ຂ.ບໍ່ແກ້ວຢາເສບຕິດ ຍັງເປັນ ບັນຫາ
2018.06.27

ເຈົ້າຫນ້າທີ່ ປກສ ທີ່ແຂວງບໍ່ແກ້ວ ໄດ້ຈູດເຝົາຢາເສບຕິດ ຢ່າງຫລວງຫລາຍ ວ່າງຫລັງໆມານີ້ ໂດຍສະເພາະຢາບ້າ ກວ່າສອງລ້ານເມັດ ແລະຜົງສ່ວນປະສົມ ສຳລັບຜລິດຢາບ້າ ຈຳນວນ 20 ເປົາ ນ້ຳຫນັກ ປະມານ 500 ກິໂລກຣາມ ທີ່ຖືກຍຶດມາໄດ້. ດັ່ງ ເຈົ້າຫນ້າທີ່ ປກສ ກ່າວຕໍ່ເອເຊັຽເສຣີວ່າ:
"ແມ່ນລະຍຶດມາໄດ້ຫມົດປີ ໂດຍຜ່ານຕັດສິນຂອງສານເນາະ ແລະຕົວບໍ່ມີເຈົ້າກັມ ກໍບໍ່ຫລາຍເນາະ ແປ້ງນັ້ນ 20 ເປົາ, ແຕ່ວ່າຕົວທີ່ຍັງ ບໍ່ທັນຕັດສິນນີ້ມີຫລາຍຢູ່ ແມ່ນລະມີຫລາຍຢູ່ ສູ່ມື້ນີ້ ກະຍັງຈັບຢູ່ລາຍຍ່ອຍ ລາຍໃຫຍ່ສອງສາມມື້ນີ້ ກະຈັບໄດ້ຢູ່ ສອງສາມມື້ແລ້ວນີ້ ກະຈັບໄດ້ຢູ່ 20 ປາຍກວ່າມັດ ທີ່ວ່າມາທາງຕົ້ນເຜີ້ງ ເຂດສາມຫລ່ຽມຄຳມາ ທາງແຂວງເຮົານີ້."
ທ່ານກ່າວຕຶ່ມວ່າ ຢາເສບຕິດທີ່ຖືກທຳລາຍຖິ້ມນັ້ນເປັນພຽງພາກສ່ວນນ້ອຍໆເທົ່ານັ້ນ ຍັງມີຫລາຍກວ່ານີ້ ຍັງລໍຖ້າການຈູດເຝົາຢູ່ ເພາະ ຍັງຫລາຍຄະດີ ທີ່ສານຍັງບໍ່ທັນຕັດສີນເທື່ອ. ຢາເສບຕິດທີ່ຍຶດໄດ້ແລະຖືກທຳລາຍນີ້ ສ່ວນໃຫຍ່ແມ່ນມາຈາກ ສາມຫລ່ຽມຄຳຈຸດເຊື່ອມຕໍ່ ຣະຫວ່າງລາວ ໄທ ພະມ້າ.
ທ່ານວ່າ ປັດຈຸບັນ ແຂວງບໍ່ແກ້ວ ມີຄະດີຜູ້ຄ້າຢາເສບຕິດທັງຫມົດ 125 ກໍຣະນີ ຈັບຜູ້ຄ້າຢາເສບຕິດໄດ້ 144 ຄົນ ໃນນັ້ນມີ ຄົນຕ່າງຊາດ ສີ່ຄົນ ຜູ້ຕ້ອງສົງສັຍ ທີ່ຍັງບໍ່ສາມາດຈັບໄດ້ອີກ 21 ຄົນ.
ເຈົ້າຫນ້າທີ່ທ່ານນີ້ ເວົ້າວ່າ ບັນຫາຢາເສບຕິດ ທີ່ແຂວງບໍ່ແກ້ວຫນ້າເປັນຫວ່ງ ຍ້ອນວ່າ ຜູ້ຕ້ອງຫາຜູ້ທີ່ຖືກຈັບໄດ້ນັ້ນ ເປັນຜູ້ຄ້າລາຍຍ່ອຍ ບາງຄົນຊື້ມາເສບເອງ ຫລືຮັບຢາບ້າມາຂາຍຕໍ່ເທົ່ານັ້ນ ສ່ວນຫົວໂປ່ໃຫຍ່ນັ້ນ ຍັງຕາມຫາຢູ່ ອາດຈະໃຊ້ເວລາດົນນານ ແລະຢາເສບຕິດ ກໍເພິ້ມຂຶ້ນເລື້ອຍໆ.