ເຈົ້າໜ້າທີ່ຍຶດທໍາລາຍ ເຄື່ອງໃນໝູ

ສຸພັດຕາ
2019.03.15
ເຈົ້າໜ້າທີ່ ດ່ານສາກົນດາໄລ ຍຶດແລະທໍາລາຍ ເຄື່ອງໃນໝູ 350 ກິໂລ ທີ່ລັກລອບນໍາເຂົ້າ ຈາກ ວຽດນາມ
ຮູບພາບຈາກ: ນັກຂ່າວພົລເມືອງ

ເຈົ້າໜ້າທີ່ດ່ານສາກົນດາໄລ, ເມືອງສະມ້ວຍ, ແຂວງສາລະວັນ ຍຶດແລະທໍາລາຍ ເຄື່ອງໃນໝູ ເປັນຕົ້ນ ຕັບ, ໃຕ, ຫົວໃຈ ແລະໃສ້ ນໍ້າໜັກ 350 ກິໂລ, ທີ່ພໍ່ຄ້າຊາວວຽດນາມ ລັກລອບນໍາເຈົ້າຈາກວຽດນາມ, ພາຍຫຼັງທີ່ ກະຊວງກະສິກັມ ແລະປ່າໄມ້ ອອກ ແຈ້ງການ ລົງວັນທີ 25 ກຸມພາ 2019, ໃຫ້ຍົກເລີກການນໍາເຂົ້າ ຊີ້ນໝູ ແລະຜລິຕພັນໝູ ທຸກຊນິດ ຈາກຈີນ ແລະວຽດນາມ ຊົ່ວຄາວ, ເພື່ອບໍ່ໃຫ້ພຍາດ ອະຫິວາໝູ ອະຟຣິກັນ ແຜ່ຣະບາດເຂົ້າມາ ລາວ, ດັ່ງເຈົ້າໜ້າທີ່ ດ່ານສາກົນດາໄລ ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 14 ມິນາ ນີ້ວ່າ:

“ເຮົາຂຸດຂຸມແດ່ ເຮົາເອົາປູນຂາວໂຮຍແດ່, ເຮົາກໍຈູດຫຼັງຈາກຈູດແລ້ວເອົາປູນຂາວໂຮຍອີກເທື່ອນຶ່ງ, ເຮົາກໍຝັງຖົມມ້ຽນເພາະວ່າເຊື້ອພຍາດ ໂຕນີ້ ເປັນເຊື້ອພຍາດໄວຣັສ ສາມາດຢູ່ໄດ້ຫຼາຍປີ ເຮົາຕ້ອງທໍາລາຍເລີຍ.”

ພ້ອມດຽວກັນນັ້ນ ເຈົ້າໜ້າທີ່ດ້ານສາກົນດາໄລ ກໍໄດ້ຕັກເຕືອນພໍ່ຄ້າວຽດນາມ ບໍ່ໃຫ້ນໍາຊີ້ນໝູ ແລະເຄື່ອງໃນໝູນັ້ນເຂົ້າມາລາວອີກ, ຫາກເອົາ ເຂົ້າມາອີກ ຈະຍຶດແລະທໍາລາຍຖິ້ມ ຕາມແຈ້ງການ ຂອງກະຊວງກະສິກັມ ແລະປ່າໄມ້.

ການກວດຍຶດແລະທໍາລາຍເຄື່ອງໃນໝູ ທີ່ລັກລອບນໍາເຂົ້າມາຈາກວຽດນາມ ຢູ່ດ່ານສາກົນດາໄລ ເທື່ອນີ້ເປັນຄັ້ງທີ່ສອງ, ຄັ້ງທໍາອິດໃນວັນທີ 28 ກຸມພາ ຜ່ານມາ ຍຶດແລະທໍາລາຍ ຊີ້ນໝູ 43 ກິໂລ. ປັດຈຸບັນ ແຂວງສາລະວັນ ຕັ້ງຈຸດກວດກາ ການນໍາເຂົ້າໝູ ແລະຜລິຕພັນຊີ້ນໝູ ຈາກຈີນ ແລະວຽດນາມ ຢ່າງເຂັ້ມງວດ, ດັ່ງເຈົ້າໜ້າທີ່ ຜແນກກະສິກັມ ແລະປ່າໄມ້ ແຂວງສາລະວັນ ກ່າວວ່າ:

“ຖ້າພົບວ່າ ເປັນຣົດຂອງຄົນໂດຍສານ ຂອງຄົນວຽດນາມ ທີ່ເຂົ້າມາພາຍໃນເມືອງ ມີການຂົນເອົາຊີ້ນຫຍັງ, ເຄື່ອງໃນໝູລົງນິ່ ເຫັນໃສ ຍຶດຢູ່ຫັ້ນ ຖືວ່າ ພວກເຮົາເລີຍເຮັດມາຕການ ເດັດຂາດ, ກໍາຊັບໝົດ ພະນັກງານກໍເລີຍອອກເຄື່ອນໄຫວ ຢູ່ຕາມຕລາດ ເປັນປະຈໍາເນາະ ໃນແຕ່ລະມື້ ແຕ່ລະມື້.”

ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມວ່າ ການຍົກເລີກນໍາເຂົ້າຊີ້ນໝູ ແລະຜລິຕພັນໝູ ທຸກຊນິດ ຈາກຈີນແລະວຽດນາມ ຊົ່ວຄາວນັ້ນ ຍັງບໍ່ຮູ້ວ່າຈະ ດໍາເນີນໄປ ດົນປານໃດ ຈົນກວ່າວ່າ ຈີນແລະວຽດນາມ ຈະແຈ້ງໃຫ້ລາວຮູ້ວ່າ ສະພາບການຣະບາດ ຂອງພຍາດ ອະຫິວາໝູອະຟຣິກັນ ນັ້ນສະຫງົບລົງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.