ຍິງສາວລາວຫາຍໄປລຶກລັບ ອາຈຖືກ ຄ້າມະນຸດ

ໄຊຍາ
2019.08.13
ເຂດຊຸມຊົນ ໃນເມືອງວັງວຽງ ແຂວງວຽງຈັນ
RFA/AS

ນາງ ຕັກ ພີມມະລາດ ອາຍຸ 22 ປີ ຊາວບ້ານລ້ອງແຄມ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ຫາຍໄປຢ່າງລຶກລັບ ໃນວັນທີ 09 ສິງຫາ ຜ່ານມາ ຢູ່ຮ້ານອາຫານແຫ່ງນຶ່ງ ໃນເມືອງວັງວຽງ ແຂວງວຽງຈັນ ປັດຈຸບັນຄອບຄົວ ຍັງບໍ່ສາມາດຕິດຕໍ່ໄດ້ ທາງຄອບຄົວ ຈຶ່ງໄດ້ແຈ້ງ ເຈົ້າໜ້າທີ່ ຕຳຣວດ ປກສ ເມືອງວັງວຽງ ເພື່ອຕິດຕາມສືບຫາເຣື່ອງດັ່ງກ່າວ.  ຕໍ່ການຫາຍໄປ ຂອງ ນາງຕັກ ຜູ້ເປັນລູກເອື້ອຍໄດ້ໃຫ້ ສັມພາດຕໍ່ RFA ໃນວັນທີ 13 ສິງຫາວ່າ ສົງສັຍອອກໄປຈາກຮ້ານ ກັບຄົນຈີນ ສອງຄົນ.

"ລາວເຮັດວຽກຢູ່ວັງວຽງ ລາວເປັນສາວບໍຣິການຫັ້ນນ່າ ແລ້ວໃຜກໍເຫັນລາວ ໄປນຳຄົນຈີນຫັ້ນນ່າ ຄົນຈີນຫັ້ນສອງຄົນ ແລ້ວມີແຕ່ຜູ້ຍິງລາວ ຜູ້ດຽວແລ້ວໄປແຕ່ວັນທີ 9 ດຽວນີ້ບໍ່ເຫັນກັບມາ ກໍຢາກໃຫ້ປະກາດລົງຫັ້ນແຫຼະ ທາງພໍ່ແມ່ອີຫຍັງກໍນອນບໍ່ໄດ້ກີນບໍ່ໄດ້ ຖ້າແຕ່ລູກມາຄັນວ່າ ຕາຍແທ້ໆ ກໍຂໍໃຫ້ເຫັນສົບ ບໍ່ຢາກໃຫ້ແບບວ່າໄປຕາຍ ຢູ່ມ້ອງອື່ນບໍ່ມີຍາດໄປເຫັນ ມັນຈະເປັນຜີເລ່ລ້ອນ ຄັນບໍ່ຕາຍກໍດີແມ່ນບໍ່ລະ."

ໃນຂນະທີ່ ວັນທີ 12 ສິງຫາ ທາງເຈົ້າຕຳຣວດ ປກສ ເມືອງວັງວຽງ ໄດ້ຮັບແຈ້ງຈາກ ຕຳຣວດ ປກສ ເມືອງສີໂຄດຕະບອງ ວ່າໄດ້ພົບ ເຫັນຊາກສົບ ແມ່ຍິງຄົນນຶ່ງ ໃນສະພາບເນົ່າເປື່ອຍ ຄາດວ່າເສັຽຊີວິດໄດ້ປະມານ 4-5 ມື້ແລ້ວ ສົບດັ່ງກ່າວພົບທີ່ຕາດມູນ ແຕ່ບໍ່ມີເອກກະສານ ຢືນຢັນວ່າແມ່ນໃຜ. ດັ່ງເຈົ້າໜ້າທີ່ຕຳຣວດ ປກສ ເມືອງວັງວຽງ ກ່າວວ່າ:

"ແຕ່ດຽວນີ້ພົບຊາກສົບ ຄົນເສັຍຊີວິດເປັນຜູ້ຍິງ ຢູ່ຕາດມູນມື້ວານນີ້ຫັ້ນ ສົບເນົ່າເປື່ອຍ ຍັງບໍ່ທັນເປັນແຕ່ກະດູກວ່າງແຂນ ເປັນໜັງຕິດຊີ້ນ ຕິດກະດູກຢູ່ຫັ້ນແຫຼະ ເອກກະສານຕິດໂຕ ຜູ້ຕາຍກໍ່ບໍ່ມີຫຍັງ ແຕ່ບໍ່ທັນຮູ້ແມ່ນໃຜ ເພາະວ່າມັນບໍ່ທັນໄດ້ສັນນະສູດ ເບິ່ງຣະອຽດຫັ້ນນ່າ ມີແຕ່ສົບເພິ່ນເອົາໄວ້ຢູ່ໂຮງເຢັນ ບ່ອນໂຮງໝໍມະໂຫສົດ ປັດຈຸບັນນີ້ຫັ້ນນ່າ."

ຕໍ່ເຫດການດັ່ງກ່າວ ຕຳຣວດ ປກສ ເມືອງວັງວຽງ ກຳລັງເລັ່ງສືບຫາຢູ່ ຕາມການບອກເລົ່າຂອງຍາດພີ່ນ້ອງ ວ່າໄປກັບຄົນຈີນສອງຄົນນັ້ນ ຕຳຣວດກຳລັງກວດກາ ຕາມກ້ອງວົງຈອນປິດ ເພື່ອແກະຮອຍວ່າໄປທາງໃດ ແຕ່ຕອນນີ້ຍັງໃຫ້ຣາຍລະອຽດບໍ່ໄດ້ຫຼາຍ ເນື່ອງຈາກຍັງຢູ່ ໃນໄລຍະການຮວບຮວມຂໍ້ມູນ ເພື່ອອ້າງອີງເປັນຫຼັກຖານ ວ່າເປັນຄືດັ່ງຜູ້ເຫັນເຫດການເລົ່າບໍ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.