ຜູ້ຜລິດຈໍາໜ່າຍຢາບ້າ ຖືກຈັບ

ຈໍາປາທອງ
2020.11.04
F-drug ເຈົ້າໜ້າທີ່ຕໍາຣວດ ຈັບຜູ້ຜລິດ ແລະຈໍາໜ່າຍ ຢາເສບຕິດໄດ້ 1 ຄົນ ຢູ່ບ້ານດອນໄຊ ເມືອງໄຊ ແຂວງອຸດົມໄຊ ໂດຍຍຶດຂອງກາງເປັນ ເຮໂຣອິນ, ຢາບ້າ, ແປ້ງຝຸ່ນສໍາລັບ ປະສົມຢາເສບຕິດ, ເຄື່ອງອັດເມັດຢາບ້າ.
ນັກຂ່າວພົລເມືອງ

ເຈົ້າໜ້າທີ່ຕໍາຣວດ ຈັບ ຜູ້ຜລິດ ແລະ ຈໍາໜ່າຍ ຢາເສບຕິດໄດ້ 1 ຄົນ ຢູ່ບ້ານດອນໄຊ ເມືອງໄຊ ແຂວງອຸດົມໄຊ ໂດຍ ຍຶດຂອງກາງເປັນ ເຮໂຣອິນ, ຢາບ້າ, ແປ້ງຝຸ່ນສໍາລັບ ປະສົມຢາເສບຕິດ, ເຄື່ອງອັດເມັດຢາບ້າ ແລະ ຫົວຕອກຢາບ້າ 87 ຫົວ.

ປັດຈຸບັນທາງການໄດ້ກວດກາ ຢ່າງຕໍ່ເນື່ອງຍ້ອນຢູ່ໃນແຂວງນີ້ ມີຢາເສບຕິດ ແຜ່ຣະບາດຫລາຍ ດັ່ງເຈົ້າໜ້າທີ່ຕໍາຣວດທ່ານນຶ່ງຜູ້ຂໍສງວນ ຊື່ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 4 ພຶສຈິກາ ນີ້ວ່າ:

“ຕິດຕາມເປົ້າໝາຍ ຕັ້ງແຕ່ເດິກພຸ້ນແຫລະ ເຈົ້າຂອງຫລົບໜີທັນກ່ອນ ຈັບໄດ້ຜູ້ເຮັດວຽກທັງຄ້າ ທັງຜລິດເຮໂຣອີນ ຢາບ້າ ຢູ່ບໍຣິເວນບ້ານ ຕ້ອງໄດ້ສືບສວນສອບສວນຕໍ່ໄປ. ຢູ່ແຂວງເຮົານີ໋ກໍນ່າເປັນຫ່ວງ ຍັງແຜ່ຣະບາດ ຢາບ້ານີ໋ຣາຄາມັນຖືກ 3 ຫາ 5 ພັນຕໍ່ເມັດ ກວດກາຄົນເຂົ້າ ຄົນອອກເມືອງ ຢ່າງເຂັ້ມງວດແຫລະຕອນນີ໋.”

ທ່ານກ່າວຕື່ມວ່າ ຢາເສບຕິດ ໂດຍສະເພາະຢາບ້າ ຈໍານວນນຶ່ງຖືກລັກລອບເຂົ້າມາ ຈາກປະເທດເພື່ອນບ້ານ ແລະ ອີກສ່ວນນຶ່ງ ຈະຜລິດ ເອງຢູ່ພາຍໃນປະເທດ ໂດຍຈະນໍາສານຕັ້ງຕົ້ນ ມາປະສົມກັບຜົງແປ້ງ ຝຸ່ນ ຊຶ່ງສ່ວນຫລາຍຈະຜລິດ ຢູ່ແຂວງພາກເໜືອ ເຊັ່ນແຂວງບໍ່ແກ້ວ, ແຂວງຫລວງນໍ້າທາ ແລະແຂວງອຸດົມໄຊ.

ກ່ຽວກັບເຣື່ອງນີ້ ຊາວລາວທ່ານນຶ່ງ ຜູ້ຂໍສງວນຊື່ ໃຫ້ຄວາມເຫັນ ຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ກໍຍັງພໍເຫັນຢູ່ ແຕ່ກໍບໍ່ຄ່ອຍຫລາຍ ປານໃດ. ແລະວ່າ ເຖິງຢ່າງໃດກໍຕາມ ຕົນກໍຢາກໃຫ້ທາງການຊ່ອຍ ກວດກາເບິ່ງ ເຣື່ອງການຄ້າຢາເສບຕິດນີ້ ແລະລົງມາໃຫ້ຄວາມຮູ້ແກ່ ປະຊາຊົນ ກ່ຽວກັບພິດພັບຂອງມັນ:

“ກໍອາດສິມີແດ່ ແຕ່ກໍບໍ່ຄ່ອຍເຫັນດອກ ເມື່ອກ່ອນນະເຫັນຫລາຍຢູ່ ກໍຢາກໃຫ້ທາງການລົງກວດ ເບິ່ງຫັ້ນແຫລະ ແລ້ວກໍໃຫ້ຄວາມຮູ້ກັບ ເດັກນ້ອຍ ແລະເຍົາວະຊົນ ກໍບໍ່ຢາກໃຫ້ເພິ່ນຕິດຢາ ກັນຫັ້ນເນາະ.”

ແລະຊາວບ້ານອີກທ່ານນຶ່ງ ກໍເວົ້າເຖິງບັນຫາຢາເສບຕິດນີ້ວ່າ ຢາກໃຫ້ເຈົ້າໜ້າທີ່ຕໍາຣວດ ກວດກາໃຫ້ຫລາຍຂຶ້ນ ແລະຢາກໃຫ້ເພິ່ມໂທດຕໍ່ ຜູ້ກະທໍາຜິດ ທີ່ກ່ຽວ ຂອງກັບການຄ້າຂາຍ ຢາເສບຕິດນີ້ ເພື່ອບໍ່ໃຫ້ ພວກເຂົາກັບມາເຮັດຄືເກົ່າ ແລະຢາກໃຫ້ທາງການ ໃຫ້ຄວາມຮູ້ແກ່ ປະຊາຊົນ ກ່ຽວກັບເຣື່ອງພິດພັບ ຂອງຢາເສບຕິດ ດັ່ງທີ່ທ່ານກ່າວວ່າ:

“ຄືຢາກໃຫ້ຕໍາຣວດ ກວດກາຫລາຍຂຶ້ນ ແລ້ວກໍລົງໂທດໃຫ້ໜັກກວ່າເກົ່າ ຜູ້ຄ້າຢາຈະໄດ້ບໍ່ອອກມາ ເຮັດອີກ. ແລ້ວກໍຢາກໃຫ້ເຂົາເຮັດງານ ຈິງຈັງ ແລະກໍໃຫ້ຄວາມຮູ້ກ່ຽວກັບເຣື່ອງຂອງ ຢາເສບຕິດກັບ ຊາວບ້ານ.”

ອີງຕາມຣາຍງານຂອງສື່ມວນຊົນ ທາງການລາວ ວັນທີ 22 ຕຸລາ ຜ່ານມາຢູ່ເຂດບ້ານດອນໄຊ ເມືອງໄຊ ແຂວງອຸດົມໄຊ, ເຈົ້າໜ້າທີ່ ຕໍາຣວດປ້ອງກັນຄວາມສງົບ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຈັບຜູ້ຜລິດ ແລະຈໍາໜ່າຍຢາເສບຕິດໄດ້ 1 ຄົນ ພ້ອມຂອງກາງຄືຢາບ້າ 34 ພັນເມັດ, ເຮໂຣອິນ 153 ກຣາມ, ແປ້ງຝຸ່ນສີຂາວ ແລະ ສີແດງ 2 ກິໂລເຄິ່ງ ແລະເຄື່ອງອັດຢາບ້າ 1 ເຄື່ອງ, ຊຶ່ງ ທາງເຈົ້າໜ້າທີ່ ຕໍາຣວດ ປກສ ແຂວງອຸດົມໄຊ ກໍາລັງສືບສວນສອບສວນ ຫາຜູ້ຮ່ວມຂະບວນການ ມາດໍາເນີນຄະດີ ແລະ ລົງໂທດຕາມກົດໝາຍຢູ່.

ກ່ຽວກັບບັນຫາຢາເສບຕິດຢູ່ລາວ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ກ່າວຕໍ່ກອງປະຊຸມ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ 8 ນີ້ວ່າປັດຈຸບັນການຜລິດ ແລະການຄ້າຢາເສບຕິດ ເປັນບັນຫາຂອງ ຣັຖບານ ແລະປະຊາຊົນທົ່ວໂລກ ພ້ອມກັນຕໍ່ຕ້ານ ແຕ່ບັນຫາດັ່ງກ່າວ ກໍຍັງບໍ່ລົດລົງ ຮວມເຖິງໃນລາວເຊັ່ນກັນ.

ທ່ານກ່າວຕື່ມວ່າ ມາຮອດ ປັດຈຸບັນ ປະເທດລາວ ບໍ່ພຽງແຕ່ເປັນປະເທດທາງຜ່ານ ໃນການຂົນຢາເສບຕິດ ແຕ່ອາດເປັນປະເທດທີ່ ຜລິດຢາເສບຕິດ ຢູ່ກໍເປັນໄດ້. ສະນັ້ນຈຶ່ງຂໍໃຫ້ກະຊວງປ້ອງກັນຄວາມສງົບ ເອົາໃຈໃສ່ໃນການກວດກາ ຢາເສບຕິດ ພາຍໃນປະເທດ ຢ່າງເຂັ້ມງວດ.

ໃນຣາຍງານຂອງຫ້ອງການ ຕ້ານຢາເສບຕິດ ແລະ ອາຊຍາກັມ ສະຫະປະ ຊາຊາດ ຫລື UNODC ຣະບຸວ່າ ໄທຍ ແລະ ລາວ ມີ ການຜລິດຢາເສບຕິດ ແລະ ຄ້າມະນຸດ ທີ່ຂຍາຍໂຕ ຢ່າງຕໍ່ເນື່ອງ ເມື່ອປີ 2019 ທີ່ຜ່ານມາ ມີການຍຶດສານເສບຕິດ ປະເພດ methamphetamine ສະເພາະຢູ່ໃນຂົງເຂດ ເອເຊັຍຕາ ເວັນອອກ ແລະ ເອເຊັຍຕາເວັນອອກສ່ຽງໃຕ້ ໄດ້ຫລາຍເຖິງ 140 ຕັນ ຊຶ່ງສ່ວນໃຫຍ່ຜລິດໃນຣັຖຊານ ປະເທດພະມ້າ ທີ່ຢູ່ກົງກັນຂ້າມ ກັບຊາຍແດນໄທ ແລະລາວ ແລະດ້ວຍການຜລິດເພິ່ມຂຶ້ນ ເຮັດໃຫ້ ໄທຍແລະລາວ ກາຍເປັນຈຸດຄ້າຂາຍຢາເສບຕິດ ທີ່ສໍາຄັນແຫ່ງນຶ່ງຂອງໂລກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.