ສິດຜົລປໂຍດ ຂອງຄົນງານລາວ ຍັງບໍ່ໄດ້ຄຸ້ມຄອງ ຈາກຣັຖ ຢ່າງຈິງຈັງ

ໄຊຍາ
2022.05.02
ສິດຜົລປໂຍດ ຂອງຄົນງານລາວ ຍັງບໍ່ໄດ້ຄຸ້ມຄອງ ຈາກຣັຖ ຢ່າງຈິງຈັງ ກາສິໂນ ຄິງສ໌ໂຣມັນສ໌ ໃນເຂດເສຖກິຈພິເສດ ສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ທີ່ມີຄົນງານລາວ ເຂົ້າໄປເຮັດວຽກ ເປັນຈຳນວນຫຼາຍ ແລະຕອນນີ້ພວກເຂົາເຈົ້າ ຕ້ອງການອອກຈາກເຂດດັ່ງກ່າວ ແຕ່ຍັງບໍ່ໄດ້ຮັບການຊ່ອຍເຫຼືອ ຈາກພາກສ່ວນທີ່ກ່ຽວຂ້ອງເທື່ອ, ວັນທີ 15 ເມສາ 2022
RFA

ຈົນມາເຖິງປັດຈຸບັນ ຄົນງານລາວທີ່ເຂົ້າໄປເຮັດວຽກຕອບແຊັດ ໃນເຂດເສຖກິຈພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກໍຍັງມີຄວາມສ່ຽງ ຕົກເປັນເຫຍື່ອຂອງການຄ້າມະນຸສ, ຖືກເອົາລັດເອົາປຽບເຣື່ອງຄ່າແຮງງານ. ແຕ່ຍັງບໍ່ມີພາກສ່ວນທີ່ກ່ຽວຂ້ອງ ເຂົ້າໄປແກ້ໄຂບັນຫາທີ່ເກີດຂຶ້ນ ໃຫ້ກັບຄົນງານລາວປ່ອຍໃຫ້ພວກເຂົາເຈົ້ານັ້ນ ປະເຊີນກັບບັນຫາດ້ວຍຕົນເອງ ຖ້າໃຜໃຈກ້າຍອມສ່ຽງກໍລັກອອກມາໄດ້ ຖ້າໃຜຢ້ານບໍ່ປອດພັຍໃນຊີວິດ ກໍຕ້ອງຈຳຍອມໃຫ້ນາຍຈ້າງຂົ່ມຂູ່ ແລະເຮັດຕາມໃຈ ຈະຂາຍທອດຕໍ່ ຫຼືຖືກບັງຄັບໃຫ້ເຮັດວຽກ ໂດຍບໍ່ໄດ້ຄ່າແຮງງານຕອບແທນ ແລະ ນາຍຈ້າງຈີນບໍ່ປະຕິບັດຕາມສັນຍາ ທີ່ອອກໂຄສະນາວ່າເງິນເດືອນ 5,000 ຢວນ, ຢູ່ຟຣີ, ກິນຟຣີ.

ດັ່ງຄົນງານລາວ ຍິງທີ່ບໍ່ປະສົງອອກຊື່ ແລະສຽງກ່າວຕໍ່ RFA ເມື່ອວັນທີ 29 ເມສາ ວ່າ:

ນ້ອງຂໍເຂົາເຈົ້າກັບດີໆ ລະຂະເຈົ້າກາເລີຍໄລ່ຄ່າໃຊ້ຈ່າຍ ທັງໝົດມາແບບນີ້ຫັ້ນນ່າ ນ້ອງຖາມຫຼາຍໆ ຄົນກາເຈົ້າກາບອກວ່າ ມັນບໍ່ເຖິງຂນາດນັ້ນເພາະວ່າຕອນຕົກລົງກັນ ນາຍໜ້າເອົາມາທຸກຢ່າງຄ່າໃຊ້ຈ່າຍຟຣີໝົດລະກາສັນຍາ 6 ເດືອນ ເງິນເດືອນກໍຈະມີເງິນເດືອນຕາຍໂຕເນາະ 5,000 ແຕ່່ພໍມາຮອດເຂົາເຈົ້າກໍຈະຂາຍເຮົາຕໍ່ໆ ກັນແບບນີ້ຫັ້ນນ່າ.

ຄົນງານລາວໄດ້ເວົ້າຕື່ມວ່າ ມາເຮັດຕອບແຊັດນີ້ແມ່ນວຽກຫຼອກເອົາເງິນຄົນ. ພ້ອມນີ້ພໍມາເຮັດວຽກຈະໄດ້ແຕ່ເງິນເດືອນ ເດືອນທຳອິດ ຈາກນັ້ນຈະບໍ່ໄດ້ເງິນເດືອນ ຖ້າຫາລູກຄ້າໄດ້ຈຶ່ງ ໄດ້ເງິນຕາມນັ້ນຊຶ່ງແນ່ນອນວ່າມັນຫາບໍ່ໄດ້ຢູ່ແລ້ວ.

ຮູ້ວ່າມາເຮັດວຽກຕອບແຊັດ ແຕ່ບໍ່ຮູ້ວ່າສິໄດ້ມາຢູ່ດົນປານນີ້ ສັນຍາ 8 ເດືອນ ເງິນເດືອນຈະບໍ່ໄດ້ຕາຍໂຕ ຈະໄດ້ພຽງເດືອນດຽວ 5,000 ເດືອນຕໍ່ໄປຈະໄດ້ 2,500 ລະເດືອນຕໍ່ໄປຈະບໍ່ໄດ້ເງິນເດືອນ ອ້າຍຫາບໍ່ໄດ້ຕາມທີ່ຮູ້ເນາະ ວຽກຕອບແຊັດມັນຕົ້ມຄົນເນາະ ບາງເທື່ອຖືກລູກຄ້າທີ່ພໍ່-ແມ່ເຂົາເຈົ້າປ່ວຍຈັ່ງສິ ນ້ອງກາຕັດນ້ອງບໍ່ໄດ້ຈັກຄົນເລີຍ ເຂົາເຈົ້າກໍວ່າຮັບປະກັນນັ້ນ ນີ້ທຸກຢ່າງມາແລ້ວຄົນຈີນ ເຂົາເຈົ້າຈະຂາຍເຮົາຕໍ່ໆ ໄປ ບໍຣິສັດນຶ່ງຄັນຂະເຈົ້າບໍ່ເອົາ ຂະເຈົ້າຈະເອົາເຮົາໄປຂາຍ ໃຫ້ບໍຣິສັດສອງ ບໍຣິສັດສອງກາເອົາເຮົາໄປຂາຍຕໍ່ ບໍຣິສັດທີສາມ ຖ້າເຮົາເຮັດວຽກບໍ່ໄດ້ເຂົາເຈົ້າຈະຂາຍ. ສົມມຸດວ່າ ນ້ອງເອົາຄົນໄປສົ່ງໃຫ້ອ້າຍ ອ້າຍມີລູກນ້ອງຫຼາຍແລ້ວ ແຕ່ອ້າຍຢາກໄດ້ຄົນເກັບໄວ້ ໄປຂາຍຕໍ່ສົມມຸດວ່າ ນ້ອງຂາຍໃຫ້ອ້າຍສີ່ພັນ ອ້າຍໄປຂາຍຕໍ່ຫ້າພັນ ຫົກພັນ ແບບນີ້ນ່າ.

ສ່ວນຄົນງານລາວອີກຄົນນຶ່ງ ກໍໄດ້ກ່າວຢັ້ງຢືນວ່າ ການເຮັດວຽກຕອບແຊັດ ຫຼືເຮັດວຽກອື່ນໆ ຢູ່ໃນເຂດເສຖກິຈພິເສດ ໃນໄລຍະໂຄວິດ-19 ຣະບາດ ນີ້ແມ່ນລຳບາກຫຼາຍ ເຮັດໄປຫຼາຍເດືອນ ກໍພໍໄດ້ເງິນແຕ່ເມື່ອເບິ່ງລາຍຈ່າຍແລ້ວ ບໍ່ກຸ້ມຄ່າ. ນອກຈາກນີ້ຍັງຖືກກັກບໍຣິເວນ ໃຫ້ຢູ່ແຕ່ໃນເຂດ. ເຮັດວຽກກາຍໂມງ ແລະ ວັນພັກໜ້ອຍຫຼາຍ ເກືອບວ່າບໍ່ມີ. ຕອນນີ້ຕົນຕ້ອງການ ອອກຈາກນີ້ກໍຕ້ອງໄດ້ຫາເງິນ ເພື່ອໄຖ່ຕົນເອງ.

ດັ່ງຄົນງານລາວກ່າວຕໍ່ RFA ໃນມື້ດຽວກັນນີ້ວ່າ:

ຖ້າຫາກວ່າ ຖືກບໍຣິສັດທີ່ດີຄຸ້ມຄອງແຮງງານ ເຮົາໄດ້ມັນກາດີ ບາງບໍຣິສັດມັນກາຄຸ້ມຄອງເຮົາ ບໍ່ໄດ້ເຂົາເຈົ້າກົດດັນໃນການເຮັດວຽກ ຕ້ອງຫາເງິນເຂົ້າບໍຣິສັດໃຫ້ມັນໄດ້ ສອງມາຄັນຫາບໍ່ໄດ້ ເຂົາເຈົ້າກາກົດດັນເຮົາຄືນີ້ແຫຼະ ເຮັດຫຍັງກາຕ້ອງຕັດແຕ່ເງິນ ສົມມຸດວ່າເຂົາໃຫ້ເງິນເດືອນເຮົາ 5,000 ຖ້າຫາກເຮົາຫາລູກຄ້າ ເຂົ້າບໍ່ໄດ້ລະເຂົາເຈົ້າກາຕັດເງິນເດືອນ ເຮົາລົງເປັນເຄີ່ງແລ້ວ 2,500 ຢວນຫັ້ນ ເຮົາກາຕ້ອງເບິ່ງວ່າ ເຮົາໄປເຮັດວຽກທັນບໍ່ ຫຼືວ່າຜິດກົດລະບຽບທີ່ເຂົາວາງອອກບໍ່ ເອົາໄປເອົາມາເຮົາບໍ່ມີຮອດເງິນເດືອນ ແຕ່ເຮົາຫາເງິນກາຕ້ອງຢາກໄດ້ເງິນ.

ຄົນງານຜູ້ນີ້ໄດ້ກ່າວຕື່ມວ່າ ການເຮັດວຽກໃນນີ້ບໍ່ແມ່ນການເຮັດວຽກ ແຕ່ເປັນການຫາໜີ້ໃສ່ຕົນເອງ ເຖິງວ່າຈະມີຄະນະສະເພາະກິຈ ທີ່ແຕ່ງຕັ້ງມາເພື່ອປົກປ້ອງສິດຜົລປໂຍດ ຂອງຄົນງານ ແຕ່ກາບໍ່ເຄີຍເຫັນໜ່ວຍງານດັ່ງກ່າວ ລົງເລິກໃກ້ຊິດຕິດແທດ ແລະສອບຖາມເພື່ອຫາທາງຊ່ອຍເຫຼືອ ຜູ້ເຄາະຮ້າຍທີ່ຖືກນາຍຈ້າງຈີນ ເອົາລັດເອົາປຽບເຣື່ອງຄ່າແຮງງານ.

ສ່ວນຄົນງານຍິງລາວອີກຄົນນຶ່ງ ໄດ້ກ່າວວ່າພໍເຂົ້າສູ່ວຽກໂຕຈິງ ບໍ່ຄືດັ່ງທີ່ໂຄສະນາໄວ້ ດັ່ງທີ່ນາຍຈ້າງຈີນຣະບຸໄວ້ ພໍເວລາເຂົ້າສູນກັກໂຕ ກ່ອນຈະເຂົ້າວຽກຈຶ່ງໄດ້ສອບຖາມ ຖ້າຈະກັບບ້ານເຮັດແນວໃດ ກໍໄດ້ຄຳຕອບຈາກນາຍຈ້າງວ່າ ຕ້ອງຈ່າຍເງິນຢ່າງໜ້ອຍບໍ່ຫຼຸດ 30 ລ້ານກີບ. ກໍຣະນີນີ້ຖືວ່າຍັງບໍ່ໄດ້ເຮັດວຽກ ແມ່ນເປັນໜີ້ ໂດຍຄົນງານຄົນນີ້ຈຶ່ງຊອກວິທິລັກໜີ ອອກມາຈົນສຳເຣັດ.

ດັ່ງຄົນງານລາວກ່າວວ່າ:

ນ້ອງຕ້ອງໄດ້ກັບບ້ານກ່ອນເຂົ້າຄາສິໂນ ຄັນນ້ອງເຂົ້າໄປຕ້ອງໄດ້ຫາເງິນໃຊ້ໜີ້ບໍຣິສັດ ແລ້ວມື້ໃດເຮົາສິໄດ້ກັບມາເປັດອິສະຣະ ນ້ອງກາພະຍາຍາມທຸກວິທີທາງຫັ້ນແຫຼະ ໂທຫາມີຄົນມາກວດໂຄວິດ ລະມີຕຳຣວດລາວ ກາເຂົ້າໄປບ່ອນກັກໂຕຈົດຊື່ ນາມສະກຸນ ບ້ານເມືອງທີ່ຢູ່ຂອງແຕ່ລະຄົນ ທີ່ວ່າມາກັກໂຕ ຕຳຣວດເພິ່ນກາຖາມວ່າ ທຸກຄົນທີ່ວ່າຢູ່ໃນນີ້ນ່າສິເຕັມໃຈບໍ່ ຫຼືວ່າສິກັບບ້ານ ຄັນຊັ້ນໝາຍຊື່ເດີ້ ນ້ອງຂໍກັບບ້ານ ບໍ່ໄປຕໍ່ ນ້ອງກາຢ້ານສິຫັ້ນນ່າ.

ປະກົດການທີ່ເກີດກັບວຽກຕອບແຊັດ ຄົນງານລາວທີ່ເຮັດວຽກຢູ່ໃນເຂດພິເສດ ໃນປັດຈຸບັນຊຶ່ງເປັນຄົນງານຊາຍ ກໍບອກວ່າຫວັງເພິ່ງທາງການບໍ່ໄດ້ ແລ້ວຕອນນີ້ໂທໄປຫາ ຫລື ສົ່ງຂໍ້ຄວາມໄປຫາໜ່ວຍສະເພາະກິຈ ທີ່ປະຈຳຢູ່ເຂດພິເສດ ເປັນເດືອນແລ້ວກໍບໍ່ເຫັນຕອບຫຍັງ. ຕົນເອງຢູ່ດົນເທົ່າໃດໜີ້ຍິ່ງເພີ່ມຂຶ້ນ ໄດ້ໂອກາດກໍເລີຍເອົາເງິນຈ້າງຄົນໃນພື້ນທີ່ ລັກໜີອອກມາແຕ່ກໍຍັງຖືກກຸ່ມຄົນ ໃນບໍຣິສັດດັ່ງກາວລົງປະກາດຫາວ່າ ໃຫ້ມາໃຊ້ໜີ້ທີ່ຄ້າງກັບບໍຣິສັດ ທັງທີ່ວ່າຕົນເອງບໍ່ເຄີຍຢືມເງິນ ພຽງແຕ່ມາເຮັດວຽກບໍ່ໄດ້ຕາມເປົ້າ ຢາກອອກວຽກບໍຣິສັດກໍຄິດໄລ່ຄ່າໃຊ້ຈ່າຍ ມາທັງໝົດຕລອດສາມເດືອນ ທີ່ຢູ່ໃນນັ້ນກໍຕົກເປັນເງິິນປະມານ 25 ລ້ານກີບ.

ປັດຈຸບັນຜູ້ກ່ຽວ ໄດ້ກັບມາຢູ່ກັບຄອບຄົວແລ້ວ ແຕ່ກໍຍັງຢ້ານຢູ່ ດັ່ງນັ້ນຂໍຝາກເຖິງພາກສ່ວນທີ່ກ່ຽວຂ້ອງ ຮີບຟ້າວເຂົ້າໄປຊ່ອຍຄົນງານລາວ ໃນນັ້ນປະມານ 400-500 ຄົນທີ່ຕົກສະຖານະການດຽວກັນ ໃຫ້ໂດຍໄວ ບໍ່ສະນັ້ນກຸ່ມຄົນເລົ່ານັ້ນຈະຖືກຂາຍ ໂດຍສະເພາະຜູ້ຍິງອາດຈະຖືກບັງຄັບ ເຮັດວຽກນວດ ຫຼື ຂາຍບໍຣິການ ໃນສະຖານບັນເທີງ ທີ່ກຳລັັງເປີດຢູ່ໃນຕອນນີ້.

ອາດີດເຈົ້າໜ້າທີ່ ຜູ້ທີ່ເຮັດວຽກກ່ຽວກັບການຄຸ້ມຄອງ ຄົນງານລາວກໍເວົ້າວ່າ ຜ່ານມາການຄຸ້ມຄອງຄົນງານລາວຍັງຖືວ່າມີຈຸດບົກຜ່ອງຫຼາຍ ໂດຍສະເພາະແມ່ນການເຂົ້າໄປຊ່ອຍເຫຼືອຄົນງານລາວ ທີ່ຖືກເອົາລັດເອົາປຽບ ເຊັ່ນຄົນງານລາວທີ່ເຮັດວຽກ ທາງຣົຖໄຟ, ຕາມໂຮງຈັກໂຮງງານ, ຂັບຣົຖຂົນສົ່ງ, ຄົນງານລາວທີ່ເຮັດວຽກຢູ່ຕ່າງປະເທດ ຊຶ່ງບໍ່ມີໜ່ວຍງານສະເພາະ ເຂົ້າໄປຊ່ອຍເຫຼືອເຂົາເຈົ້າເລີຍ.

ຕໍ່ກໍຣະນີການຄຸ້ມຄອງແຮງງານນີ້ ເຈົ້າໜ້າທີ່ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕຳແໜ່ງກ່າວວ່າ ປັດຈຸບັນເຖິງວ່າລາວຈະມີກົດໝາຍແຮງງານ ອອກມານໍາໃຊ້ແຕ່ກໍຍັງພົບຄວາມຫຍຸ້ງຍາກຫຼາຍ ໃນການປະຕິບັດກົດໝາຍ:

ພວກເຮົາກາໄດ້ສ່ວນນຶ່ງ ສ່ວນໃຫຍ່ມາກາຍັງຄາຢູ່ ເພາະວ່າຄືເວົ້ານີ້ນ່າຄົນເຮົາທີ່ຝຶກອົບຮົມ ຝຶກໄປແລ້ວບາດຊິເຮັດຄັກໆ ບໍ່ເຮັດ ບໍ່ໄປຈັ່ງຊິນ່າ ກາຂ້ອນຂ້າງຈະມີຄວາມຫຍຸ້ງຍາກຢູ່.”

ປັດຈຸບັນນີ້ຄົນງານລາວທີ່ເຮັດວຽກ ໃນເຂດເສຖກິຈພິເສດສາມຫຼ່ຽມ ກໍມີບາງຈຳນວນທີ່ເຮັດວຽກກັບ ບໍຣິສັດທີ່ຖືວ່າໄດ້ເງິນເດືອນດີ ແຕ່ກໍຍັງປະເຊີນກັບຄວາມສ່ຽງ ການຖືກເອົາປຽບ. ສ່ວນໃນກຸ່ມທີ່ເປັນຜູ້ເຄາະຮ້າຍ ກັບວຽກຕອບແຊັດນີ້ກໍຍັງຮຽກຮ້ອງ ໃຫ້ທາງການ ແນວໃດກໍຂໍໃຫ້ເຂົ້າໄປຊ່ອຍ ພວກເຂົາໂດຍໄວ ເຖິງແມ່ນວ່າຈະເປັນການລົງທຶນຈາກຈີນ ແຕ່ມີຫຼາຍບໍຣິສັດທີ່ເຮັດຜິດກົດໝາຍ ແຮງງານລາວ ແຕ່ບໍ່ມີການເຂົ້າໄປກວດສອບ ຂອງພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະແມ່ນ ກະຊວງແຮງງານ ແລະສວັດດີການສັງຄົມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.