36 ຄອບຄົວ ຍັງບໍ່ຍ້າຍອອກ, ຍັງລໍຖ້າຄ່າຊົດເຊີຽ
2021.11.29
ປະຊາຊົນ 36 ຄອບຄົວ ຢູ່ບ້ານໂພນສີນວນ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ຈະຍັງບໍ່ຍ້າຍອອກຈາກດິນທີ່ພວກຕົນຢູ່ ຈົນກວ່າວ່າຈະໄດ້ຮັບຄ່າຊົດເຊີຍສິ່ງປຸກສ້າງ ຄອບ ຄົວລະ 2 ແສນບາດ ຈາກນາງ ວິໄລທອງ ທີ່ເປັນຝ່າຍໂຈດ ຊຶ່ງທວງເອົາດິນຄືນ ດັ່ງຊາວ ບ້ານຜູ້ນຶ່ງໃນຈໍານວນ 36 ຄອບຄົວນັ້ນ ກ່າວຕໍ່ ວິທຍຸເອເຊັຽເສຣີໃນມື້ວັນທີ 29 ພຶສຈິກາ ນີ້ວ່າ:
“ໄທເຮົາຂໍຄ່າຊົດເຊີຍ ແລ້ວເຮົາຈັ່ງຄ່ອຍອອກໄດ້ ບໍ່ມີຄ່າຊົດເຊີຍເຮົາກະອອກບໍ່ໄດ້ເດ໋ ເຮົາຢູ່ມາແຕ່ດົນເດເນາະ ເຖິງສິແມ່ນຂອງເຈົ້າກະຢ່າ ແຕ່ຄ່າຊົດເຊີຍໃຫ້ປະຊາຊົນ ພວກເຮົາຢູ່ມາແຕ່ເບື້ອງຕົ້ນເດເນາະ ເຮົາກະບໍ່ຮູ້ວ່າເຮັດຈັ່ງໃດກັນເນາະ ທາງເທິງທາງຜູ້ໃຫຍ່ພຸ້ນແຫລະເພິ່ນໄກ່ເກັ່ຽກັນ.”
ທ່ານກ່າວຕື່ມວ່າ ສໍາລັບດິນບ່ອນທີ່ຕົນ ອາສັຍຢູ່ໃນປັດຈຸບັນ ມີເຮືອນ 1 ຫລັງ ເປັນເຮືອນທີ່ຕົນໄດ້ໃຊ້ເງິນສ້ອມແປງປະມານ 3 ແສນບາດ. ດັ່ງນັ້ນ ຫາກຈະໃຫ້ຄອບຄົວຂອງຕົນແລະ ຊາວບ້ານອີກຫລາຍຄອບຄົວ ມ້າງເຮືອນ ແລ້ວຍ້າຍອອກ ກໍຈະຕ້ອງໃຫ້ຄ່າຊົດເຊີຍສິ່ງປຸກສ້າງ ແບບສົມເຫດສົມຜົນ ເພື່ອໃຫ້ສາມາດໄປປຸກເຮືອນຢູ່ບ່ອນໃໝ່ໄດ້.
ປະຊາຊົນນາງນຶ່ງເວົ້າວ່າ ຊາວບ້ານໄດ້ຕັ້ງຖິ່ນຖານຢູ່ເຂດດັ່ງກ່າວມາຫລາຍສິບປີແລ້ວ, ມີເຮືອນຫລາຍຫລັງ ບໍ່ຮູ້ວ່າຈະຍ້າຍໄປບ່ອນໃດ:
“ເຮືອນຢູ່ດິນໂຕນີ້ ມີເຮືອນບັກຫລາຍໆຫລັງ ມັນບໍ່ມີບ່ອນ ຢູ່ເດ໋ ທຸກຍາກເດ໋ປະຊາຊົນນ່າ ບໍ່ຮູ້ວ່າສິເປັນແນວໃດ ກະບໍ່ຮູ້ວ່າເພິ່ນສິເຮັດແນວໃດ ໃຫ້ແນວໃດຍັງບໍ່ຮູ້ເທື່ອ ຜູ້ໃຫຍ່ເພິ່ນກະໃຫ້ຄວາມຮ່ວມື ເພິ່ນກະາເບິ່ງປະຊາຊົນຢູ່.”
ຊາວບ້ານອີກນາງນຶ່ງກໍເວົ້າວ່າ ປັດຈຸບັນ ພາກສ່ວນທີ່ກ່ຽວຂ້ອງ ກໍລັງປຶກສາຫາຣື ແລະໄກ່ເກັ່ຍບັນຫານີ້ກັນຢູ່ ບໍ່ຮູ້ວ່າ ຜົລອອກມາຈະເປັນແນວໃດ.
“ມີແຕ່ຂັ້ນໄກ້ເກັ່ຍຊື່ໆ ເພາະວ່າຂະເຈົ້າບໍ່ໃຫ້ຂໍ້ມູນອີ່ຫຍັງ ໃຫ້ໃຜແລ້ວຫັ້ນນ່າ ເພາະວ່າມັນຍັງຢູ່ໃນຂັ້ນໄກ່ເກັ່ຍກັນຢູ່ ແລ້ວຜູ້ໃຫຍ່ເພິ່ນຍັງລົມກັນຢູ່ ກະບໍ່ຮູ້ນໍາເພິ່ນ.”
ບັນຫາດັ່ງກ່າວ ນັກປັນຍາຊົນທ່ານນຶ່ງ ເຫັນວ່າ ຖ້າທາງຝ່າຍໂຈດ ທວງເອົາດິນຈາກຊາວ ບ້ານ 36 ຄອບຄົວນັ້ນຄືນ ກໍຄວນຈະໃຫ້ຄ່າຊົດເຊີຍ ທັງສິ່ງປູກຝັງນໍາດ້ວຍ ແລະຫາກຝ່າຍຈໍາເລີຍຍັງເຫັນວ່າ ໄດ້ຮັບຄ່າຊົດເຊີຍແບບບໍ່ເປັນທໍາ ກໍສາມາດອຸທອນໄດ້.
“ເພິ່ນໄລ່ອອກກໍເພາະວ່າທີ່ດິນ ມັນເປັນທີ່ດິນຂອງຄົນອື່ນ ມັນກະຈໍາເປັນ ແຕ່ວ່າທົດ
ແທນໃຫ້ເດ໋ ເຂົາອອກແລ້ວເຂົາບໍ່ມີບ່ອນຢູ່ຫັ້ນນ່າ ເຫັນວ່າ ເອີ ມັນອາຈບໍ່ຍຸຕິທັມ ກໍສາມາດອຸທອນອິຫຍັງໄດ້ເດ໋ ກະຕາມຫລັກການ.”
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາຫ້ອງການເມືອງ ສີສັດຕະນາກ ແລະ ຜແນກຍຸຕິທໍານະຄອນຫລວງວຽງຈັນ ເພື່ອຂໍຮູ້ລາຍລະອຽດ ແຕ່ເຈົ້າໜ້າທີ່ບໍ່ສະດວກທີ່ຈະໃຫ້ຄໍາເຫັນ.
ແຕ່ເຖິງຢ່າງໃດກໍຕາມ ທ່ານ ທອງສັນ ແກ້ວປະເສີດ ຮອງຫົວໜ້າຜແນກຍຸຕິທໍານະຄອນຫລວງວຽງຈັນ ກໍໄດ້ກ່າວຕໍ່ສື່ມວນຊົນໃນມື້ວັນທີ 24 ພຶສຈິການີ້ຕອນນຶ່ງວ່າ:
“ທາງຄອບຄົວທີ່ບໍ່ທັນໄດ້ໂຍກຍ້າຍອອກນັ້ນ ໄດ້ຮ້ອງຂໍຊ້ອງໜ້າກັບໂຈດອີກເທື່ອນຶ່ງ ເພື່ອຂໍຄ່າຊົດເຊີຍຈໍານວນເງິນ 2 ແສນບາດຫັ້ນ ແຕ່ຄວາມຈິງແລ້ວ ເງິນ 2 ແສນບາດນີ້ ທັງຄໍາຕັດສິນຄໍາພິພາກສາ ກະບໍ່ໄດ້ຣະບຸໄວ້. ໂຕນີ້ເປັນການຕໍ່ລອງກັບຝ່າຍໂຈດເອົາ.”
ຕັ້ງແຕ່ເດີມ ດິນຕອນນີ້ ເປັນຂອງທ່ານ ເຕງ ຜູ້ເປັນພໍ່ຂອງນາງ ວິໄລທອງ ທີ່ເປັນຝ່າຍໂຈດ ຕາມໃບຕາດິນເລກທີ 166. ແຕ່ຫລັງຈາກປີ 1975 ທາງກະຊວງກະສິກໍາ ແລະປ່າໄມ້ ໄດ້ເຊົ່າດິນດັ່ງກ່າວໃຫ້ພະນັກງານປຸກເຮືອນຢູ່. ຕໍ່ມາໃນປີ 1983 ທ່ານ ເຕງ ໄດ້ແຈ້ງກໍາມະສິດທີ່ດິນ ແລະເຮືອນ ຕາມໃບແຈ້ງກໍາມະສິດທີ່ດິນ. ກ່ອນທ່ານ ເຕງ ເສັຽຊີວິດໃນ 1987 ໄດ້ມອບມູນ: ດິນ ແລະເຮືອນ ໃຫ້ເປັນກັມສິດຂອງນາງ ວິໄລທອງ.
ຫລັງຈາກນັ້ນ ກະຊວງກະສິກໍາ ແລະປ່າໄມ້ ໄດ້ໃຫ້ພະນັກງານຜູ້ໃຊ້ທີ່ດິນ ຮັບຜິດຊອບຈ່າຍຄ່າເຊົ່າເອົາເອງ, ແຕ່ກໍມີຄອບຄົວຈໍານວນນຶ່ງຈ່າຍ ແລະຈໍານວນນຶ່ງບໍ່ຈ່າຍ. ມາຮອດປີ 1989 ນາງ ວິໄລທອງ ໄດ້ຂຽນຄໍາຮ້ອງທວງເອົາດິນແລະເຮືອນຄືນ ແລະໄດ້ຟ້ອງຂຶ້ນສານ ເພື່ອທວງເອົາດິນ ທີ່ 36 ຄອບຄົວດັ່ງກ່າວຢູ່. ແລະສານ ກໍເຫັນດີໃຫ້ພວກຈໍາເລີຍ 36 ຄອບຄົວ ຍ້າຍອອກຈາກດິນຕອນນັ້ນ, ເຮັດໃຫ້ຝ່າຍຈໍາເລີຍບໍ່ພໍໃຈ ແລ້ວພາກັນໄປຍື່ນອຸ ທອນຕໍ່ສານ, ແຕ່ເອກກະສານບໍ່ຜ່ານ.
ຫລັງຈາກນັ້ນ ຝ່າຍຈໍາເລີຍ 36 ຄອບຄົວ ກໍໄດ້ຮ້ອງຂໍຄ່າຊົດເຊີຍ ຄອບຄົວລະ 1 ລ້ານບາດ ຈາກນາງ ວິໄລທອງ ແຕ່ນາງຕໍ່ລອງລົງມາໃຫ້ເຫລືອ 2 ແສນບາດຕໍ່ຄອບຄົວ ແລະໄດ້ສເນີວ່າ ຫາກຄອບຄົວໃດ ບໍ່ມີບ່ອນອາສັຍ ກໍຈະມອບດິນ 300 ຕາແມັດໃຫ້, ແຕ່ຄອບ ຄົວຈະບໍ່ໄດ້ເງິນ 2 ແສນບາດ.
ໃນຂະນະທີ່ຊາວບ້ານໃນຈໍານວນ 36 ຄອບຄົວນັ້ນ ເວົ້າວ່າ ເຈົ້າຂອງທີ່ດິນຜູ້ທໍາອິດ ໄດ້ມອບດິນດັ່ງກ່າວ ໃຫ້ພະນັກງານຣັຖ ກ່ອນທີ່ຈະໂຕນໜີໄປຢູ່ຕ່າງປະເທດ ແລ້ວເສັຍຊີວິດຢູ່ຕ່າງປະເທດ ແລະກໍບໍ່ເຄີຍມີໃບຕາດິນມາກ່ອນ.
ເວົ້າເຣື່ອງການສິ້ນສຸດສິດນໍາໃຊ້ທີ່ດິນຢູ່ປະເທດລາວ ກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງ ປີ 2019, ມາດຕຣາ 147 ວ່າດ້ວຍການສິ້ນສຸດສິດນໍາໃຊ້ທີ່ດິນ ຣະບຸວ່າ ຜູ້ໄດ້ຮັບສິດນໍາໃຊ້ທີ່ດິນ ຈະສິ້ນສຸດສິດນໍາໃຊ້ທີ່ດິນໃນກໍຣະນີໃດນຶ່ງ ຊຶ່ງທັງໝົດມີ 10 ກໍຣະນີ. ໃນກໍຣະນີທີ 5 ຣະບຸວ່າ ເສັຍສັນຊາດລາວ ແລະກໍຣະນີທີ 8 ຣະບຸວ່າ ຜູ້ທີ່ບໍ່ໄດ້ທວງສິດນໍາໃຊ້ທີ່ດິນຂອງຕົນຄືນກ່ອນປີ 1994 ຕາມດໍາຣັຖຂອງສະພາຣັຖມົນຕຣີ ວ່າດ້ວຍທີ່ດິນ ແລະເຮືອນຂອງພວກປະ ຕິການທີ່ສານຕັດສິນພວກໂຕນໜີ ແລະສໍາມະນາກອນ ສະບັບເລກທີ 129/ກປສລ ລົງວັນທີ 18 ພຶສຈິກາ 1989 ແລະກ່ອນປີ 1996 ຕາມດໍາຣັຖນາຍົກຣັຖມົນຕຣີ ວ່າດ້ວຍທີ່ດິນ ສະບັບເລກທີ 99/ນຍ ລົງວັນທີ 19 ທັນວາ 1992 ຈະຖືວ່າສິ້ນສຸດສິດນໍາໃຊ້ທີ່ດິນຢູ່ລາວ.