ເຈົ້າໜ້າທີ່ ອາຊ່ຽນ ຕຽມກອງປະຊຸມ ສຸດຍອດ

ອາ​ວະ​ຣີ
2016.09.05
F-asean official prepare asean summit ທ່ານ ອາລຸນແກ້ວ ກິດຕິຄຸນ, ຣັຖມົນຕຣີ ປະຈຳສຳນັກງານ ນາຍົກຣັຖມົນຕຣີ ແລະ ກໍເປັນຫົວໜ້າ ເຈົ້າໜ້າທີ່ ອາວຸໂສ ຂອງສປປລາວ (ກາງ)
RFA/Avary

ບັນດາ ຣັຖມົນຕຣີ ການຕ່າງປະເທດອາຊ່ຽນ ແລະ ປະເທດ ທີ່ກ່ຽວຂ້ອງ ເດີນທາງມາເຖິງ ນະຄອນຫລວງວຽງຈັນ ເມື່ອຕອນເຊົ້າ ຂອງວັນທີ 5 ກັນຍາ ປີ 2016 ນີ້ ທີ່ສນາມບິນວັດໄຕ, ນະຄອນຫລວງວຽງຈັນ. ໃນຕອນແລງ ທ່ານ ສເລີມໄຊ ກົມມະສິດ, ຣັຖມົນຕຣີການຕ່າງປະເທດ ສປປລາວ, ໄດ້ເປັນ ເຈົ້າພາບ ຈັດງານລ້ຽງ ອາຫານຄ່ຳ ເພື່ອຕ້ອນຮັບ ບັນດາຣັຖມົນຕຣີ ການຕ່າງປະເທດ ທັງໝົດ ທີ່ໂຮງແຮມລາວພລາຊາ.
ທ່ານ ສເລີມໄຊ ກົມມະສິດ ກ່າວໃນງານ ດັ່ງກ່າວ ຕອນນຶ່ງວ່າ:
“ຂ້າພະເຈົ້າ ຫວັງວ່າ ພວກເຮົາ ແລະ ເພື່ອນຮ່ວມງານທຸກຄົນ ຈະສາມາດ ເຮັດໃຫ້ກອງປະຊຸມ ໄດ້ຮັບຜົນສຳເຣັດ; ຄືນນີ້ ພວກເຮົາ ຮັກສາແຮງໄວ້ ເພື່ອດຳເນີນ ກອງປະຊຸມສຸດຍອດ ໃນມື້ືືອື່ນ ແລະມື້ຕໍ່ໆໄປ.”
ໃນມື້ດຽວກັນ ເຈົ້າໜ້າທີ່ ອາວຸໂສ ອາຊ່ຽນ ກໍປະຊຸມກັນ ເພື່ອກະຕຽນ ກອງປະຊຸມສຸດຍອດ ອາຊ່ຽນຄັ້ງທີ 28 ແລະ 29 ແລະ ກອງປະຊຸມສຸດຍອດ ອື່ນໆ ທີ່ກ່ຽວຂ້ອງ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງ ວຽງຈັນ. ທ່ານ ອາລຸນແກ້ວ ກິດຕິຄຸນ, ຣັຖມົນຕຣີ ປະຈຳສຳນັກງານ ນາຍົກຣັຖມົນຕຣີ ແລະ ກໍເປັນຫົວໜ້າ ເຈົ້າໜ້າທີ່ ອາວຸໂສ ຂອງສປປລາວ, ໄດ້ເປັນ ປະທານ ກອງປະຊຸມດັ່ງກ່າວ ໂດຍມີຫົວໜ້າ ເຈົ້າໜ້າທີ່ ອາວຸໂສ ຈາກທຸກປະເທດ ສະມາຊິກ ອາຊ່ຽນ ແລະ ຮອງເລຂາທິການໃຫຍ່ ອາຊ່ຽນ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ຫາລື ກ່ຽວກັບ ການກະຕຽມ ກອງປະຊຸມສຸດຍອດ ອາຊ່ຽນ ຄັ້ງທີ 28 ແລະ 29 ແລະ ກິດຈະກຳ ອື່ນໆ ທີ່ກ່ຽວຂ້ອງ ທີ່ຈະຈັດຂຶ້ນ ໃນຣະຍະ ແຕ່ວັນທີ 6 ເຖິງ ວັນທີ 8 ເດືອນກັນຍານີ້ ທີ່ນະຄອນຫລວງວຽງຈັນ. ພິເສດ ເຈົ້າໜ້າທີ່ ອາວຸໂສ ອາຊ່ຽນ ໄດ້ກະຕຽມ ການລົງນາມ ຮັບເອົາປະເທດຊີລີ, ອີຢິບ ແລະ ມາຣົກໂກ ເຂົ້າເປັນພາຄີ ຂອງສົນທິສັນຍາ ມິຕພາບ ແລະ ການຮ່ວມມືໃນເອເຊັຽຕາວັນອອກສ່ຽງໃຕ້ ກອງປະຊຸມ ສະພາປະຊາຄົມ ການເມືອງ-ຄວາມໝັ້ນຄົງ ອາຊ່ຽນ ແລະກອງປະຊຸມ ສະພາປະສານງານ ອາຊ່ຽນ.
ນອກຈາກນັ້ນ, ກອງປະຊຸມ ເຈົ້າໜ້າທີ່ ອາວຸໂສ ອາຊ່ຽນ ຍັງກະຕຽມ ເນື້ອໃນ ກອງປະຊຸມ ຜູ້ຕາງໜ້າ ສະມັດຊາ ຣັຖສະພາ ຣະຫວ່າງ ຊາດອາຊ່ຽນ ກອງປະຊຸມສຸດຍອດ ອາຊ່ຽນ-ຈີນ, ອາຊ່ຽນ-ສະຫະຣັດ, ອາຊ່ຽນ-ຍີ່ປຸ່ນ, ອາຊ່ຽນ-ເກົາຫລີໃຕ້, ອາຊ່ຽນ-ສະຫະປະຊາຊາດ, ອາຊ່ຽນ-ອິນເດັຽ, ອາຊ່ຽນສົມສາມ ແລະ ກອງປະຊຸມສຸດຍອດ ເອເຊັຽຕາວັນອອກ.

ອາວະຣີ ອາຣແອັຟເອ ຣາຍງານ ຈາກນະຄອນຫລວງວຽງຈັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.