ນັກສຶກສາບໍ່ພໍໃຈເຣື້ອງຊື້ ປະກັນພັຍ

ສິດນີ
2016.12.23
F-NUL ມະຫາວິທຍາໄລ ແຫ່ງຊາດ ສປປ ລາວ
RFA/LX

ນັກສຶກສາ ມະຫາວິທຍາລັຍ ແຫ່ງຊາຕ ຫຼາຍຄົນ ພາກັນ ຈົ່ມວ່າ ບໍ່ພໍໃຈ ພາຍຫຼັງທີ່ ທາງມະຫາວິທຍາລັຍ ແຫ່ງຊາຕລາວ ໄດ້ອອກ ແຈ້ງການ ເລກທີ 4328 ລົງ ວັນທີ 23 ພຶສຈິກາ 2016 ເພື່ອໃຫ້ນັກຮຽນ ນັກສຶກສາ ທຸກຄົນ ເປີດບັນຊີ ເງິນຝາກກັບ ທະນາຄານ ຮ່ວມພັທນາ ເພື່ອເຮັດ ບັດປະກັນພັຍ ອຸບັດຕິເຫກ ຫຼືຊື້ ປະກັນພັຍ ອຸບັດຕິເຫດ.

ນັກສຶກສາ ມະຫາວິທຍາລັຍ ແຫ່ງຊາຕ ຜູ້ຂໍສງວນຊື່ ນາງນຶ່ງ ໄດ້ກ່າວຕໍ່ ຜູ້ສື່ຂ່າວ ເອເຊັຽ ເສຣີ ເມື່ອວັນທີ 22 ທັນວາ ນີ້ວ່າ ນັກຮຽນ ຫຼາຍຄົນ, ໂດຍສະເພາະ ຜູ້ທີ່ມາຈາກ ຕ່າງແຂວງ ແມ່ນບໍ່ເຫັນດີ ກັບແຈ້ງການ ສະບັບດັ່ງກ່າວ:

"ກະແມ່ນແລ້ວ ກະສ່ວນຫຼາຍ ຄົນພວກຕ່າງແຂວງ ຂະເຈົ້າຈະ ບໍ່ຄ່ອຍເຫັນດີ ເພາະວ່າ ໂຕການຄ້າ ບັດຂອງການຄ້າ ພວກເຮົາ ຍັງບໍ່ ທັນໄດ້, ຫັ້ນນ່າ ແລ້ວເຮົາ ຕ້ອງໄດ້ ໄປເຮັດບັດ ອັນນີ້ໃໝ່ອີກ, ຫັ້ນນ່າ. ບາງຄົນ ກະຫຼາຍຄົນ ບໍ່ເຫັນດີ. ຕາມທີ່ນ້ອງ ຖາມຄືນ ຂະເຈົ້າ ຂະເຈົ້າວ່າ ມໍຊໍ ແບບວ່າຄືລົມ ຄືຜູ້ໃຫ່ຍ ລົມກັນແລ້ວ ຫັ້ນນ່າ ແບບວ່າຕ້ອງໄດ້ເຮັດ".

ນັກສຶກສາອີກຄົນນຶ່ງ ກໍ່ໄດ້ກ່າວຕໍ່ ຜູ້ສື່ຂ່າວ ເອເຊັຽເສຣີ ໃນວັນດຽວກັນວ່າ ການຊື້ ປະກັນພັຍ ໃນເທື່ອນີ້ ເປັນລັກສນະ ບັງຄັບ ນັກສຶກສາ ຫຼາຍຄົນ ກໍ່ກັງວົນ ວ່າຈະບໍ່ມີ ເງິນຈ່າຍ:

"ມື້ເຊົ້ານີ້ເຂົາກະເອົາຟອມ ມາໃຫ້ນ້ອງຂຽນ ລະກະບອກ ໃຫ້ເອົາ 40 ພັນ ໄປຄ່າລົງທະບຽນ ເຮັດໃບ ATM, ແຕ່ວ່າໂຕນີ້ ຕ້ອງບອກໃຫ້ ນັກສຶກສາ ຖ້າວ່າຜູ້ໃດ ສົນໃຈ ກໍ່ເຮັດ ຜູ້ໃດບໍ່ສົນໃຈ ກໍ່ບໍ່ໃຫ້ເຮັດ, ແຕ່ວ່າເຂົາບັງຄັບ ໃຫ້ເຮັດ. ລະໝູ່ຂ້ອຍ ກະບອກວ່າເອີ່ ໂຕນີ້ເຂົາມາ ບັງຄັບ ໃຫ້ເຮົາເຮັດ ຊິໃຫ້ເຮົາ ບັງຄັບໃຫ້ ເຮັດແນວນີ້ ຊິເສັຽເງິນ ຕລອດໆຫັ້ນ ເຮົາຊິມີ ເງິນຢູ່ໃສ".

ນັກສຶກສາຜູ້ນີ້ ກ່າວຕື່ມວ່າ ຢາກໃຫ້ພາກສ່ວນກ່ຽວຂ້ອງ ພິຈາຣະນາຄືນ ກ່ຽວກັບ ແຈ້ງການ ສະບັບນີ້ ຖ້າເປັນໄປໄດ້ ກໍ່ຢາກໃຫ້ ເປັນການ ສມັກໃຈ ບໍ່ຄວນອອກແຈ້ງການ ເປັນຂໍ້ບັງຄັບ ເພາະ ນັກສຶກສາ ກໍ່ມີຣາຍຈ່າຍ ຫຼາຍຢູ່ແລ້ວ ຈຶ່ງບໍ່ຢາກມີຣາຍຈ່າຍ ເພີ້ມອີກ ຄວນໃຫ້ເປັນ ການສມັກໃຈ ຂອງແຕ່ລະ ບຸກຄົນ ຈະດີກວ່າ. ຕໍ່ບັນນີ້, ຜູ້ສື່ຂ່າວ ເອເຊັຽເສຣີ ກໍ່ໄດ້ຕິດຕໍ່ ສອບຖາມ ທ່ານ ຮອງ ສາສດາຈານ ສົມສີ ຍໍພັນໄຊ, ອະທິການບໍດີ ມະຫາວິທຍາລັຍ ແຫ່ງຊາຕລາວ ຊຶ່ງທ່ານ ກໍ່ໄດ້ ຊີ້ແຈງວ່າ:

"ເຮົາບໍ່ໄດ້ບັງຄັບນ່າ ຄວາມຕື່ນຕົວຂອງນັກຮຽນ ຊຸກຍູ້ໃຫ້ ນັກຮຽນເຂົ້າໃຈ ລະກະພຍາຍາມເຮັດ ສມັກໃຈ ບໍ່ບັງຄັບດອກ. ໄທເຮົາແທ້ ເຮົາໃນນາມທີ່ ກະຢາກໃຫ້ເຮັດ ທຸກຄົນເນາະ ຄັນເຮັດແລ້ວ ມັນກະງ່າຍເດ ສົມມຸດເກີດ ອຸບັຕຕິເຫຕ ຢູ່ທ້ອງຖນົນຈັ່ງຊີ້ນ່າ ມັນກະມີ ອົງການ ຊ່ວຍເນາະ ບໍ່ຈຳເປັນ ໄປຫາການ ຈັດຕັ້ງ ຫຼືໄປຫາ ພໍ່ແມ່, ອົງການ ຂະເຈົ້າ ກະຊ່ວຍເດ ເຣື້ອງການ ໃຊ້ຈ່າຍ ອີ່ຫຍັງຕ່າງໆ ມັນກະງ່າຍຂຶ້ນ ຄວາມສະດວກ ຕ່າງໆ ມັນກະດີ".

ເຖິງຢ່າງໃດກໍ່ຕາມ ນັກສຶກສາຫຼາຍຄົນ ກໍ່ຍັງສົງໃສ ຢູ່ວ່າ ອາຈເປັນໄປໄດ້ ທີ່ກ່ອນໜ້ານີ້ ທະນາຄານ ຮ່ວມພັທນາຫຼື JDB ໄດ້ມອບເງິນ ຊ່ວຍເຫຼືອ ໃຫ້ແກ່ ມະຫາວິທຍາລັຍ ແຫ່ງຊາຕ ຈຳນວນ 100 ລ້ານກີບ ຈຶ່ງເປັນທີ່ມາ ຂອງການຕົກລົງ ເຮັດໃຫ້ທາງ ມະຫາວິທຍາລັຍ ແຫ່ງຊາຕລາວ ອອກແຈ້ງການ ເພື່ອຣະດົມ ນັກຮຽນ ນັກສຶກສາ ແບບບັງຄັບ ທາງອ້ອມ ເປີດບັນຊີ ເງີນຝາກ ເພື່ອເຮັດ ບັດປະກັນ ອຸບັດຕິເຫຕ ກັບ ທະນາຄານ ແຫ່ງນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.