ເດັກນ້ອຍ ເສັຽຊີວິດ ຍ້ອນໄຂ້ຍຸງລາຍ

0:00 / 0:00

ເດັກຍິງ ອາຍຸ 8 ປີ ຢູ່ນະຄອນ ໄກສອນ ພົມວິຫານ ແຂວງ ສວັນນະເຂດ ເສັຽຊີວິດ ດ້ວຍພຍາດ ຍຸງລາຍ. ເດັກນ້ອຍຜູ່ນີ້ ເສັຽຊີວິດ ເພາະອາສັຍ ຢູ່ນອກເມືອງ ໃນທົ່ງໄຮ່ທົ່ງນາ, ພໍ່ແມ່ ບໍ່ພາໄປ ປິ່ນປົວ ຢູ່ໂຮງໝໍແຂວງ ຕາມຄໍາແນະນໍາ ຈາກໝໍ ສຸຂສາລາ ແຕ່ໃຫ້ກິນຢາຫລຸດໄຂ້ ຢູ່ບ້ານ, ດັ່ງເຈົ້າໜ້າທີ່ ຜແນກ ສາທາຣະນະສຸຂ ແຂວງສວັນນະເຂດ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 18 ທັນວາ ນີ້ວ່າ:

“ບ້ານທີ່ເສັຽຊີວິດ ກໍຢູ່ນອກເມືອງເນາະ ຢູ່ໄຮ່ຢູ່ນາ ນອນໄຮ່ນອນນາ ໄຂ້ແລ້ວໄປໂຮງໝໍ ໄປແລ້ວແພດ ແນະນໍາໄປເຂົ້າໂຮງໝໍແຂວງ ແຕ່ວ່າ ເພິ່ນກໍເອົາລູກນ້ອຍ ມາ ແລະ ກິນຢາ ຢູ່ບ້ານ ຢ້ານເສັຽເງິນ ຍັງເອົາລູກມາກິນຢາ ຢູ່ບ້ານ ພາຣາມີ ແຕ່ລົດໄຂ້ ບໍ່ໄດ້ກວດເລືອດເນາະ.”

ທ່ານກ່າວຕື່ມວ່າ ເດັກຍິງ ທີ່ເສັງຊີວິດນັ້ນ ມີອາການ ໄຂ້ໂຕຮ້ອນ ໄດ້ 3 ມື້ ກໍເສັຽຊີວິດ ໃນວັນທີ 13 ທັນວາ ຜ່ານມາ ແລະວ່າ ເຖິງຢ່າງໃດກໍຕາມ ຫາກເກີດ ເຫດການມີກໍຣະນີ ເດັກນ້ອຍເສັຽຊີວິດ ດ້ວຍພຍາດ ໄຂ້ຍຸງລາຍ ເຊັ່ນນີ້, ທີມວຽກງານ ຜແນກສາທາ ຣະນະສຸຂ ກໍໄດ້ຂຽນແຜນ ສເນີ ຂໍງົບປະມານ ຈາກທາງຂັ້ນເທິງ ເພື່ອລົງພື້ນທີ່ ສໍາຣວດ ໜອງນໍ້າ ຢູ່ບ່ອນເກີດເຫດ ວ່າມີຍຸງຫຼາຍປານໃດ ແລ້ວວາງແຜນ ການປ້ອງກັນ ພຍາດໄຂ້ຍຸງລາຍ ກັບປະຊາຊົນ ໃນພື້ນທີ່:

”ຖ້າມີກໍຣະນີ ຈະມີການສໍາຣວດໜອງນໍ້າວ່າ ຍຸງມີຫລາຍປານໃດ ແລະ ກໍໃຫ້ສຸຂສຶກສາ ແກ່ປະຊາຊົນ ເຮັດຂະບວນການ ແຫຼ່ງເພາະພັນ ຍຸງລາຍ ສເນີນາຍ ມີສຸຂສຶກສາ ມີແພດ ແລະ ໝໍ ປະຈໍາໝູ່ບ້ານ ແລະ ກໍສ້າງຂະບວນການ ແຫລ່ງເພາະພັນຍຸງລາຍ ແລະ ລົງສໍາຣວດ.”

ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຜແນກສາທາຣະນະສຸຂແຂວງ, ປີ 2017 ຜ່ານມາ ບໍ່ມີຣາຍງານ ຈໍານວນເດັກນ້ອຍເສັຽຊີວິດ ຍ້ອນພຍາດ ໄຂ້ຍຸງລາຍ, ແຕ່ມາຮອດປີນີ້ ຢູ່ເມືອງໄກສອນ ພົມວິຫານ ມີເດັກນ້ອຍເສັຽຊີວິດ ດ້ວຍພຍາດໄຂ້ຍຸງລາຍ 2 ຄົນ ແລ້ວ.