ແມ່ຍິງລາວຖືກຍົວະໃຫ້ ຮັບຈ້າງ ຖືພາ

ຈໍາປາທອງ
2019.11.15
F-Savannakheth ເຂດນອກເມືອງຈໍາພອນ ແຂວງສວັນນະເຂດ
RFA/SS

ເຈົ້າໜ້າທີ່ຕຳຣວດ ເຫີໜານຂອງຈີນ ພົບແມ່ຍິງລາວ 2 ຄົນ ທີ່ຕ້ອງການຄວາມຊ່ອຍເຫລືອ ພາຍຫຼັງຖືກຕົວະໄປເຮັດວຽກຢູ່ຈີນ ແຕ່ຖືກຍົວະ ໃຫ້ຮັບຈ້າງຖືພາ, ອີງຕາມຄຳເວົ້າຂອງນັກສຶສາລາວ ຂັ້ນປະຣິນຍາໂທ ທີ່ເມືອງເຫີໜານ ທີ່ໄດ້ຮັບຣາຍງານຈາກ ຕຳຣວດຈີນ ໃນມື້ວັນທີ 7 ພຶສຈິກາ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 14 ພຶສຈິກາ ນີ້:

"ເຂົາລາຍງານມາບອກວ່າ ເດັກນ້ອຍສອງຄົນນີ້ ຖືກຕົວະໃຫ້ໄປເຮັດວຽກ ແຕ່ວ່າໄປຮອດແລ້ວໃຫ້ໄປຮັບຈ້າງຖືພາ ຊີ້ໜ່າ ອຸ້ມທ້ອງຊີ້ໜ່າ ຢູ່ ເຫີໜານ ຢູ່ຈີນພຸ້ນໜ່າ ແລ້ວໜີອອກມາໄດ້ ຢູ່ໃນການດູແລ ຂອງເຈົ້າໜ້າທີ່ ຕຳຣວດແລ້ວ."

ແມ່ຍິງລາວ 2 ຄົນທີ່ວ່ານັ້ນຜູ້ນຶ່ງອາຍຸ 17 ປີ ຈາກບ້ານທົ່ງ ເມືອງປາກຊັນ ແຂວງບໍລິຄຳໄຊ ແລະອີກຜູ້ນຶ່ງອາຍຸ 22 ປີ ຈາກບ້ານຫົວເມືອງ ເໜືອ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ.

ແລະ ເຈົ້າໜ້າທີ່ຕຳຣວດລາວ ທ່ານນຶ່ງກໍເວົ້າວ່າ ຕຳຣວດເມືອງເຫີໜານ ຂອງຈີນ ໄດ້ຕິດຕໍ່ມາຫາຕຳຣວດລາວ ແລະບອກວ່າ ເຈົ້າໜ້າທີ່ ຕຳຣວດເຫີໜານ ໄດ້ຮັບເຣຶ່ອງ ແລະ ຮັບປາກແມ່ຍິງ 2 ຄົນ ນັ້ນວ່າ ຈະຊ່ອຍເຫລືອ ຊຶ່ງຂນະນີ້ຢູ່ໃນຣະຫວ່າງ ການປະກອບເອກກະສານ, ເມື່ອເອກກະສານແລ້ວໆ ກໍຈະສົ່ງພວກນາງກັບຄືນມາລາວ, ໃຫ້ພວກນາງປອດໄພ, ດັ່ງທີ່ທ່ານໄດ້ກ່າວ ໃນມື້ດຽວກັນນັ້ນວ່າ:

"ເພາະວ່າດຽວນີ້ເພີິ່ນຍັງບໍ່ໄດ້ຕິດຕໍ່ກັບມາເດ້ ແຕ່ວ່າທາງຕຳຣວດຈີນ ເພິ່ນຈັດການແລ້ວ ເພິ່ນວ່າຍັງແລ່ນເອກກະສານ ຍັງແລ່ນເອກກະສານ ໃຫ້ພວກນ້ອງໆຢູ່ ເຮົາບໍ່ຮູ້ວ່າທາງຝ່າຍຈີນ ຂະເຈົ້າຈັດການກັນແນວໃດ ຂະເຈົ້າກໍປອດໄພ ທັງສອງ ບໍ່ໄດ້ກັກໂຕ ຫຍັງໄວ້ ແຕ່ວ່າຄອງຖ້າ ເຮັດໜັງສື ເຂົາກໍວ່າເຂົາສິສົ່ງກັບ ແຕ່ວ່າດຽວນີ້ຍັງ ບໍ່ຮູ້ວ່າຮອດໃສແລ້ວ."

ສ່ວນຜູ້ເປັນແມ່ຂອງແມ່ຍິງອາຍຸ 17 ປີ ທີ່ບໍ່ໄດ້ຕິດຕໍ່ກັບລູກ 3-4 ເດືອນແລ້ວນັ້ນ ກໍເປັນຫ່ວງລູກຫຼາຍ, ດັ່ງທີ່ນາງເວົ້າໃນມື້ດຽວກັນນັ້ນວ່າ:

"ບໍ່ຮູ້ວ່າລູກໄປໃສ ແລະກໍຮູ້ແຕ່ວ່າລູກໄປເຮັດວຽກ ບໍ່ຮູ້ລູກໄປເຮັດວຽກຢູ່ໃສ ນຶກວ່າໄປເຮັດວຽກຢູ່ວຽງນີ້ ຕໍ່ມາໄດ້ຍິນຂ່າວວ່າ ເຂົາເຈົ້າເອົາລົງ face ໜ່າໄປຢູ່ເມືອງຈີນ ພຸ້ນແຫລະ ອູ້ມທ້ອງໃຫ້ເຂົາວ່າຊັ້ນ ລູກກໍຕັ້ງແຕ່ມື້ຫັ້ນ ລູກນະບໍ່ໄດ້ຕິດຕໍ່ມາເລີຍ ຕັ້ງແຕ່ມື້ນັ້ນ ຫ່ວງແທ້ ຍໍ່ບໍ່ໄດ້ ທຸກມື້ນີ້ຄິດຮອດນະ."

ສຳລັບຜູ້ເປັນແມ່ຂອງແມ່ຍິງອາຍຸ 22 ປີນັ້ນກໍເວົ້າວ່າ ຕິດຕໍ່ຫາລູກບໍ່ໄດ້ 2 ເດືອນແລ້ວ. ຕໍ່ມາລູກສາວເອົາເລກໂທຣະສັບຈີນໂທມາບອກວ່າ ໄປເຮັດວຽກເກັບໝາກສາລີ ຢູ່ຈີນ ໄດ້ເງິນບໍ່ຫລາຍ 1 ລ້ານ 2 ລ້ານກີບ ແລ້ວຝາກທະນາຄານ ສົ່ງໃຫ້ພໍ່ແມ່ ໄວ້ປິ່ນປົວພຍາດ.

ແຕ່ພໍ່ແມ່ກໍຖອນເງິນອອກບໍ່ໄດ້ ເພາະບັນຊີເງິນຝາກເປັນຊື່ຂອງລູກສາວ ດັ່ງທີ່ນາງກ່າວວ່າ:

"ທຳອິດລູກເວົ້າໄປເຮັດວຽກ ຄັນລູກໄດ້ວຽກແລ້ວ ລູກສິໂທມາຫາແມ່ ແລ້ວລູກກໍວ່າ ອັນແມ່ເອີຍ ລູກໄດ້ວຽກແລ້ວ ບາດນີ້ລູກເຮັດວຽກຫຍັງ ເຮົາໄປເກັບໝາກສາລີ ວ່າເຮົາສິໄດ້ບໍ່ຫລາຍດອກ ອັນເງິນປະມານລ້ານ ລ້ານປາຍ ຝາກໃຫ້ແມ່ເດີ ພໍເພິ່ນໄປ ຕິດຕໍ່ບໍ່ໄດ້ ຕໍ່ມາບໍ່ໄດ້ຍິນຂ່າວ ເລີຍ ຫາຈະມາໄດ້ຍິນນີ້ ແມ່ກໍບໍສະບາຍໃຈ ທາງນີ້ກໍຫາເງິນແລ່ນເອກກະສານ ຢູ່."

ກ່ຽວກັບເຣຶ່ອງທີ່ວ່ານີ້ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ຖາມໄປຍັງ ເຈົ້າໜ້າທີ່ຕຳຣວດ ຄົນດັ່ງກ່າວ ແຕ່ທ່ານບໍ່ສາມາດເວົ້າຫຍັງ ໃຫ້ຮູ້ຕື່ມອີກໄດ້ ຍ້ອນຕຳຣວດເຫີໜານ ບໍ່ໄດ້ໃຫ້ຣາຍລະອຽດຫຍັງ ສ່ວນວ່າສະຖານທູດ ສປປລາວ ປະຈຳປະເທດຈີນ ບໍ່ສາມາດ ຕິດຕໍ່ໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.