ຂ.ບໍຣິຄໍາໄຊຈັບກຸ່ມຄ້າ ຢາເສພຕິດ ຣາຍໃຫຍ່

ສຸພັດຕາ
2021.02.25
ຂ.ບໍຣິຄໍາໄຊຈັບກຸ່ມຄ້າ ຢາເສພຕິດ ຣາຍໃຫຍ່ ເຈົ້າໜ້າທີ່ ແຂວງບໍຣິຄໍາໄຊ ຈັບແກ້ງ ຄ້າຢາເສພຕິດ ຣາຍໃຫຍ່ ມີ, ເຮໂຣອິນ 600 ແທ່ງ ແລະ ຢາບ້າ 4,000 ເມັດ.
ພາບປະກອບຂ່າວ: ປກສ ບໍຣິຄໍາໄຊ

ເຈົ້າໜ້າທີ່ຜແນກສະກັດກັ້ນ ແລະ ຕ້ານຢາເສພຕິດ ກອງບັນຊາການ ປກສ ແຂວງບໍຣິຄໍາໄຊ ໄດ້ນໍາກໍາລັງ ເຂົ້າປິດລ້ອມເຮືອນ ເປົ້າໝາຍ ທີ່ລັກລອບຄ້າ ຢາເສພຕິດຣາຍໃຫຍ່ ຢູ່ ບ້ານໂພນເມືອງນ້ອຍ, ເມືອງຄໍາເກີດ ພ້ອມຍຶດຂອງກາງ ຢູ່ໃນບາໂລ້ທະຫານ ທີ່ກຽມຂາຍອອກໄປປະເທດໃກ້ຄຽງ ຄື: ເຮໂຣອີນ 600 ແທ່ງ ຫຼືປະມານ 600 ກິໂລ, ຢາບ້າ 4,000 ເມັດ ແລະ ກັກໂຕຜູ້ ຕ້ອງຫາໄດ້ 4 ຄົນ, ອີງຕາມຄວາມເວົ້າຂອງ ເຈົ້າໜ້າທີ່ ກອງບັນຊາການ ປກສ ແຂວງບໍຣິຄໍາໄຊ ທ່ານນຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 25 ກຸມພາ ນີ້ວ່າ:

“ໄດ້ຂອງກາງຫັ່ນ ປະມານຢູ່ 600 ແທ່ງ ໂດຍສະເພາະ ແມ່ນເປັນປະເພດ ເຮໂຣອິນ ລະກະຢາມ້າຫັ້ນປະມານຢູ່ 4,000 ກວ່າເມັດ. ປັດຈຸບັນນີ້ ພວກເຮົາກໍກໍາລັງ ດໍາເນີນຄະດີ ພວກເຮົາກໍາລັງຄວບຄຸມໂຕ ເພື່ອດໍາເນີນການສືບສວນ-ສອບສວນ ຊອກຫາທີ່ໄປ-ທີ່ມາ ຂອງມັນກ່ອນ ກຸ່ມແກ້ງອິສັງຕ່າງໆເນາະ.”

ທ່ານກ່າວວ່າ ແຂວງບໍຣິຄໍາໄຊ ມີມາຕການທີ່ເຂັ້ມງວດ ໃນການແບ່ງທີມ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ອອກລາດຕະເວນຕາມຈຸດສ່ຽງ ທີ່ຄາດວ່າ ຈະມີການຄ້າ-ຂາຍຢາເສພຕິດ ເພື່ອ ສະກັດກັ້ນ ບໍ່ໃຫ້ຢາເສພຕິດ ແຜ່ຂຍາຍໄປໃນສັງຄົມ:

“ແຂວງພວກເຮົາມີບາງບ່ອນ ກໍເປັນຈຸດຫຼໍ້ແຫຼມ ທາງດ້ານອັນນີ້ ພວກເຮົາກໍຕ້ອງໄດ້ ເອົາໃຈໃສ່ເປັນພິເສດຢູ່ແລ້ວ, ພວກເຮົາ ປະຕິບັດຕາມແຜນ ຕາມທິດທາງ ຕາມອັນໜ້າທີ່ຂອງ ພວກເຮົາ ທຸກໆມື້ພວກເຮົາຕ້ອງມີຢູ່ແລ້ວ.”

ທ່ານກ່າວຕື່ມວ່າ ຜູ້ຕ້ອງຫາ ທັງ 4 ຄົນນັ້ນ ເປັນຊົນເຜົ່າມົ້ງ ເປັນປະຊາຊົນບ້ານດຽວກັນ. ກ່ຽວກັບເຣື່ອງນີ້ ຊາວບ້ານຢູ່ບ້ານ ໂພນເມືອງນ້ອຍ ເມືອງຄໍາເກີດ ແຂວງບໍຣິຄໍາໄຊ ເວົ້າວ່າ ພາຍໃນບ້ານມີປະຊາຊົນ ທັງລາວລຸ່ມ ແລະລາວສູງ ຢູ່ຮ່ວມກັນເປັນ ຈໍານວນຫຼາຍ ເຮັດໃຫ້ບໍ່ສາມາດເວົ້າໄດ້ວ່າ ການຄ້າຂາຍຢາເສພຕິດພາຍໃນບ້ານ ເປັນຂອງຄົນລາວລຸ່ມ ຫຼືລາວສູງ, ແຕ່ສະພາບ ໂຕຈິງ ຖືວ່າ ພາຍໃນບ້ານ ຍັງມີການເຄື່ອນໄຫວ ຢາເສບຕິດຢ່າງຕໍ່ເນື່ອງ ຮວມທັງນ້ອງຊາຍ ຂອງໂຕເອງ ກໍຕົກເປັນເຫຍື່ອ ຂອງຢາເສພຕິດ:

“ນ້ອງຊາຍຂ້ອຍ ຫາກະອອກຈາກຄຸກ ບໍ່ທັນໄດ້ຮອດເດືອນຊໍ້າ ໄດ້ 2-3 ອາທິດນີ້ແຫຼະ ເອົາອອກ ໃຫ້ໄປຢູ່ນໍາພີ່ນ້ອງ ບາດນີ້ຢູ່ ທາງພີ້ແຫຼະ ທາງເມືອງຄູນຄໍາພີ້ຫັ້ນນາ ຕ້ອງໄດ້ເອົາ ຫຼີກຈາກ ຜູ້ທີ່ເຄີຍກິນນໍາກັນ (ຢາບ້າ) ນໍາກັນ ຢູ່ໃນບ້ານຫັ້ນນ່າ.”

ຊາວບ້ານຢູ່ບ້ານຫ້ວຍແກ້ວ ເມືອງຄໍາເກີດ ແຂວງບໍຣິຄໍາໄຊ ເວົ້າວ່າ ບ້ານຫ້ວຍແກ້ວ ເປັນບ້ານທີ່ມີຊາຍແດນ ຕິດກັບບ້ານ ໂພນເມືອງນ້ອຍ ກະແມ່ນແທ້, ແຕ່ວ່າ ປະກົດການຫຍໍ້ທໍ້ ພາຍໃນບ້ານ ເຣື່ອງຢາເສພຕິດນັ້ນ ໄດ້ໄຄແດ່ແລ້ວ:

“ມັນມີຢາບ້າ ເລັກໆໜ້ອຍໆ ພວກເຮົາບ້ານເຮົາ ເປັນທີ່ກ່ຽວກັບ ຢາເສບຕິດ ຜູ້ໃດເສບ ຫຼືຄ້າຂາຍ ພວກເຮົາໄດ້ເຮັດບົດບັນທຶກ ໄວ້ໝົດ ກວດນໍ້າຍ່ຽວ ເດືອນລະເທື່ອຫັ້ນ ຊ້ວງນີ້ຖືວ່າ ງຽບເໝິດລະ.”

ອີງຕາມຄວາມເວົ້າຂອງເຈົ້າໜ້າທີ່ ກອງບັນຊາການ ປກສ ແຂວງບໍຣິຄໍາໄຊ ແລ້ວແມ່ນວ່າ ຂອງກາງທີ່ເຊື່ອງຢູ່ໃນບາໂລ້ ທະຫານ ທັງໝົດນັ້ນ ຈະຖືກທໍາລາຍ ພາຍຫຼັງຂະບວນການ ຍຸຕິທັມ ກໍຄືສານຊັ້ນໃດຊັ້ນນຶ່ງ ໄດ້ພິພາກສາວ່າ ເຮໂຣອີນ ແລະຢາບ້ານັ້ນເປັນ ຢາເສພຕິດແທ້, ສ່ວນຣາຍລະອຽດອື່ນໆ ແມ່ນຈະມີການຣາຍງານໃຫ້ສັງຄົມຮັບຮູ້ຕາມພາຍຫຼັງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.