ນັກໂທດ ໄດ້ອະໄພຍະໂທດ ໃນວັນ ຄົບຮອບ 47 ປີ ສປປ ລາວ
2022.12.01

ໃນປີ 2022 ນີ້ ປະທານປະເທດລາວ ໄດ້ອອກດຳຣັສວ່າດ້ວຍ ການໃຫ້ອະໄພຍະໂທດແກ່ນັກໂທດໃນທົ່ວປະເທດທັງໝົດ 1,882 ຄົນ, ໃນນັ້ນ ແມ່ຍິງ 264 ຄົນ, ນັກໂທດຕ່າງປະເທດ 23 ຄົນ ໃນຈຳນວນນັກໂທດ ຕ່າງປະເທດ ມີແມ່ຍິງ 6 ຄົນ. ນັກໂທດທີ່ຖືກປ່ອຍໃຫ້ເປັນອິສຣະ 318 ຄົນ. ຖືກລຸດຜ່ອນໂທດ 1,564 ຄົນ, ເນື່ອງໃນວັນສ້າງຕັ້ງ ສາທາຣະນະຣັຖ ປະຊາທິປະໄຕ ປະຊາຊົນລາວ, ວັນທີ 2 ທັນວາ ປີ 2022 ຄົບຮອບ 47 ປີ, ສ່ວນນັກໂທດການເມືອງນັ້ນ ຍັງບໍ່ມີຂໍ້ມູນວ່າ ຈະຖືກປ່ອຍໂຕ ຫລືບໍ.
ດັ່ງເຈົ້າໜ້າທີ່ຕຳຣວດ ຜູ້ທີ່ສງວນຊື່ ແລະຕຳແໜ່ງ ທ່ານນຶ່ງກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 1 ທັນວາ ປີ 2022 ນີ້ວ່າ:
“ອະໄພຍະໂທດ ຄົນທີ່ມີຜົລງານ, ປະຕິບັດໂຕໄດ້ດີ ກະບໍ່ໄດ້ເລືອກ ຄະດີຫຍັງ ພວກນີ້, ແຕ່ວ່າພວກຢາເສບຕິດ ກໍມີ ພວກອາຊຍາກັມຫຍັງກໍມີ ພວກລັກຊັບກໍມີ ອອກມາແລ້ວ ເຮົາກໍຕິດຕາມວ່າ ຜູ້ກ່ຽວບໍ່ເຂັດຫລາບ ເຮົາກະຄູນສອງແຫລະ ໂທດການເມືອງຫັ້ນ ພວກເຮົາເຫັນຕ່າງ ກໍ່ຄວາມບໍ່ສງົບ ກໍຢູ່ຄົບວາຣະພຸ້ນແລ້ວ ຖ້າວ່າຫວິດໂທດ ກໍປ່ອຍຄືກັນ ມັນບໍ່ກ່ຽວກັບ ໂຕອະໄພຍະໂທດນັ້ນ.”
ທ່ານກ່າວຕື່ມວ່າ ສຳລັບນັກໂທດ ທີ່ຖືກປ່ອຍໂຕໄປສູ່ສັງຄົມ ຖ້າຫາກເຈົ້າໜ້າທີ່ ພົບວ່າ ມີພຶດຕິກັມບໍ່ດີຄືເກົ່າ ກໍຈະຖືກໂທດນັກ 2 ເທົ່າ, ຖ້າຈັບໄດ້, ຊາວລາວບາງຄົນ ກໍມີຄວາມຢ້ານກົວ ນັກໂທດເຫລົ່ານີ້ ເພາະມີຄະດີຕິດໂຕ ແຕ່ຢາກໃຫ້ສັງຄົມລາວຮູ້ວ່າ ເຂົາເຈົ້າຫລົງຜິດ ແລະກໍສຳນຶກຜິດແລ້ວ ຄວນໃຫ້ໂອກາດ ພວກເຂົາເຈົ້າ ໃຫ້ກັບໄປເປັນພົລເມືອງດີອີກຄັ້ງ.
ກ່ຽວກັບເຮື່ອງ ການໃຫ້ອະໄພຍະໂທດ ແກ່ນັກໂທດ ຊາວລາວ ບາງຄົນກໍພ້ອມ ທີ່ຈະໃຫ້ໂອກາດ ເພາະເຫັນວ່າ ກອ່ນນັກໂທດ ກຸ່ມດັ່ງກ່າວຈະຖືກປອ່ຍອອກມາ ກໍໄດ້ຜ່ານການອົບໂຮມ ເປັນຢ່າງດີ ເປັນນັກໂທດ ປະພຶດ ແລະປະຕິບັດດີ ໃນທີ່ກັກຂັງ ອາດຈະບໍ່ອອກມາ ເຮັດຄະດີຊ້ຳອີກ.
ດັ່ງຊາວລາວ ຄົນນຶ່ງເວົ້າວ່າ:
“ຂັ້ນເທີງ ອາດຈະເຫັນວ່າ ພວກນີ້ ມີສ່ວນຊ່ອຍສ້າງສັງຄົມ ຫັ້ນນ່າ ເພິ່ນກະເລີຍ ອະໄພຍະໂທດ ກ່ອນຈະອະໄພຍະໂທດ ເພິ່ນກະໄດ້ອົບຣົມ ສັ່ງສອນເນາະ ຊີ້ແມ່ນນັກໂທດຊັ້ນດີຊັ້ນເອກພຸ້ນແຫລະ ສາມາດປ່ອຍໄດ້ ກໍຄື່ບໍ່ປະພືດເປັນພັຍ ຕໍ່ສັງຄົມດອກ ຖ້າວ່າກັກໄປ ມັນກໍຈະເປັນພາຣະ ຂອງຄຸມຂັງເນາະ.”
ຊາວລາວທ່ານນີ້ ກ່າວຕື່ມວ່າ ແຕ່ໃນທາງຕົງກັນຂ້າມ ຖ້ານັກໂທດທີ່ຖືກປ່ອຍ ອອກມາແລ້ວ ບໍ່ມີຍາດພີ່ນອ້ງ ຫລືບໍ່ມີທີ່ເພີ່ງ ກໍໜ້າເປັນຫວ່ງ ຍ້ອນວ່າ ອາດກັບໄປກໍ່ຄະດີ ຊ້ຳອີກ.
ດັ່ງນັ້ນທາງການ ຄວນສົ່ງເສີມໃຫ້ ເຂົາເຈົ້າມີວຽກເຮັດ ງານທຳ, ສາມາດລ້ຽງໂຕເອງໄດ້ ຈຶ່ງຈະເຮັດໃຫ້ສັງຄົມໝັ້ນໃຈ ໃນການຈ້າງງານ ໃຫ້ແກ່ເຂົາເຈົ້າ.
“ຄັນວ່າບໍ່ມີຍາດພີ່ນ້ອງ ບໍ່ມີທີ່ຢູ່ອາສັຍ ບໍ່ມີທີ່ເພີ່ງນີ້ ກໍໜ້າເປັນຫວ່ງຢູ່ ເພາະວ່າ ບໍ່ມີວຽກເຮັດ ງານໃຫ້ຂະເຈົ້າຫັ້ນນ່າ ຍົກໂຕຢ່າງວ່າ ຄັນເຮົາປ່ອຍອອກມານີ້ ຕອ້ງຫາວິຊາໃຫ້ເຂົາເນາະ ເຈົ້າເຮັດນັ້ນເດີ ເຮັດນີ້ເດີ ວິຊາອາຊີພ ໄດ້ລ້ຽງຊີວີຕເຂົາຫັ້ນນ່າ.”
ຊາວລາວອີກຄົນນຶ່ງ ເວົ້າວ່າ ກໍຮູ້ສຶກສອງຈິຕ ສອງໃຈ ໃນການປ່ອຍນັກໂທດ ເຫລົ່ານີ້ ຊຶ່ງໃຈນຶ່ງກໍຢ້ານວ່າ ນັກໂທດຜູ້ທີ່ບໍ່ມີຍາດພີ່ນ້ອງ ອາດຈະອອກມາ ສ້າງຄວາມວຸ້ນວາຍ ຕໍ່ສັງຄົມອີກ ເປັນຕົ້ນການລັກເລັກ ຂະໂມຍນ້ອຍ ແລະອາຊຍະກັມຕ່າງໆ ແຕ່ອີກໃຈນຶ່ງ ກໍພ້ອມທີ່ຈະໃຫ້ໂອກາດ ແກ່ເຂົາເຈົ້າ ຖ້າບໍ່ກັບໄປປະພຶດສິ່ງບໍ່ດີຊ້ຳອີກ.
“ກະມີຢ້ານແດ່ຫັ້ນແຫລະເນາະ ມັນກະຊິມີບັນຫາແນ່ຫັ້ນແລ້ວ ຖ້າຫາກວ່າ ບໍ່ມີພີ່ນ້ອງ ບໍ່ມີຄອບຄົວ ຄັນເປັນຄົນດີ ເຂົາເຈົ້າກະໃຫ້ໂອກາດ ແຫລະເນາະ ຄັນອອກມາແລ້ວ ມັນມາເລາະກິນເຫລົ້າ ເມົາຢາ ຮ້າຍຜູ້ນີ້ ຮ້າຍຄອບ ຮ້າຍຄົວ ດຽວນີ້ມັນບໍ່ໄດ້ ເຂົາເຈົ້າບໍ່ຢາກເອົາ ຄັນວ່າ ເປັນແນວນີ້.”
ສຳລັບການຝຶກອາຊີພ ແກ່ນັກໂທດ ທີ່ຖືກປ່ອຍອອກ ຈາກຄຸກ ໃຫ້ມີວຽກເຮັດ ງານທຳ ນັ້ນ, ໃນປັດຈຸບັນ ທາງການ ກໍບໍ່ໄດ້ສົ່ງເສີມ ວຽກງານໃຫ້ແກ່ນັກໂທດ ເຫລົ່ານີ້ ເທົ່າທີ່ຄວນ.
ດັ່ງເຈົ້າໜ້າທີ່ ເຮັດວຽກຝຶກອາຊີພ ໃຫ້ແກ່ຄົນງານລາວ ທ່ານນຶ່ງເວົ້າວ່າ:
“ຍັງບໍ່ເຫັນກິຈກັມ ໂຕນີ້ເທື່ອ ໂຕທີ່ໄດ້ຝຶກນັ້ນ ຈະບໍ່ໄດ້ຝຶກໃຫ້ນັກໂທດເນາະ ຝຶກໃຫ້ຊາວນຸ່ມ ຫລື ວ່າແມ່ຍິງ ຜູ້ທີ່ບໍ່ໄດ້ເຂົ້າຮຽນ. ນັກໂທດບາງຄົນອອກຄຸກມາ ຂະເຈົ້າອາດມີການປ່ຽນແປງ ແຕ່ວ່າບາງຄົນກໍອາດກັບໄປເຮັດຄືນຄືເກົ່າ ຄັນຖ້າເຂົາເຈົ້າມີອາຊີພໝັ້ນຄົງ ກໍບໍ່ໜ້າເປັນຫວ່ງເນາະ ອັນນີ້ຂີ່ລັກບໍ ແມ່ນຫຍັງຊີ້ນ່າ.”
ສ່ວນນັກໂທດ ການເມືອງເປັນຕົ້ນ ນາງ ຮ້ວຍເຮື່ອງ ໄຊນະບຸລີ ຮວມທັງ ຄົນງານລາວ 3 ຄົນ ທີ່ຖືກຈັບຫລັງຈາກ ກັບມາແຕ່ປະເທດໄທຍ ທີ່ຮ່ວມ ທ້າວ ສຸການ ໃຈທັສ, ທ້າວ ສົມພອນ ພິີມມະສອນ, ນາງ ຫລອດຄຳ ທັມມະວົງ, ບໍ່ມີຂໍ້ມູນວ່າ ຈະໄດ້ຮັບອະໄພຍະໂທດ ຫລືບໍ. ນອກຈາກນີ້ ເປັນເວລາ 23 ປີ ຜ່ານໄປແລ້ວ ທີ່ກຸ່ມນັກສຶກສາລາວ ທີ່ເປັນນັກໂທດການເມືອງ ພາຍຫລັງໄດ້ທຳການປະທ້ວງ ເພື່ອຮຽກຮ້ອງ ປະຊາທິປະໄຕ ໃນວັນທີ 26 ຕຸລາປີ 1999 ກໍບໍ່ມີຂ່າວຄາວໃດໆເລີຍວ່າ ພວກເຂົາເຈົ້າ ໄດ້ຮັບອະໄພຍະໂທດ ຫລື ປ່ອຍໂຕແລ້ວບໍ.