ກໍຣະນີຂອງນາງໄກ່ ຄືບໜ້າ

0:00 / 0:00

ໃນວັນທີ 30 ມົກຣາ 2017 ເຈົ້າຫນ້າທີ່ ເຄືອຂ່າຍ ສົ່ງເສີມ ຄຸນນະພາບ ຊີວິດແຮງງານ ຂ້າມຊາດ ຫລື LPN ໄດ້ພາພໍ່ ຂອງ ນາງໄກ່ ເດັກນ້ອຍ ແມ່ຍິງລາວ ອາຍຸ 13 ປີ ຈາກ ແຂວງຄຳມ່ວນ ຜູ້ທີ່ຕົກ ເປັນເຫຍື່ອ ຂອງກຸ່ມ ຄ້າມະນຸດ ໃນໄທ ແລະ ຖືກຊ່ອຍ ອອກມາໄດ້ ໃນ ເດືອນທັນວາ ໄປໃຫ້ ປາກຄຳຕື່ມ ທີ່ ສະຖານີ ຕຳຣວດພູທອນ ເມືອງມະຫາໄຊ ແຂວງ ສມຸດສາຄອນ ຂນະທີ່ກຳລັງ ກວດສອບ ສຳນວນ ກ່ອນສົ່ງຟ້ອງສານ. ດັ່ງ ທ່ານ ສະຫມັກ ທັບທານີ ຜູ້ອຳນວຍການ ຜແນກສິດທິ ແຮງງານ ຂ້າມຊາດ ຂອງ ມູລນິທິ LPN ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 30 ມົກຣານີ້ວ່າ:

"ຄວາມຄືບຫນ້າ ຂອງຄະດີນ້ອງ ຜູ້ເສັຽຫາຍ ທີ່ເປັນເດັກລາວ ອາຍຸ 13 ປີ ຈຳເປັນທີ່ ຈະຕ້ອງມີ ຣະບົບການ ໄຕ່ສວນ ໃນຣະຫວ່າງນີ້ ພະນັກງານ ສອບສວນ ກໍທຳການ ຄຸ້ມຄອງ ເປີດໂອກາດ ໃຫ້ນຳ ຫລັກຖານ ກ່ຽວກັບ ການສື່ສານ ທີ່ຕິດຕໍ່ ກັບ ນາຍຈ້າງ ທີ່ນາຍຈ້າງ ພຍາຍາມ ທີ່ຈະຂໍເງິນ ພຍາຍາມ ທີ່ຈະໃຫ້ພໍ່ ເອົາເງິນ ມາໄຖ່ຕົວ ກໍໄດ້ເຮັດ ຂຶ້ນມາ 100 ເປີເຊັນ ແລ້ວ".

ທ່ານກ່າວຕື່ມວ່າ ຕອນນີ້ຫລັກຖານ ທັງຫມົດ ຮວມທັງຈາກ ເຈົ້າຫນ້າທີ່ LPN ເຈົ້າຫນ້າທີ່ ສອບສວນ ຄະດີ ພິເສດ DSI ແລະ ຂອງພໍ່ ນາງໄກ່ ກໍຄົບຖ້ວນ ຈະສົ່ງຟ້ອງສານ ໃນອາທິດຫນ້າ. ສ່ວນ ຜູ້ຕ້ອງຫາ ຄ້າມະນຸດ ທີ່ຖືກຈັບ ໃນຄະດີນີ້ ມີສາມຄົນ ຄື, ນາງຕຸກ ແລະ ນ້ອງສາວ ຂອງນາງ ພ້ອມທັງ ຜູ້ຂັບຣົດ ມາຮັບເອົາ ເງິນຄ່າໄຖ່ ຈາກພໍ່ນາງໄກ່ ໃນມື້ເກີດເຫດ ຊຶ່ງ ປັດຈຸບັນ ທັງຫມົດຖືກ ໃຫ້ປະກັນ ຕົວອອກໄປແລ້ວ ເພື່ອສູ້ຄະດີ ເພາະຍັງມີ ຜູ້ນຶ່ງ ທີ່ຍັງ ປະຕີເສດ ຢູ່:

"ທາງການ ຜູ້ຕ້ອງຫາເອງ ຕອນນີ້ ຂໍ້ກັງວົນ ຂອງພະນັກງານ ສອບສວນກໍຄື ເຮັດຈັ່ງໃດ ທີ່ວ່າມີ ຜູ້ຕ້ອງຫາ ຜູ້ນຶ່ງ ທີ່ພຍາຍາມ ປະຕິເສດ ຢູ່ວ່າບໍ່ໄດ້ ກ່ຽວຂ້ອງ ແຕ່ວ່າເຂົ້າ ມາຮ່ວມໃນ ເຫດການ ອັນນັ້ນກໍທາງ ພະນັກງານ ສອບສວນເອງ ກໍເປີດໂອກາດ ໃຫ້ທາງ ຜູ້ເສັຽຫາຍ ນຳຫລັກຖານ ມາປະກອບວ່າ ເຂົາກ່ຽວຂ້ອງກັນ ຈັ່ງໃດ ກ່ຽວກັບກັນ ຈັ່ງໃດ".

ທ່ານວ່າ ຜູ້ທີ່ຍັງປະຕິເສດ ຢູ່ນັ້ນ ແມ່ນຄົນຂັບຣົດ ສ່ວນຮູບການ ຂອງຄະດີ ທາງການ ຕຳຣວດ ໄດ້ຕັ້ງ 3 ຂໍ້ຫາ 1-ຮ່ວມກັນ ຄ້າມະນຸດ 2-ໄຊ້ແຮງງານ ເດັກນ້ອຍ ອາຍຸຕ່ຳກວ່າ 18 ປີ ແລະ 3-ໃຫ້ບ່ອນ ອາສັຍແກ່ ແຮງງານ ບໍ່ຖືກກົດຫມາຍ.