ມີຂີ້ລັກມັກສົກ, ປຸ້ນຈີ້ຊິງຊັພ ປະຊາຊົນຢ່າງຕໍ່ເນື່ອງ ໃນອາທິດນີ້ ໂດຍບໍ່ເກງກົວກົດໝາຍ ບ້ານເມືອງ ເຊັ່ນໃນມື້ວັນທີ 15 ມິນານີ້ ກໍມີໂຈນຜູ້ຊາຍຄົນນຶ່ງ ໃສ່ຊຸດດໍາ ແລະໝວກກັນນ໊ອກ ເຂົ້າໄປປຸ້ນຮ້ານຄໍາ, ໃຊ້ປືນຂົ່ມຂູ່ຢູ່ ຕລາດສີໄຄ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ແລະໄດ້ຄໍາໄປຈໍານວນນຶ່ງ. ມື້ຕໍ່ມາ ມີກຸ່ມຄົນປົກປິດໃບໜ້າ ຍາດເອົາໂທຣະສັບ ຈາກຊາຍຄົນນຶ່ງ ຢູ່ບໍຣິເວນຫໍຄໍາ ແລະຫໍພຣະແກ້ວ, ໃຊ້ພ້າໄລ່ຟັນ, ຊາຍຜູ້ເສັຍຫາຍໜີລອດມາໄດ້ ແຕ່ກໍໄດ້ຮັບບາດເຈັບທີ່ຫົວ ແລະຕາມຕົນໂຕ ເລັກນ້ອຍ.
ປະຊາຊົນລາວຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ເຖິງບັນຫາພັຍສັງຄົມນີ້ວ່າ ຫລາຍຄົນກໍຮູ້ສຶກຢ້ານ ແລະກັງວົນໃຈຫລາຍ ໃນການໃຊ້ຊີວິດ ຢູ່ໃນສັງຄົມປັດຈຸບັນ ແຕ່ເຈົ້າໜ້າທີ່ ຍັງບໍ່ມີມາຕການ ຮັດກຸມພໍໃນການປ້ອງກັນ ຊຶ່ງຫລາຍຄົນ ຢາກໃຫ້ມີການເວນຍາມ ເຂັ້ມງວດຫລາຍຂຶ້ນ ເພື່ອສ້າງຄວາມໝັ້ນໃຈ ໃນເຣື່ອງຄວາມປອດພັຍ ໃຫ້ປະຊາຊົນ.
“ເອີ ກໍຢາກໃຫ້ເພິ່ນມີວິທີປ້ອງກັນ ຫັ້ນແຫລະ ປ້ອງກັນເວນຍາມເນາະ ຢູ່ໃນຈຸດສໍາຄັນໆເນາະ ເພາະເຂົາເຈົ້າ ບໍ່ມີມາຕການປ້ອງກັນ ແມ່ນຕລາດບໍ່ຊີ້ນ່າ ພວກໂຈນປຸ້ນນີ້ ສ່ວນຫລາຍປຸ້ນບ່ອນທີ່ວ່າ ມັນບໍ່ມີຄົນປ້ອງກັນຫັ້ນ.”
ປະຊາຊົນລາວອີກຜູ້ນຶ່ງ ເວົ້າວ່າ ປັດຈຸບັນນີ້ ຖືວ່າມີໂຈນຫລາຍຂຶ້ນ ກວ່າແຕ່ກ່ອນ, ບໍ່ວ່າຢູ່ບ່ອນໃດ ເມືອງໃດ ມີໝົດ, ພວກນີ້ເປັນໂຈນ ຍ້ອຍພວກເຂົາຫວ່າງງານ, ບໍ່ມີເງິນ ແລ້ວໃຊ້ວິທີຫາເງິນ ແບບງ່າຍໆ, ອອກຫາປຸ້ນຈີ້ຊາວບ້ານ ຊຶ່ງເຣື່ອງນີ້ ຈະຫວັງເພິ່ງເຈົ້າໜ້າທີ່ກໍຍາກ. ສະນັ້ນ ຕ້ອງໄດ້ປ້ອງກັນໂຕເອງ ແລະມີຄວາມລະມັດລະວັງ ຫລາຍຂຶ້ນ.
“ທຸກມື້ນີ້ຄົນຂີ້ລັກງັດແງະ ມັນຫລາຍ ເຂົາປຸ້ນຮ້ານຄໍາ. ເອົານໍາຫົນຖອກຫົນທາງ ຢູ່ໃສມັນກໍມີໝົດທຸກບ້ານທຸກເມືອງຫັ້ນແຫລະ ສ່ວນຫລາຍກໍຄົນຫວ່າງວຽກແດ່ ເສບຢາເສບຕິດ ເກມ ຊີ້ນ່າ. ເຮົາຕ້ອງເປັນເຈົ້າການໂຕເອງ ໂຕນີ້ນ່າ.”
ພ້ອມດຽວກັນນີ້ ຊາວລາວອີກຜູ້ນຶ່ງ ເວົ້າໃນມື້ວັນທີ 16 ມິນານີ້ວ່າ ຖ້າຫາກມີໂຈນປຸ້ນເອົາຊັບສິນ ຈະອາສັຍເພິ່ງພາ ເຈົ້າໜ້າທີ່ຕໍາຣວດ ກໍບໍ່ທັນການ. ທຸກມື້ນີ້ເຈົ້າໜ້າທີ່ ຕໍາຣວດ ເບິ່ງບໍ່ທົ່ວເຖິງ, ພວກໂຈນອາສັຍຊ່ອງຫວ່າງ ບ່ອນບໍ່ມີເຈົ້າໜ້າທີ່ຕໍາຣວດ ເຝົ້າເວນຍາມ ພວກເຂົາສວຍໂອກາດ ປຸ້ນຈີ້ເອົາຂອງມີຄ່າຂອງປະຊາຊົນ.
“ກໍເປັນຫວ່າງຢູ່ແຫລະ ປຸ້ນຈີ້ກັນ ຄັນເວົ້າລວມພວກໂຈນມັນກໍແມ່ນ ໂຈນພາຍໃນຜູ້ທີ່ວ່າ ມັນຫວ່າງງານ, ບໍ່ມີວຽກເຮັດງານທໍາ ມັນຈະຮູ້ການເຄື່ອນໄຫວ ຂອງຄົນ ໄປລ້າໄປການ ຜູ້ໃດມີເບັ້ຽມີເງິນ ມັນກໍຮູ້ແຫລະມັນກໍຕິດຕາມ. ເຈົ້າໜ້າທີ່ເພິ່ນກະມີຫັ້ນແຫລະ ຖືວ່າບໍ່ທົ່ວເຖິງຫັ້ນແຫລະ.”
ບັນຫາພັຍສັງຄົມນີ້ ເຈົ້າໜ້າທີ່ ວິຊາການທີ່ກ່ຽວຂ້ອງ ທ່ານນຶ່ງເວົ້າວ່າ ປັດຈຸບັນພວກໂຈນຫລາຍຂຶ້ນ ຊຶ່ງກໍເປັນຍ້ອນຫລາຍປັດໄຈ ເປັນຕົ້ນເສຖກິຈລາວບໍ່ດີ, ຄ່າຄອງຊີບແພງ, ຫລາຍຄົນຫາເງິນຍາກຂຶ້ນ. ສະນັ້ນ ປະຊາຊົນລາວ ຕ້ອງໄດ້ລະມັດລະວັງ, ປ້ອງກັນກັນເອງ. ເພາະເຈົ້າໜ້າທີ່ຕໍາຣວດ ບໍ່ໄດ້ເອົາໃຈໃສ່ປາບປາມ ພວກໂຈນຢ່າງຈິງຈັງ, ບັນຫາກໍແມ່ນເຣື່ອງເງິນ ຄ່າແຮງງານ ແລະບໍ່ຢາກສ່ຽງ, ບັນຫານີ້ແກ້ຍາກຢູ່ລາວ.
“ຂີ້ລັກມັນເພີ່ມຂຶ້ນ ຍ້ອນຄ່າຄອງຊີບມັນນີ້ແຫລະ ອັນໃດມັນກໍແພງເນາະ ຫາເງິນຍາກນ່າ ໂອ໋ ຄືຜ່ານມານັ້ນ ເຈົ້າໜ້າທີ່ບໍ່ປະຕິບັດນ່າ ເຂົາເຮັດໄປເຂົາກະບໍ່ໄດ້ຄ່າແຮງງານຫຍັງ ເງິນເດືອນເຂົາກໍບໍ່ພໍກິນເນາະ ຄັນໄປຈັບຊີ້ ມັນກໍຄ້ອງມີເງິນແຮງງານ ອອກໄປ ເຂົາກໍບໍ່ຢາກສ່ຽງ ແກ້ຍາກຢູ່ຢູ່ລາວ ນາຍພາເຮັດໄດ໋ເຂົາກໍເຮັດ.”
ທ່ານກ່າວຕື່ມວ່າ ຖ້າຈະແກ້ໄຂບັນຫານີ້ ໃຫ້ສັງຄົມສງົບຂຶ້ນ, ໃຫ້ຈໍານວນພວກໂຈນໜ້ອຍລົງ ໃນໄລຍະເຂົ້າຍາກໝາກແພງນີ້ ຍັງເປັນເຣື່ອງຍາກຢູ່ ເນື່ອງຈາກລາວ ມີການປົກຄອງ ດ້ວຍລະບົບພັກດຽວ ບໍ່ມີຝ່າຍຄ້ານ ແລະປະຊາຊົນລາວ ບໍ່ມີສິດ ບໍ່ມີສຽງ, ຖ້າຜູ້ໃດອອກສຽງ ໄປໃນທາງບໍ່ດີ ກໍເທົ່າກັບວ່າຕໍ່ຕ້ານ, ຖືກຈັບ ຖືກຫາຍສາບສູນໄປ ກໍມີ ຄືດັ່ງທີ່ຫລາຍໆຄົນ ໄດ້ປະເຊີນມາ.
“ມັນຍາກເຣື່ອງພັກດຽວ ມັນຍາກ ສົມມຸດຄົນຍາກກວ່ານີ້ ມັນວ່າບໍ່ໄດ້ ຄັນຕໍານິໄປ ກະຈັກໜ່ອຍ ກະຫາຍຕົວເລີຍ ຍັງບໍ່ເຫັນກໍຫລາຍຄົນເດ໋ ມີຢູ່ກົດໝາຍ ວ່າປະຊາຊົນລາວ ມີສິດປາກວ່າເນາະ ວ່າຊື່ໆເນາະກົດໝາຍ ແຕ່ບໍ່ປະຕິບັດ ຄັນເຂົາວ່າເຈົ້າຕໍ່ຕ້ານ ຈັ່ງຊີ້ ມັນກໍຈົບໂລດນ່າ.”
ທີ່ຜ່ານມາ ບໍ່ແມ່ນແຕ່ມີໂຈນ ອອກປຸ້ນຮ້ານຄໍາ ແລະເອົາພ້າໄລ່ຟັນຊາວບ້ານ ເທົ່ານັ້ນ ແຕ່ໃນເດືອນນີ້ ກໍມີໂຈນປຸ້ນຊາວບ້ານ ຕໍ່ເນື່ອງ. ໃນມື້ວັນທີ 16 ມິນານີ້ ປະມານ 6 ໂມງເຊົ້າ ໄດ້ມີຄົນຂີ້ລັກ ຜູ້ນຶ່ງ ພົກພ້າດ້າມຍາວ ເຂົ້າໄປລັກເອົາເຄື່ອງຂອງ ຢູ່ໃນຮ້ານຄ້າແຫ່ງນຶ່ງ ທີ່ບ້ານນ້ອຍ ເມືອງໄຊເສດຖາ ນະຄອນຫວງວຽງຈັນ ແລະກ່ອນໜ້ານັ້ນ ຄືໃນມື້ວັນທີ 13 ມິນາ ກໍມີຄົນລັກຣົຖຈັກ ເວບ 100 ສີຟ້າແກ່ ຢູ່ທາງຫລັກ 7 ທາງພະຂາວ ທີ່ເມືອງໄຊທານີ ນະຄອນຫລວງວຽງຈັນ, ແລະໃນມື້ວັນທີ 8 ມິນາ ກໍມີຄົນເຂົ້າໄປລັກງັດແງະເຮືອນຊາວບ້ານ ຢູ່ບ້ານດົງນາທອງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ເພື່ອລັກເຄື່ອງຂອງພາຍໃນເຮືອນນັ້ນ.
