປູກນີ້ເນາະ ເຂົາຫັ້ນນ່າ ມັນເປັນການປູກຝັງອິຫຍັງຫັ້ນນ່າ ເຂົາເຈົ້າຈະມີການຂົນສົ່ງສິນຄ້າມາຂາຍ ຈັ່ງໃດເວລາຣົຖຜ່ານ ມັນຕ້ອງມີຂີ້ຝຸ່ນຢູ່ແລ້ວ ຫຼັກໆປະຊາຊົນຢູ່ແຄມທາງຫັ້ນ ມັນຈະມີຂີ້ຝຸ່ນ.”

ອໍານາດການປົກຄອງຂັ້ນບ້ານ ບ້ານຮ່ອງງົວ ເຄີຍສເນີບັນຫາປະຊາຊົນບ້ານຮ່ອງງົວ ເມືອງນາຊາຍທອງ ຕ້ອງດົມຂີ້ຝຸ່ນ ຈາກທາງເສັ້ນນີ້ໃນລະດູແລ້ງ ແລະເປັນຂີ້ຕົມໃນລະດູຝົນ ໄປຫາຂັ້ນເມືອງຫຼາຍເທື່ອແລ້ວ ແຕ່ຂັ້ນເທິງ ກໍມີງົບປະມານມາສ້າງທາງປູຢາງໃຫ້ໄດ້, ປີນີ້ ກໍໄດ້ສເນີໄປຕື່ມ ເພື່ອໃຫ້ຂັ້ນເທິງ ເຫັນເຖິງຜົລກະທົບຊໍ້າເຮື້ອ ແຕ່ບໍ່ຖືກແກ້ໄຂ.

ດັ່ງເຈົ້າໜ້າທີ່ຂັ້ນທ້ອງຖິ່ນ ຢູ່ບ້ານຮ່ອງງົວ ເມືອງນາຊາຍທອງ ຜູ້ດຽວກັນນີ້ ກ່າວວ່າ:

“ເອີ່ ທາງຜູ້ແທນມາ ກໍ 2-3 ຊຸດແລ້ວ ມາ ເຮົາກໍສເນີ ສເນີໄປ ກໍສເນີ ກໍສເນີຄືເກົ່າໂອ້ ພັກ-ຣັຖເຮົາ ເອີ່ ບໍ່ມີທຶນບໍ່ມີຮອນ ງົບປະມານບໍ່ມີ ພັກ-ຣັຖ ເຮົາເປັນໜີ້ເປັນສິນຫຼາຍ ອົດທົນເອົາໄປຈັ່ງຊິໄດ້ຢູ່ ກະລໍຖ້າຈັ່ງຊີ້ເນາະ ຈໍາເປັນກໍຊິໄດ້ປູເອົາ ຢາງຫັ້ນມາແລດ ແຕ່ສະເພາະບ້ານປະຊາຊົນຢູ່ນີ້ ວ່າຊັ້ນສາເນາະ ທີ່ວ່າເປັນທຶນຂອງບ້ານຫັ້ນນ່າ.”

ທ່ານກ່າວຕື່ມວ່າ ຕລອດໄລຍະເວລາ 10 ປີຜ່ານມາ ບໍຣິສັດຂົນສົ່ງໝາກກ້ວຍຂອງຈີນ ແລະຟາມໝູ ກໍໄດ້ສົມທົບເງິນ ເທື່ອລະ 100,000-200,000 ກີບຕໍ່ປີ ເພື່ອຊ່ອຍສ້ອມແປງທາງ ເຊິ່ງການຊ່ອຍເຫຼືອດັ່ງກ່າວ ບໍ່ໄດ້ເຮັດໃຫ້ຜົລກະທົບຂອງຂີ້ຝຸ່ນໄງ່ນີ້ ຫຼຸດຜ່ອນລົງເລີຍ.

ປະມານຕົ້ນເດືອນ ກຸມພາ ທີ່ຜ່ານມາ ເຈົ້າໜ້າທີ່ຂັ້ນທ້ອງຖິ່ນ ກໍໄດ້ຣາຍງານ ບັນຫາປະຊາຊົນບ້ານຮ່ອງງົວ ຕ້ອງດົມຂີ້ຝຸ່ນໃນລະດູແລ້ງ ແລະເປັນຂີ້ຕົມໃນລະດູຝົນ ໃຫ້ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນໄດ້ຮັບຮູ້, ຫຼັງຈາກນັ້ນ ເຈົ້າໜ້າທີ່ຫ້ອງການໂຍທາທິການ ແລະຂົນສົ່ງ ເມືອງນາຊາຍທອງ ກໍໄດ້ຂຶ້ນແຜນຫາຂັ້ນເທິງ ເພື່ອຂໍງົບປະມານໃນການສ້າງທາງປູຢາງ ໃຫ້ບ້ານຮ່ອງງົວ ຕາມທີ່ປະຊາຊົນໄດ້ສົ່ງຄໍາຮ້ອງມາ ແຕ່ຍັງບໍ່ມີຄໍາຕອບເລີຍ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງນາຊາຍທອງ ກ່າວໃນມື້ດຽວກັນນີ້ວ່າ:

“ຂຶ້ນແຜນງົບຢູ່ ແຕ່ຍັງບໍ່ມີຄໍາຕອບ ດຽວນີ້ນີ້ ເຮັດແຕ່ອຮອດບ້ານຮ່ອງງົວກ່ອນ ຂຶ້ນແຜນເຮັດໂຄງານປະຈໍາປີແຫຼະ ແຕ່ວ່າ ເຮົາບໍ່ຮູ້ວ່າ ຊິໄດ້ຫຼືບໍ່ໄດ້.”

ເມື່ອເວົ້າເຖິງ ສຸຂພາບຂອງປະຊາຊົນ ທີ່ດົມຂີ້ຝຸ່ນຈາກທາງເສັ້ນນີ້ມາເປັນເວລາດົນ ກໍຈະສົ່ງຜົລຕໍ່ປອດ ໂດຍອາການ ແລະພຍາດທີ່ຈະເປັນນັ້ນ ຈະບໍ່ເກີດຂຶ້ນທັນທີ່ ແຕ່ຈະເກີດຂຶ້ນໃນອະນາຄົດ.

ດັ່ງເຈົ້າໜ້າທີ່ ຫ້ອງການສາທາຣະນະສຸຂ ເມືອງນາຊາຍທອງ ກ່າວໃນມື້ດຽວກັນນີ້ວ່າ:

“ເອີ່ ມັນກະເຂົ້າໄປຢູ່ປອດເຮົາພຸ້ນແຫຼະ ເປັນວັນນະໂຣກປອດ ເປັນຫຍັງໄປຫຼາຍແນວ ຫັນໃຈເຂົ້າໄປທຸກມື້ເດ້ ມັນກະບໍ່ເປັນທັນດຽວ ກໍດົນໄປພຸ້ນແຫຼະ ຄັນມັນໄດ້ຮັບຕລອດ ໃສ່ຜ້າກັ້ງຜ້າຫຍັງ ຫົດນໍ້າຫົດຫຍັງ ເຂົາເຈົ້າສີດນໍ້າເອົາ ເພື່ອບໍ່ໃຫ້ມຸນຫຼາຍ ນ້າບ້ານໃຜບ້ານມັນ.”

ຕາມແຜນການ ຂອງເມືອງ ໃນປີ 2012 ຈະພັທນາທາງປູຢາງ ຢູ່ບ້ານຮ່ອງງົວ ຫາບ້ານເວີນຄໍາ ເປັນທາງເບຕົ້ງເສີມເຫຼັກ ໄລຍະທາງ 24 ກິໂລແມັດ ເນື່ອງຈາກວ່າ ເສັ້ນທາງນີ້ ມີທັງຣົຖບັນທຸກໜັກ ແລະຣົຖເບົາທຽວເປັນຈໍານວນຫຼາຍ ແຕ່ແຜນດັ່ງກ່າວນັ້ນ ກໍບໍ່ຖືກປະຕິບັດ ຍ້ອນພາກສ່ວນທີ່ກ່ຽວຂ້ອງ ມີຄວາມຈໍາເປັນໃຊ້ງົບປະມານ ໃນຫຼາຍໜ້າວຽກທີ່ຈໍາເປັນ ແລະຮີບດ່ວນກວ່າ, ອີກຢ່າງນຶ່ງ ເສັ້ນທາງທີ່ເປ່ເພ ກໍບໍ່ມີແຕ່ເສັ້ນທາງນີ້ເສັ້ນດຽວເທົ່ານັ້ນ ຈຶ່ງບໍ່ງ່າຍໃນການຈັດແບ່ງງົບປະມານໃຫ້ທົ່ວເຖິງ, ດັ່ງເຈົ້າໜ້າທີ່ ຂັ້ນທ້ອງຖິ່ນກ່າວມ້ວນທ້າຍ.