ຂ.ອຸດົມໄຊ ປາບກຸ່ມຄ້າ ຢາເສບຕິດ
2017.11.05
ເຈົ້າໜ້າທີ່ຕຳຣວດແຂວງອຸດົມໄຊ ຍັງຈັບໄດ້ແຕ່ພວກຄ້າຢາເສບຕິດ ຣາຍຍ່ອຍຫຼາຍ ເຖິງມີກົມໃຫຍ່ຕຳຣວດ ຈາກນະຄອນຫລວງວຽງຈັນ ມາ ຊ່ວຍໃຫ້ທິດຊີ້ນຳ, ໃຫ້ແນວທາງສະກັດກັ້ນ ແລະວິຊາການສະເພາະ ໃນການດຳເນີນຄະດີ ຢາເສບຕິດ ເພື່ອປາບປາມ ຢາເສບຕິດ ໃນປີ 2017 ນີ້, ເຮັດໃຫ້ຢາບ້າ ແລະເຮໂຣອິນ ທີ່ ເຄີຍລະບາດຫລາຍ ຢູ່ໃນແຂວງນີ້ ເມື່ອປີກາຍຫລຸດລົງ, ດັ່ງເຈົ້າໜ້າທີ່ ແຂວງອຸດົມໄຊ ຜູ້ບໍໍ່ປະສົງອອກຊື່ ເວົ້າໃນມື້ວັນທີ 3 ພຶສຈິການີ້ວ່າ:
"ມາທາງການ ທາງກົມໃຫຍ່ຕຳຣວດກໍໄດ້ລົງມາໃຫ້ທິດຊີ້ນຳ ລົງມາໃກ້ຊິດຕິດແທດ ໃນການດຳເນີນຄະດີຫັ້ນນະນໍ ໄດ້ລົງມາຊ່ວຍເຫຼືອແລ້ວ ແລະມາກວດກາ ໄດ້ສົ່ງວິຊາການເຂົ້າມາ ຢູ່ໃນແຂວງຫັ້ນນະ ຄະດີກໍຄືວ່າ 21 ຄະດີ ສ່ວນຫລາຍເປັນຢາບ້າ ກັບເຮໂຣອິນ ມັນເປັນຄະດີ ນ້ອຍ ຄະດີຈັບໄດ້ ໄດ້ຢ່າງລະໜ້ອຍນໍ".
ທ່ານເວົ້າວ່າ ກົມໃຫຍ່ຕຳຣວດ ໄດ້ສົ່ງເຈົ້າໜ້າທີ່ ແລະນັກວິຊາການ ມາຊ່ວຍແຂວງນີ້ແຕ່ທ້າຍປີ 2015 ແລະໄດ້ແນະນຳໃຫ້ ໄປສະກັດກັ້ນ ຢາເສບຕິດຢູ່ຕົ້ນທາງ ຄືສາມຫລ່ຽມຄຳ ໃກ້ກັບຊາຍແດນພະມ້າ ບ່ອນທີ່ພວກພໍ່ຄ້າ ມັກລັກຂົນເຂົ້າມາ ພາກເໜືອ ຂອງລາວ ແລະວ່າໃນ ຣະຫວ່າງ 2 ປີມານີ້ຈຳນວນພວກຄ້າຂາຍ ຢາເສບຕິດຣາຍໃຫຍ່ຫລຸດລົງ ຍ້ອນວ່າພວກເຂົາໄດ້ ຖືກຈັບໄປແລ້ວ 3-4 ກຸ່ມເມື່ອປີທີ່ແລ້ວ. ສ່ວນທີ່ຍັງເຫລືອ ກໍບໍ່ກ້າເຄື່ອນໄຫວຕໍ່ ເນຶ່ອງຈາກທາງການປາບແທ້.
ໃນຈຳນວນຜູ້ຖືກຈັບຂັງຄຸກ 21 ຄົນ ທີ່ເປັນລາຍຍ່ອຍນັ້ນ ສ່ວນຫລາຍສາຣະພາບວ່າ ໄດ້ຮັບຢາເສບຕິດ ມາຈາກພໍ່ຄ້າລາຍໃຫຍ່ພະມ້າ ທີ່ຢູ່ໃນປະເທສພະມ້າ, ດັ່ງທີ່ທ່ານກ່າວວ່າ:
"ພຸ້ນແຫລະມາແຕ່ພະມ້າພຸ້ນແຫລະ ມາແຕ່ສາຫລ່ຽມ ທີ່ວ່າເປັນເປົ້າໝາຍຫັ້ນນະ ສ່ວນຫລາຍມັນຈະມາທາງນັ້ນນໍ ເປັນເຖົ້າແກ່ໃຫຍ່ ຖືວ່າ ເຈົ້າໜ້າທີ່ເຮົາຈັບໄດ້ສ່ວນຫຼາຍ ມັນຈະອອກທາງນັ້ນໝົດ ຢາເສບຕິດນີ້ການສອບສວນ ເຈົ້າໜ້າທີ່ເຮົາຈັບໄດ້ແຫຼະນໍ ແຕ່ວ່າການໃຫ້ການ ກໍມີແຕ່ວ່າ ໂອ້ເຈົ້າຂອງເຄຶ່ອງນີ້ ມັນຄົນພະມ້ານໍ ຮູ້ຊື່ ແຕ່ວ່າບໍ່ຮູ້ທີ່ຢູ່ ເຈົ້າໜ້າທີ່ ເຮົາກໍບໍ່ສາມາດ ທີ່ຈະນຳຕົວໄດ້ຫັ້ນນະ".
ທ່ານເວົ້າຕື່ມວ່າ ຢ່າງໃດກໍຕາມ ໃນອະນາຄົດ ທາງການລາວ ກໍມີແຜນພົວພັນກັບທາງການ ພະມ້າ ຂໍໃຫ້ຊ່ວຍສະກັດກັ້ນ ຮວມທັງສົ່ງຂໍ້ມູນ ກ່ຽວກັບ ບັນຫາດັ່ງກ່າວໃຫ້ພາກສ່ວນທີ່ກ່ຽວຂ້ອງ ຂອງທາງການລາວ ຮູ້ນຳ ເພື່ອເຮັດໃຫ້ ບັນຫາຢາເສບຕິດນີ້ ໜ້ອຍລົງ ແລະໝົດໄປ.