ຍິງສາວລາວອາຍຸ 21 ປີ ຈາກແຂວງຈຳປາສັກ ທີ່ຖືກນາຍຈ້າງຄົນໄທ ຢູ່ເມືອງດຳເນີນສະດວກ ແຂວງຣາຊບູລີ ທຳຮ້າຍຮ່າງກາຍ ເປັນ ເວລາ 5 ປີ ໄດ້ຖືກຊ່ອຍເຫລືອ ແລະ ສົ່ງກັບຄືນສູ່ຄອບຄົວ ຢູ່ເມືອງບາຈຽງ ຈະເຣີນສຸກ ແຂວງຈຳປາສັກ ວັນທີ 10 ພຶສຈິກາ. ຫຼັງຈາກ ທີ່ຖືກສົ່ງກັບຄືນບ້ານແລ້ວ, ຍິງສາວຜູ້ເຄາະຮ້າຍໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ວ່າ, ນາງຈະເຮັດສວນຊ່ອຍຄອບຄົວຢູ່ບ້ານ ບໍ່ຢາກໄປໄທ ອີກແລ້ວ.
"ດີໃຈແຮບປີ້ແລ້ວດີໃຈເຫັນໜ້າພໍ່ແມ່ ເຫັນເຮືອນ ດີໃຈຮອດເຮືອນພໍ່ ໄປສວນແລ້ວຢາກໄປເຮັດສວນມັນ, ມັນຕົ້ນຂອງຄອບຄົວຢູ່ບ້ານ ບໍ່ຢາກໄປໄທແລ້ວ."
ນາງເວົ້າວ່າ, ໄດ້ມາເຮັດວຽກກັບນາຍຈ້າງຊື່ວ່າ ນາງ ປອງອາຍຸ 58 ປີ ທີ່ມາເລືອກເອົາ ນາງໄປຕັ້ງແຕ່ປິ 2012 ໂດຍຕົກລົງຈະຈ່າຍຄ່າ ແຮງງານເດືອນລະ 7 ພັນບາດ ແລະໃນເບື້ອງຕົ້ນ ລາວໄດ້ຮັບຄ່າຈ້າງ 2 ເດືອນທຳອິດ ແຕ່ຫຫຼັງຈາກນັ້ນ ບໍ່ເຄີຍໃຫ້ ເງິນເດືອນອີກເລີຍ ເປັນເວລາ 5 ປີ ແລະ ບໍ່ສາມາດຕິດຕໍ່ຫາພໍ່ແມ່ໄດ້.
ຫລ້າສຸດໃນວັນທີ 27 ກັນຍາ ທີ່ຜ່ານມາ, ນາຍຈ້າງໄດ້ເອົານໍ້າຮ້ອນສາດໃສ່ນາງ ຖືກແຂນ ແລະຮ່າງກາຍເປັນແຜໃຫຍ່ ຍ້ອນວ່າ ນາງລືມ ປິດຝາໝໍ້ຕົ້ມນໍ້າ. ນາງເວົ້າວ່າ ເພື່ອນບ້ານ ທີີ່ໄດ້ຍິນສຽງລາວຮ້ອງໃຫ້ ຍ້ອນຄວາມເຈັບປວດ ຈຶ່ງໄດ້ໂທໄປຫາ ຕຳຣວດ ແລ້ວຕຳຣວດໄດ້ ຊ່ອຍພານາງໄປໂຮງໝໍ ແລະຕໍ່ມາ ເຈົ້າໜ້າທີ່ຕຳຣວດ ກໍຈັບນາຍຈ້າງ ໃນຂໍ້ຫາ ທາຣຸນນະກັມ, ທໍາຮ້າຍຮ່າງກາຍຜູ້ອື່ນ ໂດຍເຈຕນາ ແລະ ຈ້າງແຮງງານຕ່າງດ້າວ ແບບຜິດກົດໝາຍ.
ໜ່ວຍງານທີ່ເຮັດວຽກຕ້ານການຄ້າມະນຸດຂອງໄທ ໄດ້ມີການຕິດຕາມ ການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງແລະເດັກນ້ອຍ, ດັ່ງ ທ່ານ ສມັກ ທັບທານີ ຜູ້ອຳນວຍການຝ່າຍຕ້ານ ການຄ້າມະນຸດ ມູລນິທິເຄືອຂ່າຍ ສົ່ງເສີມຄຸນນະພາບ ຊີວິດແຮງງານ ຫລື LPN ໄດ້ກ່າວຕໍ່ວິທຍຸ ເອເຊັຍເສຣີ ວ່າ:
"ຕ້ອງຊ່ອຍກັນເຝົ້າຣະວັງ ໂດຍສະເພາະເດັກນ້ອຍ ຫລືວ່າຜູ້ຍິງທີ່ເຂົ້າມາເຮັດງານ ໃນໄທ ຕ້ອງເຮັດເອກສານ ໃຫ້ຖືກຕ້ອງຕາມກົດໝາຍ ກໍຂໍໃຫ້ທຸກໜ່ວຍງານ ຊ່ອຍປະສານງານກັນ ຊ່ອຍກັນໃນການຕິດຕາມ ກ່ຽວກັບການປ້ອງກັນຄວາມຮຸນແຮງ ກ່ຽວກັບແມ່ຍິງແລະເດັກນ້ອຍ ໃນປະເທດໄທ ແລະ ປະເທດລາວ."
ກ່ຽວກັບເລື້ອງນີ້ ທ່ານ ພັນຕຳຣວດ ເອກ ສຸດທິພົງ ພົງປະພາອຳພັຍ ຜູ້ບັນຊາການຕຳຣວດ ເມືອງດໍາເນີນສະດວກ ກ່າວວ່າ ເຈົ້າໜ້າທີ່ ກໍໄດ້ຈັບກຸມນາຍຈ້າງ ເມື່ອນາຍຈ້າງບໍ່ມີຄວາມເປັນທັມ ແລະຕ້ອງຄືນຄວາມເປັນທັມໃຫ້ແກ່ສັງຄົມ[ສາວລາວ] ບໍ່ວ່າຈະເປັນຊາດໃດກໍຕາມ.