ຕໍາຣວດແຂວງຫົວພັນ ຈັບຍຶດ ຢາເສພຕິດ
2018.05.02

ເຈົ້າໜ້າທີ່ຕໍາຣວດແຂວງຫົວພັນ ໄດ້ຈັບພວກຄ້າຂາຍຢາເສພຕິດ ຣາຍໃຫຍ່ໄດ້ ພ້ອມຂອງກາງ ທີ່ເປັນຢາໄອຊ 40 ກິໂລກຣາມ, ຢາບ້າ 78 ພັນເມັດ ແລະເຮໂຣອິນ 2 ແທ່ງ ທີ່ຕຽມສົ່ງຂາຍໄປເມືອງຊໍາເໜືອ ແຕ່ຖືກເຈົ້າໜ້າທີ່ ຈັບຍຶດໄດ້ກ່ອນ.
ເຈົ້າໜ້າທີ່ປ້ອງກັນຄວາມສງົບ ຈັບພວກຄ້າຢາເສບຕິດ ຣາຍໃຫຍ່ເທື່ອນີ້ ຢູ່ເຂດບ້ານນາທົ່ງຈອງ ເມືອງຊໍາເໜືອ ແຂວງຫົວພັນ ຜູ້ຕ້ອງຄະດີ ມີຊື່ວ່າ ທ້າວ ທອງສີ ຢາງ ອາຍຸ 62 ປີ. ດັ່ງເຈົ້າໜ້າທີ່ ສະກັດກັ້ນຢາເສບຕິດແຂວງຫົວພັນ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 1 ພຶສພາ ນີ້ວ່າ:
“ເຮົາຈັບໄດ້ ກໍປະຕິບັດຕາມກົດໝາຍ 1 ກິໂລນີ້ ຖືກຄຸກຈັກປີ ຈໍາຄຸກຈັກປີ ປັບໃຫມເທົ່າໃດ ຖືກຮິບຊັບບໍ ບໍ່ຖືກຮິບຊັບບໍ ເທົ່ານັ້ນແຫລະ.”
ຈາກການສອບສວນ ຜູ້ກ່ຽວຮັບສາຣະພາບວ່າ ຢາເສບຕິດດັ່ງກ່າວ ເປັນຂອງຕົນແທ້ ໂດຍຊື້ມາຈາກ ຂະບວນການດຽວກັນ ເພື່ອຈະເອົາໄປ ຂາຍໃຫ້ຜູ້ສັ່ງຊື້ ຢູ່ເມືອງຊໍາເໜືອ. ປັຈຈຸບັນ ເຈົ້າໜ້າທີ່ກໍາລັງສຶບຫາ ຜູ້ຮ່ວມຂະບວນການ ເພື່ອນໍາມາດໍາເນີນຄະດີ ຕາມກົດໝາຍໂດຍໄວ.
ຢ່າງໃດກໍຕາມ ທ່ານ ກຸ ຈັນສີນາ ປະທານຄນະກັມມະການ ຄວບຄຸມແລະກວດກາ ຢາເສບຕິດ ແຫ່ງຊາດ ຣາຍງານວ່າ ໃນປີ 2017 ທີ່ ຜ່ານມາ ທາງການລາວ ສາມາດຈັບ ແກັງຢາເສບຕິດ ໄດ້ 3,740 ຄົນ ແລະຍຶດຂອງກາງ ເປັນຢາເສບຕິດ ພ້ອມທັງອາວຸດ ໄດ້ຈໍານວນ ຫລວງຫລາຍ ແລະທີ່ຈັບໄດ້ຫລາຍທີ່ສຸດ ກໍແມ່ນຢູ່ ນະຄອນຫລວງວຽຈັນ.