ປ່ອຍເດັກແມ່ຍິງລາວ ທີ່ເຮັດວຽກຢູ່ຮ້ານຄາຣາໂອເກະຈີນ ໃນປະເທດພະມ້າ
2024.02.29

ເມື່ອວັນທີ່ 8 ເດືອນກຸມພາ ປີ 2024, ຜູ້ຍິງລາວສາມຄົນ ຈາກນະຄອນຫຼວງວຽງຈັນ ອາຍຸ 13 ປີ, 17 ປີ ແລະ 19 ປີ ທີ່ເຮັດວຽກຢູ່ຮ້ານຄາຣາໂອເກະ ຂອງຄົນຈີນ ທີ່ມີຊື່ວ່າ ຄາຣາໂອເກະເຄທີວີ ຢູ່ເມືອງລາ ຣັຖສານ ປະເທດພະມ້າ ໄດ້ຕິດຕໍ່ຫາວິທະຍຸເອເຊັຍເສຣີ ແລະບອກວ່າ ກ່ອນນີ້ ເຈົ້າຂອງຮ້ານຄາຣາໂອເກະເຄທີວີ ໄດ້ເຮັດສັນຍາໃຫ້ພວກນາງທັງສາມ ເຮັດວຽກຢູ່ຮ້ານຈົນເຖິງກາງປີ 2024 ນີ້ ແລະໄດ້ບັງຄັບໃຫ້ພວກນາງ ຂາຍບໍຣິການທາງເພດ ພ້ອມທັງໃຫ້ໃຊ້ໜີ້ຄ່າຊື້ພວກເຂົາມາຈາກຮ້ານບັນເທີງ ອື່ນ ຜູ້ລະສາມໝື່ນຢວນ ຫຼືປະມານ 84 ລ້ານກີບ, ແຕ່ເມື່ອຕົ້ນເດືອນກຸມພາ ທີ່ຜ່ານມາ ເຈົ້າຂອງຮ້ານ ໄດ້ຕັດສິນໃຈປ່ອຍເດັກຍິງລາວ ທັງສາມ ແລະຈະບໍ່ໃຫ້ພວກເຂົາເຈົ້າໃຊ້ໜີ້ນັ້ນຄືນເລີຍ ຍ້ອນໄດ້ຮັບຄວາມກົດດັນຈາກທາງການລາວ ແລະພະມ້າ.
ນາງ ນ້ຳຕານ ຊື່ສົມມຸດ ນຶ່ງໃນແມ່ຍິງທັງສາມ ໄດ້ກ່າວຕໍ່ວິທະຍຸເອເຊັຍເສຣີ ໃນວັນທີ່ 8 ກຸມາ 2024 ນີ້ວ່າ ເຈົ້າຂອງຮ້ານທີ່ເປັນຄົນຈີນນັ້ນ ປ່ອຍໂຕພວກເຂົາ ເພາະຢ້ານເຈົ້າໜ້າທີ່ຕຳຣວດພະມ້າ ຈະເຂົ້າໄປບຸກຮ້ານຄາຣາໂອເກະ ເພື່ອຊົດຊ່ວຍພວກເຂົາທັງສາມຄົນ.
ດັ່ງນາງນ້ຳຕານໄດ້ກ່າວຕື່ມອີກວ່າ:
“ມັນປ່ອຍພວກນ້ອງອອກແລ້ວ ອັນນ້ອງນ່າຈະຄິດວ່າ ມັນ່າຈະຮູ້ຈັກກັບຕຳຣວດທີ່ອັນນັ້ນ ທີ່ພວກເອື້ອຍປະສານງານໃຫ້ນ່າ ແລ້ວຕຳຣວດທີ່ມັນຮູ້ຈັກນ່າຈະບອກມັນວ່າ ຕຳຣວດຊິເຂົ້າມາເອົາພວກນ້ອງ ມື້ນີ້ນ່າ (ວັນພະຫັດ ວັນທີ່ 8 ກຸມພາ 2024) ມັນເອີ້ນພວກນ້ອງລົງມາ ໄປເຊັນອອກສັນຍານ່າ ສີກສັນຍາ ມັນກໍປ່ອຍພວກນ້ອງອອກມາ ຕອນນີ້ ພວກນ້ອງອອກແລ້ວ, ປອດໄພໝົດແລ້ວ ນ້ອງໂທບອກແມ່ນ້ອງວ່າ ອອກມາໄດ້ແລ້ວ ແມ່ນ້ອງວ່າ ເອີຊິຫາເງິນຄ່າຣົຖຄ່າເຮືອໃຫ້ ບໍ່ຮູ້ຊິໄດ້ບໍ່ ພວກເຮົາກໍດີໃຈ ກຳລັງຊິໄປກິນເຂົ້າ ແລ້ວມັນຫັ້ນນ່າ ໄປເອີ້ນ ມັນກໍນ່າຈະຮູ້ຈັກຕຳຣວດຢູ່ນີ້ແດ່ ຕຳຣວດຫັ້ນນ່າຈະບອກມັນຕິບໍ່ວ່າ ຕຳຣວດຫັ້ນຊິໄປເອົາຈຸເຮົາ ແລ້ວມັນໄປເອີ້ນຈຸເຮົາ ຮີບອອກມາ ແລ້ວມັນບອກຈຸເຮົາ ຫ້າມເວົ້າຫຍັງ ຫ້າມອີຫຍັງກັບຮ້ານມັນອີກເລີຍ ກໍດີພວກນ້ອງລົງໄປ ມັນບອກວ່າ ບໍ່ເອົາເງິນ ໃຫ້ພວກນ້ອງອອກໄປເລີຍ ມັນບອກໃຫ້ພວກນ້ອງໄປເກັບເຄື່ອງເກັບເຄື່ອງແລ້ວກໍລົງມາ ແລ້ວກໍເຊັນສັນຍາອອກ ແລ້ວກໍອອກມາເລີຍ ມັນບອກວ່າ ຊິບໍ່ຍຸ້ງກ່ຽວແລ້ວ ຂໍແຄ້ວ່າ ອອກຈາກຮ້ານມັນ ຫ້າມຕິດຕໍ່ຫຍັງກັບຄົນໃນຮ້ານມັນອີກ ມັນວ່ານ່າ.”
ສ່ວນນາງຝ້າຍ ກໍເລົ່າເຫດການການຖືກປ່ອຍໂຕ ໃນທຳນອງດຽວກັນກັບນາງນ້ຳຕານວ່າ:
“ນ້ອງຊິໄປກິນເຂົ້າ ແລ້ວບາດນີ້ ມັນລະບອກວ່າ ມັນແລ້ວຖາມນ້ອງວ່າ ນ້ອງຫັ້ນຢູ່ໃສ ນ້ອງຫັ້ນຢູ່ຫ້ອງກິນເຂົ້າ ແລ້ວມັນບອກນ້ອງວ່າ ຢ່າຟ້າວກິນ ລົງໄປລຸ່ມກ່ອນ ແລ້ວນ້ອງລົງໄປລຸ່ມ ມັນບອກວ່າ ເງິນຫັ້ນນ່າ ມັນບໍ່ເອົາແລ້ວ ມັນຊິປ່ອຍແລ້ວ ມັນກໍບອກວ່າ ເອີໄປເກັບເຄື່ອງ ເກັບເຄື່ອງອອກໄປ ບອກວ່າ ຫ້າມເວົ້າອີຫຍັງກ່ຽວກັບຮ້ານມັນ ແລ້ວນ້ອງຄິດວ່າ ຊິຢ້ານເປັນສາຍມັນແຫລະ ບອກມັນແລ້ວມັນກໍປ່ອຍອອກມາ.”
ທາງດ້ານນາງນົກ ຊື່ສົມມຸດເຊັ່ນກັນ ເວົ້າວ່າ ນາງດີໃຈທີ່ໄດ້ອອກຈາກນະຣົກ ແຫ່ງນັ້ນ ແຕ່ປັດຈຸບັນ ພວກເຂົາກັງວົນຢ່າງດຽວວ່າ ພໍ່ແມ່ຂອງພວກເຂົາຈະຫາເງິນມາແຕ່ໃສ ຜູ້ລະເຖິງ 5,000 ຢວນຫຼື 14 ລ້ານກີບ ເພື່ອເປັນຄ່າເດີນທາງກັບຄືນປະເທດລາວ.
ດັ່ງນາງໄດ້ກ່າວຕອນນຶ່ງຕື່ມວ່າ:
“ກໍດີໃຈຫັ້ນແຫລະເອື້ອຍ ເພາະວ່າຕອນແລກ ອັນມັນເວົ້າວ່າ ມັນຊິປ່ອຍນ້ອງແຕ່ດົນແລ້ວ ແຕ່ວ່າບາດໄລ່ເງິນຫັ້ນ ບໍ່ປ່ອຍ ນ້ອງບໍ່ຮູ້ວ່າ ແບບອັນອີ່ແມ່ຊິຫາເງິນແບບມາໃຫ້ຄ່າຣົຖກັບໄວປານໃດຫັ້ນນ່າ.”
ຫຼັງຈາກຖືກປ່ອຍໂຕ ເດັກຍິງລາວທັງສາມ ກໍໄດ້ຕິດຕໍ່ຫາສະຖານທູດລາວ ແລະເຈົ້າໜ້າທີ່ທາງການພະມ້າ; ຜົນປະກົດວ່າ ເຈົ້າໜ້າທີ່ພະມ້າ ທີ່ເຄີຍຊ່ວຍແມ່ຍິງລາວທີ່ຕົກເປັນເຫຍື່ອ ຂອງການຄ້າມະນຸດຢູ່ເມືອງລານັ້ນ ໄດ້ຕິດຕໍ່ຫານາງນ້ຳຕານ ນາງນົກແລະນາງຝ້າຍວ່າ ທາງການພະມ້າ ຈະຊ່ວຍພວກເຂົາກັບຄືນປະເທດລາວ ໂດຍທີ່ພວກເຂົາບໍ່ຈຳເປັນຕ້ອງເສັຍຄ່າ ເດີນທາງແຕ່ຢ່າງໃດ.
ນາງນ້ຳຕານ ກ່າວກັບວິທະຍຸເອເຊັຍເສຣີ ກ່ຽວກັບເຣື່ອງນີ້ວ່າ:
“ມີເອື້ອຍ ຄົນທີ່ເຂົາເຈົ້າຊ່ວຍໝູ່ນ້ອງກັບກ່ອນຫັ້ນນ່າ ເຂົາເຈົ້າຕິດຕໍ່ມາ ເຂົາເຈົ້າຈະສົ່ງກັບມື້ອື່ນນີ້ແລ້ວ ມື້ນີ້ ເຂົາເຈົ້າຊິມາຮັບພວກນ້ອງໄປທ່າເຮືອເລີຍ ແລ້ວກໍຂື້ນເຮືອ ແລ້ວກັບລາວ ແລ້ວກໍ ມັນຈະມີຄົນມາຮັບຢູ່ລາວຫັ້ນເລີຍ ຄົນທີ່ຊິມາຮັບພວກນ້ອງໄປສົ່ງທ່າເຮືອນັ້ນ ແມ່ນ ທະຫານພະມ້າ ນີ້ຕອນແລງ (ຂອງວັນຈັນທີ່ 12 ກຸມພາ 2024) ເຂົາເຈົ້າຊິມາລົມກັບພວກນ້ອງ ແລ້ວມື້ອື່ນ ຕອນເຊົ້າວັນອັງຄານ (13 ກຸມພາ 2024) ເຂົາເຈົ້າຊິເອົາຣົຖມາຮັບໄປທ່າເຮືອເລີຍ.”
ຕໍ່ມາວັນທີ່ 13 ກຸມພາ 2024, ເດັກຍິງລາວທັງສາມ ກໍໄດ້ຂີ່ເຮືອຈາກທ່າເຮືອສົບຫຼວຍ ຝັ່ງປະເທດພະມ້າ ລົງໄປຕາມແມ່ນ້ຳຂອງ ຈົນເຖິງທ່າເຮືອເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ປະເທດລາວ ແລະກໍໄດ້ຮັບການຕ້ອນຮັບຈາກເຈົ້າໜ້າທີ່ ຕຳຣວດລາວ ຊຶ່ງສົ່ງພວກເຂົາທັງສາມໄປພັກຊົ່ວຄາວ ຢູ່ສູນໃຫ້ຄຳປຶກສາ ແລະປ້ອງກັນແມ່ຍິງ ແລະເດັກນ້ອຍ ຂອງແຂວງບໍ່ແກ້ວ.