ອາຈບໍ່ມີຄວາມຫວັງ ຈະໄດ້ເງິນຄືນ ຈາກເຈ້ທິບ

0:00 / 0:00

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ບ້ານຈັດສັນ ນາເຕີຍ ຂາດສິ່ງອຳນວຍ ຄວາມສະດວກ, ຜູ້ເສັຽເງິນໃຫ້ ເຈ້ທິບ ອາຈບໍ່ມີຫວັງ ໄດ້ເງິນຄືນ, ນາຍຈ້າງ ທີ່ຂົ່ມຂືນ ແມ່ຍິງລາວ ມອບໂຕຕໍ່ເຈົ້າ ໜ້າທີ່ແລ້ວ, ທາງການລາວ ໃຫ້ບໍຣິສັດ ວຽດນາມ ສຳຣວດ ຄວາມເປັນໄປໄດ້ ກ່ຽວກັບໂຄງການ ພະລັງງານລົມ ແລະຂ່າວ ອື່ນໆ.

ຄວາມເຫັນບາງຕອນ ຈາກຜູ້ຟັງ:

ກ່ຽວ​ກັບ ຂ່າວ " ຜູ້ເສັຽເງິນໃຫ້ ເຈ້ທິບ ອາຈບໍ່ມີຫວັງ ໄດ້ເງິນຄືນ "

" ໃຫ້ເຂົ້າໃຈ ນຳກັນເດີ ພີ່ນ້ອງຮ່ວມຊາດ ບໍຣິສັດ ໃຫຍ່ໆ ສ່ວນຫລາຍ ແມ່ນຄົນມີ ອຳນາດ ຢູ່ເບື້ອງຫລັງເດີ ທັງຮ່ວມທຶນ ຮ່ວມປຶກສາ ... ຢ່າລືມ ຖ້າທ່ານ ຫາໄດ້ເງິນຫລາຍ ໃຫ້ທ່ານ ເອົາໄປຝາກ ທະນາຄານລັດເດີ !"

" ມັນເປັນໜ້າທີ່ ຂອງຄະນະຜູ້ນໍາລາວ ທີ່ປົກປອ້ງ ຄົນກະທໍາຄວາມຜິດ ແລ້ວປອ່ຍ ໄປ ໂດຍ ປະຊາຊົນ ໄດ້ຮັບຄວາມເດືອດຮອ້ນ ກໍຕາມ ເພາະພວກເພີ່ນ ບໍ່ໄດ້ຮັບຄວມເດືອດ ຮອ້ນ ແຕ່ຢ່າງໃດ ."

...

( ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)

ໝາຍເຫດ: ຄວາມຄິດຄວາມເຫັນ ຂອງຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິ​ທ​ຍຸ ເອ​ເຊັຽ ເສ​ຣີ, ພວກເຮົາ ທິມງານ ວິທຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄິດເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫລາຍ-ໜ້ອຍ ປານໃດ. ພ້ອມ​ດຽວ​ກັນ​ນັ້ນ​, ພວກ​ເຮົາ ຍັງ​ໄດ້​ຮັກ​ສາ ການສະກົດຄຳສັ​ພ ສ່ວນຫຼາຍ ເອົາ​ໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ. ຂອບໃຈ!