ແຂວງຫົວພັນ ຍັງຫາສາເຫດ ທີ່ເຮັດໃຫ້ປາຕາຍ ບໍ່ໄດ້ເທື່ອ

ເຈົ້າໜ້າທີ່ ຊັພຍາກອນທັມມະຊາຕ ແຂວງຫົວພັນ ຍັງບໍ່ສາມາດສລຸບສາເຫດ ກໍຣະນີ ປາຕາຍ ຢູ່ໃນຫຼາຍພື້ນທີ່ ເຊິ່ງປັດຈຸບັນ ເຈົ້າໜ້າທີ່ ຍັງຢູ່ລະຫວ່າງ ການຕິດຕາມ-ກວດກາ ຄຸນນະພາບນໍ້າ ໃນຈຸດທີ່ພົບປາຕາຍ ແລະ ການກວດວິເຄາະ ຫາສານປົນເປື້ອນໃນປາ.

0:00 / 0:00

ທາງການແຂວງຫົວພັນ ຍັງບໍ່ສາມາດສລຸບສາເຫດ ກໍລະນີປາຕາຍ ຢູ່ໃນຫຼາຍພື້ນທີ່ ເຊິ່ງປັດຈຸບັນ ຍັງຢູ່ລະຫວ່າງ ການຕິດຕາມ-ກວດກາ ຄຸນນະພາບນໍ້າ ໃນຈຸດທີ່ພົບປາຕາຍ ແລະ ການກວດວິເຄາະ ຫາສານປົນເປື້ອນໃນໂຕປາ. ປັດຈຸບັນ ທາງການແຂວງ ໄດ້ປະກາດຫ້າມຊາວບ້ານ ຢູ່ເມືອງຊໍາໃຕ້, ເມືອງວຽງໄຊ, ເມືອງຫົວເມືອງ ແລະ ເມືອງແອດ ຈັບປາ (ໃນແຫຼ່ງນ້ຳດັ່ງກ່າວ) ມາກິນ.

ເຈົ້າໜ້າທີ່ ຜແນກພລັງງານ ແລະ ບໍ່ແຮ່ ແຂວງຫົວພັນ ທ່ານນຶ່ງ ໄດ້ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 2 ມິຖຸນາ ວ່າ:

“ເພີ່ນກະຍັງຊອກຫາສາເຫດຢູ່ວ່າ ມັນເປັນຍ້ອນຫຍັງ ເພິ່ນກໍາລັງວັດແທກ ຄຸນນະພາບນໍ້າຫັ້ນ 3-4 ເມືອງ ວຽກງໄຊ ກັບເມືອງຊໍາໃຕ້ ມັນມີທາງເມືອງຫົວເມືອງ ແດ່.​”

ທ່ານ ກ່າວຕື່ມອີກວ່າ ສໍາລັບເຂື່ອນໄຟຟ້ານໍ້າສິມ ທີ່ຖືວ່າ ເປັນຕົ້ນເຫດຂອງປາຕາຍ ຍ້ອນການລ້າງອຸໂມງ ຫຼື ມີສານເຄມີຮົວໄຫຼນັ້ນ ແມ່ນເປັນເຂື່ອນຂນາດນ້ອຍ ພຽງ 8 ເມກະວັດ ເຊິ່ງໄດ້ຮັບການພັທນາ ໂດຍ ກຸ່ມບໍຣິສັດ ພົງຊັບທະວີ ຈໍາກັດ. ປັດຈຸບັນ ກໍ່ສ້າງຄືບໜ້າໄປຫຼາຍກວ່າ 95% ແລ້ວ ມີກໍານົດສ້າງສໍາເລັດ ແລະ ຂາຍໄຟຟ້າໃຫ້ກັບຣັຖວິສາຫະກິຈໄຟຟ້າລາວ ໃນປີ 2024 ນີ້.

ສ່ວນແກ່ງລິດ ແມ່ນຕັ້ງຢູ່ໃນລໍານໍ້າແອດ ເມືອງແອດ ມີລັກສະນະເປັນອ່າງເກັບນໍ້າ ເພື່ອເຮັດຊົນລະປະທານ ເຊິ່ງບໍ່ແມ່ນເຂື່ອນໄຟຟ້າ ແຕ່ຢ່າງໃດ. ເຈົ້າໜ້າທີ່ຜູ້ດຽວກັນນີ້ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວ່າ:

“ຄົນລະອັນ ໂຕນໍ້າສິມນີ້ ມີຂນາດນ້ອຍ 8 ເມກະວັດ ຈາກເທສບານເມືອງວຽງໄຊໄປນີ້ ກະປະມານ 20 ກິໂລແມັດ ນີ້, ແກ່ງລິດ ກະແມ່ນບ່ອນທ່ອງທ່ຽວ ຊື່ໆ ຢູ່ນໍ້າແອດພຸ້ນ ເປັນອ່າງຊົນລະປະທານເອົານໍ້າມາໃສ່ນາ ໃສ່ຫຍັງ.”

ສໍາລັບ ຈຸດທີ່ພົບເຫັນປາຕາຍ ມີທັງໝົດ 4 ຈຸດ ຄື ລໍານໍ້າແອດ ເມືອງແອດ, ສໍານໍ້າສິມ ເມືອງວຽງໄຊ, ລໍານໍ້າຊໍາ ເມືອງຊໍາໃຕ້ ແລະ ເມືອງຫົວເມືອງ ເຊິ່ງແຕ່ລະຈຸດ ກໍມີການສັນນິຖານ ເຖິງສາເຫດຂອງປາຕາຍ ແຕກຕ່າງກັນໄປ ເນື່ອງຈາກ ບາງພື້ນທີ່ພົບເຫັນປາຕາຍ ກໍບໍ່ມີເຂື່ອນໄຟຟ້າ.​

ຊາວບ້ານເຂົ້າໃຈວ່າ ສາເຫດປາຕາຍ ຢູ່ລໍານໍ້າສິມ ເມືອງວຽງໄຊ ຍ້ອນໂຄງການກໍ່ສ້າງເຂື່ອນໄຟຟ້າ ນໍ້າສິມ ທີ່ມີການລ້າງອຸໂມງ ເຊິ່ງມີສານເຄມີ ຮົ່ວໄຫຼ ຈົນເຮັດໃຫ້ປາຕາຍ, ແຕ່ ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ຍັງລໍຖ້າ ຜົລການວິເຄາະ ຄຸນນະພາບນໍ້າ ແລະ ການປົນເປື້ອນສານເຄມີ ໃນໂຕປາກ່ອນ ຈຶ່ງຈະສາມາດສລຸບໄດ້້.​

ສ່ວນລໍານໍ້າແອດ ຢູ່ເມືອງແອດ ແລະ ລໍານໍ້າຊໍາ ຢູ່ເມືອງຊໍາໃຕ້ ແລະ ເມືອງຫົວເມືອງ ຊາວບ້ານເຂົ້າໃຈວ່າ ເກີດຈາກໂຄງການ ເຂື່ອນໄຟຟ້ານໍ້າຊໍາ 3 ທີ່ຢູ່ລະຫວ່າງການກໍ່ສ້າງ ຫຼື ເກີດຈາກສະເພາະຂອງດິນຟ້າອາກາດ ເພາະໄລຍະນີ້ ອາກາດຮ້ອນ ຮຸນແຮງ ເຮັດໃຫ້ປະຣິມານນໍ້າ ໃນລໍານໍ້າມີໜ້ອຍ ແລະ ແຫ້ງແລ້ງໜັກຫຼາຍ ເພາະບາງຈຸດ ບໍ່ມີການກໍ່ສ້າງເຂື່ອນໄຟຟ້າ ກໍຍັງພົບເຫັນປາຕາຍຄືກັນ.

ເຈົ້າໜ້າທີ່ ຜແນກຊັພຍາກອນ ທັມມະຊາຕ ແລະ ສິ່ງແວດລ້ອມ ແຂວງຫົວພັນ ໄດ້ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນ ວ່າ:

“ຈະມີນໍ້າຊໍາ 3, ນໍ້າສິມ ແລະ ນໍ້າແອດກະຕາຍຄືກັນ ແຕ່ກະບໍ່ມີເຂື່ອນ ກະບໍ່ແນ່ໃຈ ເພາະວ່າ ປັດຈຸບັນນີ້ ອຸນະພູມ ຢູ່ຫົວພັນນີ້ ຂ້ອນຂ້າງສູງຜິດປົກຕິ ແລະ ນໍ້າກະແຫ່ງຫຼາຍ ເພິ່ນຍັງຕ້ອງວິເຄາະ, ວິໃຈວ່າ ມັນຕາຍຍ້ອນຫຍັງ.​”

ກ່ຽວກັບເຣື່ອງນີ້ ​ຊາວບ້ານ ຢູ່ເມືອງແອດ ກໍຍັງບໍ່ຮູ້ເຖິງສາເຫດຢ່າງແທ້ຈິງ ວ່າເປັນຍ້ອນຫຍັງ. ຊາວບ້ານຢູ່ເມືອງຊໍາໃຕ້ ແຂວງຫົວພັນ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວ່າ:

“ຄັນວ່າ ຕາມເຂົາມາກວດກາ ເຂົາວ່າ ເຂົາລອງນໍ້າ ເຂົາເຮັດເຂື່ອນ ຢູ່ທາງເມືອງວຽງໄຊ ເຈາະອຸໂມງ ເບາະ ເຂົາໃສ່ຊິມັງ ເຂົາພົ້ນຢາເບາະ ຫຼື ແນວໃດ ອອກມາແລ້ວ ມັນມີແຕ່ປາຕາຍ ນັບຕັ້ງແຕ່ນັ້ນ ແຕ່ວ່າ ໄຫຼອອກ ມາປ່ອງໃສ່ນໍ້າຊໍາ.”​

ທາງການເມືອງຊໍາໃຕ້ ແລະ ເມືອງວຽງໄຊ ແລະ ເມືອງອື່ນໆ ໄດ້ປະກາດຫ້າມຊາວບ້ານ ບໍ່ໃຫ້ຈັບປາຢູ່ແມ່ນໍ້າມາກິນ ຈົນກວ່າຈະມີຜົລການວິເຄາະ ອອກມາຢ່າງເປັນທາງການ. ຊາວບ້ານເມືອງຊໍາໃຕ້ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນວ່າ:

“ບໍ່ ປະຊາຊົນ ບໍ່ໄດ້ຫາປາແລ້ວເດີ ເຂົາໃຫ້ໂຈະການຫາປາລຽບນໍ້າຊໍານີ້ ​ບໍ່ໃຫ້ບ້ານໃດ ທີ່ຢູ່ລຽງຫັ້ນ ບໍ່ໃຫ້ຫາ.”​

ກ່ຽວກັບເຣື່ອງນີ້ ຜແນກຊັພຍາກອນທັມມະຊາຕ ແລະ ສິ່ງແວດລ້ອມ ແຂວງຫົວພັນກໍໄດ້ຮຽກຮ້ອງໃຫ້ ບໍຣິສັດຕ່າງໆ ທີ່ລົງທຶນກໍ່ສ້າງ ໂຄງການຕ່າງໆ ໃນຂອບເຂດແຂວງຫົວພັນ ລວມເຖິງໂຄງການເຂືື່ອນ ໄຟຟ້ານໍ້າສິມ ໃຫ້ມີຄວາມຮັບຜິດຊອບ ຕໍ່ມາຕການປົກປັກຮັກສາ ສິ່ງແວດລ້ອມ ຍ້ອນວ່າ ເມື່ອເກີດບັນຫາຂຶ້ນມາແລ້ວ ກໍກາຍເປັນຜົລກະທົບ ໄລຍະຍາວໃຫ້ແກ່ປະຊາຊົນ.​

ຜແນກຊັພຍາກອນທັມມະຊາຕ ແລະ ສິ່ງແວດລ້ອມ ແຂວງຫົວພັນ ຢາກໃຫ້ຣັຖບານຊ່ວຍເບິ່ງຄືນຕື່ມ ເພາະວ່າ ຣັຖບານ ເປັນຜູ້ຄຸ້ມຄອງໂຄງການຕ່າງໆ ໂດຍກົງ ເຊິ່ງທາງຂັ້ນແຂວງ ແລະ ຂັ້ນເມືອງ ບໍ່ສາມາດເຂົ້າເຖິງໄດ້ ແລະ ເຮັດໄດ້ແຕ່ເຂົ້າໄປແກ້ໄຂເທົ່ານັ້ນ. ຜແນກ ຢາກໃຫ້ຣັຖບານມີການເອົາໃຈໃສ່ ແລະ ລົງໂທດຕໍ່ບໍຣິສັດ ທີ່ຝ່າຝືນກົດລະບຽບ ທາງດ້ານສິ່ງແວດລ້ອມ.​