ແມ່ຍິງລາວຖືກຕົວະໄປຈີນ ໄດ້ກັບສູ່ ຄອບຄົວ
2019.08.23
ເມື່ອວັນທີ 16 ສິງຫາ ເຈົ້າໜ້າທີ່ແຂວງອຸດົມໄຊ ໄດ້ໄປຮັບເອົາເດັກນ້ອຍ ແມ່ຍິງລາວອາຍຸ 17 ປີຢູ່ດ່ານຊາຍແດນ ລາວ-ຈີນເພື່ອນໍາສົ່ງ ໃຫ້ ຜູ້ປົກຄອງ ພາຍຫລັງຖືກຜູ້ຊາຍຈີນ ຕົວະຍົວະໄປເປັນເມັຽ ໂດຍເວົ້າວ່າຈະໄດ້ເຮັດວຽກ ໄດ້ເງິນຫລາຍ. ແຕ່ພໍຮອດເຮືອນຝ່າຍຊາຍ ກໍຖືກນໍາໄປຂາຍຕໍ່ໃຫ້ຜູ້ເຖົ້າຈີນ ທີ່ພິການ ຕໍ່ໆໄປ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຕ້ານການຄ້າມະນຸດ ແຂວງອຸດົມໄຊ ຕໍ່ RFA ໃນມື້ ວັນທີ 23 ສິງຫາ ນີ້. ທ່ານກ່າວຕອນນຶ່ງວ່າ:
"ເຂົາກໍຕົວະໄປຈັ່ງຊັ້ນແຫລະ ໄປໆມາໆ ມັນບໍ່ແມ່ນຄວາມຈິງ ໄປຮອດພຸ້ນເຂົາກໍຂາຍຕໍ່ໄປ ໃນເບື້ອງຕົ້ນ ກໍໄປນໍາຜູ້ຫນຸ່ມຜູ້ນ້ອຍເນາະ ໄປຮອດຈີນ ບາງທີພາໄປເອົາຜູ້ເສັຽອົງຄະ ຜູ້ພິການຈັ່ງຊີ້ນ່າ ຜູ້ເຖົ້າຜູ້ແກ່ ໄປຮອດເຮືອນເຂົາຂາຍ ຂາຍຕໍ່ຈາກນັ້ນ."
ທ່ານເວົ້າວ່າ ເປັນເວລາ 4 ປີ ທີ່ນາງຖືກຂາຍຕໍ່ໃຫ້ຄົນຈີນ ຜູ້ເຖົ້າພິການຕໍ່ໆໄປ. ນາງທົນບໍ່ໄຫວ, ພໍມີໂອກາດກໍລັກເອົາໂທຣະສັບຜົວ ຖ່າຍຮູບແພສພັອດ ຜົວ ສົ່ງຫາຄອບຄົວຢູ່ລາວ ໃຫ້ຂໍຄວາມຊ່ອຍເຫລືອ ຈາກທາງການ. ຫລັງຈາກນັ້ນ ເຈົ້າໜ້າທີ່ລາວ ກໍຕິດຕໍ່ໄປຫາ ເຈົ້າໜ້າທີ່ຈີນ ແລະໃນທີ່ສຸດກໍໄດ້ໄປຮັບນາງ ຢູ່ດ່ານຊາຍແດນ.
ກ່ອນນໍາສົ່ງໄປຫາຜູ້ປົກຄອງ ນາງໄດ້ຮັບການກວດສຸຂພາບ, ໄດ້ຮັບການອົບຮົມ ແລະບໍາບັດຈິດໃຈ. ສ່ວນຜົວຄົນຈີນ ຖືກທາງການຈີນ ດໍາເນີນຄະດີ ໃນຂໍ້ຫາຄ້າມະນຸດ ຍ້ອນໄດ້ເອົາແມ່ຍິງລາວ ໄປຂາຍຕໍ່ໃຫ້ຄົນອື່ນໆ:
"ຈີນນີ໋ ທາງອ້າຍກໍບໍ່ໄດ້ລົມຍາວ ທາງເຂົານະ ມີແຕ່ວ່າເຂົາລົມເອງ ເຂົາໃຊ້ຣະບຽບ ຂອງເຂົາເອງ ເຂົ້າໃນຂ່າຍນະ ຂໍ້ຫາຄ້າມະນຸດໝົດ ທີ່ເອົາໄປຫັ້ນນະ ສ່ວນຜູ້ຖືກເຄາະຮ້າຍເນາະ ສ່ວນຜູ້ຖືກເຄາະຮ້າຍເນາະ ເອົາມາອຸດົມໄຂ ສົ່ງຄືນໃຫ້ພໍ່ແມ່."
ທ່ານເວົ້າຕື່ມວ່າ ການໄປຈີນຂອງນາງ ເບື້ອງຕົ້ນທາງພໍ່ແມ່ກໍຍິນຍອມ ເພື່ອໃຫ້ໄປເຮັດວຽກ ນໍາຄົນຈີນຜູ້ນີ້ ແລະກໍໄດ້ຮັບເງິນ 20 ລ້ານກີບ ເປັນຄ່າດອງ. ແຕ່ເມື່ອໄປຮອດ ຈີນແລ້ວ ຜົວຈີນ ກໍບໍ່ຍອມໃຫ້ນາງ ຕິດຕໍ່ກັບຄອບຄົວ ຂອງນາງເລີຍ. ແລະໃນມື້ ດຽວກັນນີ້ ເຈົ້າໜ້າທີ່ ແຂວງອຸດົມໄຊ ກໍໄດ້ໄປຮັບເອົາເດັກນ້ອຍ ແມ່ຍິງລາວ ອີກຄົນນຶ່ງອາຍຸ 15 ປີ ຢູ່ດ່ານຊາຍແດນ ລາວ-ຈີນ ຄືກັນ. ນາງຖືກເຈົ້າໜ້າທີ່ຈີນ ຈັບຣະຫວ່າງທາງ ກ່ອນຈະຮອດ ເຮືອນຜົວຈີນ ຍ້ອນບໍ່ມີເອກສານຢືນຢັນ ການສົມຣົດ ກັບ ຄົນຈີນນັ້ນ.
ຕາມຄໍາເວົ້າຂອງເຈົ້າໜ້າທີ່ທ່ານນີ້, ທາງແຂວງ ຍັງລໍຖ້າເຈົ້າໜ້າທີ່ຈີນ ແຈ້ງມາໃຫ້ໄປຮັບເອົາແມ່ຍິງລາວ ຢູ່ດ່ານຊາຍແດນ ລາວ-ຈີນ ອີກ 4-5 ຄົນ ທີ່ຖືກຜູ້ຊາຍຈີນ ຕົວະຍົວະໄປເປັນເມັຽ ຄືກັນນັ້ນ ຊຶ່ງຄົງຈະແມ່ນ ຫລັງຈາກສືບສວນສອບສວນ ຜົວຈີນ ແລ້ວໆ ຈຶ່ງຈະມີການ ຕິດຕໍ່ມາ ເພື່ອໃຫ້ໄປຮັບເອົາ ແມ່ຍິງລາວທີ່ເຄາະຮ້າຍນັ້ນ.