ເບື່ອເຫັດເສັຽຊີວິດ 2 ຄົນ ເຂົ້າໂຮງໝໍ 2 ຄົນ

0:00 / 0:00

ຊາວບ້ານຢູ່ບ້ານນ້ຳມາງ ເມືອງວຽງພູຄາ ແຂວງຫຼວງນ້ຳທາ ເສັຽຊີວິດ 2 ຄົນ ແລະ ອີກສອງຄົນ ຍັງນອນຢູ່ໃນໂຮງໝໍຢູ່ ຍ້ອນກິນ ເຫັດທີ່ຫາມາຈາກປ່າເບື່ອ ທັງໝົດ ແມ່ນຄົນຄອບຄົວດຽວກັນ. ດັ່ງທ່ານໝໍຜູ້ນຶ່ງ ຢູ່ໂຮງໝໍແຂວງຫຼວງນ້ຳທາ ກ່າວຕໍ່ເອເຊັຽເສຣີ ໃນມື້ ວັນທີ 12 ພຶສພາ ປີ 2021 ນີ້ວ່າ:

“ເພິ່ນຍັງຢູ່ໃນການສອບສວນຢູ່ ແຕ່ວ່າ ສິ່ງທີ່ແນ່ຊັດ ກໍຄືຂະເຈົ້າ ເກັບເຫັດຢູ່ຕາມປ່າເນາະ ມາແກງກິນ ກິນໝົດຄອບຄົວຫັ້ນແຫຼະ ຫຼັງຈາກກິນກະມີອາການເລີຍ ຕັ້ງແຕ່ວັນທີ 6 ພໍ່ກັບແມ່ເສັຽຊິວິດ ແລະບັດນີ້ລູກສອງຄົນນັ້ນ ຍັງມີອາຈຽນອອກ ຍັງຮັກສາໂຕ ຢູ່ ໂຮງບານແຂວງ ແຕ່ວ່າອາການດີຂຶ້ນແດ່ແລ້ວ.”

ເຈົ້າໜ້າທີ່ກ່ຽວຂ້ອງ ທີ່ເມືອງວຽງພູຄາ ທ່ານນຶ່ງກ່າວວ່າ ຂໍ້ມູນເບື້ອງຕົ້ນລູກສອງຄົນ ໄປເກັບເຫັດມາໃຫ້ພໍ່ແມ່ເຮັດອາຫານກິນ ຫຼັງຈາກ ນັ້ນ ກໍມີອາການວິນຫົວ ຈື່ງພາກັນໄປໂຮງໝໍ ແລະໃນເວລາຕໍ່ມາ ພໍ່ແລະແມ່ກໍເສັຽຊີວິດ ຊຶ່ງໃນປັດຈຸບັນ ທາງການກໍໄດ້ເຕືອນ ປະຊາ ຊົນ ກ່ຽວກັບພື້ນທີ່ດັ່ງກ່າວ ນີ້ແລ້ວ, ດັ່ງທ່ານເວົ້າວ່າ:

“ລູກສາວເພິ່ນຫັ້ນເນາະ ຂອງຜູ້ທີ່ເຂົ້າໂຮງໝໍ ໄປເກັບເຫັດ ເອົາໄປໃຫ້ພໍ່ແມ່ກິນຫັ້ນນ່າ ມີອາການວິິນຫົວ ເລີຍພາກັນໄປໂຮງໝໍເນາະ ຜູ້ເປັນເມັຽກໍເສັຽຊີວິດ ແລະຜູ້ເປັນພໍ່ເສັຽຊີວິດນຳຫຼັງ ກໍບອກແລ້ວວ່າໃຫ້ຣະມັດຣະວັງ ເຣື້ອງອາຫານການກິິນ.”

ຊາວບ້ານຜູ້ນຶ່ງຢູ່ເມືອງວຽງພູຄາເວົ້າວ່າ ຕໍ່ກໍຣະນີດັ່ງກ່າວ ຖືວ່າເປັນອຸທາຫອນເຕືອນໃຈ ໃຫ້ຣະມັດຣະວັງ ໃນການເກັບເຄື່ອງປ່າ ມາ ກິນເປັນອາຫານ:

“ກໍເຂົາກໍ ກໍຣະວັງຢູ່ຄືຢ້ານຢູ່ແຫຼະ ມັນເປັນອຸທາຫອນເນາະ ເຮົາໄປເຮົາກໍຄືຊີ່ຣະວັງຢູ່.”

ຊາວບ້ານອີກຜູ້ນຶ່ງເວົ້າວ່າ ປັດຈຸບັນຕົນເອງ ກໍຍັງອອກໄປຫາເຫັດ ຕາມປົກກະຕິ ຍ້ອນວ່າຕົນເອງຮູ້ວ່າ ອັນໃດຄືເຫັດເບື່ອ ແລະອັນ ໃດ ຄືເຫັດບໍ່ເບື່ອ ສາມາດ ນຳມາປຸງເປັນອາຫານໄດ້, ດັ່ງທ່ານເວົ້າວ່າ:

“ກໍບໍ່ຄ່ອຍອັນນັ້ນປານໃດ ເຫັດແນວອື່ນກໍບໍ່ເບື່ອດອກ ບໍ່ເປັນຫຍັງ ກໍເກັບເຫັດໄປເລື້ອຍໆ ມັນເປັນບາງເຫັດ ພວກທີ່ບໍ່ຮູ້ ກໍເກັບເອົາ ເຫັດທີ່ເບື່ອມາປະສົມ ພວກຂະເຈົ້າ ເກັບຕລອດຊິຮູ້.”

ອີງຕາມການຣາຍງານ ຂອງສື່ມວນຊົນທ້ອງຖິ່ນ, ໃນວັນທີ 7 ພຶສພາ ຜ່ານມາ ມີຊາວບ້ານ ຢູ່ບ້ານນ້ຳມາງ ເມືອງວຽງພູຄາ ແຂວງ ຫຼວງນ້ຳທາ ເສັຽຊິວິດສອງຄົນ ແລະອີກສອງຄົນ ຍັງຮັກສາໂຕຢູ່ໂຮງໝໍແຂວງ ຫຼັງຈາກພາກັນກິນເຫັດ ທີ່ເກັບມາຈາກປ່າ ແລະບໍ່ຮູ້ ວ່າເປັນເຫັດເບື່ອ ຊຶ່ງທັງໝົດເປັນຄົນໃນຄອບຄົວດຽວກັນ.