ຈັບແມ່ຍິງລາວ ຄ້າມະນຸສ ໄປສາມຫຼ່ຽມຄຳ ນຶ່ງຄົນ

ຈຳປາທອງ
2022.06.27
ຈັບແມ່ຍິງລາວ ຄ້າມະນຸສ ໄປສາມຫຼ່ຽມຄຳ ນຶ່ງຄົນ ກາສິໂນຄິງສ໌ໂຣມັນສ໌ ເມືອງຕົ້ນເມືອງ ແຂວງບໍ່ແກ້ວ ເດືອນ ພຶສຈິກາ 2021
RFA

ກອງເລຂາຄະນະກັມມະການ ຕ້ານການຄ້າມະນຸສ ແຂວງວຽງຈັນ ໄດ້ຈັດກອງປະຊຸມ ໃນມື້ວັນທີ 23 ມິຖຸນາ 2022 ສລຸບວຽກງານ ກ່ຽວກັບການຈັດຕັ້ງປະຕິບັດ ວຽກງານຕ້ານການຄ້າມະນຸສ ປະຈໍາປີ 2021, ວາງທິດທາງແຜນການປີ 2022 ແລະເຜີຍແຜ່ແຜນງານແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະຕ້ານການຄ້າມະນຸສ ໄລຍະທີ III (2021-2025).

ໃນນັ້ນ ພັນໂທ ຄຳຕຸ່ນ ຈອມວິສານ ຫົວໜ້າກອງເລຂາ ຄະນະກັມມະການຕ້ານ ການຄ້າມະນຸສ ແຂວງວຽງຈັນ ໄດ້ສະຫລຸບວ່າ ໃນໄລຍະ 1 ປີ ຜ່ານມາ ມີຄະ ດີທັງໝົດ 16 ເຣື່ອງ, ໄດ້ດຳເນີນຄະດີໄປແລ້ວ 11 ເຣື່ອງ ຊຶ່ງໃນນີ້ມີທັງຄະດີກ່ຽວກັບ ຂໍ້ກ່າວຫາຄ້າມະນຸສ.

ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ກອງເລຂາຄະນະກັມມະການ ຕ້ານການຄ້າມະນຸສ ແຂວງວຽງຈັນ ຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 27 ມິຖຸນານີ້, ທີ່ຜ່ານມາ ເຈົ້າໜ້າທີ່ສາມາດຈັບຜູ້ຕ້ອງຫາ ເປັນແມ່ຍິງລາວຄົນນຶ່ງ ອາຍຸ 30 ປາຍປີ ໃນຂໍ້ຫາຄ້າມະນຸສ, ມີຜູ້ເຄາະຮ້າຍເປັນແມ່ຍິງ 3 ຄົນ, ອາຍຸບໍ່ເຖິງ 18 ປີ. ​ຜູ້ເຄາະຮ້າຍທີ່ວ່ານີ້ຖືກຕົວະໄປເຮັດວຽກ ເສີບອາຫານ ຢູ່ຮ້ານອາຫານ ທີ່ໂຮງກາສິໂນ ຄິງສ໌ໂຣມັນສ໌ ໃນເຂດເສຖກິດພິເສດ ສາມຫລ່ຽມຄໍາ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແຕ່ເມື່ອໄປຮອດແລ້ວ ພັດຖືກບັງຄັບ ໃຫ້ຂາຍບໍຣິການທາງເພດ. ປັດຈຸບັນ ຜູ້ຕ້ອງຫາ ຖືກສານພິພາກສາ ຈໍາຄຸກແລ້ວ.

ດັ່ງທີ່ທ່ານກ່າວວ່າ:

“ຄົນ ລາວນີ້ແຫລະ ຕົວະເດັກນ້ອຍ 3 ຄົນໄປອັນນັ້ນນ່າ ໄປເປັນໂສເພນີນ່າ ໄປສາມຫລ່ຽມທອງຄໍາ ຕົວະເດັກນ້ອຍ ວ່າໄປອັນນັ້ນ ເປັນສາວເສີບຢູ່ຮ້ານອາຫານ ຢູ່ສາມຫລ່ຽມທອງຄໍາ ແທ້ຈິງແລ້ວພາພວກນີ້ໄປຂາຍໂຕ.”

ທ່ານເວົ້າຕື່ມວ່າ ຜູ້ຕ້ອງຫາ ແລະແມ່ຍິງຜູ້ເຄາະຮ້າຍ ຮູ້ຈັກກັນຜ່ານທາງເຟສບຸກຄ໌ ແລ້ວກໍພາໄປເຮັດວຽກຢູ່ກາສິໂນ ຄິງສ໌ໂຣມັນສ໌ ແຕ່ຕໍາຣວດກອງບັນຊາການ ປ້ອງກັນຄວາມສງົບ ແຂວງບໍ່ແກ້ວ ຊ່ອຍອອກມາໄດ້, ແລ້ວກໍສົ່ງພວກນາງ ໃຫ້ເຈົ້າໜ້າທີ່ກອງບັນຊາການ ປ້ອງກັນຄວາມສງົບ ແຂວງວຽງຈັນ ເພື່ອສືບສວນ, ສອບສວນ ຫາຕົ້ນປາຍສາຍເຫດ ແລະຊ່ອຍຟື້ນຟູສະພາບຈິດໃຈໃຫ້.

ແມ່ຍິງຜູ້ເຄາະຮ້າຍທັງ 3 ຄົນທີ່ວ່ານັ້ນ ເປັນຊົນເຜົ່າມົ້ງ ຄອບຄົວທຸກຍາກ ຢູ່ເມືອງໂພນໂຮງ ແຂວງວຽງຈັນ. ພາຍຫລັງເຈົ້າໜ້າທີ່ ກອງເລຂາຄະນະກັມມະການ ຕ້ານການຄ້າມະນຸສ ແລະສູນໃຫ້ຄໍາປຶກສາ ແລະປົກປ້ອງແມ່ຍິງ ແລະເດັກນ້ອຍ ໃຫ້ການຊ່ອຍເຫລືອ ແລະຟື້ນຟູສະພາບຈິດໃຈ ແລ້ວກໍໄດ້ສົ່ງພວກນາງໃຫ້ຫ້ອງການ ແມ່ຍິງແຂວງວຽງຈັນ ແລະເມືອງໂພນໂຮງ ເພື່ອສົ່ງກັບຄືນສູ່ຄອບຄົວ. ປັດຈຸບັນ ພວກນາງກໍດໍາຣົງຊີວິດ ເປັນປົກກະຕິໃນຄອບຄົວ.

ດັ່ງເຈົ້າໜ້າທີ່ ຫ້ອງການແມ່ຍິງ ແຂວງວຽງຈັນ ກ່າວໃນມື້ດຽວກັນນີ້ວ່າ:

“ແມ່ຍິງແຂວງວຽງຈັນ ມີແຕ່ຜູ້ນໍາສົ່ງເນາະ ອັນເອົາຕາມຫັ້ນນ່າ... ກົດໝາຍ ຕ້ານການຄ້າມະນຸສ ມາດຕາ 64. ເພິ່ນເປັນຊົນເຜົ່າມົ້ງນ່າ ບໍ່ມີ ອັນເສັຽສະຕິມາຫັ້ນນ່າ ເຂົາເຈົ້າດໍາຣົງຊີວິດ ປົກຕິດີຢູ່ໃນຄອບຄົວ.”

ພ້ອມດຽວກັນນັ້ນ ຢູ່ເມືອງໂພນໂຮງນີ້ ທາງຜແນກສືບຂ່າວ ກອງບັນຊາການ ປ້ອງກັນຄວາມສງົບ ແຂວງວຽງຈັນ ກໍໄດ້ຍິນຫາງສຽງ ຂອງປະຊາຊົນ ເວົ້າວ່າ ມີຄົນລາວທີ່ທຸກຍາກ ໄປເຮັດວຽກຢູ່ຈີນ ແລ້ວຖືກກົດຂີ່ຂົມເຫັງ, ຢາກກັບຄືນມາບ້ານ ແຕ່ກໍກັບມາບໍ່ໄດ້, ແລະພໍ່ແມ່ຜູ້ປົກຄອງ ຍາດພີ່ນ້ອງ ກໍບໍ່ໄດ້ຮ້ອງຮຽນຕໍ່ເຈົ້າໜ້າທີ່ ເພື່ອຂໍໃຫ້ຊ່ອຍເຫລືອ ເຮັດໃຫ້ເຈົ້າໜ້າທີ່ ບໍ່ມີຂໍ້ມູນເປັນບ່ອນອີງ ພໍທີ່ຈະຕິດຕາມຫາໄດ້. ມາຮອດມື້ນີ້ ເຣື່ອງດັ່ງກ່າວ ກໍຍັງມິດງຽບຢູ່ ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຜແນກສືບຂ່າວ ກອງບັນຊາການປ້ອງກັນຄວາມສງົບ ແຂວງວຽງຈັນ ຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 27 ມິຖຸນານີ້.

“ລູກຖືກຕົວະຂາຍໄປຈີນ ແລ້ວທາງພໍ່ແມ່ກໍ ໃນເດືອນແລກ ກໍໄດ້ເງິນຢູ່ ເອົາໄປເອົາມາເນາະ ມີການກົດຂີ່ຂູດຮີດ ຢູ່ປາຍທາງຫັ້ນນ່າເນາະ ກໍໄດ້ຍິນຫລາຍບ່ອນຢູ່ ເອົາໄປກໍຍັງຫາຍມິດຈ້ອຍກໍມີ ແຕ່ວ່າຜູ້ປົກຄອງກໍບໍ່ແຈ້ງບໍ່ຫຍັງ ຜູ້ປົກຄອງຈໍານວນນຶ່ງກໍເສັຽຊີວິດກໍມີ  ຍາດຕິພີ່ນ້ອງກໍບໍ່ມີແດ່.”

ກອງປະຊຸມ ສລຸບກ່ຽວກັບການຈັດຕັ້ງປະຕິບັດ ວຽກງານຕ້ານການຄ້າມະນຸສ ປະຈໍາປີ 2021 ໄດ້ຣະບຸວ່າ ໃນໄລຍະ 1 ປີທີ່ຜ່ານມາ ກອງເລຂາຄະນະກັມມະການ ຕ້ານການຄ້າມະນຸສ ແຂວງວຽງຈັນ ໄດ້ດໍາເນີນຄະດີ ກ່ຽວກັບການກະທໍາສໍາເລົາ ແລະການຂົ່ມຂືນເດັກນ້ອຍ 5 ເຣື່ອງ ຢູ່ເມືອງຊະນະຄາມ ຊຶ່ງໃນ 5 ເຣື່ອງນີ້ ມີຜູ້ຖືກຕ້ອງຫາເປັນຜູ້ຊາຍ 5 ຄົນ, ຜູ້ຖືກເສັຍຫາຍເປັນແມ່ຍິງ 5 ຄົນ ອາຍຸບໍ່ເຖິງ 18 ປີ.

ດັ່ງເຈົ້າໜ້າທີ່ ກອງບັນຊາການ ປ້ອງກັນຄວາມສງົບ ເມືອງຊະນະຄາມກ່າວ ໃນມື້ດຽວກັນນີ້ວ່າ:

“ດໍາເນີນຄະດີພະຍາຍາມ ຂົ່ມຂືນບໍ່ ຫລືວ່າການທໍາຊໍາເລົາເດັກ ຈັ່ງຊີ້ນ່າ ລັກສະນະແນວນີ້ ເຮົາເຄີຍໄດ້ດໍາເນີນເນາະ ຜ່ານມາຜ່ານມາເຮົາໄດ້ດໍາເນີນເນາະ ບາງຄົນ ເດັກນ້ອຍອາຍຸ 10, 11, 12 ປີ.”

ເຈົ້າໜ້າທີ່ຫ້ອງການແມ່ຍິງ ແຂວງວຽງຈັນຄົນດັ່ງກ່າວ ເວົ້າຕໍ່ໄປວ່າ ການບັງຄັບໃຫ້ຮ່ວມເພດ ແລະການຂົ່ມຂືນ ກະທໍາຊໍາເລົາ ຖືວ່າເປັນຄວາມຮຸນແຮງທາງເພດ, ບາງກໍຣະນີຮຸນແຮງເຖິງຂັ້ນເດັກນ້ອຍ ອາຍຸຫລຸດ 18 ປີ ຖືພາ, ເກີດລູກ ຍ້ອນຄົນໃນຄອບຄົວດຽວກັນບັງຄັບ ຂົ່ມຂືນ ຊຶ່ງເປັນບັນຫາ ທີ່ຣັຖບານພະຍາຍາມແກ້ໄຂ ເພື່ອບັນລຸໄດ້ເປົ້າໝາຍ ການພັທນາແບບຍືນຍົງ ຄືເປົ້າໝາຍທີ 5 ກ່ຽວກັບການບັບລຸຄວາມສເມີພາບ ລະຫວ່າງຍິງ-ຊາຍ ແລະການສ້າງຄວາມເຂັ້ມແຂງ ໃຫ້ແກ່ແມ່ຍິງ ແລະເດັກນ້ອຍແມ່ຍິງທຸກຄົນ.

ດັ່ງທີ່ນາງກ່າວວ່າ:

“ມັນມີຮຸນແຮງເດ່ ບາງເທື່ອເດັກນ້ອຍກໍຈົນວ່າຖືພາ, ເກີດລູກ ກໍມີຜ່ານມາ ພວກເຮົາຊ່ວຍ. ຍາດໃກ້ຊິດເຂົາເຈົ້າຫັ້ນແຫລະ ເປັນລຸງ ເປັນຄອບຄົວດຽວກັນ, ອ້າຍນ້ອງເຂົາເຈົ້າຫັ້ນແຫລະ ຂົ່ມຂືນກັນ ພໍ່ນ້າ, ລູກນ້າກັນ.

ກອງເລຂາ ຄະນະກັມມະການ ຕ້ານການຄ້າມະນຸສ ແຂວງວຽງຈັນ ເປັນຂແນງການນຶ່ງ ສໍາຄັນທີ່ໄດ້ຮັບງົບປະມານ ຈາກຣັຖບານ ໃນການດໍາເນີນກິຈການ ສະກັດກັ້ນບັນຫາ ການຄ້າມະນຸສ, ການບັງຄັບທາງເພດ ແລະການຂົ່ມຂືນສໍາເລົາແມ່ຍິງ ແລະເດັກນ້ອຍແມ່ຍິງ ພາຍໃນແຂວງວຽງຈັນ ຮວມທັງການໂຄສະ ນາ ໃຫ້ຄວາມຮູ້ແກ່ພໍ່ແມ່ ແລະຜູ້ປົກຄອງ ຂອງພວກເຂົາເຈົ້າ ກ່ຽວກັບຮູບແບບ ຂອງການຕົກເປັນເຫຍື່ອ ຂອງຂະບວນການຄ້າມະນຸສ, ກ່ຽວກັບກົດໝາຍ ແລະບົດລົງໂທດ ຜູ້ກະທໍາຄວາມຜິດນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.