ທາງການລາວ ລາຍງານວ່າ ໃນປີນີ້ ຢູ່ລາວມີຜູ້ຕິດເຊື້ອ HIV/AIDS 1,896 ຄົນ
2024.12.20
ເຊື້ອ HIV/AIDS ລະບາດຫຼາຍເພີ່ມຂຶ້ນ ຢູ່ປະເທດລາວ, ເພີ່ມຂຶ້ນ 3 ປີຕິດຕໍ່ກັນ ຄືປີ 2022 ມີຜູ້ຕິດເຊື້ອທີ່ວ່ານີ້ 1,748 ຄົນ, ປີ 2023 ຕິດ 1,757 ຄົນ ແລະປີ 2024 ນີ້ ແຕ່ເດືອນມັງກອນ ເຖິງເດືອນພະຈິກ ມີຜູ້ທີ່ຄາດວ່າຕິດເຊື້ອນີ້ 1,896 ຄົນ, ອີງຕາມຂໍ້ມູນ ຈາກກອງປະຊຸມ ຂອງຄະນະກໍາມະການຕ້ານ AIDS ແຫ່ງຊາດ ທີ່ກະຊວງສາທາລະນະສຸກ ໄດ້ຈັດຂຶ້ນ ວັນທີ 17 ທັນວານີ້.
ເວົ້າສະເພາະປີ 2024 ທີ່ມີຄົນຕິດເຊື້ອ HIV/AIDS ຫຼາຍເພີ່ມຂຶ້ນ ຢູ່ປະເທດລາວນັ້ນ ສ່ວນໃຫຍ່ ແມ່ນເປັນຍ້ອນ ຊາວໜຸ່ມ ອາຍຸແຕ່ 15 ປີ ຫາ 24 ປີ ທີ່ເປັນກຸ່ມສ່ຽງ ບໍ່ໄດ້ເຂົ້າໂຮງຮຽນ ແບບຕໍ່ເນື່ອງ, ຈໍານວນຫນຶ່ງກໍອອກໄປເຮັດວຽກຫາເງິນ, ພວກຕຸດຊັກຊວນກັນໄປຮ່ວມເພດສໍາພັນ, ມີການຂາຍບໍລິການທາງເພດ ແບບບໍ່ໃຊ້ຖົງຢາງອະນາໄມ, ນັກຮຽນ ມ.ປາຍ ກໍມີ ອີງຕາມຄໍາເວົ້າຂອງທ່ານໝໍ ທີ່ຊີ້ນໍາວຽກງານດ້ານ HIV/AIDS ແຂວງໄຊຍະບູລີ ນາງຫນຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 20 ທັນວານີ້.
“ມ.ປາຍນີ້ນະ ມີຜູ້ຫນຶ່ງເປັນ ແລ້ວຢາກເປັນນໍາກັນເກາະ ພວກຕຸດຫັ້ນ ທຸກມື້ນີ້ມັນຢາກໄດ້ມືຖືບໍ່ ຊັກຊວນກັນໄປ ໂດຍທີ່ວ່າ ອັນຜູ້ມາຮ່ວມເພດຫັ້ນ ຈະບໍ່ຂໍໃສ່ຖົງຢາງອະນາໄມ ເອົາເງິນເທົ່ານັ້ນ ເທົ່ານີ້ ຈັ່ງຊີ້ນະ ແລ້ວເດັກນ້ອຍຫັ້ນບໍ່ຮູ້ ບໍ່ຮູ້ວ່າຜູ້ນັ້ນມີເຊື້ອ ກໍເລີຍວ່າ ໃຫ້ຜູ້ໃດໄປເກ້ຍກ່ອມມາເຂົ້າຢາ ແຕ່ວ່າ ນັບແຕ່ມື້ນັ້ນມາແລ້ວ ແພ່ໄປເຖິງກໍບໍ່ຮູ້ນໍ ຈັ່ງຫາມາເຂົ້າຢາ ເປັນເດືອນພຸ້ນນະ.”
ນາງກ່າວຕື່ມວ່າ ການຕິດເຊື້ອ HIV/AIDS ຈະພົບເຫັນຫຼາຍ ໃນກຸ່ມຜູ້ຊາຍ ທີ່ມີເພດສໍາພັນ ກັບຜູ້ຊາຍດ້ວຍກັນ ແລະກຸ່ມຄົນຂ້າມເພດຫຼາຍ ຕາມລົດນິຍົມຂອງຄວາມຢາກຮູ້ ຢາກລອງ ແລະຄວາມມັກຂອງກຸ່ມຄົນໄວໜຸ່ມເຫຼົ່ານັ້ນ. ແລະທ່ານໝໍ ຜູ້ຊີ້ນໍາວຽກງານດ້ານ HIV/AIDS ແຂວງວຽງຈັນທ່ານຫນຶ່ງ ກໍກ່າວໃນມື້ດຽວກັນນີ້ວ່າ ປີ 2024 ນີ້ ມີຜູ້ຕິດເຊື້ອ HIV/AIDS ເພີ່ມຂຶ້ນ ຍ້ອນຜູ້ຕິດເຊື້ອນີ້ ມີຄວາມກັງວົນນໍາເລື່ອງການໃຊ້ຈ່າຍຄ່າປິ່ນປົວ ແລະຄວາມສ່ຽງ ທີ່ຈະເປັນພະຍາດອື່ນ ດັ່ງນັ້ນຈຶ່ງເຮັດໃຫ້ພວກເຂົາເຈົ້າ ບໍ່ເຂົ້າມາຫາໝໍ, ບໍ່ຮູ້ສະພາບຂອງຕົນເອງ ແລະຍ້າຍໄປຢູ່ບ່ອນອື່ນ ຊຶ່ງມີຄວາມສ່ຽງ ທີ່ອາດຈະເຮັດໃຫ້ເຊື້ອ HIV/AIDS ນັ້ນ ໄປຕິດຜູ້ອື່ນໆ ຊຶ່ງອາດຈະມີຫຼາຍ ດັ່ງທີ່ທ່ານກ່າວວ່າ:
“ຢ້ານເສຍຄ່າ ແຕ່ໃນນັ້ນແລ້ວ ເຮົາກໍໄດ້ອະທິບາຍລາຍລະອຽດຄ່າໃຊ້ຈ່າຍນໍ ເລື່ອງຂອງ HIV ນໍ ຖ້າກວດພົບແລ້ວນໍ ເຂົາເຈົ້າບໍ່ໄດ້ເສຍຄ່າຂອງ HIV ເຮົາຈະເສຍຄ່າຂອງໂຕອື່ນ ໃນກໍລະນີ ຖ້າວ່າມີພະຍາດສວຍໂອກາດ ສ່ວນຫຼາຍຈະມີແຕ່ວັນນະໂລກແຫຼະ ທີ່ເປັນສ່ວນໃຫຍ່ ຖອກທ້ອງ ເຊື້ອລາໃນຮົ່ມຜ້າກໍວ່າໄປ ລາວບໍ່ພ້ອມທີ່ຈະເຂົ້າຢາ ລາວອາດຈະຍ້າຍພື້ນຖານໄປຢູ່ບ່ອນອື່ນ ອາດຈະໄປຢູ່ເມືອງອື່ນບໍ່ ຫຼືແຂວງອື່ນ ເປີເຊັນທີ່ເຮົາໄປຢູ່ພຸ້ນຫັ້ນນະ ອາດຈະຊິສົ່ງເຊື້ອໃຫ້ຄູ່ນອນຂອງລາວ ອາດຊິມີຫຼາຍ.”
ເວົ້າສະເພາະ ຢູ່ແຂວງໄຊຍະບູລີ ເຈົ້າໜ້າທີ່ ຢູ່ຈຸດບໍລິການ ໃຫ້ຄໍາປຶກສາ ຮັບຢາ ແລະປິ່ນປົວ ຜູ້ທີ່ມີຄວາມສ່ຽງ ແລະຜູ້ຕິດເຊື້ອ HIV/AIDS ທ່ານຫນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 20 ທັນວານີ້ວ່າ ໃນໄລຍະ 5 ເດືອນທີ່ຜ່ານມາ ຄືແຕ່ເດືອນກໍລະກົດ ຫາເດືອນພະຈິກ 2024 ນີ້ ມີຜູ້ຕິດເຊື້ອ HIV/AIDS ຫຼາຍຄົນ ຍ້ອນບໍ່ຮັບການແຈກຖົງຢາງອະນາໄມຟຣີ ຈາກພາກສ່ວນທີ່ກ່ຽວຂ້ອງ ແຕ່ຖົງຢາງອະນາໄມນີ້ ມັນຂາດມາໄດ້ 8-9 ເດືອນແລ້ວ, ບໍ່ມີແຈກຢາຍໃຫ້ແລ້ວ ດັ່ງນັ້ນຈຶ່ງເຮັດໃຫ້ທ້າຍປີ 2024 ມີຜູ້ຕິດເຊື້ອນີ້ເພີ່ມຂຶ້ນ ດັ່ງທີ່ທ່ານກ່າວວ່າ:
“ໄຊຍະນີ້ ມັນກໍບໍ່ມີແລ້ວນໍ ຖົງຢາງອະນາໄມນີ້ ມີແຕ່ແນະນໍາ ກໍກຸ່ມເປົ້າໝາຍວ່າ ເອີ ບາດໂຄງການເພິ່ນສະໜອງມາ ກໍຊິສະໜອງແທນຄືນ ໃຫ້ຢູ່ກັບກຸ່ມເປົ້າໝາຍ ເພິ່ນວ່າແນວນີ້ນໍ ຂາດມາແຕ່ດົນແລ້ວ ຕັ້ງແຕ່ເດືອນ 7 ເດືອນ 8 ເດືອນ 9 ມານີ້ແຫຼະ.”
ເລື່ອງການປະຕິບັດ ຕໍ່ຜູ້ທີ່ຕິດເຊື້ອ HIV/AIDS ເຈົ້າໜ້າທີ່ກະຊວງສາທາລະນະສຸກ ນາງຫນຶ່ງກ່າວໃນໂອກາດ ວັນສາກົນຕ້ານ AIDS ວັນທີ 1 ທັນວາ ພາຍໃຕ້ຫົວຂໍ້ “ໃຊ້ເສັ້ນທາງທີ່ຖືກຕ້ອງ” (Take the Rights Path) ທີ່ເນັ້ນເຖິງຄວາມສໍາຄັນ ຂອງການເຊີດຊູສິດທິມະນຸດ ຕ້ານການຈໍາກັດ-ສິ່ງກີດຂວາງທາງກົດໝາຍ ແລະສັງຄົມ ນັ້ນວ່າ ພວກເຂົາເຈົ້າຖືກລັງກຽດຈາກສັງຄົມ, ຜູ້ຕິດເຊື້ອນີ້ ຍ່າງກາຍໜ້າບ້ານຄົນ ເຂົາກໍບໍ່ໃຫ້ມາໃກ້, ໄປປຶກສານໍາຄົນໃກ້ຊິດ ກໍຖືກເວົ້າຊໍ້າເຕີມ, ເປັນຄົນຄ້າຂາຍ ກໍຄ້າຂາຍບໍ່ໄດ້, ຜູ້ເຮັດວຽກນໍາບໍລິສັດ ກໍຈະຖືກໄລ່ອອກ ດັ່ງທີ່ນາງເວົ້າວ່າ:
“ອັນມີກຸ່ມຜູ້ຕິດເຊື້ອເຮົາມາ ຍ່າງກາຍໜ້າບ້ານນີ້ ກໍຕົ້ມນໍ້າຮ້ອນລວກ, ກໍໄລ່ ບໍ່ໃຫ້ມາໃກ້ ມີບາງເຄສຢູ່ທີ່ວ່າໄປປຶກສາ ແບບຄົນໃກ້ຊິດ ເພີ່ນກໍຊໍ້າເຕີມໃຫ້ກຸ່ມເຮົານີ້ຕື່ມ ເພີ່ນກໍເຮັດໃຫ້ເປັນໂລກຊຶມເສົ້າ ເຖິງຂັ້ນທີ່ປິດຊີວິດຕົນເອງ ຖ້າວ່າເປັນແມ່ຄ້າຊາວຂາຍນີ້ ຄວາມລັບນີ້ຖືກເຜີຍແພ່ໄປ ສົ່ງຜົນໄປມາຄ້າຂາຍກໍບໍ່ໄດ້ ຖ້າເປັນພະນັກງານບໍລິສັດ ກໍຈະຖືກໂຍກຍ້າຍ ໄລ່ອອກ.”
ເວົ້າເຖິງເລື່ອງການຕິດເຊື້ອ HIV/AIDS ນາງກ່າວວ່າ ເລື່ອງການຕິດເຊື້ອນີ້ ຕາມຫຼັກວິຊາການ ແລ້ວແມ່ນວ່າ ຕິດຫຼາຍທີ່ສຸດ ແມ່ນຕິດຈາກການມີເພດສໍາພັນທາງຊ່ອງຄອດ ຫຼືທະວານໜັກ ລະຫວ່າງຜູ້ທີ່ບໍ່ໄດ້ຕິດເຊື້ອ ແລະຜູ້ຕິດເຊື້ອ ທີ່ບໍ່ໄດ້ສວມຖົງຢາງອະນາໄມ, ໃຊ້ເຂັມສັກຢາ, ເຂັມສັກ ແລະເຂັມເຈາະຮ່າງກາຍຮ່ວມກັນ.
ຢູ່ປະເທດລາວ ແຕ່ປີ 1990 ເຖິງເດືອນພະຈິກ 2024 ນີ້ ມີຜູ້ຕິດເຊື້ອ HIV/AIDS ສະສົມທັງໝົດ 22,584 ຄົນ. ໃນຈໍານວນນີ້ ເສຍຊີວິດໄປແລ້ວ 5,858 ຄົນ, ຍັງມີຊີວິດຢູ່ 16,726 ຄົນ, ເປັນ AIDS 7,455 ຄົນ ແລະຄາດວ່າ ໃນປີ 2030 ຈະສາມາດຍຸຕິການແຜ່ລະບາດຂອງເຊື້ອ HIV/AIDS ນີ້ໄດ້ ເພື່ອໃຫ້ບັນລຸເປົ້າໝາຍ ການພັດທະນາແບບຍືນຍົງ (SDG) ຂອງສະຫະປະຊາຊາດ. ແຕ່ມັນກໍເປັນບັນຫາຫຍຸ້ງຍາກ ແລະທ້າທາຍຫຼາຍ ທີ່ຈະເຮັດໃຫ້ບັນລຸເປົ້າໝາຍນັ້ນໄດ້.