ສາມຫຼ່ຽມຄຳເປັນບ່ອນຜລິດ ຢາ ເສພຕິດ
2015.04.22
ທ່ານ ເພີ່ມພົງ ເຊົາວະລິດ ເລຂາທິການ ຄນະ ກັມມະການ ປ້ອງກັນ ແລະ ປາບປາມ ຢາເສບຕິດ ແຫ່ງ ປະເທດ ໄທ ໄດ້ ໃຫ້ ສຳພາດ ຕໍ່ ເອເຊັຽ ເສຣີ ວ່າ ປັດຈຸບັນ ເຂດ ສາມຫລ່ຽມ ຄຳ ຍັງເປັນ ແຫລ່ງ ຜຜິດ ຢາເສບຕິດ ຣາຍ ໃຫຍ່ ອັນດັບ ຕົ້ນ ຂອງໂລກ ຢູ່ ຊຶ່ງ ມີ ການ ນຳເອົາ ສາຣ ສ່ວນປະສົມ ເຂົ້າມາ ໃນເຂດ ດັ່ງກ່າວ ຢ່າງ ແພ່ລາມ ແລະ ສປປລາວ ກໍ ເປັນ ທາງຜ່ານ ຂອງ ຂະບວນການ ຄ້າ ຢາເສບຕິດ ຂ້າມຊາດ ຊຶ່ງ ຈະຂົນ ຢາເສບຕິດ ໄປ ວຽດນາມ ໄປ ຈີນ ແລະ ປະເທດ ອື່ນໆ. ດັ່ງ ທ່ານ ກ່າວ ວ່າ:
"ເຮົາຄົງ ຕ້ອງ ໃຫ້ ຄວາມ ສຳຄັນ ຍ້ອນ ເຂດ ສາມຫລ່ຽມ ຄຳ ຍັງເປັນ ພື້ນທີ່ ຜລິດ ຢາ ເສບຕິດ ຂອງ ໂລກ ຢູ່ ສະນັ້ນ ການຜລິດ ຢາ ເສບຕິດ ໄດ້ ຈະຕ້ອງມີ ສາຣ ເລີ້ມຕົ້ນ ເຮົາ ຈຶ່ງຕ້ອງ ດຳເນີນ ການ ໃນ ເວລາ ນີ້ ສປປລາວ ເປັນ ທາງຜ່ານ ແລະ ມີການ ຜລິດ ຢູ່ ດ້ວຍ ແຕ່ ຈຳນວນ ຫນ້ອຍ".
ໃນ ວັນທີ 21 ເມສາ ປີ 2015 ຢູ່ ບາງກອກ ປະເທດ ໄທ ຄນະ ກັມມະການ ຄວບຄຸມ ຢາເສບຕິດ ຣະຫວ່າງ ຊາດ ອົງການ ຢາເສບ ຕິດ ແລະ ອາຊຍາກັມ ສະຫະ ປະຊາຊາດ ແລະ ຄນະ ກັມມະການ ປ້ອງກັນ ຢາເສບຕິດ ຂອງ ໄທ ໄດ້ຮ່ວມ ກັນ ຈັດ ກອງປະຊຸມ ກ່ຽວກັບ ສາຣເຄມີ ສຳລັບ ຜລິດ ຢາເສບຕິດ ໂດຍ ມີ ຜູ້ແທນ ຈາກ 40 ປະເທດ ເຂົ້າຮ່ວມ ເພື່ອ ຊອກ ຊ່ອງທາງ ສະກັດກັ້ນ ສາຣ ດັ່ງກ່າວ ໃນ ພູມີພາກ ແຕ່ ຄັ້ງນີ້ ບໍ່ມີ ເຈົ້າຫນ້າທີ່ ຈາກ ສປປລາວ ເຂົ້າຮ່ວມ.
ທ່ານ ເພີ່ມພົງ ກ່າວ ຕື່ມວ່າ ບັນຫາ ຢາເສບຕິດ ຈາກ ເຂດ ສາມຫລ່ຽມຄຳ ໄດ້ ສົ່ງ ຜົລກະທົບ ຕໍ່ 4 ປະເທດ ລຸ່ມ ແມ່ນ້ຳຂອງ ເປັນຕົ້ນ ໄທ ລາວ ພະມ້າ ແລະ ຈີນ ມາຕຣອດ ຊຶ່ງ ໃນ ເວລາ ຕໍ່ໄປ ບັນດາ ປະເທດ ເຫລົ່ານັ້ນ ຕ້ອງ ຮ່ວມກັນ ເພີ້ມ ຄວາມ ຮ່ວມມື ໃນການ ປາບປາມ ໃຫ້ ຫລາຍຂຶ້ນ. ຊຶ່ງ ໃນ ເດືອນ ກັນຍາ ປີ ນີ້ ຈະມີ ກອງປະຊຸມ ຫາລືກັນ ອີກ ເທື່ອນຶ່ງ ເພື່ອ ກວດລ້າງ ກຸ່ມ ດັ່ງກ່າວ.
ທ່ານວ່າ ຜ່ານມາ ການ ປະສານ ວຽກງານ ສະກັດກັ້ນ ຢາເສບຕິດ ຣະຫວ່າງ ໄທ ກັບ ລາວ ເປັນໄປ ດ້ວຍດີ ທາງການ ລາວ ກໍໃຫ້ ຄວາມ ຮ່ວມມື ຢ່າງ ໃກ້ຊິດ ແລະ ກໍມີການ ຈັດກອງ ປະຊຸມ ຣະຫວ່າງ ກັນ ທຸກໆ ປີ ທັງໃນ ສ່ວນກາງ ແລະ ຕາມ ແນວ ຊາຍແດນ ລາວ-ໄທ ແລະ ຈະສືບຕໍ່ ເພີ້ມ ຄວາມ ຮ່ວມມື ຫລາຍຂຶ້ນ ໃນ ອະນາຄົດ.