ບັນຫາຢາເສພຕິດ ຢູ່ລາວ ແກ້ບໍ່ຕົກ

ຈໍາປາທອງ
2018.06.26
F-Drug ວັນທີ 20 ມີນາ 2018 ເຈົ້າຫນ້າທີ່ດ່ານສາກົນລາໄລ ເມືອງສະຫມ້ວຍ ແຂວງສາລະວັນ ຮ່ວມກັບ ເຈົ້າຫນ້າທີ່ວຽດນາມ ຈັບໄດ້ກຸ່ມແກ້ງ ຄ້າຢາເສບຕິດລາຍໃຫ່ຍ ໄດ້ 5 ຄົນ
Screen captured: Raosukunfung

ຢາເສບຕິດຢູ່ ສປປລາວ ໃນປັດຈຸບັນ ມີລັກສນະເພີ້ມຂຶ້ນ ແລະແຜ່ຂຍາຍໄປ ທົ່ວທຸກບ່ອນໃນສັງຄົມ ໃນຣະດັບທີ່ແຕກຕ່າງກັນ, ມີທັງ ຄົນລາວ ແລະຊາວຕ່າງ ປະເທສຄ້າຂາຍຢາເສບຕິດ, ລັກເຄື່ອນຍ້າຍຢູ່ພາຍໃນລາວ ແລະລຳລຽງຂົນສົ່ງຂ້າມຊາດ ໂດຍນໍາໃຊ້ພາຫະນະ ແລະເຕັກນິກ ທີ່ທັນສມັຍ ຢ່າງເລິກແລບແນບນຽນ. ຕາມຄໍາເວົ້າຂອງ ທ່ານ ສົມແກ້ວ ສີລາວົງ ຣັຖມົນຕຣີກະຊວງປ້ອງກັນຄວາມສງົບ ຢູ່ໃນຣາຍງານຕໍ່ກອງປະຊຸມສມັຍສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ 8.

ເພື່ອຄວາມກະຈ່າງແຈ້ງກ່ຽວກັບເຣຶ່ອງທີ່ວ່ານັ້ນ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ຖາມ ໄປຍັງຄນະກັມການແຫ່ງຊາດ ເພື່ອກວດກາ ແລະຄວບຄຸມ ຢາເສບຕິດ ປະຈໍາຫ້ອງວ່າການສໍານັກງານນາຍົກຣັຖມົນຕຣີ ທີ່ນະຄອນຫຼວງວຽງຈັນ ໃນທ້າຍອາທິດທີ່ຜ່ານມາ. ແຕ່ເຈົ້າໜ້າທີ່ບອກວ່າໃຫ້ ຂຽນໜັງສືມາຫາຄນະເພີ່ນ ເປັນລາຍລັກອັກສອນ ກ່ອນທີ່ຈະໃຫ້ຄວາມເຫັນໄດ້.

ໃນຂນະດຽວກັນ ທ່ານກໍບອກວ່າ ສະພາບຢາເສບຕິດໃນລາວ ກໍເປັນໄປໃນລັກສນະທີ່ ທ່ານ ສົມແກ້ວ ເວົ້າ:

"ຄຶດວ່າກະແມ່ນແມ່ນລັກສນະນັ້ນແຫລະ ແລະກະມັນມັນກະມີສາເຫດມັນຫັ້ນນະນໍ ແລະກະມັນຫລາຍໆອັນ ຢູ່."

ບັນຫາທີ່ໜ້າເປັນຫ່ວງ ແມ່ນຢາເສບຕິດໄດ້ຊຶມເລິກ ເຂົ້າຫຼາຍຊັ້ນຄົນໃນສັງຄົມ, ສ້າງຄວາມບໍ່ສງົບ ແກ່ປະເທສຊາດບ້ານເມືອງ, ທໍາລາຍ ຖັນແຖວຊາວໜຸ່ມ-ເຍົາວະຊົນ, ກໍ່ໃຫ້ເກີດການຫລິ້ນກິນຟຸມເຟືອຍ, ເປັນນັກເລງອັນຕະພານ, ຂີ້ ລັກ, ງັດແງະ, ປຸ້ນຈີ້ ຊິງຊັບ, ອາລະວາດ ແລະອື່ນໆ. ຕາມຄໍາເວົ້າຂອງ ທ່ານ ສົມແກ້ວ ສີລາວົງ.

ບັນຫາທີ່ວ່ານີ້ ເປັນບັນຫາຫຍຸ້ງຍາກ ທີ່ຍັງແກ້ໄຂບໍ່ຕົກ ຍ້ອນມີພະນັກງານພັກ-ຣັຖ ທັງຢູ່ສູນກາງ ແລະທ້ອງຖິ່ນຈໍານວນນຶ່ງ ໃນທົ່ວປະເທສ ພົວພັນນໍາ ແລະບໍ່ສາມາດມ້າງເຄືອຂ່າຍ ແລະຫົວໂປ່ໂຕການຄ້າຢາເສບຕິດ ຣາຍໃຫຍ່ໄດ້ໝົດ, ຈັບໄດ້ພຽງ 3 ຄົນຄື: ທ້າວ ໄຊຊະນະ ແກ້ວພິມພາ ທີ່ຖືກຈັບຢູ່ສນາມບິນ ສຸວັນນະພູມປະເທສໄທ ທ້າວ ສີສຸກ ດາວເຮືອງ ຖືກຈັບຢູ່ແຂວງຫຼວງພະບາງ ແລະທ້າວ ຄອນປະສົງ ສຸກກະເສີມ ຖືກຈັບຢູ່ແຂວງຄຳມ່ວນ.

ແລະເມື່ອທ້າຍເດືອນພຶສພາ ທີ່ຜ່ານມາ ສານປະຊາຊົນແຂວງສວັນນະເຂດ ກໍໄດ້ຕັດສິນປະຫານຊີວິດ ຜູ້ຕ້ອງຫາໃນຄະດີ ລັກລອບຂົນສົ່ງ ຢາບ້າ 114 ພັນ ເມັດ 3 ຄົນຄືນາງ ກະລຸນາ ແຕ່ພວກກ່ຽວ ຈະຍື່ນອຸທອນຄໍາຕັດສິນຂອງສານ. ດັ່ງເຈົ້າໜ້າທີ່ ຫ້ອງການ ສານປະຊາຊົນ ແຂວງສວັນນະເຂດ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 22 ມິຖຸນາ ນີ້ວ່າ:

"ຕົວນີ້ນີ່ເຮົາຕັດສິນປະຫານຊີວິດຢູ່ ເພາະວ່າມັນຍັງບໍ່ທັນໝົດຂັ້ນຕອນເທື່ອ ແຕ່ວ່າເພີ່ນສິປະຫານແທ້ຫລືບໍ່ ມັຍັງມີຂັ້ນອຸທອນ ຂັ້ນລົບລ້າງ ແລະຂໍອະພັຍໂທດ ຈາກປະເທດ ຍັງບໍ່ທັນຮູ້ຈັກເພີ່ນສິແນວໃດ ຫັ້ນນະ ເຮົາບໍ່ທັນຮູ້ຈັກວ່າ ເພີ່ນສິຍັງຍື່ນເອົາຫລືບໍ່ ຫັ້ນນະ ມັນຕ້ອງວ່າໄປ ຕາມຂັ້ນຕອນ ມັນກ່ອນຮອດຂັ້ນສຸດທ້າຍ ເພີ່ນສິວ່າຈັ່ງໃດ ເພີ່ນສິປະຫານ ຫລືບໍ່ ກໍຍັງຮູ້ຈັກຕົວນີ້."

ຕາມກົດໝາຍອາຍາ ສປປລາວ ມາດຕຣາ 146, ວັກສຸດທ້າຍຂອງຂໍ້ 2 ທີ່ເວົ້າເຖິງຢາບ້າ ກໍານົດເອົາໄວ້ວ່າ ບຸກຄົນຜູ້ໃດຫາກຜລິດ, ປຸງແຕ່ງ, ມີໄວ້ໃນຄອບຄອງ, ຄ້າຂາຍ, ຈໍາໜ່າຍ, ນໍາເຂົ້າ, ສົ່ງອອກ ຫລືນໍາຢາເສບຕິດຜ່ານ ສປປ ລາວ ເຊັ່ນ;ເຮໂຣອິນ, ມອກຟິນ, ໂຄເຄນ, ຢາອີ, ຢາບ້າ ຫຼື ວັດຖຸອອກລິດຕໍ່ ຈິດປະສາດອື່ນໆ ຜ່ານ ສປປລາວ ເກີນກວ່າສາມກິໂລກຣາມ ຂຶ້ນໄປ ຈະຖືກ ລົງໂທດ ປະຫານຊວິດ.

ແລະໃນມື້ວັນທີ 11 ມິຖຸນານີ້ ຕໍາຣວດແຂວງຜົ້ງສາລີ ແລະຕໍາຣວດແຂວງດຽນບຽນ ຂອງວຽດນາມ ກໍໄດ້ຮ່ວມກັນຈັບຄົນລາວ 3 ຄົນ ທີ່ລັກລອບຂົນສົ່ງຢາເສບຕິດ ຣາຍໃຫຍ່ ຢູ່ຣະຫວ່າງເຂດຊາຍແດນ ແຂວງຜົ້ງສາລີ ແລະແຂວງດຽນບຽນ, ຍຶດຢາບ້າ ໄດ້ 31 ພັນເມັດ, ເຮໂຣອິນ 10 ແທ່ງ, ຝິ່ນ 2 ກິໂລ ແລະປືນອີກ 3 ກະບອກ.

ສື່ສັງຄົມຂອງທາການລາວ ໄດ້ຣາຍງານວ່າ ມີນັກໂທດຢາເສບຕິດ ທີ່ຖືກສານ ຕັດສິນປະຫານຊີວິດ ທັງໝົດ 5 ຄົນ ຄື 3 ຄົນຢູ່ແຂວງ ສວັນນະເຂດ ແລະ 2 ຄົນຢູ່ ແຂວງອຸດົມໄຊ ທີ່ຖືກສານຕັດສິນ ເມື່ອເດືອນ ກໍຣະກະດາ ປີທີ່ແລ້ວ ແຕ່ຍັງບໍ່ທັນມີຄົນໃດ ຖືກປະຫານ.

ແຕ່ເຖິງຢ່າງໃດກໍຕາມ ຫຼາຍຄົນກໍເວົ້າວ່າ ບັນຫາຢາເສບຕິດຢູ່ ສປປລາວ ເປັນພຽງບັນຫາປີກຍ່ອຍ ທຽບໃສ່ບັນຫາ ທີ່ເກີດຈາກຣະບອບ ການປົກຄອງ ແບບຜະເດັດການພັກດຽວ ຜູກຂາດອໍານາດ ຂອງຜູ້ນໍາພັກ ປະຊາຊົນປະຕິວັດລາວ ຊຶ່ງກະທົບໃສ່ ການພັທນາເສຖກິດ ແລະ ສັງຄົມລາວ ທີ່ມີພົລເມືອງ 6 ລ້ານ 5 ແສນຄົນໃນປັດຈຸບັນ ຊຶ່ງບໍ່ມີຄວາມສງົບ, ເກີດພຍາດອາຍາສິດ, ໃຊ້ອໍານາດເກີນຂອບເຂດ ຂອງ ຣະບຽບກົດໝາຍ, ປາບປາມປະຊາຊົນ ຜູ້ຮຽກຮອງເອົາສິດ ເສຣີພາບ ປະຊາທິປະໄຕ ແລະ ຄວາມເປັນທັມ; ໃນສັງຄົມ ມີການຫລິ້ນພັກ ຫຼິ້ນພວກ, ສໍ້ຣາດບັງຫຼວງ ແລະອື່ນໆ ທີ່ທ່ວງດຶງຄວາມກ້າວໜ້າ ຂອງປະເທສຊາດ; 40 ປາຍປີຜ່ານມາແລ້ວ ແຕ່ກໍຍັງບໍ່ສາມາດເຮັດໃຫ້ ລາວ ຫຼຸດພົ້ນອອກ ຈາກການເປັນປະເທສດ້ອຍພັທນາໄດ້,

ປະຊາຊົນລາວສ່ວນຫລວງຫລາຍ ທຸກຍາກລໍາບາກ ຂາດເຂີນແລ້ວບໍ່ແລ້ວ ຍັງຖືກຣັຖບາລ ສປປລາວ ນໍາໄປເປັນໜີ້ຕ່າງປະເທສ ຢ່າງ ມະຫາສານອີກດ້ວຍ.

ເວົ້າເຖິງເຣຶ່ອງການຄ້າຢາເສບຕິດ ດັ່ງຊາວບ້ານຜູ້ຮູ້ເຣຶ່ອງນີ້ດີ ເວົ້າຕໍ່ວິທຍຸເອ ເຊັຍເສຣີ ເມື່ອເລີ້ມເປີດກອງປະຊຸມ ເທື່ອທີ 5 ຂອງສະພາ ແຫ່ງຊາດວ່າ ບັນຫານີ້ແຮງໜັກ:

"ບັນຫາໂຕນີ້ແຮງໜັກ ບໍ່ວ່າໂຕເມືອງ ບໍ່ວ່າຊົນນະບົດ ບໍ່ວ່າຢູ່ບ້ານນອກຂອກຄາເມ ຜູ້ເຖົ້າ ຜູ້ໜຸ່ມ ຜູ້ໄວລຸ້ນ ໄວກາງ ເອົາໜັກແຫລະ ດຽວນີ້ນະ."

ເວົ້າເຖິງສາເຫດຕົ້ນຕໍ ທີ່ພາໃຫ້ເກີດບັນຫາດັ່ງກ່າວ ຫຼາຍຄົນເວົ້າວ່າ ທາງການ ສປປລາວ ບໍ່ພຽງແຕ່ພຍາຍາມຫລີກລ້ຽງການ ເວົ້າເຖິງ ຄວາມລົ້ມແຫລວ ແລະຄວາມຜິດພາດ ຂອງແນວທາງ ແຜນນະໂຍບາຍ ຂອງຜູ້ນໍາພັກ ປະຊາຊົນ ປະຕິວັດ ລາວ ທີ່ຜູກຂາດອໍານາດ ມາເຖິງ 40 ປາຍປີ ທີ່ໄດ້ສ້າງໂທສກັມ ອັນໜັກໜ່ວງບໍ່ຈັກວ່າເທົ່າໃດ ທີ່ເຮັດໃຫ້ປະເທສຊາດ ແລະປະຊາຊົນລາວ ບໍ່ພຽງແຕ່ຂາດສິດ, ເສຣີພາບ ແລະປະຊາທິປະໄຕ ເທົ່ານັ້ນ ແຕ່ຫາກຍັງຖິ້ມໂທດໃສ່ ປະຊາຊົນຕື່ມອີກ ໂດຍເວົ້າວ່າ ກ່ອນອື່ນກໍ່ແມ່ນ ປະຊາຊົນ ຍັງບໍ່ທັນ ເຊື່ອມຊຶມ ຢ່າງເລິກເຊິ່ງ ຕໍ່ແນວທາງປ້ອງກັນຊາດ-ປ້ອງກັນຄວາມສງົບທົ່ວປວງຊົນ ຮອບດ້ານຂອງພັກ ແລະທັງວ່າ ການສຶກສາອົບຮົມ ຜົນຮ້າຍຂອງຢາເສບຕິດ ບໍ່ທັນກວ້າງຂວາງ

ການບັງຄັບໃຊ້ກົດໝາຍຕໍ່ຜູ້ພົວພັນຊື້-ຂາຍ ຢາເສບຕິດ ບໍ່ທັນເຂັ້ມງວດ ແລະເດັດຂາດ. ທີ່ຜ່ານມາ ເຖິງມີການຕັດສິນຄະດີ ຢາເສບຕິດ ລົງໂທດປະຫານຊີວິດ. ແຕ່ໃນຕົວຈິງບໍ່ຖືກປະຫານ. ການປະສານງານ ຣະຫວ່າງຕຳຣວດ ກັບອົງການອັຍການ, ສານແລະອົງການ ທີ່ກ່ຽວຂ້ອງ ແຕ່ລະຂັ້ນ ຍັງບໍ່ທັນກົມກຽວກັບຕົວຈິງ, ການແກ້ໄຂຄະດີຊັກຊ້າ ແລະແກ່ຍາວ. ມີບາງຄະດີຈະແຈ້ງແລ້ວ ແຕ່ກໍ່ບໍ່ຕັດສິນ ຫຼືຕັດສິນຕ່ຳກວ່າຄວາມຜິດຕົວຈິງ, ມີເຈົ້າໜ້າທີ່ແຕ່ລະຂັ້ນ ຈຳນວນໜຶ່ງບໍ່ໂປ່ງໃສ ບໍ່ທ່ຽງທຳ ໃນການດຳເນີນຄະດີ, ປ່ຽນຮູບຄະດີໜັກ ເປັນເບົາ, ຜິດເປັນຖືກ, ຂອງແທ້ເປັນຂອງປອມແລະອື່ນໆ. ຕາມຄໍາເວົ້າຂອງທ່່ານ ສົມແກ້ວ ສີລາວົງ.

ແມ່ນແຕ່ ທ່ານ ທອງລຸນ ສີສຸລິດ ຜູ້ເປັນນາຍົກຣັຖມົນຕຣີເອງ ກໍຍອມຮັບກ່ຽວກັບ ເຣຶ່ອງທີ່ວ່ານີ້ຢູ່ໃນກອງປະຊຸມ ເທື່ອທີ 5 ຂອງສະພາ ແຫ່ງຊາດ ຊຸດທີ 8 ແລະທັງວ່າ ຣັຖບາລ ຈະສືບຕໍ່ແກ້ໄຂ:

"ຣັຖບານຈະສືບຕໍ່ ແກ້ໄຂຢ່າງເອົາໃຈໃສ່ເປັນພິເສດ ຜູ້ທີ່ຈັບມາແລ້ວຕ້ອງເອົາຂຶ້ນສານ ຕ້ອງເອົາໄປສືບສວນສອບສວນ. ຂ້າພະເຈົ້າຈະ ຖາມເລື້ອຍໆວ່າເອົາຂຶ້ນແລ້ວບໍ່ ເອົາໄປສືບສວນ ແລ້ວບໍ່ເອົາໄປຕັດສິນແລ້ວບໍ່ ຣາຍໃຫຍ່ໆຍັງບໍ່ທັນເຫັນ ແຕ່ວ່າຄິດວ່າຈະເຫັນ ໃນມື້ນຶ່ງ ເອົາບັນດາຫົວໂປ່ໂຕການ ອັນນີ້ຂຶ້ນຕັດສິນ."


ແຕ່ປະຊາຊົນລາວ ກໍຍັງບໍ່ເຊື່ອວ່າ ບັນຫາທີ່ວ່ານີ້ຈະຖືກແກ້ໄຂໄດ້ ຖ້າຫາກວ່າຣັຖບາລບໍ່ເອົາຈິງເອົາຈັງ ດັ່ງທີ່ທ່ານກ່າວວ່າ:

"ຖ້າຣັຖບານເຮັດ ມັນກະບໍ່ຍາກ ເພາະວ່າຜ່ານມາຫັ້ນ ເພິ່ນກະເຮັດໄດ້ຫຼາຍພໍສົມຄວນຢູ່ ແຕ່ໄຊຊະນະ ມານີ້ນະ ແຕ່ວ່າຊ່ວງນີ້ເພິ່ນກະມີ ນະໂຍບາຍ ກະດີໃຈຫັ້ນແຫລະ ຄັນຖ້າຣັຖບານ ເອົາຈິງມັນກະສິໝົດໄປຫັ້ນແຫລະ."

ກ່ຽວກັບການແກ້ໄຂບັນຫາຢາເສບຕິດນີ້ບໍ່ໄດ້ ຫຼາຍຄົນເວົ້າວ່າ ເປັນເຣຶ່ອງປົກກະຕິສໍາລັບຢູ່ ສປປລາວ ຍ້ອນວ່າກົດໝາຍ ທີ່ຖືກປະກາດໃຊ້ 132 ສະບັບຮວມທັງ ກົດໝາຍວ່າດ້ວຍ ຢາເສບຕິດ ຕາມມາດຕຣາ 1 ທີ່ກໍານົດຫຼັກການ, ຣະບຽບການ ແລະ ມາຕການ ກ່ຽວກັບການ ຄວບຄຸມ, ສະກັດກັ້ນ ແລະຕ້ານຢາເສບຕິດ ບໍ່ໄດ້ຮັບການຈັດຕັ້ງປະຕິບັດ ໃຫ້ເກີດຜົລເປັນຈິງ ພໍເທົ່າໃດ.

ຫລາຍຄົນເວົ້າວ່າ ໃນ 40 ປາຍປີ ທີ່ຜູ້ນໍາພັກປະຊາຊົນປະຕິວັດລາວ ກໍາອໍານາດມານີ້ ບໍ່ສາມາດມ້າງເຄືອຂ່າຍ ແລະຫົວໂປ່ໂຕການຄ້າ ຢາເສບຕິດ ຣາຍໃຫຍ່ໃຫ້ໝົດໄປໄດ້. ກົງກັນຂ້າມຢາເສບຕິດເປັນຕົ້ນຢາບ້າ ຂຍາຍວົງກວ້າງບໍ່ພຽງແຕ່ຢູ່ ຕົວເມືອງໃຫຍ່ ຕົວເມືອງນ້ອຍ ແລະຢູ່ຕາມຊານເມືອງເທົ່ານັ້ນ ແມ່ນແຕ່ຢູ່ຕາມຊົນນະບົດ ຫ່າງໄກສອກຫຼີກ ກໍຍັງໄປຮອດ ໄປເຖິງ. ດັ່ງຊາວບ້ານ ທ່ານດຽວກັນກ່າວຕື່ມ ອີກວ່າຢາເສບຕິດ ເປັນບັນຫາໃຫຍ່:

".ເປັນບັນຫາໃຫຍ່ ແກ້ໄດ້ຍາກ ແກ້ບໍ່ຕົກຈັບເທົ່າໃດແຫ່ງ ຜລິດອອກມາຫຼາຍ ຈັບກັນມະນຶງມະນືດຂນະທີ່ຂ່າວ "ມະຫາສານ" ຣາຍງານວ່າ ແຂວງບໍ່ແກ້ວ ຈູດທໍາລາຍຢາເສບຕິດ ໃນມື້ວັນທີ 26 ມິຖຸນາ 2018 ນີ້ ລວມທັງໝົດໜັກ 193,900 ປາຍ ກິໂລກຣາມ. ໃນນັ້ນມີຢາບ້າ, ເຮໂຣອິນ, ຢາໄອສ໌ ແລະຝຸ່ນແປ້ງສີຂາວ."

ແຕ່ເຖິງຢ່າງໃດກໍຕາມ ທາງການລາວກໍວ່າ ມີວິທີການແລະມາດຕະການແກ້ ໄຂ ບັນຫາຢາເສບຕິດຢູ່ ສປປລາວ ໂດຍເວົ້າວ່າ ຈະສືບຕໍ່ ເຊື່ອມຊຶມແລະປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສງົບ ທົ່ວປວງຊົນຮອບດ້ານ ຂອງພັກ, ຄຳສັ່ງຂອງ ນາຍົກຣັຖມົນຕຣີ ເລກທີ 27 ວ່າດ້ວຍການແກ້ໄຂ ປະກົດການ ຫຍໍ້ທໍ້ ໃນສັງຄົມແລະ ຄຳສັ່ງຂອງຄນະເລຂາທິການ ສູນກາງພັກ ເລກທີ 22 ວ່າດ້ວຍການເພີ່ມທະວີ ສະກັດກັ້ນ ແລະແກ້ໄຂບັນຫາຢາເສບຕິດ ແລະທັງໄດ້ຮັບການສນັບສນູນ ຊ່ອຍເຫລືອ ຈາກອົງການຈັດຕັ້ງສາກົນ ແລະຫຼາຍປະເທສ ເປັນຕົ້ນ ສະຫະປະຊາຊາດ ດ້ານຢາເສບຕິດ ແລະອາຊຍາກັມ ແລະສະຫະຣັຖອາເມຣິກາ ເປັນຢ່າງດີຕລອດມາ, ແຕ່ຣັຖບາລ ສປປລາວ ກໍຍັງບໍ່ສາມາດແກ້ໄຂໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.