ໄຂ້ຍຸງລາຍ ຍັງສືບຕໍ່ຣະບາດ ຢູ່ໃນປະເທດລາວ

0:00 / 0:00

ປັດຈຸບັນ ປະເທດລາວ ພວມປະເຊີນກັບການຣະບາດ ຂອງພະຍາດໄຂ້ຍຸງລາຍ ຫຼືພະຍາດໄຂ້ເລືອດອອກ ທີ່ເຣີ່ມແຕ່ເດືອນມິຖຸນາ ປີ 2023 ທີ່ຜ່ານມາ. ໂດຍສູນຂ່າວສານການແພດ ສຸຂສຶກສາ ກະຊວງສາທາຣະນະສຸຂ ຂອງລາວ ຣາຍງານສະພາບການແຜ່ຣະບາດ ຂອງພະຍາດໄຂ້ຍຸງລາຍ ວ່າ ໃນປີ 2023 ນີ້ ປະເທດລາວ ມີຜູ້ຕິດເຊື້ອໄຂ້ຍຸງລາຍ ສະສົມ ຈຳນວນ 24,808 ຄົນ ແລະ ເສັຽຊີວິດ ສະສົມແລ້ວ 15 ຄົນ. ໃນນີ້, ແຂວງທີ່ມີການຣະບາດ ຫຼາຍກວ່າໝູ່ ແມ່ນແຂວງອຸດົມໄຊ ມີຜູ້ຕິດເຊື້ອເຖິງ 4,696 ຄົນ, ເສັຽຊີວິດ 1 ຄົນ, ຮອງລົງມາ ແມ່ນແຂວງຄຳມ່ວນ ທີ່ມີຜູ້ຕິດເຊື້ອ 3,457 ຄົນ, ເສັຽຊີວິດ 1 ຄົນ ແລະ ຕໍ່ມາ ແມ່ນນະຄອນຫຼວງວຽງຈັນ ທີ່ມີຜູ້ຕິດເຊື້ອ 2,923 ຄົນ, ເສັຽຊີວິດ 2 ຄົນ.

ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ສອບຖາມ ໄປຍັງເຈົ້າໜ້າທີ່ ສາທາຣະນະສຸຂ ທ່ານນຶ່ງ ຢູ່ແຂວງສວັນນະເຂດ ເຊິ່ງບໍ່ປະສົ່ງອອກຊື່ ແລະ ຕຳແໜ່ງ ກ່າວວ່າ ທາງພາກສ່ວນຂອງທ່ານ ກໍໄດ້ຕັ້ງທີມງານສຸກເສີນ ສະກັດກັ້ນ ການແຜ່ຣະບາດ ຂອງພະຍາດໄຂ້ຍຸງລາຍ ເຊິ່ງເປັນໄປຕາມຄຳສັ່ງ ຂອງເຈົ້າແຂວງ ແຂວງສວັນນະເຂດ ເພື່ອດຳເນີນການກວດກາ ແລະ ທຳລາຍ ແຫຼ່ງເພາະພັນ ໜອນນ້ຳຍຸງລາຍ, ລົງໂຄສະນາສຸຂສຶກສາ ຕາມຫຼັກ 5 ປໍ ທີ່ກະຊວງສາທາຣະນະສຸຂ ວາງອອກ.

ດັ່ງທີ່ທ່ານ ກ່າວໃນມື້ວັນທີ 4 ກັນຍາ 2023 ທີ່ຜ່ານມານີ້ວ່າ:

“ເຫັນເພິ່ນແຈ້ງການອອກມາຫັ້ນ ເພິ່ນກໍເຣີ່ມເຮັດເປັນທີມງານເລີຍ ຫາກໍເຣີ່ມປະຕິບັດກັນ ພາຍໃນຕົ້ນເດືອນ 8 ມານີ້ເນາະ. ແຕ່ວ່າຫຼັກໆ ກໍເຮັດເປັນປົກກະຕິຢູ່ແລ້ວ, ແຕ່ວ່າບໍ່ໄດ້ເຮັດເປັນທີມສຸກເສີນແບບນີ້, ຫັ້ນນ່າ.”

ທາງດ້ານ ເຈົ້າໜ້າທີ່ສາທາຣະນະສຸຂ ນາງນຶ່ງ ຢູ່ແຂວງອຸດົມໄຊ ກ່າວວ່າ ທາງພາກສ່ວນ ຂອງຍານາງ ກໍໄດ້ລົງກວດກາ ແລະ ທຳລາຍແຫຼ່ງເພາະພັນ ໜອນນ້ຳຍຸງລາຍ ເປັນປະຈຳທຸກສັປດາ, ໂດຍສົມທົບກັບອຳນາດການປົກຄອງບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕາມແຈ້ງການ ແລະ ຄຳສັ່ງ ຂອງເຈົ້າແຂວງ ແລະ ເຈົ້າເມືອງ ວ່າດ້ວຍການສະກັດກັ້ນ ພະຍາດໄຂ້ຍຸງລາຍ.

“ໄດ້ລົງທຸກທິດເລີຍ ເພາະວ່າ ອັນແຕ່ງຕັ້ງໃຫ້ນາຍບ້ານ ກັບຫົວໜ້າໜ່ວຍ ແມ່ນຫຍັງ ພະນັກງານຫ້ອງການສາທາ ລະກະສົມທົບກັບ ພະນັກງານຫ້ອງການອ້ອມຂ້າງ ມອບເປັນບ້ານເລີຍ. ລົງເຕົ້າໂຮມ ພໍ່ແມ່ປະຊາຊົນ ໃຫ້ສຸຂສຶກສາ ວິທີປ້ອງກັນ, ປິ່ນປົວຢູ່ເຮືອນແນ່.”

ຍານາງກ່າວຕື່ມວ່າ ອຳນາດການປົກຄອງ ແຕ່ລະບ້ານ ໃນເຂດເມືອງ ທີ່ຍານາງປະຕິບັດໜ້າທີ່ ຈະໄດ້ຈັດເວນຍາມ ໃນການກຳຈັດແຫຼ່ງເພາະພັນ ໜອນນ້ຳຍຸງລາຍ ທຸກວັນພະຫັດ ເຮັດໃຫ້ຂົງເຂດເມືອງ ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ ໃໝ່ ເຣີ່ມມີທ່າທີ ທີ່ຫຼຸດລົງ.

ຂະນະທີ່ ເຈົ້າໜ້າທີ່ໂຮງໝໍຂັ້ນເມືອງ ຜູ້ນຶ່ງ ຢູ່ແຂວງສວັນນະເຂດ ກ່າວວ່າ ທີ່ຜ່ານມາ ມີຜູ້ປ່ວຍ ຍ້ອນພະຍາດໄຂ້ຍຸງລາຍ ເຂົ້າມາປິ່ນປົວຢູ່ໂຮງໝໍ ຈຳນວນນຶ່ງ, ແຕ່ວ່າບໍ່ຫຼາຍປານໃດ ແລະ ໂຮງໝໍ ກໍຍັງສາມາດຮອງຮັບຜູ້ປ່ວຍໄດ້, ເຊິ່ງໃນໄລຍະ ຕົ້ນເດືອນສິງຫາ 2023 ທີ່ຜ່ານມາ ກໍໄດ້ເກີດເຫດຝົນຕົກໜັກ ເຮັດໃຫ້ມີນ້ຳຂັງ, ນ້ຳອັ່ງອໍ ກາຍເປັນແຫຼ່ງເພາະພັນ ໜອນນ້ຳຍຸງລາຍ. ທາງໂຮງໝໍເອງ ກໍໄດ້ລົງໂຄສະນາ ສຸຂສຶກສາ ຕາມຫຼັກ 5 ປໍ ແລ້ວ.

“(ຄົນເຈັບປົວຢູ່ໂຮງໝໍ) ກະບໍ່ຫຼາຍປານໃດ, ກະມັນຖ້ວມເປັນບາງບ່ອນ ມັນກະບໍ່ຖ້ວມໄປທຸກໝົດເຂດ. ແມ່ນແຫຼະ, ກໍບໍ່ເຖິງຂັ້ນວ່າ ຖ້ວມໄປທົ່ວທຸກບ່ອນເລີຍ. ມັນແບບວ່າ ຖ້ວມເປັນນ້ຳອັ່ງບໍ່, ນ້ຳຂັງ ທີ່ວ່າເປັນຫ້ວຍເປັນຮ່ອງ ມັນໄຫຼລົງບໍ່ທັນ, ຫັ້ນນ່າ.”

ທີ່ຜ່ານມາ, ທາງສູນຂ່າວສານການແພດສຸຂສຶກສາ ກະຊວງສາທາຣະນະສຸຂ ຂອງລາວ ກໍໄດ້ພະຍາຍາມໂຄສະນາ ສຸຂສຶກສາ ກ່ຽວກັບພັຍອັນຕຣາຍ, ການປ້ອງກັນ ແລະ ການປິ່ນປົວ ພະຍາດໄຂ້ຍຸງລາຍ ຜ່ານສື່ສັງຄົມອອນລາຍນ໌ ຂອງສູນ. ລວມທັງຜແນກ ແລະ ຫ້ອງການສາທາຣະນະສຸຂ ຂັ້ນແຂວງ ແລະ ຂັ້ນເມືອງຕ່າງໆ ໃນທົ່ວປະເທດ ກໍໄດ້ລົງໂຄສະນາ ສຸຂສຶກສາ ແລະ ກວດກາ ແຫຼ່ງເພາະພັນ ໜອນນ້ຳຍຸງລາຍ ຢູ່ຕາມຊຸມຊົນ ເພື່ອສະກັດກັ້ນ ການແຜ່ຣະບາດ ຂອງພະຍາດໄຂ້ຍຸງລາຍ.

ດັ່ງທີ່ທ່ານ ດຣ. ຄຳພັນ ແກ້ວຄູນເມືອງ ຈາກສູນສະຖິຕິ ແລະ ຂ່າວສານສາທາຣະນະສຸຂ ກະຊວງສາທາຣານະສຸຂ ໄດ້ແນະນຳວິທີການປິ່ນປົວ ຜູ້ປ່ວຍພະຍາດໄຂ້ຍຸງລາຍ ໃນເບື້ອງຕົ້ນວ່າ:

“ຄວາມຈິງ ຖ້າເວລາເປັນໄຂ້ ທັມມະດາຫັ້ນເນາະ, ທ່ານມີພຽງແຕ່ເອົາແພຈຸ່ມນ້ຳ ແລ້ວກະມາເຊັດຕາມຕົນໂຕ ລະກະຖ້າວ່າ ຍັງມີໄຂ້ ກໍສາມາດ ອາຈໃຫ້ໄດ້ ກໍຄື ປາຣາເຊຕາໂມລ ເນາະ, ຫຼຸດອາການໄຂ້ເນາະ. ແລ້ວກະການດື່ມນ້ຳເກືອແຮ່ເນາະ, ໂດຍສະເພາະໂອລາຣິດ ເຮົານີ້ ຈະດື່ມເທື່ອລະໜ້ອຍໆ ເພາະວ່າ ການດື່ມຫຼາຍ ຈະເຮັດໃຫ້ປວດຮາກ. ຖ້າໄຂ້ບໍ່ຫຼຸດ 2-3 ມື້, ມັນໄຂ້ບໍ່ຫຼຸດເລີຍ ກະຕ້ອງໄດ້ຟ້າວໄປໂຮງໝໍ, ທັນທີ.”

ສຳລັບການຣາຍງານ ສະພາບການຣະບາດ ຂອງພະຍາດໄຂ້ຍຸງລາຍ ປະຈຳວັນທີ 3 ກັນຍາ 2023 ທີ່ຜ່ານມານີ້, ມີຜູ້ຕິດເຊື້ອໃໝ່ ຈຳນວນ 84 ຄົນ ແລະ ຍັງບໍ່ທັນມີຜູ້ເສັຽຊີວິດໃໝ່. ທັງນີ້, ແຂວງທີ່ມີຈຳນວນຜູ້ຕິດເຊື້ອສະສົມ ຫຼາຍທີ່ສຸດ ແມ່ນແຂວງອຸດົມໄຊ 4,696 ຄົນ, ແຂວງຄຳມ່ວນ ຈຳນວນ 3,457 ຄົນ ແລະ ນະຄອນຫຼວງວຽງຈັນ 2,923 ຄົນ ຕາມລຳດັບ.