ຄືບໜ້າ ແມ່ຍິງລາວ ທີ່ຄ້າງຢູ່ ສູນສະແກມເມີ້ ຂອງຈີນ ໃນມຽນມາ

ສຸພັດຕາ
2024.12.12
ຄືບໜ້າ ແມ່ຍິງລາວ ທີ່ຄ້າງຢູ່ ສູນສະແກມເມີ້ ຂອງຈີນ ໃນມຽນມາ ນີ້ເປັນພຽງຮູບປະກອບ ເຊິ່ງເຍົາວະຊົນລາວ ທີ່ຖືກຂາຍໄປຄ້າມະນຸສ ຫຼັງຈາກໄດ້ຮັບອິສຣະພາບ.
RFA

ກໍລະນີ ຂອງນາງ ນໍ້າທິບ (ຊື່ສົມມຸດ) ອາຍຸ 19 ປີ ຈາກ ແຂວງພາກເໜືອ ຂອງລາວ ທີ່ຖືກຕົວະໄປເຮັດວຽກ ເປັນສະແກມເມີ້ ໃຫ້ບໍລິສັດຈີນ ໃນປະເທດມຽນມາ ເປັນເວລາເກືອບ 3 ປີ ແລະ ວ່າງວັນທີ 5 ທັນວາ 2024 ທີ່ຜ່ານມາ, ນາງ ນໍ້າທິບ ໄດ້ບອກໃຫ້ວິທຍຸເອເຊັຽເສຣີ ຮູ້ວ່າ ນາງໄດ້ອອກມາຈາກ  ສະຖານທີ່ເຮັດວຽກ ຢູ່ມຽນມາ ນັ້ນແລ້ວ ແລະ ຕອນນີ້ ນາງມາຢູ່ກັບຕໍາຫຼວດ ເມືອງແມ່ສອດ ແຂວງຕາກ ປະເທດໄທ. ດັ່ງນາງກ່າວວ່າ:

“ນ້ອງ...ດຽວນີ້ ນ້ອງຢູ່ທີ່ແມ່ສອດ ຢູ່ນໍາຕໍາຫຼວດແມ່ສອດ. ແລ້ວນ້ອງກະບໍ່ແນ່ໃຈວ່າ ມື້ໃດຊິໄດ້ກັບໄປ (ກັບປະເທດລາວ) ເພາະວ່າ ຕອນນີ້ ຢູ່ແມ່ສອດ ພວກເຂົາຈະມີງານລ້ຽງ, ຕ້ອງລໍຖ້າ ອີກປະມານ 15 ມື້.”

ແຕ່ເຈົ້າໜ້າທີ່ ຕໍາຫຼວດໄທ ທີ່ດ່ານຊາຍແດນໄທ-ມຽນມາ ເມືອງແມ່ສອດ ແຂວງຕາກ ປະເທດໄທ ຢືນຢັນ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 9 ທັນວາ 2024 ກ່ຽວກັບເລື່ອງ ຂອງນາງ ນໍ້າທິບ ນີ້ວ່າ:

“ແມ່ຍິງຄົນລາວ ທີ່ມາຈາກ ປະເທດມຽນມາ ບໍ່ມີເນາະເອື້ອຍ. ຖ້າລາວບອກວ່າ ຢູ່ສະຖານນີຕໍາຫຼວດ ລາວກະຕ້ອງຮູ້ເນາະ ວ່າຢູ່ສະຖານີຕໍາຫຼວດໃດ. ອັນນີ້, ລາວບໍ່ຍອມບອກແມ່ນບໍ່? ຖ້າຢູ່ກັບຕໍາຫຼວດແມ່ສອດ, ຖ້າເປັນຄົນລາວ ເຂົາກະຕິດຕໍ່ ຕ.ມ ຕິດຕໍ່ສະຖານທູດ. ອັນນີ້, ກະໄດ້ກັບໄປແລ້ວ ບໍ່ຕ້ອງເຖິງ ພໍ່ແມ່ ມາຮັບດອກ.”

ເຈົ້າໜ້າທີ່ທ່ານນີ້ ຍັງເວົ້າເຖິງກໍລະນີ ທີ່ຜ່ານມາ ທີ່ມີຄົນໂທມາ ຂໍຄວາມຊ່ອຍເຫຼືອ ຈາກຫ້ອງການຕໍາຫຼວດແຫ່ງນີ້ ນໍາດ້ວຍ, ແຕ່ຄວາມຈິງແລ້ວ ຜູ້ທີ່ຕ້ອງການຄວາມຊ່ອຍເຫຼືອນັ້ນ, ກາຍເປັນວ່າ ບໍ່ມີໂຕຕົນ.

“ລາວໂທມາ ຈາກພົບພະ ແມ່ນບໍ່? ຢ່າໄປເຊື່ອເດີ້, ເລື້ອງນີ້ນ່າ ເພາະວ່າ ມັນເຄີຍມີໂທເຂົ້າມາ ໜ່ວຍງານຣາຊະການ ຫຼາຍເທື່ອແລ້ວ (ຫ້ອງການຕໍາຫຼວດ) ເຄີຍມີຫຼາຍຮອບແລ້ວ, ແຕ່ມັນກະຄ້າຍຄືວ່າ ເປັນການຕົວະ, ຫັ້ນນ່າ. ແຕ່ມັນບໍ່ໄດ້ປ່ອຍ ມັນບໍ່ມີຫຍັງເລີຍ, ແຕ່ມີຄົນບອກໃຫ້ເວົ້າ ມີຄົນຊື່ມຢູ່ທາງຫຼັງ ຄື ບອກໃຫ້ເວົ້າ ຄໍານີ້ໆ, ປະມານນັ້ນເນາະ. ຄົນທີ່ໂທມາ ກະບໍ່ຮູ້ວ່າຢູ່ໃສ, ບໍ່ຮູ້ຄືກັນ ຫາໂຕບໍ່ເຫັນ, ແຕ່ ໂຕເຄສ ຄົນລາວແບບນີ້ ຢ່າໄປເຊື່ອໃຈເຂົາ, ເຂົາຕົວະໃຫ້ພໍ່ແມ່ເຂົາມາ ແຕ່ຄວາມຈິງແລ້ວ ມັນບໍ່ແມ່ນເນາະ.”

ທາງດ້ານຜູ້ເປັນແມ່ ຂອງນາງ ນໍ້າທິບ ທີ່ຮູ້ວ່າ ຕອນນີ້ ລູກສາວ ບໍ່ໄດ້ມາເຖິງປະເທດໄທ ເທື່ອນັ້ນ, ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ ດ້ວຍຄວາມສິ້ນຫວັງວ່າ:

“ຊິເຮັດຈັ່ງໃດ, ບາດນີ້ນ່າ, ບໍ່ຮູ້ທາງເຮັດແລ້ວ ແມ່ກະດາຍ. ຄັນຕິດຕໍ່ລູກຫັ້ນໄດ້ ກະບໍ່ວ່າຫຍັງລະ, ອັນນີ້ ຕິດຕໍ່ ກະຕິດຕໍ່ບໍ່ໄດ້, ບໍ່ຮູ້ເຮັດລະ. ຢ້ານເຂົາເອົາໄປບ່ອນອື່ນແລ້ວເນາະ, ຢ້ານບໍລິສັດໃໝ່ໄປແລ້ວ. ບາງເທື່ອກະ ລາວບໍ່ຮູ້ ມິດຈິດເລີຍ, ບໍ່ຮູ້ແນວຊິເຮັດແລ້ວດຽວນີ້ ເຮັດຈັ່ງໃດ ບໍ່ໄດ້ລູກກັບຄືນມາລະຕິ.”

ໃນຂະນະດຽວກັນ ຜູ້ປົກຄອງຜູ້ໜຶ່ງ ທີ່ລູກຊາຍ ເຄີຍຖືກຄ້າມະນຸດ ໄປປະເທດມຽນມາ ແລະ ໄດ້ກັບມາລາວແລ້ວນັ້ນ, ກໍມີຄວາມເຫັນ ຕໍ່ເລື່ອງນີ້ວ່າ:

“ກໍເປັນເຫັນໃຈ ນາງ..ກ.(ນໍ້າທິບ) ກັບແມ່ລາວເນາະ ຈັກຊິເປັນສະພາບແບບໃດ ຈັກຊິຖືກຂາຍບໍ່? ບາງເທື່ອ ກະມາຮອດແມ່ສອດ, ລະຂະເຈົ້າກັກໂຕໄວ້ບຸ ເຮົາກະບໍ່ຮູ້ຄືກັນເນາະ. ຄັນກັກໂຕໄວ້ນີ້, ເຮົາຕິດຕໍ່ຫາບໍ່ໄດ້ ປະມານອາທິດໜຶ່ງນີ້. ຄື (ຜ່ານມາ) ເຮົາໂທຫາເຂົາ, ເຂົາກະວ່າ ແມ່ນແລ້ວ ຢູ່ນໍາເຈົ້າໜ້າທີ່ ເຮົາກະດີໃຈເນາະ. ອັນນີ້, ຕິດຕໍ່ຫາ ພັດວ່າເຈົ້າໜ້າທີ່ ກະວ່າບໍ່ຮູ້ ຄິດໄປກະນ້ອຍໃຈໄດ໋ ຄັນເປັນແບບນີ້ເນາະ. ບາງທີ ເຂົາອາດຈະຂາຍຕໍ່ໄປ, ບໍ່ຈັກ.”

ກ່ຽວກັບ ກໍລະນີນີ້, ວິທຍຸເອເຊັຽເສຣີ ໄດ້ພະຍະຍາມຕິດຕໍ່ຫາ ນາງ ນໍ້າທິບ ຜ່ານທາງເຟສບຸກສ່ວນໂຕ ຂອງນາງ ຕັ້ງແຕ່ວັນທີ 5 ທັນວາ 2024, ເລື້ອຍມາ ຈົນມາຮອດ ວັນທີ 11 ທັນວາ ປະກົດວ່າ ນາງຍັງບໍ່ອ່ານຂໍ້ຄວາມນັ້ນເລີຍ.

ແຕ່ເຖິງຢ່າງໃດກໍຕາມ, ວິທຍຸເອເຊັຽເສຣີ ກໍ່ຍັງຄົງຈະຕິດຕາມ ເລື່ອງນີ້ຕໍ່ ຫາກມີຄວາມຄືບໜ້າແນວໃດ  ຈະມີລາຍງານຕື່ມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.