ຊາວບ້ານບໍ່ຢາກໃຫ້້ຈີນ ປູກກ້ວຍ ຕື່ມອີກ

ສຸພັດຕາ
2019.05.09
f-banana ເມື່ອວັນທີ 28/09/2016 ຊາວບ້ານທີ່ໄປເຮັດວຽກ ຢູ່ສວນກ້ວຍຂອງຄົນຈີນ ເກີດອາການວິນວຽນເມົາຢາ ຢູ່ໃນສວນກ້ວຍ ຢູ່ບ້ານຊຽງແລທ່າ, ເມືອງປາກງື່ມ, ກຳແພງນະຄອນຫຼວງ ວຽງຈັນ, ດ້ວຍເຫດຜົນດັ່ງກ່າວ ຊາວບ້ານຈຶ່ງ ບໍ່ຢາກໃຫ້ ຈີນ ປູກກ້ວຍຕື່ມອີກ
ຮູບພາບຈາກ : ນັກຂ່າວພົລເມືອງ

ປະຊາຊົນ ບ້ານປາກກວາງ, ເມືອງປາກງື່ມ, ນະຄອນຫຼວງວຽງຈັນ ບໍ່ພໍໃຈ ທີ່ບໍຣິສັດ ຊົງຊິ້ນ ຂອງຈີນ ມາສັມປະທານປູກກ້ວຍ ຢູ່ເຂດບ້ານ ຂອງພວກເຂົາເຈົ້າ, ຍ້ອນເປັນຫ່ວງ ເຣື້ອງຜົນກະທົບ ດ້ານສິ່ງແວດລ້ອມ, ຄຸນນະພາບດິນ, ສັດລ້ຽງ ແລະ ປາ ໃນຫ້ວຍ. ອີງຕາມຄໍາເວົ້າ ຂອງປະຊາຊົນ ບ້ານປາກກວາງ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 8 ພຶສພານີ້:

“ລໍຖ້າ ແຕ່ນໍ້າຂຶ້ນມາຮອດ ເພາະວ່າ ເບັ້ຽຫັ້ນ ເພິ່ນກໍມາກ້າແລ້ວ ບັດນີ້ ຫາງສຽງປະຊາຊົນ ເຂົາເຈົ້າເວົ້າ ສິມີຜົນກະທົບ ຕໍ່ສິ່ງແວດລ້ອມ ຂອງຫ້ວຍ ຂອງສັດບ້ານ ຢ່າງນີ້ນະ ເຊັ່ນປາ ກໍແມ່ນຢາກໃຫ້ເຊົາຫັ້ນ ແລ້ວບໍຣິສັດຊົງຊິ້ນ ບໍຣິສັດໃຫຍ່ໄດ໋ ຂອງຈີນນີ້ແຫລະ ມາເຊົ່າ.”

ປະຊາຊົນຜູ້ນີ້ກ່າວຕື່ມວ່າ ດິນທີ່ບໍຣິສັດຈີນ ມາສັມປະທານ 8 ປີ ເພື່ອຈະປູກກ້ວຍນັ້ນ ມີເນື້ອທີ່ເກືອບ 200 ເຮັກຕ່າຣ໌. ໃນນັ້ນ 73 ເຮັກຕາ ເປັນດິນທີ່ຂໍເຊົ່າຕໍ່ຈາກນັກລົງທຶນລາວ, ສ່ວນອີກ 100 ປາຍເຮັກຕາ ເປັນດິນຂອງປະຊາຊົນ ແລະ ຂອງຣັຖ ທີ່ບໍຣິສັດດັ່ງກ່າວ ຈະແລ່ນ ເອກສານເຊົ່າຕື່ມ.

ເຣື້ອງດັ່ງກ່າວນີ້ ສ້າງຄວາມບໍ່ພໍໃຈ ຕໍ່ປະຊາຊົນ ບ້ານປາກກວາງ ຍ້ອນວ່າ ທີ່ຜ່ານມາ ປະຊາຊໍົນໄດ້ຮູ້ຂ່າວ ຜ່ານສື່ຕ່າງໆ ເວົ້າເຖິງເຣື້ອງ ຜົນກະທົບ ຈາກສວນກ້ວຍຈີນ ໂດຍສະເພາະ ເຣື້ອງສານເຄມີ ທີ່ກະທົບຕໍ່ສິ່ງແວດລ້ອມ ແລະສຸຂພາບຂອງປະຊາຊົນ. ດັ່ງນັ້ນ ປະຊາຊົນ ຈໍານວນນນຶ່ງ ຈຶ່ງໄດ້ຮ້ອງຮຽນໄປຍັງ ອໍານາດປົກຄອງບ້ານ ແລະ ເມືອງ ຕັ້ງແຕ່ຮູ້ຂ່າວ ວ່ານາຍທຶນຈີນ ມາສັມປະທານປູກກ້ວຍ, ແຕ່ມາ ເຖິງປັດຈຸບັນ ກໍບໍ່ມີຫຍັງຄືບໜ້າ.

ກ່ຽວກັບເຣື້ອງນີ້ ອໍານາດການປົກຄອງເມືອງປາກງື່ມ ໄດ້ອະທິບາຍຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ທາງເມືອງ ຍັງບໍ່ໄດ້ອະນຸມັດ ໃຫ້ບໍຣິສັດປູກກ້ວຍເທື່ອ ຍັງຢູ່ໃນຂັ້ນຕອນເກັບກໍາຂໍ້ມູນ ເພື່ອສົ່ງໃຫ້ຂັ້ນເທິງພິຈາຣະນາ ວ່າຈະໃຫ້ປູກ ຫຼື ບໍ່, ດັ່ງທ່ານກ່າວວ່າ:

“ພວກເຮົາ ຍັງລົງເກັບກໍາຂໍ້ມູນຢູ່ ເພື່ອສັງລວມຣາຍງານ ໃຫ້ແກ່ ທ່ານເຈົ້າຄອງ ອັນນີ້ນະ ຍັງເປັນອັນ ບໍ່ທັນຣະອຽດ ເພາະໂຕນີ້ ມັນຕ້ອງ ໄດ້ຮັບການຊີ້ນໍາ ຈາກທາງຂັ້ນເທິງກ່ອນ ເພາະວ່າ ເຂົາເຈົ້າ ຂໍເຊົ່າສັມປະທານ ນໍາປະຊາຊົນນະ ຍັງບໍ່ທັນໄດ້ ຮັບອະນຸຍາດ ຈາກປະທານ ການລົງທຶນນະ ໂດຍສະເພາະ ແມ່ນເຈົ້າຄອງ ນະຄອນຫຼວງວຽງຈັນ.”

ຢ່າງໃດກໍຕາມ ເຖິງແມ່ນວ່າ ປັດຈຸບັນ ບໍຣິສັດ ຊົງຊິ້ນ ຂອງຈີນ ຈະຍັງບໍ່ໄດ້ຮັບອະນຸຍາດ ໃຫ້ປູກກ້ວຍເທື່ອ ແລະ ຍັງຢູ່ໃນຂັ້ນເກັບກໍາຂໍ້ມູນ ສົ່ງໃຫ້ຂັ້ນເທິງ ເພື່ອພິຈາຣະນາກໍຕາມ, ແຕ່ຊາວບ້ານປາກກວາງ ເວົ້າວ່າ ດຽວນີ້ ບໍຣິສັດຈີນ ໄດ້ບຸກເບີກເນື້ອທີ່ ປູກກ້ວຍແລ້ວ ໂດຍໄດ້ຂຸດ ຮ່ອງນໍ້າ ແລະ ກ້າແນວພັນກ້ວຍແລ້ວ ເຮັດຄືວ່າ ເຂົາໄດ້ຮັບອະນຸມັດ ຈາກທາງການແລ້ວ ທຸກຢ່າງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.