ອາຊຽນຫາລືປາບຢາເສພຕິດ

ມະນີຈັນ
2016.08.29
F-drugs ກອງປະຊຸມເຈົ້າໜ້າທີ່ ອາວຸໂສ ຕ້ານຢາເສບຕິດ ທີ່ບາງກອກ ປະເທດໄທ ເມື່ອວັນທີ 26 ສິງຫາ 2016
RFA

ບັນດາປະເທດ ອາຊຽນ ຮວມທັງ ສປປລາວ ຫາລືກັນ ກ່ຽວກັບ ການປາບປາມ ຢາເສພຕິດ, ກອງປະຊຸມ ເຈົ້າໜ້າທີ່ ອາວຸໂສ ຕ້ານ ຢາເສພຕິດ ທີ່ ບາງກອກ ປະເທດໄທ ເມື່ອວັນທີ 26 ສິງຫາ 2016 ນີ້ ໂດຍມີ ສໍານັກງານ ຄນະ ກັມມະການ ປ້ອງກັນ ແລະ ປາບປາມ ຢາເສພຕິດ ຂອງໄທ ເປັນເຈົ້າພາບ ຈັດຂຶ້ນ. ໃນກອງປະຊຸມ ມີຜູ້ເຂົ້າຮ່ວມ ຈາກ ເລຂາທິການ ຄນະ ກັມມະການ ປ້ອງກັນ ແລະປາບປາມ ຢາເສພຕິດ ທັງ 10 ປະເທດ ອາຊຽນ ຮວມໄປເຖິງ ຈີນ ນໍາດ້ວຍ. ທ່ານ ສີຣີນຍາ ສິດທິໄຊ ເລຂາທິການ ຄນະ ກັມມະການ ປ້ອງກັນ ແລະ ປາບປາມ ຢາເສພຕິດ ກ່າວເປີດ ກອງປະຊຸມ:

"ທ່ານກ່າວວ່າ ວັດຖຸປະສົງ ຂອງ ກອງປະຊຸມນີ້ ກໍເພື່ອສົ່ງເສີມ ຄວາມຮ່ວມມື ຂອງທັງ 10 ປະເທດ ອາຊຽນ ໃນ ການຕໍ່ຕ້ານ ຢາເສພຕິດ ໂດຍມີ ມາຕຖານ ສໍາຄັນ ຄືດ້ານ ການປາບປາມ, ການປ້ອງກັນ, ການບໍາບັດ ແລະ ຟື້ນຟູ ສະມັຖພາບ. ນອກນັ້ນ ຍັງມີມາຕຖານ ເສີມອີກ 2 ມາຕຖານ ຄືການວິຈັຍ ດ້ານວິຊາການ ແລະ ການພັທນາ ທາງເລືອກ".

ທ່ານກ່າວວ່າ ກອງປະຊຸມ ໃນມື້ນີ້ ເປັນເທື່ອທີ 37 ແລ້ວ ທີ່ປະເທດ ອາຊຽນ ຮ່ວມກັນ ຈັດຂຶ້ນ ເພື່ອຫາລື ແລະ ແລກປ່ຽນ ຄວາມຮູ້ໃໝ່ ໃນການ ຕໍ່ຕ້ານ ແລະ ປາບປາມ ຢາເສພຕິດ. ເປັນຕົ້ນວ່າ ຮ່ວມກັນ ສ້າງເຄືອຂ່າຍ ຄວບຄຸມ ສານເຄມີ ທີ່ສາມາດ ນໍາໄປຜລິດ ຢາເສພຕິດ ໄດ້ ຫລັງຈາກ ນໍາເຂົ້າປະເທດ, ແລະ ຕ້ອງຈັດ ຝຶກອົບຮົມ ການ ປະຕິບັດງານ ຂອງ ເຈົ້າໜ້າທີ່ ປາບປາມ ຢາເສພຕິດ ໃນ ພູມີພາກ ອາຊຽນ.

ນອກນັ້ນ ຍັງໄດ້ຫາລື ເຖິງແນວທາງ ແຜນ ປະຕິບັດ ການປິດລ້ອມ ແຫລ່ງຜລິດ ຢາເສພຕິດ ຄືເຂດ ສາມຫລ່ຽມຄໍາ ບ່ອນຜລິດ ຢາເສພຕິດ ທີ່ໃຫຍ່ ອັນດັບ 3 ຂອງໂລກ ແລະ ມີການລັກລອບ ນໍາເຂົ້າ ປະເທດໄທ ລາວ ແລະ ກັມພູຊາ ຈໍານວນຫຼາຍ ທຸກປີ. ແຜນດັ່ງກ່າວ ຈະມີການ ຮ່ວມມືກັນ ຂອງ ປເທດອາຊຽນ ຮວມເຖິງ ຈີນ ເກົາຫລີໃຕ້ ແລະ ຍີ່ປຸ່ນ. ໃນຂນະດຽວກັນ ທ່ານ ພຸດທະສະຫວາດ ສຸນທະລາ ຮອງຫົວໜ້າ ສໍານັກງານ ປ້ອງກັນ ແລະ ປາບປາມ ຢາເສພຕິດ ຂອງລາວ ກໍກ່າວວ່າ:

"ການແຜ່ຣະບາດ ມາຈາກ ໃນເຂດ ສາມຫລ່ຽມຄໍາ ຫລືວ່າ ການສົ່ງ ເຂົ້າມາຜ່ານ ສນາມບິນ ຜ່ານທ່າເຮືອ ສໍາຄັນ ສໍາຄັນ ຂອງອາຊຽນ ກໍມີຈໍານວນ ເພີ່ມຂຶ້ນ, ດັ່ງນັ້ນ ພວກເຮົາ ຕ້ອງໄດ້ ຮ່ວມມືກັນ ໃນການ ສະກັດກັ້ນ ຂໍຖື ໂອກາດນີ້ ຮຽກຮ້ອງ ມາຍັງບັນດາ ປະເທດ ເພື່ອນມິດ ແລະ ກໍອົງການ ຈັດຕັ້ງສາກົລ ຂໍໃຫ້ ພິຈາຣະນາ ໃຫ້ການ ຊ່ວຍເຫລືອ ແກ່ ສປປລາວ ຂອງພວກ ຂ້າພະເຈົ້າ ຊຶ່ງຍັງມີ ຄວາມຫຍູ້ງຍາກ ດ້ານ ເສຖກິດ ເປັນປະເທດ ທີ່ ກໍາລັງ ພັທນາ ແລະ ຕ້ອງການ ຊ່ວຍເຫຼືອ ໃນການ ແກ້ໄຂ ບັນຫາ ຢາເສພຕິດ".

ທ່ານກ່າວ ຕື່ມວ່າ ຕອນນີ້ ປະເທດລາວ ມີ ຢາເສພຕິດ ຣະບາດຫຼາຍ ທາງ ເຈົ້າໜ້າທີ່ ກໍປະສົບ ຄວາມຫຍູ້ງຍາກ ໃນການ ປາບປາມ ໂດຍສະເພາະ ດ້ານ ງົບປະມານ ແລະ ເຄື່ອງມື ຊຶ່ງ ຍັງຕ້ອງການ ໃຫ້ບັນດາ ປະເທດ ອາຊຽນ ຮວມເຖິງ ອົງການ ຈັດຕັ້ງ ສາກົລ ເຂົ້າມາ ຊ່ວຍເຫລືອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.