ຄະດີ ນັກຄ້າຢາເສບຕິດ ຣາຍໃຫຍ່ ມິດງຽບ

ອຸ່ນແກ້ວ ສຸກສະຫວັນ
2018.10.04
F-Sisouk ທ້າວ ສີສຸກ ດາວເຮືອງ ຜູ້ຕ້ອງຫາ ຄ້າຢາເສບຕິດ ຣາຍໃຫຍ່ ທີ່ຖືກຈັບແລ້ວ ມິດໄປເລີຍ ແລະ ເຊື່ອກັນວ່າ ເປັນເຄືອຂ່າຍຂອງ ທ້າວ ໄຊຊະນະ ແກ້ວພິມພາ
Citizen Journalist

ສານອາຍາ ຣັຊດາຂອງໄທ ໄດ້ຕັດສິນທ້າວ ໄຊຊະນະ ແກ້ວພິມພາ, ນັກຄ້າຢາເສພຕິດຂອງລາວ, ຈຳຄຸກຕລອດຊີວິດ ໃນວັນທີ 26 ກັນຍາ ທີ່ຜ່ານມາ ຫລັງຈາກ ທີ່ຖືກເຈົ້າໜ້າທີ່ຕຳຣວດໄທຈັບ ໃນວັນທີ 19 ມົກກະຣາ 2017 ທີ່ຜ່ານມາ ຢູ່ສນາມບິນ ສຸວັນນະພູມຂອງໄທ ໃນຂໍ້ຫາຄ້າຢາເສພຕິດ.

ສ່ວນວ່າ ຢູ່ໃນປະເທດລາວ ໃນວັນທີ 15 ກຸມພາ 2017, ທ່ານ ພົນຈັດຕະວາ ທອງເລັກ ມັງໜໍ່ເມກ, ຫົວໜ້າກົມໃຫຍ່ຕຳຣວດ ກະຊວງ ປ້ອງກັນຄວາມສງົບ ໄດ້ຖແລງຂ່າວ ການຈັບ ກຸ່ມຄ້າຢາເສພຕິດຣາຍໃຫຍ່ ຫຼາຍກວ່າ 30 ຄົນ. ເຫດການຜ່ານໄປ ເປັນເວລາ ຫຼາຍກວ່າ 1 ປີ ແລ້ວ ທີ່ເຈົ້າໜ້າທີ່ຕຳຣວດ ໄດ້ຈັບຕົວ ພວກຄ້າຢາເສພຕິດ ຣາຍໃຫຍ່ ຢູ່ໃນລາວ, ແຕ່ຍັງບໍ່ມີຂ່າວ ແລະ ບໍ່ມີການອອກແຈ້ງການ ໃນການດຳເນີນຄະດີແຕ່ຢ່າງໃດ.

ແລ້ວ ເປັນຫຍັງເຣື້ອງດັ່ງກ່າວ ຈຶ່ງມິດຊ້ອຍມ້ອຍໄປ. ສາເຫດ ທີ່ມິດໄປ ມີຄົນຕັ້ງຂໍ້ສັງເກດວ່າ ຕ້ອງມີບຸກຄົນໃດ ບຸກຄົນນຶ່ງ ທີ່ມີຖານະຕຳແໜ່ງ ຢູ່ເບື້ອງຫລັງ ໃນເຣື້ອງນີ້, ດັ່ງປະຊາຊົນ ທ່ານນຶ່ງ ໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ:

“ມີຄັນທຸງ ຢູ່ເບື້ອງຫລັງ ເອີ້ນວ່າ ບໍ່ທັນຕັດສິນປານນີ້ ແຕ່ວ່າ ຕາມກົດໝາຍ ກະຕ້ອງ 6 ເດືອນ ເຖິງ 12 ເດືອນ ກະຕ້ອງມີການຕັດສິນ ເຮົາຄິດວ່າ ຕ້ອງມີຜູ້ໃດຜູ້ນຶ່ງ ທີ່ການນຳເມືອງເຮົາ ຢູ່ເບື້ອງຫລັງ ພວກເຫລົ່ານີ້ ມັນຈຶ່ງເປັນຈັ່ງຊີ້ຫັ້ນນ່າ ກະຢ້ານວ່າ ພວກນີ້ ຫລື ພວກເຈົ້ານາຍບາງຄົນ ກະອາດຈະມີສ່ວນ ຢູ່ໃນຂະບວນການກະເປັນໄດ້.”

ການຈັບກຸມ ກຸ່ມຄ້າຢາເສພຕິດດັ່ງກ່າວ ເປັນພຽງແຕ່ຮູບການ ເພື່ອບໍ່ໃຫ້ສັງຄົມວິພາກວິຈານ ເທົ່ານັ້ນ, ດັ່ງທ່ານກ່າວຕື່ມອີກວ່າ:

“ຄັນ ຄັນຊາຄວາມຄຶດຂອງເຮົານີ້ແມ່ນ ຈັບເປັນຮູບການຊື່ໆນ່າ ເພື່ອບໍ່ຢາກໃຫ້ ເພື່ອບໍ່ໃຫ້ສັງຄົມສົງໄສວ່າ ຜູ້ນັ້ນ ພໍ່ຄ້າຣາຍໃຫຍ່ ຜູ້ນີ້ ພໍຄ້າຣາຍໃຫຍ່ ຄືບໍ່ເຫັນຈັບ ປານນັ້ນ ຊິເຮັດສົງຄາມ ກັບຢາເສບຕິດ.”

ເອເຊັຽເສຣີ ໄດ້ຕິດຕໍ່ ຂໍສັມພາດ ທ່ານ ພົນຈັດຕະວາ ທອງເລັກ ມັງໜໍ່ເມກ ເພື່ອຖາມຄວາມຄືບໜ້າ ການດຳເນີນຄະດີ ກຸ່ມຄ້າຢາເສພຕິດ ດັ່ງກ່າວ, ແຕ່ທ່ານ ປະຕິເສດ ທີ່ຈະໃຫ້ຄຳເຫັນ ໃນເຣື້ອງນີ້.  ເຖິງຢ່າງໃດກໍຕາມ, ຜູ້ນຳລາວ ກໍເຄີຍເວົ້າວ່າ ຈະນຳເອົາ ຜູ້ຄ້າຢາເສພຕິດ ຣາຍໃຫຍ່ ເຫລົ່ານັ້ນ ມາຂຶ້ນສານ. ດັ່ງທ່ານ ລອງລຸນ ສີສຸລິດ, ນາຍົກຣັຖມົນຕຼີ, ໄດ້ກ່າວຢູ່ໃນກອງປະຊຸມ ສມັຍສາມັນ ເທື່ອທີ 5 ຂອງ ສະພາແຫ່ງຊາດ ຊຸດທີ 8 ໃນວັນທີ 8 ມິຖຸນາ ຜ່ານມາວ່າ:

“ຂ້າພະເຈົ້າ ໄດ້ສເນີແລ້ວ ຣັຖບານ ຈະສືບຕໍ່ ຢ່າງເອົາໃຈໃສ່ເປັນພິເສດ ຜູ້ທີ່ຈັບມາແລ້ວ ຕ້ອງເອົາຂຶ້ນສານ ຕ້ອງເອົາໄປສືບສວນສອບສວນ ຂ້າພະເຈົ້າ ກະໄປເລື້ອຍໆວ່າ ເອົາໄປຂຶ້ນລະເບາະ ເອົາໄປສອບສວນລະເບາະ ຣາຍໃຫຍ່ ຍັງບໍ່ທັນເຫັນ ແຕ່ວ່າ ຄິດວ່າຈະເຫັນ ບັນດາຫົວໂປ່ ໂຕການເຫລົ່ານີ້ ຂຶ້ນຕັດສິນ ຂ້າພະເຈົ້າ ກໍໄດ້ມອບໃຫ້ບັນດາ ຂ້າພະເຈົ້າ ກະໄດ້ມອບໃຫ້ ບັນດາສະຫາຍ ທີ່ມີຄວາມຮັບຜິດຊອບ ໄປຈັດຕັ້ງ ປະຕິບັດ ລະມີບັນຫາ ຫຍັງຣາຍງານ.”

ນອກຈາກນີ້ ທ່ານ ຍັງກ່າວວ່າ ປະເທດລາວຍັງເປັນທາງຜ່ານ ແລະ ເປັນແຫລ່ງຜລິດ.

“ພວກເຮົາ ກໍບໍ່ຄິດວ່າ ຢາເສບຕິດຈະຫລວງຈະຫລາຍປານນີ້ ມາຜ່ານປະເທດເຮົາ ຫລື ມີບາງຄັ້ງ ເຮົາກໍຈັບໄດ້ວ່າ ມາຜລິດຢູ່ປະເທດເຮົາ ທັງເປັນທາງຜ່ານ ທັງເປັນແຫລ່ງຜລິດ ໜ້າຕົກໃຈບໍ່ ໜ້າຕົກໃຈທີ່ສຸດ ໜ້າເສົ້າທີ່ສຸດ.”

ນັກຄ້າຢາເສພຕິດ ທ່ານ ພົນຈັດຕະວາ ທອງເລັກ ມັງໜໍ່ເມກ ຖແລງວ່າ ມີການຈັບຕົວໄດ້:

ກຸ່ມທີ 1: ໃນວັນທີ 16/09/2016 ເຈົ້າໜ້າທີ່ຕຳຣວດ ໄດ້ຈັບ ຄື: ທ້າວ ກິນ້ອຍ ຜາໄຊ ຫລື  (ແອນ້ອຍ ຫລື ນ້ອຍອາກາດ), ອາຍຸ 34 ປີ ເຊື້ອຊາດ-ສັນຊາດລາວ, ຢູ່ບ້ານອາກາດ, ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ພ້ອມດ້ວຍພັກພວກຈຳນວນ 16 ຄົນຍິງ 04 ຄົນ.

ກຸ່ມທີ 2: ໃນວັນທີ 11/12/2016 ເຈົ້າໜ້າທີ່ ໄດ້ຈັບ (ຄູ່ຜົວ-ເມັຍ) ຄື: ທ້າວ ຫວາດ ພິລາບັນ, ອາຍຸ 41 ປີ, ເຊື້ອຊາດ-ສັນຊາດລາວ ແລະ ນາງ ແກ້ວ ພິລາບັນ ຫລື (ກິ່ວ), ອາຍຸ 39 ປີ ເຊື້ອຊາດ-ສັນຊາດ ລາວ ຢູ່ແຂວງບໍ່ແກ້ວ.

ກຸ່ມທີ 3: ໃນວັນທີ 10/01/2017 ເຈົ້າໜ້າທີ່ ໄດ້ຈັບ ຄື: ທ້າວ ຄອນປະສົງ ສຸກກະເສີມ ຫລື (ຊຽງເທີ), ອາຍຸ 47 ປີ ເຊື້ອຊາດ-ສັນຊາດ ລາວ, ຢູ່ນະຄອນຫລວງວຽງຈັນ, ພ້ອມດ້ວຍພັກພວກ 3 ຄົນ; ເຊິ່ງເປັນຜູ້ຄ້າ-ຂາຍຢາເສບຕິດຣາຍໃຫຍ່.

ກຸ່ມທີ 4: ໃນວັນທີ 20 ມົກກະຣາ 2017, ເຈົ້າໜ້າທີ່ຕຳຣວດ ໄດ້ຈັບ ກຸ່ມເຄືອຂ່າຍ ຂອງ ທ້າວ ໄຊຊະນະ ແກ້ວພິມພາ 5 ຄົນ ທີ່ຖືກຈັບ ຢູ່ແຂວງຄຳມ່ວນ ແລະ ນະຄອນຫລວງວຽງຈັນ.

ກຸ່ມທີ 5 ຖືກຈັບ ໃນວັນທີ 24/01/2017 ຄື: ທ້າວ ຄອນໄທ ໂຄດສົມບັດ ຫລື (ສິ້ວ), ບ້ານຫລັກເມືອງ, ເມືອງສອງຄອນ, ແຂວງສວັນນນະເຂດ, ພ້ອມດ້ວຍພັກພວກອີກ 2 ຄົນ

ນອກຈາກນີ້, ໃນວັນທີ 1 ເມສາ 2017, ເຈົ້າໜ້າທີ່ຕຳຣວດລາວ ກໍສາມາດຈັບ ທ້າວ ສີສຸກ ດາວເຮືອງ ຢູ່ແຂວງຫລວງພຣະບາງ ຊຶ່ງເປັນຜູ້ຕ້ອງຫາຄ້າຢາເສພຕິດ ຣາຍໃຫຍ່ ຂອງລາວ ອີກຄົນນຶ່ງ.

ອີງຕາມຂໍ້ມູນຈາກກະຊວງປ້ອງກັນຄວາມສງົບ, ໃນທົ່ວປະເທດ ນັບແຕ່ເດືອນ ມິຖຸນາ 2016 ກັນຍາ 2017 ສາມາດມ້າງຄະດີ ໄດ້ທັງໝົດ 3,800 ເຣື່ອງ, ຈັບຜູ້ຖືກຫາ ໄດ້ 5.800 ຄົນ, ຍິງ 780 ຄົນ, ຊຶ່ງໃນນັ້ນ ຄົນຕ່າງປະເທດ 120 ຄົນ.

ບັນດາທ່ານ, ຕາມຄຳເວົ້າ ຂອງປະຊາຊົນທ່ານນີ້ ກໍຄື ສາເຫດ ຂອງການດຳເນີນຄະດີ ພວກຄ້າຢາເສພຕິດ ມິດຊ້ອຍມ້ອຍໄປ ກໍຍ້ອນວ່າ ມີຜູ້ໃຫຍ່ ບາງຄົນໜູນຫລັງຢູ່ ແລະ ການຈັບກຸມກໍເປັນພຽງແຕ່ຮູບການເທົ່ານັ້ນ ເພື່ອບໍ່ໃຫ້ສັງຄົມ ແລະ ບໍ່ໃຫ້ບ້ານເພິ່ນ ເມືອງທ່ານ ວິພາກວິຈານ ຫລາຍກວ່ານີ້. ແລ້ວ ຄຳຖາມ ກໍຄື ວ່າ ຊິມິດຊ້ອຍມ້ອຍ ໄປອີກດົນປານໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.