ທາງການລາວຖແລງວ່າ ຈະຊ່ອຍຄອບຄົວ ຄົນລາວ 8 ຄົນ ທີ່ຕົກເປັນເຫຍື່ອ ຂອງກຸ່ມ ຄ້າມະນຸດ ໃນໄທ ທີ່ຖືກ ເຈົ້າຫນ້າທີ່ໄທ ຊ່ອຍ ອອກມາໄດ້ ໃນວັນທີ 24 ກັນຍາ ປີ 2016 ຊຶ່ງໃນ ປັດຈຸບັນ ຍັງຢູ່ໃນ ການເບິ່ງແຍງ ຂອງມູນນິທິ ຊ່ອຍເຫຼືອ ຜູ້ທີ່ຕົກເປັນ ເຫຍື່ອ ຂອງກຸ່ມ ຄ້າມະນຸດ ບ້ານປະທຸມ ເພື່ອລໍຖ້າ ໃຫ້ປາກຄຳ ຕໍ່ສານ. ດັ່ງ ຄຳເວົ້າຂອງ ເຈົ້າຫນ້າທີ່ ແຮງງານ ແລະ ສວັດດີການສັງຄົມ ສປປລາວ ຜູ້ບໍ່ປະສົງ ອອກຊື່ທ່ານຶ່ງ ຕໍ່ເອເຊັຽເສຣີ ໃນວັນທີ 28 ກຸມພາ ນີ້ວ່າ:
"ຊ່ອຍເຫລືອແບບທາງການ ຜ່ານກະຊວງພັກ ແລະກໍ ກະຊວງແຮງງານ ຂອງລາວ ເອົາມາໄວ້ສູນ ຂອງກະຊວງ ແຮງງານໄວ້ 7 ມື້ເນາະ ແລ້ວຈະເບິ່ງ ສຳພາດ ເບິ່ງສຳນວນຄະດີ ມີຫຍງສິເຮັດ ຫັ້ນນະເນາະ ຫລັງຈາກນັ້ນແລ້ວ ກໍຈະສົ່ງ ຫາແຂວງ ໂດຍມີທາງ ກະຊວງ ແຮງງານ ຫັ້ນໄປນຳ".
ທ່ານກ່າວຕື່ມວ່າ ການຊ່ອຍເຫລືອ ກຸ່ມດັ່ງກ່າວ ຈະມີຂຶ້ນທັນທີ ຫລັງຈາກ ສິ້ນສຸດຄະດີ ໃນໄທ ໂດຍຈະມີ ເຈົ້າຫນ້າທີ່ ຈາກ ສະຖານທູດ ລາວໃນໄທ ເປັນຜູ້ໄປຮັບເອົາ ແລ້ວສົ່ງເຂົ້າມາ ພັກຟື້ນ ທີ່ສູນ ກະຊວງ ແຮງງານລາວ ໃນນະຄອນຫຼວງ ວຽງຈັນ ຈາກນັ້ນ ເຈົ້າຫນ້າທີ່ ແຮງງານ ກໍຈະສຳພາດວ່າ ຂະເຈົ້າຕ້ອງການ ຢາກເຮັດຫຍັງ ຖ້າຢາກກັບບ້ານ ກໍຈະສົ່ງກັບ ແຕ່ຖ້າຢາກເຮັດວຽກ ທາງການ ກໍຈະສົ່ງ ໄປສູນ ຝຶກອາຊີບ ທີ່ມີຢູ່ ໃນບາງແຂວງ ເປັນຕົ້ນ ທາງພາກໃຕ້ ກໍຈະມີຢູ່ໃນ ແຂວງຈຳປາສັກ:
"ຜູ້ທີ່ຖືກສົ່ງກັບໄປ ທາງຫັ້ນ ສົ່ງກັບໄປທາງໃຕ້ເນາະ ຖືກແຂວງ ທີ່ວ່າມີ ອົງການ ຈັດຕັ້ງສາກົນ ຢູ່ຫັ້ນ ຂະເຈົ້າ ກໍຊີ່ໃຫ້ຫ້ອງການ ບ້ານ ຈຸດສຸມ ຢູ່ຈຳປາສັກ ຂະເຈົ້າ ກໍຈະໃຫ້ ທາງໂຄງການ ເປັນຄົນ ຕິດຕາມ".
ທ່ານວ່າ ການຊ່ອຍເຫລືອ ຄົນລາວ ທີ່ຕົກເປັນເຫຍື່ອ ຂອງກຸ່ມຄ້າມະນຸດ ໃນປະເທດໄທ ເມື່ອຖືກສົ່ງກັບບ້ານ ໃນຣະຍະຕໍ່ໄປທາງການ ລາວ ຈະເຮັດແບບນີ້ ໄປຕຣອດ ບໍ່ແມ່ນແຕ່ ສະເພາະ ຄອບຄົວນີ້.
