ສະມາຊິກແກ້ງສໍ້ໂກງຊັບ ຊາວຈີນ 268 ຄົນ ຖືກຈັບສົ່ງຈີນ
2024.03.01

ກະຊວງປ້ອງກັນຄວາມສະຫງົບ ຂອງຈີນ ໄດ້ແຈ້ງຂ່າວ ເມື່ອວັນທີ 28 ກຸມພາທີ່ຜ່ານມານີ້ວ່າ ຊາວຈີນຈໍານວນ 268 ຄົນ ທີ່ຖືກສົງໃສເປັນແກ້ງສະແກມເມີ ຫລື ແກ້ງສໍ້ໂກງ ທາງລະບົບໂທລະຄົມ ໄດ້ຖືກສົ່ງໂຕ ຈາກແຂວງບໍ່ແກ້ວ ປະເທດລາວ ໄປຍັງແຂວງສິບສອງປັນນາ ຂອງຈີນ ເພື່ອໃຫ້ເຈົ້າໜ້າທີ່ຈີນ ນໍາໂຕໄປສືບສວນ-ສອບສວນ. ກຸ່ມດັ່ງກ່າວ ຖືກທາງການຈີນສົງໃສວ່າ ກ່ຽວຂ້ອງກັບຄະດີສໍ້ໂກງຫລາຍກວ່າ 1,570 ຄະດີ ໃນປະເທດຈີນ ຊຶ່ງທາງເຈົ້າໜ້າທີ່ຕໍາລວດຈີນ ກໍາລັງສືບສວນ-ສອບສວນຢູ່, ອີງຕາມລາຍງານ ຂອງສໍານັກຂ່າວ China Daily ຂອງຈີນ ເມື່ອວັນທີ 29 ກຸມພາ ທີ່ຜ່ານມານີ້.
ກ່ຽວກັບເຣື່ອງການສົ່ງມອບ ຜູ້ຕ້ອງສົງໃສດັ່ງກ່າວ ໃຫ້ທາງການຈີນນີ້ ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບຂອງລາວ ນາງນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 1 ມີນານີ້ວ່າ ໄດ້ມີຂຶ້ນຢູ່ແຂວງບໍ່ແກ້ວ ເມື່ອປະມານເດືອນມົກກະຣາ ທີ່ຜ່ານມານີ້. ຄົນຈີນຈໍານວນດັ່ງກ່າວ ຖືກຈັບໄດ້ ຢູ່ໃນເຂດເສດຖະກິດພິເສດສາມຫລ່ຽມຄໍາ ແຂວງບໍ່ແກ້ວ, ແຕ່ທາງສື່ມວນຊົນຈີນ ຫາກຫາກໍ່ລາຍງານຂ່າວນີ້.
“ສົ່ງຢູ່ສະໜາມບິນບໍ່ແກ້ວພຸ້ນນ່າ ເຈົ້າ ອັນນີ້ແມ່ນ ເຫດການນີ້ເກີດຂຶ້ນຕັ້ງແຕ່ຕົ້ນເດືອນ 1 ພຸ້ນນ່າ ເຈົ້າ ຂ່າວນີ້ຂ່າວຢູ່ໃນຈີນ ອອກມື້ 28 ຂ່າວເຫດການດຽວກັນຫັ້ນແຫລະ ເຈົ້າ 268 ຄົນ.”
ໃນຂະນະດຽວກັນ ວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຍັງສະຖານທູດຈີນ ປະຈໍາລາວ ເພື່ອຂໍຮູ້ຂໍ້ມູນເພີ່ມຕື່ມ, ໄດ້ຮັບຄໍາຕອບຈາກເຈົ້າໜ້າທີ່ທ່ານນຶ່ງວ່າ ໃນວັນທີ່ມີການສົ່ງໂຕຄົນຈີນ ຈໍານວນດັ່ງກ່າວນັ້ນ ແມ່ນເຈົ້າໜ້າທີ່ກົງສຸນໃຫຍ່ຈີນ ປະຈໍາແຂວງຫລວງພຣະບາງ ທີ່ຮັບຜິດຊອບ ແຂວງພາກເໜືອຂອງລາວ ເປັນຜູ້ໄປເຂົ້າຮ່ວມພິທີ.
“ສາມຫລ່ຽມຄໍາແມ່ນບໍ່ ຂຶ້ນກັບກົງສຸນໃຫຍ່ຢູ່ຫລວງພະບາງ ໂຕນີ້ນິ ເຂົາເຈົ້າລາຍງານທາງເບື້ອງຈີນ ໂດຍຕົງເລີຍເນາະ ເລື່ອງພາຍໃນໂຕນີ້ນະ ທາງເຮົາກະໄດ້ແບ່ງຂອບເຂດຮັບຜິດຊອບ ເນາະ. ພວກແຂວງພາກເໜືອກະຂຶ້ນກັບກົງສຸນໃຫຍ່ ຢູ່ຫລວງພະບາງ.”
ຊາວລາວທີ່ຮູ້ຂ່າວນີ້ ຈໍານວນນຶ່ງ ກໍຮູ້ສຶກດີໃຈ ທີ່ເຈົ້າໜ້າທີ່ລາວ ແລະຈີນ ສາມາດກວາດລ້າງ ແກ້ງດັ່ງກ່າວໄດ້ເລື້ອຍໆ ເພາະມັນໄດ້ສ້າງຄວາມເສັຽຫາຍໃຫ້ປະເທດລາວ ທີ່ຖືກໃຊ້ເປັນບ່ອນກໍ່ເຫດອັນບໍ່ດີ. ແຕ່ກໍ່ເຫັນວ່າ ການທີ່ຈະກວາດລ້າງແກ້ງນີ້ໃຫ້ໝົດໄປນັ້ນ ອາດຈະຕ້ອງໃຊ້ເວລາຫລາຍປີ ຍ້ອນກຸ່ມແກ້ງນີ້ ເກີດຂຶ້ນໃໝ່ຢູ່ເລື້ອຍໆ.
ດັ່ງຊາວບ້ານຜູ້ນຶ່ງເວົ້າວ່າ:
“ຕິດຕາມຢູ່ ເຮົາກະເບິ່ງຕາມການລາຍງານ ແລ້ວກະເບິ່ງໃນກະແສ ມັນຄົງເປັນໄປໄດ້ຍາກ ຊິປະມານນັ້ນຫັ້ນແຫລະ ຄົນໃຊ້ເວລາອີກຂ້ອນຂ້າງອີກຫລາຍປີ ເຮັດກະມັນຊິມາຕັ້ງຖານຢູ່ບ້ານເຮົາ ແກ້ງຄອລເຊັນເຕີເຂົານີ້ເດ້.”
ແລະຊາວບ້ານ ຢູ່ແຂວງພາກເໜືອ ຜູ້ນຶ່ງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 1 ມີນານີ້ວ່າ ປັດຈຸບັນ ຫລາຍທ້ອງຖິ່ນໃນລາວ ກໍໄດ້ປະກາດແຈ້ງເຕືອນປະຊາຊົນ ຢູ່ຕລອດ ບໍ່ໃຫ້ຖືກຕົວະ ບໍ່ໃຫ້ຫລົງເຊື່ອໄປເຮັດວຽກຜິດກົດໝາຍ ກັບແກ້ງຄົນຈີນ ຢູ່ໃນເຂດເສດຖະກິດພິເສດ ສາມຫລ່ຽມຄໍາ ແຕ່ກໍຍັງມີຜູ້ໄປຢູ່.
“ແມ່ນແຫລະເຂົາເຈົ້າກະເວົ້າຢູ່ ຜູ້ໄປກະຍັງໄປຢູ່ ໜ້ອຍໆ ໜ້ອຍລົງແລ້ວ ສ່ວນຫລາຍກະກັບຄືນມາຫລາຍແລ້ວ ບ້ານເຮົາກະໄປບໍ່ຫລາຍດອກ ໄປປະມານ 5 ຄົນໄປແລ້ວມັນຜູ້ດີກະດີ ຜູ້ຖືກບ່ອນບໍ່ດີ ມັນກະບໍ່ດີແທ້ເນາະ ຄືຂ່າວເຮົາເຫັນຫັ້ນແຫລະ.”
ແລະເຈົ້າໜ້າທີ່ ຢູ່ແຂວງບໍ່ແກ້ວ ຜູ້ນຶ່ງກໍເວົ້າວ່າ ຄົນລາວ ຫລືຄົນຕ່າງປະເທດ ທີ່ຖືກກຸ່ມແກ້ງຈີນດັ່ງກ່າວ ຕົວະມາເຮັດວຽກຜິດກົດໝາຍ ຢູ່ໃນເຂດເສດຖະກິດພິເສດສາມຫລ່ຽມຄໍາ ຖືກຫາຍສາບສູນໄປ ຫລື ຍາດພີ່ນ້ອງບໍ່ສາມາດຕິດຕໍ່ຫາໄດ້ນັ້ນ ກໍໄດ້ຮ້ອງຂໍມາຍັງສະພາບໍລິຫານ ເຂດເສດຖະກິດພິເສດ ສາມຫລ່ຽມ ຄໍາ ຫລືເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເພື່ອຂໍໃຫ້ຊ່ອຍເຫລືອ.
“ເຮັດໃບກິດສໍາພັນມາ ທາງແຮງງານທາງເຈົ້າໜ້າທີ່ ຕມ ມາພົວພັນແລ້ວກະຂຽນປະຫວັດ ຜູ້ທີ່ມາທໍາງານຢູ່ພີ້ ກໍມາແຈ້ງເຈົ້າໜ້າທີ່ (ຕມ) ພາກສ່ວນທີ່ກ່ຽວຂ້ອງ ມັນຈະມີໜ່ວຍສະເພາະກິດ ແລ້ວເຮົາສິໄດ້ລົງຕິດຕາມ.”
ກ່ອນໜ້ານີ້ ເມື່ອວັນທີ 28 ພຶສຈິກາ 2023 ເຈົ້າໜ້າທີ່ຕໍາລວດລາວ ສົມທົບກັບເຈົ້າໜ້າທີ່ຕໍາຣວດຈີນ ແລະເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໄດ້ເຂົ້າຈັບຕົວຄົນຈີນ-ກຸ່ມແກ້ງສໍ້ໂກງຊັບ ທາງອອນລາຍນ໌ ຫລືແກ້ງຄອລເຊັນເຕີ ຈໍານວນ 462 ຄົນ ຢູ່ໃນເຂດເສດຖະກິດພິເສດ ສາມຫລ່ຽມຄໍາ ແລະມື້ຕໍ່ມາ ໃນວັນທີ 29 ພຶສຈິກາ ທາງເຈົ້າໜ້າທີ່ລາວ ກໍໄດ້ສົ່ງມອບຕົວ ຜູ້ຕ້ອງຫາຊາວຈີນ ຈໍານວນດັ່ງກ່າວ ໃຫ້ແກ່ເຈົ້າໜ້າທີ່ຕໍາລວດຈີນ ຜ່ານດ່ານສາກົນ ບໍ່ເຕັນ-ບໍ່ຫານ ເພື່ອນໍາຕົວໄປດໍາເນີນຄະດີ ຢູ່ຈີນ.
ແລະເມື່ອວັນທີ 11 ກັນຍາ 2023 ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ຂອງລາວ ກໍ່ໄດ້ຈັດພິທີສົ່ງໂຕ ຜູ້ຕ້ອງຫາຊາວຈີນ 164 ຄົນ ທີ່ຮ່ວມກັນເປັນແກ້ງສໍ້ໂກງຊັບ ທາງອອນລາຍນ໌ ຫລືແກ້ງຄອລເຊັນເຕີ ໃຫ້ເຈົ້າໜ້າທີ່ຕໍາລວດຈີນ ຢູ່ສະໜາມບິນສາກົນວັດໄຕ ເພື່ອເອົາໄປດໍາເນີນຄະດີຢູ່ປະເທດຈີນ ພາຍຫລັງທີ່ເຈົ້າໜ້າທີ່ຕໍາລວດລາວ ຈັບແກ້ງດັ່ງກ່າວໄດ້ ຢູ່ຫລາຍແຂວງຂອງລາວ ຄືຢູ່ເຂດເສດຖະກິດພິເສດສາມຫລ່ຽມຄໍາ ແຂວງບໍ່ແກ້ວ 46 ຄົນ, ຢູ່ນະຄອນຫລວງວຽງຈັນ 77 ຄົນ, ຢູ່ແຂວງວຽງຈັນ 22 ຄົນ ແລະຢູ່ແຂວງສະຫວັນນະເຂດ 19 ຄົນ.