ລາວ-ພະມ້າຮ່ວມມືປາບຢາເສບຕິດ

0:00 / 0:00

ລາວ-ພະມ້າ ຮ່ວມມື ກວດກາ ປາບປາມ ຢາເສບຕິດ ຕາມ ແນວ ຊາຍແດນ ຣະຫວ່າງ ສອງ ປະເທສ. ທາງການ ລາວ ແລະ ພະມ້າ ໄດ້ ມີປະຊຸມ ຮ່ວມກັນ ກ່ຽວກັບ ການ ຮ່ວມມື ໃນການ ຄວບຄຸມ ຢາເສບຕິດ ຄັ້ງທີ 5 ທີ່ ນະຄອນ ຫລວງ ວຽງຈັນ ໃນ ວັນທີ 11-12 ມິນາ 2015 ພາຍໃຕ້ ການ ເປັນ ປະທານ ຂອງ ທ່ານ ກຸ ຈັນສີນາ ປະທານ ຄນະ ກັມການ ແຫ່ງຊາດ ເພື່ອ ກວດກາ ແລະ ປາບປາມ ຢາເສບຕິດ ແລະ ພົນຈັຕວາ ຈໍ ຈໍ ທູນ ຣັຖມົນຕຣີ ກະຊວງ ມະຫາດໄທ ພະມ້າ. ດັ່ງ ເຈົ້າໜ້າທີ່ ລາວ ເວົ້າວ່າ:

"ຣະຫວ່າງ ເຈົ້າໜ້າທີ່ ລາວ ກັບ ເຈົ້າໜ້າທີ່ ພະມ້າ ເຂົາປະສານ ສົມທົບ ກັນ ເວົ້າເຣຶ່ອງ ຣາຍງານ ສະພາບ ໂດຍຫຍໍ້ ແລະ ວິທີ ສະກັດກັ້ນ ບັນຫາ ຕ່າງໆ ຕາມ ຊາຍແດນ ເພື່ອ ເຮັດໃຫ້ ບັນຫາ ນີ້ ໄດ້ຮັບ ການແກ້ ໄຂ".

ທ່ານເວົ້າ ຕໍ່ໄປວ່າ ໃນ ຣະຍະ ຜ່ານມາ ຕາມແນວ ຊາຍແດນ ສອງ ປະເທສ ລາວ-ພະມ້າ ມີການ ລັກຂົນ ຢາເສບຕິດ ຈາກ ພະມ້າ ເຂົ້າມາ ລາວ ໂດຍ ສະເພາະ ແມ່ນ ເຄືອຂ່າຍ ຂອງ ທ້າວ ຈາຍ ໜໍ່ຄໍາ ອາດີດ ນັກຄ້າ ຢາເສບຕິດ ຣາຍໃຫຍ່ ຊຶ່ງ ຖືກ ທາງການ ຈີນ ປະຫານ ຊີວິດ ໄປແລ້ວ ນັ້ນ ຍັງ ເຄື່ອນໄຫວ ຢູ່ ແຕ່ບໍ່ເຖິງ ຂັ້ນ ໜັກ ໜ່ວງ ພໍເທົ່າໃດ.

ທ່ານ ກ່າວ ຕື່ມວ່າ ເຖິງຂົວ ມິຕພາບ ລາວ-ພະມ້າ ຣະຫວ່າງ ແຂວງ ຫຼວງນໍ້າທາ ແລະ ແຂວງ ຊຽງລາບ ຈະເປີດໃຊ້ ໃນອີກ ບໍ່ດົນນີ້ ກໍຕາມ ແຕ່ ກໍເຊື່ອວ່າ ຈະບໍ່ເປັນ ທາງຜ່ານ ຂອງ ພວກລັກ ຂົນ ຢາເສບຕິດ ແນ່ນອນ ເພາະ ທາງ ເຈົ້າໜ້າທີ່ ລາວ ແລະ ພະມ້າ ຈະ ຮ່ວມມື ກັນ ກວດກາ ຢາເສບຕິດ ຢ່າງ ເຄັ່ງຄັດ ແລະ ມີ ປະສິດທິພາບ.

ຕາມ ຂໍ້ມູນ ຈາກ ເຈົ້າໜ້າທີ່ ຫ້ອງການ ຕ້ານ ຢາເສບຕິດ ແຂວງ ຫລວງນໍ້າທາ, ໃນ ປັດຈຸບັນ ຢາເສບຕິດ ເປັນຕົ້ນ ຢາບ້າ ຈາກ ພະມ້າ ຍັງຖືກ ນໍາເຂົ້າມາ ແຂວງນີ້ ຢູ່ເລື້ອຍໆ, ເມື່ອ ວັນທີ 2 ກຸມພາ 2015 ກໍຈັບຜູ້ ຄ້າ ແລະ ຍຶດ ຢາບ້າໄດ້ 58 ພັນ ເມັດ.