ປັຈຈຸບັນຄົນລາວຫຼາຍຄົນ ໄດ້ຮັບການສັກວັກຊີນປ້ອງກັນໂຄວິດ-19 ໃນທົ່ວປະເທດຄົບໂດສແລ້ວເກືອບ 40% ແລະ ຊາວລາວຫຼາຍຄົນຢາກຈະໃຫ້ມີການເປີດປະເທດຢ່າງໄວທີ່ສຸດເພາະວ່າເຂົາເຈົ້າຢາກກັບມາໃຊ້ຊີວິດປົກກະຕິແລະທຳມາຫາກິນສະດວກຂື້ນ. ເຂົາເຈົ້າເຫັນວ່າຖ້າຫາກລໍຖ້າເຊື້ອໂຄວິດ-19 ໝົດ ກໍຄົງເປັນໄປໄດ້ຍາກແລະຫຼາຍຄົນຈະຕ້ອງຮຽນຮູ້ທີ່ຈະຢູ່ກັບເຊື້ອໂຄວິດ-19 ໃຫ້ໄດ້. ດັ່ງຊາວນະຄອນຫຼວງວຽງຈັນກ່າວຕໍ່ວິທຍຸເອເຊຽເສຣີ ໃນວັນທີ 02 ພືສຈິການີ້ວ່າ:
" ເປີດໄດ້ກໍດີບໍ່ໄຫວແລ້ວ ມັນກໍ່ມີຄ່າເທົ່າກັນແຫຼະບໍ່ປໂຍດອີ່ຫຍັງລ໊ອກດາວຫຼື ບໍ່ລ໊ອກດາວກໍຄືເກົ່າຫັ້ນແຫຼະ ຄືຮ້ານອາຫານ ຄືພວກເອື້ອຍນີ້ບໍ່ມີລາຍໄດ້ເລີຍ ຄົນມັນກໍເບື່ອ ນ່າເອື້ອຍເອງກໍຍັງຕ້ອງໄປຕລາດ ໄປຫາຂອງມາຂາຍອີ່ຫຍັງ ເພາະວ່າຖ້າເຮົາບໍ່ໄດເຮົາຈະເຮັດຫຍັງ ລະຂ້ອຍຈະກິນຫຍັງ ເຈົ້າບໍ່ໄດ້ເອົາເງິນມາໃຫ້ຂ້ອຍ. "
ທ່ານໄດ້ກ່າວຕື່ມວ່າປັຈຈຸບັນ ຫຼາຍຄົນກໍໄດ້ຮັບການສັກວັກຊີນ ປ້ອງກັນໂຄວິດ-19 ທັງຍັງຮູ້ຈັກປ້ອງກັນຕົນເອງ ໃສ່ຜ້າອັດປາກອັດດັງ ພົກເຈວລ້າງມືແລະເວັ້ນໄລຍະຫ່າງ.
ຂະນະທີ່ຊາວບ້ານ ແຂວງບໍ່ແກ້ວກໍກ່າວວ່າ ລາວເອງກໍຢາກໃຫ້ການເປີດປະເທດ ເພາະຄົນລາວຫຼາຍຄົນຈະໄດ້ທຳມາຫາກິນ ຄ້າຂາຍສະດວກຂື້ນ ມີລາຍຮັບມີເງິນລ້ຽງຄອບຄົວ:
“ຕາມສ່ວນໂຕນີ້ກໍເຫັນດີ ເປີດຫັ້ນແລ້ວເພາະວ່າ ມັນກ່ຽວກັບການທຳມາຫາກິນ ຂອງປະຊາຊົນຄັນຖ້າວ່າກັກຢູ່ແບບນີ້ ມັນກໍບໍ່ມີຢູ່ ບໍ່ມີກິນຫັ້ນແຫຼະເນະາ ຜູ້ໃດທີ່ວ່າສັກຢາແລ້ວຊິອອກໄປໃສ ກໍປ້ອງກັນໂຕເອງສ່ວນຫຼາຍຜູ້ທີ່ມັນຕິດຫັ້ນ ມັນແບບປະໝາດຖ້ າເຮົາບໍ່ເປີດນີ້ມັນໂອ້ເສັຽຫາຍ ດ້ານເສຖກິຈຫຼາຍ.”
ຖ້າເປີດປະເທດແນ່ນອນວ່າ ຕ້ອງມີນັກທ່ອງທ່ຽວເດີນທາງເຂົ້າປະເທດ ແລະທາງການກໍຄວນຈະມີເງື່ອນໄຂ ຢ່າງເຂັ້ມງວດນຳດ້ວຍ ເພື່ອບໍ່ໃຫ້ເຊື້ອໂຣກແຜ່ຣະບາດໜັກ. ປະຊາຊົນ ແຂວງສວັນນະເຂດໄດ້ກ່າວວ່າ:
" ຄັນເປີດໄປມາຫາຊູ່ກັນ ຫຼືວ່າເຮົາຄ້າຂາຍອັນນີ້ ມັນກໍຈະດີກ່ວາເກົ່າຢູ່ດອກ ຊິສະບາຍເຕີບຢູ່ດອກ ເປີດກໍມີວິທີແກ້ ການປ້ອງກັນ ບໍ່ແມ່ນວ່າເປີດເຮັດມົ້ວຄືເກົ່າ. "
ນອກຈາກນີ້ກໍຍັງມີປະຊາຊົນລາວ ຈຳນວນນຶ່ງກໍຍັງຢ້ານວ່າ ເຊື້ອໂຄວິດ-19 ຈະກັບມາຣະບາດໜັກກວ່າເກົ່າ ຖ້າຫາກມີການເປີດປະເທດ ເພາະຂະນະທີ່ທາງການ ຍັງບໍ່ເປີດປະເທດ ມີມາຕການລ໊ອກດາວ ບ້ານຕໍ່ບ້ານ ກໍຍັງມີຜູ້ຕິດເຊື້ອໃນຊຸມຊົນທຸກມື້. ດັ່ງຊາວເມືອງວັງວຽງ ແຂວງວຽງຈັນ ໄດ້ກ່າວວ່າ:
" ຄວາມຄິດເຮົາເອງສ່ວນໂຕ ບໍ່ຢາກໃຫ້ເປີດ ໂອ້ໂຫ້ແມ່ນໃຜກໍຢ້ານ ບໍ່ເປີດກໍຍັງຕິດຢູ່ທຸກມື້ ຄັນເປີດຈະເປັນຈັ່ງໃດ ໜ້າຈະໃຫ້ມັນໝົດໄປກ່ອນ. "
ອີງຕາມການຣາຍງານຂອງທ່ານ ພັນຄຳ ວິພາວັນ ນາຍົກຣັຖມົນຕຣີ ໄດ້ກ່າວໃນກອງປະຊຸມ ສມັຍສາມັນຄັ້ງທີ 2 ຂອງສະພາແຫ່ງຊາດຊຸດທີ 9 ໃນວັນທີ 1 ພືສຈິກາ ທີ່ຜ່ານມານີ້ວ່າ ມີແຜນຕຽມຈະເປີດປະເທດ ໃນຕໍ່ໜ້າ ຮວມທັງເປີດເສັ້ນທາງ ຣົດໄຟລາວ-ຈີນ ຄຽງຄູ່ກັບ ການຮັກສາສຸຂພາບ ແຕ່ຈະເລັ່ງສັກວັກຊີນປ້ອງກັນ ໂຄວິດ-19 ໃຫ້ປະຊາຊົນ ໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້ ເພື່ອຊ່ອຍສະກັດກັ້ນ ການຕິດເຊື້ອໂຄວິດ-19.
ໃນວັນທີ 02 ທັນ 2021 ທາງການລາວ ມີແຜນຈະເປີດເສັ້ນທາງ ຣົດໄຟລາວ-ຈີນ ໂດຍເປີດເພື່ອຂົນສົ່ງກ່ອນ. ເຈົ້າໜ້າທີ່ ທີ່ກ່ຽວຂ້ອງໃນນະຄອນຫຼວງວຽງ ທີ່ຂໍສງວນສື່ແລະຕຳແໜ່ງ ກ່າວວ່າ:
" ວັນທີ 2 ທັນວາຄືຣົດໄຟລາວ-ຈີນຫັ້ນເປີດເຣື່ອງກ່ຽວກັບຣະບົບເນາະຣະບົບການຂົນສົ່ງໄດ້ຣົດໄຟມັນຮັບປະກັນຢູ່ແລ້ວແຕ່ເຣື່ອງໃຫ້ພໍ່ແມ່ປະຊາຊົນນີ້ໄປຫັ້ນໄປນີ້ ມັນບໍ່ໄດ້. "
ທ່ານໄດ້ກ່າວຕື່ມວ່າ ປັດຈຸບັນໃນນະຄອນຫຼວງວຽງຈັນ ຍັງມີຜູ້ຕິດເຊື້ອໂຄວິດ-19 ໃນຊຸມຊົນ ເພີ່ມຂື້ນຢູ່ຕໍ່ເນື່ອງ ມື້ນີ້ນະຄອນຫຼວງວຽງຈັນ ພົບຜູ້ຕິດເຊື້ອໂຄວິດ-19 ຈຳນວນ 427 ຄົນ. ສ່ວນນຶ່ງກໍມາຈາກບຸກຄົນ ທີ່ບໍ່ປະຕິບັດຕາມມາຕການປ້ອງກັນ ໂຄວິດ-19 ຫຼື ຖືເບົາ ຈຶ່ງເຮັດໃຫ້ມີການຕິດເຊື້ອໂຄວິດ-19 ຢູ່, ແຕ່ທາງການກໍມີການລົງກວດກາ ປັບໄໝກຸ່ມຄົນເລົ່ານັ້ນຢູ່ເຣື້ອຍໆ .
ພາຍຫຼັງທີ່ໂຄງການ ໂຄແວັກ ແຟຊິລິຕີ້ (COVAX Facility) ໄດ້ມອບວັກຊີນປ້ອງກັນໂຄວິດ-19 ແອສຕຣາເຊເນກາ (AstraZeneca) ຈຳນວນ 523,000 ໂດສ ໃຫ້ແກ່ຣັຖບານລາວ ໃນວັນທີ 31 ຕຸລາ 2021 . ປັດຈຸບັນຣັຖບານລາວ ໄດ້ຮັບວັກຊີນປ້ອງກັນໂຄວິດ-19 ຈາກຕ່າງປະເທດ ທັງໂດຍຕົງ ແລະຜ່ານໂຄງການໂຄແວັກແລ້ວ ຈຳນວນ 6,759,690 ໂດສ. ໄດ້ແກ່ ຊິໂນຟາມ (Sinopharm) 3,902,000 ໂດສ, ແອສຕຣາເຊເນກ້າ 1,688,070 ໂດສ, ຈອນສັນແອສຈອນສັນ (Johnson and Johnson) ຜ່ານໂຄງການໂຄແວັກ 1,008,000 ໂດສ, ໄຟເຊີ້ (Pfizer) ຜ່ານໂຄງການໂຄແວັກ 100,620 ໂດສ, ສປຸດນິກ-ວີ (Sputnik V) 61,000 ໂດສ.
ວັນທີ 2 ພືສຈິກາ ອີງຕາມາການຣາຍງານ ຂອງຄະນະເພາະກິຈ ລາວກວດພົບຜູ້ຕິດເຊື້ອໃໝ່ 873 ຄົນ. ຈາກການວິເຄາະຫາເຊື້ອທັງໝົດ 5,415 ຄົນ, ຕິດເຊື້ອໃນຊຸມຊົນ 871 ຄົນ, ນຳເຂົ້າ 2 ຄົນ. ຜູ້ເສັຽຊີວິດສະສົມ 70 ຄົນ, ຕິດເຊື້ອສະສົມ 41,829 ຄົນ, ກຳລັງປີ່ນປົວ 7,695 ຄົນ, ປີ່ນປົວເຊົາ 34,064 ຄົນ.
ສ່ວນການສັກວັກຊີນ ປ້ອງກັນໂຄວິດ-19 ມາຮອດປັດຈຸບັນ ມີຜູ້ໄດ້ຮັບການສັກວັກຊີນແລ້ວ ເຂັມທີ 1 ຈຳນວນ 3,321,589 ຄົນ, ກວມເອົາປະມານ 45.27% ແລະ ເຂັມທີ 2 ຈຳນວນ 2,848,048 ຄົນ ຫຼື ປະມານ 38.81%.
