ທາງການ ສະຫະຣັຖ ອາເມຣິກາ ໄດ້ມອບຍານ ພາຫະນະ ໃໝ່ຈຳນວນ 31 ຄັນ, ເຕັ້ນ 52 ຫຼັງ ແລະ ອຸປະກອນອື່ນໆ ລວມມູນຄ່າທັງໝົດ 1.3 ລ້ານ ໂດລ້າຣ໌ ເພື່ອໃຊ້ເຂົ້າໃນວຽກງານ ເກັບກູ້ລະເບີດບໍ່ທັນແຕກ. ໃນວັນທີ 6 ມີນາ ທີ່ຜ່ານມາ, ທ່ານ ປີເຕີຣ໌ ເຮມ໋ອນດ໌ ເອກອັກຄະຣັຖທູດ ສະຫະຣັຖ ອາເມລິກາປະຈຳ ສປປ ລາວ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ເຂົ້າຮ່ວມພິທີມອບເຄື່ອງຊ່ວຍເຫຼືອ ດັ່ງກ່າວ. ເຈົ້າໜ້າທີ່ໂຄງການເກັບກູ້ລະເບີດແຫ່ງຊາດ ຈະນຳໃຊ້ພາຫະນະ ແລະ ອຸປະກອນດັ່ງກ່າວ ເຂົ້າໃນວຽກງານເກັບກູ້ລະເບີດ ຢູ່ແຂວງຄຳມ່ວນ, ແຂວງສວັນນະເຂດ, ແຂວງສາຣະວັນ ແລະ ແຂວງອັດຕະປື.
ເຈົ້າໜ້າທີ່ກ່ຽວຂ້ອງ ຜູ້ທີ່ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ໄດ້ກ່າວ ຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 7 ມີນາ 2023 ວ່າ:
“ມາເຮັດວຽກເກັບກູ້ລະເບີດ ຄຳຖາມເລື່ອງໜ້າວຽກ ແມ່ນເຮັດວຽກເພື່ອເປົ້າໝາຍ ແລະ ພາຣະບົດບາດດຽວກັນເນາະ ແຕ່ວ່າ ພາຍໃນການຄຸ້ມຄອງກໍໄປຂຶ້ກັນກັບ ກັ້ນຮົ່ມ ຢູ່ກອງກັນຫຸ້ມດຽວກັບ ຂະເຈົ້າເອີ້ນຄະນະກັມການຄຸ້ມຄອງແຫ່ງຊາດ ກ່ຽວກັບບັນລະເບີດບໍ່ທັນແຕກ ອັນນັ້ນມັນ NRA ເນາະ ທຸກການເກັບກູ້ລະເບີດອີ່ຫຍັງ ກໍຈະລາຍງານຂໍ້ມູນ ໃຫ້ພາກສ່ວນນັ້ນ.”
ການໃຊ້ເຄື່ອງອຸປະກອນ ເກັບກູ້ລະເບີດບໍ່ທັນແຕກ ນັ້ນ ອີງຕາມທຶນງົບປະມານ ໄດ້ຮັບຈາກການຊ່ວຍເຫຼືອ. ເຈົ້າໜ້າທີ່ກ່ຽວຂ້ອງ ທ່ານນີ້ ໄດ້ກ່າວຕື່ມວ່າ:
“ຣັຖບານອາເມຣິກາເພິ່ນ. ເພິ່ນໃຫ້ທຶນໃຫ້ເບາະ ເຮົາກໍໄດ້ຊື້ ກະມີອຸປະກອນຕ່າງໆ ທີ່ເຮົາໄດ້ໃຊ້ຢູ່ໃນໂຄງການ, ພາຫະນະແລ້ວ ກໍມີເຄື່ອງກວດລະເບີດ ມີອິຫຍັງຫຼາຍຢ່າງຫັ້ນແຫຼະ ຄັນຖາມວ່າ ເຮົາຂາດອິຫຍັງຫັ້ນນ່າເນາະ ເຮົາຈະໃຊ້ໄດ້ຕາມຫ່ວງທຶນທີ່ວ່າ ຜູ້ໃຫ້ທຶນເຮົາກໍຄືຣັຖບານອາເມຣິກາ ກໍວາງແຜນຕາມຈຳນວນທຶນທີ່ໄດ້ຮັບຫັ້ນນ່າ.”
ຍານາງກ່າວຕື່ມວ່າ ສຳລັບງົບປະມານ ແລະ ອຸປະກອນຕ່າງໆ ທີ່ໃຊ້ໃນວຽກງານເກັບກູ້ ລະເບີດບໍ່ທັນແຕກພາຍໃນປະເທດລາວ ສ່ວນຫຼາຍແມ່ນມາຈາກການ ບໍລິຈາກ ຈາກໜ່ວຍງານ ຂອງປະເທດສະຫະຣັຖອາເມຣິກາ, ນໍເວ ແລະ ອອສເຕຣເລັຽ ໂດຍ ພວກເຂົາເຈົ້າ ຈະເປັນຜູ້ດຳເນີນການ ເກັບກຳຂໍ້ມູນ ແລະ ວາງແຜນ ວ່າ ໃນແຕ່ລະໄລຍະ ຈຳເປັນຕ້ອງໃຊ້ເງິນງົບປະມານ, ອຸປະກອນ ແລະ ບຸກຄະລາກອນ ເທົ່າໃດ.
ຄອມພິວເຕີ ແລະ ອຸປະກອນເຄື່ອງໃຊ້ ຫ້ອງການ ຍັງມີຄວາມຈຳເປັນ ສຳລັບວຽກງານ ເກັບກຳຂໍ້ມູນຢູ່ພາກສນາມ ໃນແຕ່ລະມື້. ເຈົ້າໜ້າທີ່ກ່ຽວຂ້ອງ ຜູ້ທີ່ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 7 ມີນາ ວ່າ:
“ໂຕນີ້ ມັນຕ້ອງເປັນຫ້ອງການໃຫຍ່ຫັ້ນນ່າ ຢູ່ນະຄອນຫລວງພຸ້ນເນາະ ມັນມີຫຼາຍແຂວງເດ້ ທາງພວກເຮົາກໍມີແຕ່ວ່າ ເປັນຜູ້ປະຕິບັດໂຕຈິງຊື່ໆ ຫັ້ນນ່າ ຈຸເຂົາບໍ່ໄດ້ເປັນຜູ້ສັງລວມຊ້ຳ ວ່າໂຄງການຂອງພວກເຮົາຕ້ອງການ ອິຫຍັງຫັ້ນນ່າ ກໍຕ້ອງການຄອມພິວເຕີຊື່ໆ ການເຮັດວຽກເຮັດບົດຣາຍງານ ປະຈຳວັນ.”
ຍານາງ ກ່າວຕື່ມວ່າ ສຳລັບການເຮັດວຽກໂຕຈິງ ໃນພື້ນທີ່ພາກສນາມ ພວກເຂົາເຈົ້າຍັງບໍ່ທັນຮັບຮູ້ ຄັກແນ່ວ່າ ພະນັກງານເກັບກູ້ລະເບີດຕ້ອງການ ອຸປະກອນ ຫຼື ການຊ່ວຍເຫຼືອແນວໃດຕື່ມ ຍ້ອນວ່າ ທີ່ຜ່ານມາ ໜ່ວຍງານຂອງເຂົາເຈົ້າ ຍັງບໍ່ທັນລົງພື້ນທີ່ເກັບກຳ ຂໍ້ມູນດັ່ງກ່າວ ນີ້ຢ່າງເປັນທາງການເທື່ອ ຫຼື ຖ້າຫາກມີຂໍ້ມູນ ກໍຈະຢູ່ນຳໜ່ວຍງານ ທີ່ເຮັດວຽກດ້ານການເກັບກູ້ລະເບີດ ຂັ້ນສູນກາງຫຼາຍກ່ອນ.
ທີ່ຜ່ານມາ ທາງການລາວ ແລະ ພາກສ່ວນກ່ຽວຂ້ອງ ໄດ້ດຳເນີນການເກັບກູ້ລະເບີດ ບໍ່ທັນແຕກ ໃນພື້ນທີ່ເຂດໂຕເມືອງ ແລະ ບ້ານເຮືອນປະຊາຊົນ ແລ້ວເປັນຈຳນວນນຶ່ງ ໃນຂະນະທີ່ ຢູ່ເຂດພື້ນທີ່ປ່າ ແລະ ເຂດພູດອຍ ພັດຍັງບໍ່ທັນໄດ້ດຳເນີນການເກັບກູ້ພໍປານໃດ.
ນອກຈາກນີ້ ຍັງມີການໂຄສະນາ ປະຊາສຳພັນໃຫ້ປະຊາຊົນ ທີ່ຢູ່ເຂດຫ່າງໄກສອກຫຼີກ ໃຫ້ໄດ້ຮັບຮູ້ເຖິງອັນຕະລາຍຂອງລະເບີດບໍ່ທັນແຕກ ຕາມສະຖານທີ່ຕ່າງໆ.
ເຈົ້າໜ້າທີ່ກ່ຽວຂ້ອງ ຜູ້ດຽວກັບນີ້ ໄດ້ກ່າວຕື່ມວ່າ:
“ກໍມີແຖວພູ ແຖວບໍຣິເວນພູຫັ້ນແຫຼະ ກໍມັນເປັນເຂດພູດອຍເດ້ ຢູ່ພີ້ ຂະເຈົ້າເຮັດສົງຄາມ ແຕ່ກີ້ເດ້ ມີແຖວພູ ແຖວປ່າຫັ້ນແຫຼະ ແຕ່ວ່າ ແຖວບ້ານປະຊາຊົນ ກໍບໍ່ມີເພາະວ່າ ກໍໄດ້ເກັບກູ້ໄປສ່ວນຫຼາຍແລ້ວເນາະ ກໍໄດ້ໂຄສະນາ ກໍໄດ້ລົງ ມັນມີໜ່ວຍງານ ໂຄສະນາຕ່າງຫາກ.”
ໜ່ວຍງານເກັບກູ້ ລະເບີດບໍ່ທັນແຕກ ຢູ່ເມືອງ ແລະ ແຂວງຕ່າງໆ ໃນປະເທດລາວ ຕ້ອງການໃຫ້ທາງການລາວ ແລະ ພາກສ່ວນກ່ຽວຂ້ອງ ຊອກຫາເຄື່ອງແບບນຸ່ງ ສຳລເກັບກູ້ລະເບີດ ແລະ ອຸປະກອນເກັບກູ້ລະເບີດທີ່ມີມາດຕະຖານ ໃຫ້ພະນັກງານເກັບກູ້ລະເບີດ.
ພະນັກງານ ໂຄງການເກັບກູ້ລະເບີດ ຢູ່ແຂວງສາຣະວັນ ໄດ້ກ່າວວ່າ:
“ຊຸດເຮັດວຽກຫຍັງຫັ້ນວ່າ ສ່ວນຫຼາຍກໍເປັນເສື້ອທັມມະດາ ແຕ່ວ່າ ເສື້ອເຊບຕີ້ ເພິ່ນບໍ່ມີເລີຍຊຸດເຊບຕີ້ຫັ້ນນ່າ ມີແຕ່ ເປັນເຄື່ອງແບບທັມມະດາ ທີ່ວ່າ ເປັນເຄື່ອງແບບທັມມະດາ ເຮົານີ້ແຫຼະ ແບບໃສ່ແບບອັນນີ້ຊື່ໆ ແຕ່ວ່າ ເປັນຊຸດເຊບຕີ້ ເປັນຊຸດເກັບກູ້ ໂດຍສະເພາະຫັ້ນ ມັນບໍ່ມີ.”
ອີງຕາມຂໍ້ມູນ ຈາກເຈົ້າໜ້າ ທີ່ເກັບກູ້ຣະເບີດບໍ່ທັນແຕກ ໃນວັນທີ 7 ມີນາ ທີ່ຜ່ານມາ, ໜ່ວຍງານເກັບກູ້ລະເບີດ ປະກອບມີ:
- ໜ່ວຍງານຣັຖບານ ຄື ໂຄງການກັບກູ້ລະເບີດ ບໍ່ແຕກແຫ່ງຊາດ ເຮັດໜ້າທີ່ເກັບກູ້ລະເບີດ ແລະ ຄະນະກັມມະການຄຸ້ມຄອງ ແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດ ບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປລາວ ທີ່ເຮັດວຽກດ້ານການຄຸ້ມຄອງ.
- ອົງການຈັດຕັ້ງສາກົນ ທີ່ໄດ້ຮັບເງິນທຶນ ສນັບສນູນ ຈາກຕ່າງປະເທດ.
- ບໍຣິສັດຮັບໃຫ້ຄຳປຶກສາ ກ່ຽວກັບການເກັບກູ້ລະເບີດ ໃຫ້ແກ່ນັກລົງທຶນ ພາຍໃນ ແລະ ຕ່າງປະເທດ ທີ່ຕ້ອງການບຸກເບີກ ທີ່ດິນເພື່ອເຮັດໂຄງການ ຕ່າງໆ.
ທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າຫ້ອງການຄະນະກັມມະການ ຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກຢູ່ໃນ ສປປ ລາວ ໄດ້ກ່າວໃນປີ 2022 ວ່າ ເປັນເວລາ 26 ປີ ທາງການລາວ ແລະ ພາກສ່ວນກ່ຽວຂ້ອງ ສາມາດສຳຣວດ ແລະ ເກັບກູ້ລະເບີດບໍ່ທັນແຕກ ທີ່ຕົກຄ້າງໄດ້ພຽງແຕ່ 1% ເທົ່ານັ້ນ ສ່ວນທີ່ເຫຼືອອີກ 99% ຄາດວ່າຈະໃຊ້ເວລາ ອີກປະມານ 1,860 ປີ ໃນການເກັບກູ້.
ນອກຈາກນີ້ ໃນເດືອນກໍຣະກະດາ 2022 ຣັຖບານສະຫະຣັຖ ອາເມຣິກາ ໄດ້ມອບເງິນສບັນສນູນ ຈຳນວນ 8.5 ລ້ານ ໂດລ້າຣ໌ ໃຫ້ແກ່ອົງການ MAG ທີ່ເປັນອົງການ ຈັດຕັ້ງສາກົນ ເພື່ອນຳໃຊ້ເຂົ້າໃນການດຳເນີນການ ສຳຣວດ, ສຶກສາ ຄວາມສ່ຽງ ແລະ ເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວຊຽງຂວາງ.
