ການຕ້ານ ການຄ້າມະນຸດຢູ່ລາວ ປະເຊີນກັບຂໍ້ຈໍາກັດ
2024.07.29

ວັນທີ 30 ກໍລະກົດ 2024 ນີ້ ເປັນວັນສາກົນ ຕ້ານການຄ້າມະນຸດ ແລະໃນປີນີ້ ອົງການຈັດຕັ້ງສາກົນ ກໍມີເປົ້າໝາຍ ແກ້ໄຂການຄ້າມະນຸດ ທຸກຮູບແບບ ໃນກຸ່ມເດັກນ້ອຍ ພາຍໃຕ້ຫົວຂໍ້ “ບໍ່ປະເດັກຄົນໃດໄວ້ຂ້າງຫລັງ ໃນການຕໍ່ສູ້ຕ້ານການຄ້າມະນຸດ.”
ຢູ່ປະເທດລາວ ບັນຫາການຄ້າມະນຸດໃນປັດຈຸບັນ ຍັງມີຫລາຍຢ່າງ ທີ່ທາງການລາວ ບໍ່ສາມາດແກ້ໄຂໄດ້, ສາເຫດຫລັກ ກໍແມ່ນຄວາມທຸກຍາກ ຂອງປະຊາຊົນ ທີ່ນໍາໄປສູ່ການເຮັດໃຫ້ ເດັກນ້ອຍປະລະການຮຽນຫຼາຍ, ຖືກພວກຄ້າມະນຸດຫຼອກລວງໄດ້ງ່າຍ ຍ້ອນປະເທດມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະການເງິນ, ການຊ່ອຍເຫຼືອຜູ້ເຄາະຮ້າຍ ລ້າຊ້າ ແລະການຈັບແກ້ງຄ້າມະນຸດກໍລ້າຊ້າ ທັງຢູ່ພາຍໃນປະເທດ ແລະຕ່າງປະເທດ ເພື່ອດໍາເນີນຄະດີ ຮວມໄປເຖິງການບໍ່ນໍາສະເໜີຂ່າວເລື່ອງການຄ້າມະນຸດຢ່າງຈິງຈັງ. ທັງໝົດທີ່ວ່ານັ້ນ ຍັງເປັນປັດໃຈສໍາຄັນ ທີ່ເຮັດໃຫ້ເດັກນ້ອຍ ປປະລະການຮຽນຍາກ, ຄວາມລ້າຊ້າໃນການຊ່ວຍເຫລືອຜູ້ຖືກເຄາະຮ້າຍ. ຄວາມລ້າຊ້າໃນການຈັບກຸມແກ໋ງຄ້າມະນຸດ ພາຍໃນປະເທດແລະຕ່າງປະເທດ ມາດໍາເນີນຄະດີຕາມກົດໝາຍ ຮວມໄປເຖິງການບໍ່ນໍາສະເໜີຂ່າວເລື້ອງການຄ້າມະນຸດ ຢ່າງຈິງຈັງ. ທັງໝົດທີ່ວ່ານັ້ນຍັງເປັນປັດໃຈສໍາຄັນ ທີ່ເຮັດໃຫ້ເດັກນ້ອຍ ອາຍຸຕໍ່າກວ່າ 18 ປີ ແລະຜູ້ໃຫຍ່ ຕົກເປັນຜູ້ເຄາະຮ້າຍຈາກການຄ້າມະນຸດຢູ່.
ເວົ້າສະເພາະຢູ່ແຂວງພາກເໜືອ ຂອງລາວ ປີ 2024 ນີ້ ເຈົ້າໜ້າທີ່ທີ່ຢູ່ໃນຄະນະກໍາມະການຕ້ານການຄ້າມະນຸດ ແຂວງພາກເໜືອ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມຶວັນທີ 29 ກໍລະກົດນີ້ວ່າ ມີບາງແຂວງ ທີ່ພະແນກສະກັດກັ້ນແລະຕ້ານການຄ້າມະນຸດ ສາມາດຊ່ວຍເຫລືອເດັກນ້ອຍແມ່ຍິງລາວ ອາຍຸຫລຸດ 18 ປີໄດ້ 4 ຄົນ ພາຍຫລັງພວກເຂົາເຈົ້າ ໄປເຮັດວຽກຢູ່ຮ້ານຂາຍເຄື່ອງ ໂດຍບໍ່ໄດ້ຮັບຄ່າແຮງງານ ແລະຖືກບັງຄັບໃຫ້ຂາຍບໍລິການທາງເພດ:
“ພີ່ນ້ອງຕໍ່ພີ່ນ້ອງຫັ້ນນ່າ ເນາະ ອັນ ໄປຊວນໄປຂາຍເຄື່ອງຢູ່ຮ້ານໄດ້ເງິນເດືອນຫລາຍ ຍ້ອນບໍ່ຮູ້ເທົ້າເຖິງການ ຢູ່ຊົນນະບົດ ອັນນຶ່ງ ອັນ 2 ມາ ກໍເວົ້າເລື້ອງເສດຖະກິດນີ້ລະເນາະ ບໍ່ທັນພ້ອມຫັ້ນນ່າຄອບຄົວທີ່ທຸກຍາກ ວ່າຊັ້ນສາ ບັນດາເມືອງບັນດາບ້ານ ເຮົາກໍໄດ້ລົງໂຄສະນາຢູ່ ຄືວ່າຫັ້ນແຫລະເນາະ ປັດຈຸບັນນີ້ກໍຍ້ອນເສດຖະກິດຝືດເຄືອງບໍ່ມີອັນຢູ່ອັນກິນຫັ້ນແຫລະ ຈຶ່ງເກີດໃຫ້ມີ.”
ຢູ່ແຂວງໄຊຍະບູລີ ມີຜູ້ຖືກຕົວະໄປເຮັດວຽກຢູ່ພະມ້າ ຫລາຍກໍລະນີ ທີ່ຍັງບໍ່ທັນຊ່ວຍເຫລືອໄດ້ ແລະຈໍານວນຶ່ງ ຍັງບໍ່ຮູ້ຊະຕາກໍາ, ອີງຕາມຄໍາໃຫ້ສໍາພາດຂອງທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ ແຂວງໄຊຍະບູລີ ປະທານຄະນະກໍາມະການ ຕ້ານການຄ້າມະນຸດຂັ້ນແຂວງ ຕໍ່ນັກຂ່າວແຂວງເມື່ອວັນທີ 2 ກໍລະກົດນີ້.
ແລະພໍ່ແມ່ນັກຮຽນ ທີ່ຕົກເປັນຜູ້ເຄາະຮ້າຍຈາກການຄ້າມະນຸດ ຢູ່ພະມ້າ ກໍເວົ້າວ່າ ເດັກນ້ອຍ ຊາຍໜຸ່ມ ແລະແມ່ຍິງລາວ ອາຍຸແຕ່ 14 ປີຫາ 30 ປີ ຊຶ່ງສ່ວນໃຫຍ່ເປັນຜູ້ຊາຍ ຈາກແຂວງຫລວງນໍ້າທາ ທີ່ຖືກຕົວະໄປເຮັດວຽກຕອບແຊັດ ຢູ່ໂຮງກາຊີໂນຄິງໂຣມັນ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແຕ່ໃນທີ່ສຸດຖືກຂາຍຕໍ່ໃຫ້ໄປເຮັດວຽກ ຢູ່ກາສີໂນໂກຊາຍ ເມືອງເມຍວະດີ ຂອງພະມ້ານັ້ນ ໄດ້ກັບມາລາວທັງໝົດ 44 ຄົນແລ້ວ.
ແຕ່ເມື່ອເວົ້າເຖິງກຸ່ມແກ້ງຄ້າມະນຸດໃນລາວ ທີ່ຕົວະຄົນໄປເຮັດວຽກຢູ່ພະມ້ານັ້ນ ແມ່ນຍັງບໍ່ທັນຖືກດໍາເນີນຄະດີ ຊຶ່ງເປັນຈຸດອ່ອນໃນການປາບປາມ ຂະນະທີ່ປັດຈຸບັນ ກຸ່ມຄ້າມະນຸດ ຍັງເຄື່ອນໄຫວຕົວະເອົາຄົນໄປເຮັດວຽກຕອບແຊັດແລະວຽກອື່ນໆຢູ່ ດັ່ງຍານາງກ່າວວ່າ:
“ເຈົ້າໜ້າທີ່ເຂົາຄືວ່າ ບໍ່ດໍາເນີນຄົນທີ່ວ່າ ຈັບໂຕເອົາໄປຂາຍຫັ້ນນ່າ ບໍ່ມີໃຜທີ່ມີຄວາມສາມາດທີ່ວ່າ ໄປຈັບເອົານາງດໍາເນີນຄະດີຫັ້ນນ່າ ແມ່ກໍຢາກໃຫ້ເຮັດຢູ່ ເປັນຫຍັງ ແມ່ນໃຜກໍມິດເສີຍຢູ່ຫັ້ນນ່າ ລູກສາວວ່ານ່າ ເຫັນມັນລົງຊອກເອົາຄົນ ເອົາມາຢູ່ກາຊີໂນນີ້ ຫລືວ່າເອົາຂ້າມໄປທາງພະມ້າ ໄດ້ຍິນເຂົາເວົ້າ ຢູ່ພີ້.”
ນາງເວົ້າຕື່ມວ່າ ທາງການລາວຄວນຕິດຕໍ່ນັກຂ່າວ ເພື່ອຂຽນຂ່າວ ກ່ຽວກັບການຄ້າມະນຸດ ບໍ່ແມ່ນວ່າຈະມິດໄປເລີຍ.
“ຕິດຕໍ່ນັກຂ່າວຫັ້ນ ຂຽນຂ່າວໃຫ້ລົງ ຄັນເຮົາບໍ່ຂ່າວຄັນເຮົາມິດເສີຍຢູ່ນີ້ ອັນມັນແຮງເມີນເສີຍໄປເລີຍນະ ແມ່ວ່ານ່າ ຄັນຂ່າວໄປຕະຫລອດນີ້ ຮອດເຂົາ ແລ້ວເຂົາກໍຢ້ານຄືກັນເດ້.”
ພ້ອມດຽວກັນນີ້ ພໍ່ຂອງເດັກທີ່ຕົກເປັນຜູ້ເຄາະຮ້າຍ ຈາກການຄ້າມະນຸດຢູ່ພະມ້າ ກໍເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ ບໍ່ພຽງເທົ່ານັ້ນ ທີ່ຍັງເປັນຈຸດອ່ອນຂອງທາງການລາວ ແຕ່ເລື່ອງການຊ່ອຍເຫຼືອຜູ້ເຄາະຮ້າຍ ກໍງເປັນຈຸດອ່ອນ ແລະທັງເກັບເງິນນໍາພໍ່ແມ່ຜູ້ເຄາະຮ້າຍອີກ.
“ຄື ເຈົ້າໜ້າທີ່ລາວ ກໍບໍ່ມີການຊ່ວຍເຫລືອ ບໍ່ມີການພົວພັນໃຫ້ກັບພໍ່ກັບແມ່ ບໍລິສັດປ່ອຍແລ້ວ ຈຶ່ງມາຮອດພໍ່ຮອດແມ່ ຈຸດອ່ອນ ຍັງເກັບຄ່ານໍາພໍ່ແມ່ ເຂົ້າເມືອງຜິດກົດໝາຍ ຄູ່ເຂົ້າວ່າ ຍັງອິເອົາຄົນລະ 2 ລ້ານກີບ ເຮົາວ່າ ໂອ້ ໂຕນີ້ ມັນບໍ່ແມ່ນເຂົ້າເມືອງຜິດກົດໝາຍ ພວກລູກພວກຫລານເປັນຜູ້ຖືກເຄາະຮ້າຍ ເຮົາກໍແລ່ນແຕ່ປີກາຍປີກ່ອນ ແຕ່ສູນກາງຮອດກະຊວງ.”
ຊາວລາວຜູ້ນຶ່ງ ເວົ້າໃນມື້ດຽວກັນນີ້ວ່າ ກ່ອນໜ້ານີ້ ຢູ່ຕະຫລາດຊັງຈຽງ ເຄີຍມີປາກົດການຜູ້ຊາຍຈີນ ມາຊອກຫາແມ່ຍິງລາວໄປເປັນເມຽ ໂດຍສະເໜີເງິນໃຫ້ພໍ່ແມ່ຜູ້ປົກຄອງ 20 ລ້ານ 30 ລ້ານກີບ. ແຕ່ເມື່ອໄດ້ໄປແລ້ວກໍຂາຍໃຫ້ຜູ້ຊາຍຈີນຜູ້ອື່ນ ຫລືຖືກບັງຄັບ ໃຫ້ເຮັດວຽກແບບບໍ່ໄດ້ເປັນເມຽ ແຕ່ກໍຍັງດີ ທີ່ປັດຈຸບັນ ບັນຫານີ້ເລີ່ມຫຼຸດລົງ ຍ້ອນພາກສ່ວນທີ່ກ່ຽວຂ້ອງກວດກາ ແລະລົງໂຄສະນາໃຫ້ຜູ້ທີ່ຈະແຕ່ງດອງກັບຄົນຕ່າງປະເທດ ຕ້ອງໄດ້ແລ່ນເອກະສານໃຫ້ຖືກຕ້ອງ ດັ່ງທີ່ທ່ານກ່າວວ່າ:
“ຢູ່ຈີນຫັ້ນແຫລະ ມາຊອກເອົາ ອາຍຸ16-17-18 ຂຶ້ນໄປແຫລະ ໂອ້ຍແຕ່ກີ້ ແຮງໄປນໍາເອົາ ໄປນໍາເອົາຮອດວັງວຽງໂລດ ມັນສິເອົາໜີນ່າ ຖືວ່າຫລຸດລົງຫລາຍລະ ເພາະວ່າມັນກໍຮູ້ເດ້ ມັນຢ້ານຄືກັນ ແຕ່ມັນກໍຕ້ອງເຮັດໃຫ້ຖືກຕ້ອງ ບາດນີ້ເນາະ ມີການສູ່ຂໍກັນຄັກແນ່ ແຕ່ກ່ອນມັນບໍ່ຜ່ານທາງການລາວ ບາງເທື່ອສູຂໍເອົາໄປເລີຍ ອັນນັ້ນນ່າປັດຈຸບັນ ຢາກຫລຸດຜ່ອນແດ່ແລ້ວ ທາງເມືອງທາງກຸ່ມທາງນະຄອນຫລວງ ເຂົາອອກກວດກາເດ້.”
ກ່ຽວກັບເລື່ອງທີ່ວ່ານີ້ ຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ເວົ້າວ່າ ປີ 2023 ມີຄະດີຄ້າມະນຸດ 24 ເລື້ອງ, ຊ່ວຍເຫລືອຜູ້ເຄາະຮ້າຍໄດ້ 53 ຄົນ ແລະປີ 2021 ມີຄະດີທີ່ໄດ້ແກ້ໄຂໄປແລ້ວ 25 ເລື້ອງ, ໄດ້ນໍາສົ່ງຜູ້ເຄາະຮ້າຍ ແລະກຸ່ມສ່ຽງເຂົ້າສູນຟື້ນຟູ 37 ຄົນ, ອີງຕາມຄໍາເວົ້າຂອງ ພົນຕີ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຮອງປະທານຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ແລະ ພົນຈັດຕະວາ ແກ່ນຈັນ ພົມມະຈັກ ຮອງຫົວໜ້າກົມໃຫຍ່ຕໍາຫລວດ ກະຊວງປ້ອງກັນຄວາມສະຫງົບ ຫົວໜ້າກອງເລຂາ ຄະນະກຳມະການ ຕ້ານການຄ້າມະນຸດລະດັບຊາດ.