ສາກົລ ທວງໃຫ້ປ່ອຍ ຜູ້ຕຳນິ ຣັຖບານ
2018.03.14

ສະຫະພັນ ສິດທິມະນຸດ ນາໆຊາດ (FIDH) ແລະ ຂະບວນການລາວ ເພື່ອສິດທິມະນຸດ (LMH) ຮຽກຮ້ອງໃຫ້ ສະຫະພາບ ຢູໂຣບ ທວງໃຫ້ຣັຖບານ ສປປ ລາວ ຍຸຕິ ການຈໍາກັດກິຈກັມ ຕ່າງໆ ຂອງພາກປະຊາສັງຄົມ ແລະ ປ່ອຍຜູ້ຕຳນິ ຣັຖບານ ອອກຈາກ ຄຸກຄຸມຂັງ ໃຫ້ເປັນອິສຣະ. ຄໍາຮຽກຮ້ອງ ດັ່ງກ່າວ ມີຂຶ້ນ ກ່ອນໜ້າກອງປະຊຸມ ເຈຣະຈາ ເຣື່ອງສິດທິມະນຸດ ຣະຫວ່າງ ສະຫະພາບຢູໂຣບ ແລະ ຣັຖບານ ສປປລາວ, ຊຶ່ງ ກຳນົດຈັດຂຶ້ນ ໃນວັນທີ 15 ມີນາ 2018 ນີ້. ທ່ານ ອັນດເຣັຽ ຈີໂອເກຕາ (Andrea Giorgetta), ເຈົ້າໜ້າທີ່ ຂັ້ນສູງ ຈາກສະຫະພັນ ສິດທິມະນຸດ ນາໆຊາດ, ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ຜ່ານ ທາງໂທຣະສັບ ຈາກບາງກອກ ປະເທດໄທ ຕອນນຶ່ງວ່າ:
"ຄືດັ່ງທີ່ ພວກເຮົາ ເວົ້າຢູ່ໃນຖແລງການ, ພວກເຮົາ ຫວັງວ່າ ສະຫະພາບ ຢູໂຣບ ຈະສົ່ງຂໍ້ຄວາມ ທີ່ຈະແຈ້ງ ແລະ ແຂງຂັນ ເຖິງຣັຖບານ ລາວ ເພາະວ່າ ປັດຈຸບັນ ຣັຖບານລາວ ບໍ່ພຽງແຕ່ ກົດດັນ ໃຫ້ພາກປະຊາສັງຄົມ ໃນລາວມິດງຽບໄປ ເທົ່ານັ້ນ ແຕ່ຣັຖບານລາວ ຍັງຈໍາກັດ ອົງການຈັດຕັ້ງສາກົລ ບໍ່ໃຫ້ ມີສິດມີສຽງ ນໍາອີກ."
ພ້ອມດຽວກັນ ທ່ານ ກໍເວົ້າເຖິງ ການກະທໍາ ຂອງຣັຖບານລາວ ເທົ່າທີ່ຜ່ານມາເຖິງ ປັດຈຸບັນນີ້ ນໍາດ້ວຍ:
"ເວົ້າທົ່ວໄປແລ້ວ ເປັນທີ່ຈະແຈ້ງວ່າ ຣັຖບານລາວ ຄວນຜ່ອນຄາຍ ຂໍ້ຫ້າມທຸກຢ່າງ ຕໍ່ສິດທິພົລເຮືອນ ຂັ້ນພື້ນຖານ ແລະ ສິດທິ ທາງການ ເມືອງ ຂອງປະຊາຊົນລາວ ທີ່ດໍາເນີນມາ ເປັນເວລາດົນນານ. ຊື່ງໃນນັ້ນ ມີຮວມທັງ ສິດທິ ໃນການ ສະແດງຄວາມຄິດຄວາມເຫັນ, ສິດທິ ໂຮມຊຸມນຸມ ແລະ ຈັດຕັ້ງສະມາຄົມ ຊຶ່ງຣັຖບານລາວ ບໍ່ໄດ້ຜ່ອນຜັນເລີຍ ມາຮອດ ປັດຈຸບັນນີ້. ດັ່ງນັ້ນ ຈຶ່ງ ຫວັງວ່າ ສະຫະພາບຢູໂຣບ ຈະກົດດັນ ຣັຖບານລາວ ໃຫ້ປ່ຽນແປງ ວິທີການຂອງຕົນ."
ພ້ອມກັນນັ້ນ, ໃນຖແລງການ ທີ່ອອກໃນມື້ວັນທີ 14 ມີນາ 2018, ສະຫະພັນ ສິດທິມະນຸດ ນາໆຊາດ (FIDH) ແລະ ຂະບວນການລາວ ເພື່ອສິດທິມະນຸດ (LMH) ຍັງໄດ້ເວົ້າເຖິງ ສະພາບສິດທິມະ ນຸດ ຢູ່ໃນລາວ ນັບຕັ້ງແຕ່ ມີການເຈຣະຈາ ຄັ້ງກ່ອນ ເມື່ອເດືອນກຸມພາ ປີ 2017 ຜ່ານມາວ່າ ສະພາບການຜັນແປ ໃນລາວ ເມື່ອຫລັງໆມານີ້ ສະແດງໃຫ້ເຫັນວ່າ ຣັຖບານລາວ ໄດ້ຈໍາກັດ ການເຄື່ອນໄຫວ ວຽກງານ ຂອງພາກປະຊາສັງຄົມ.
ສະຫະພາບຢູໂຣບ ບໍ່ຄວນມິດງຽບ ຄືກັນກັບ ຣັຖບານລາວ ທີ່ຈໍາກັດ ການເຄື່ອນໄຫວ ຂອງອົງການທາງສັງຄົມ ນັ້ນ. ສຽງ ຂອງສະຫະພາບ ຢູໂຣບ ໃນການສນັບສນູນ ສິດທິມະນຸດ ແລະ ອົງການພາກປະຊາຊົນ ຄວນໃຫ້ໄດ້ຍິນ ຈະແຈ້ງຂຶ້ນ ໃນຣະຫວ່າງ ການເຈຣະຈາກັນ ກັບ ຣັຖບານ ສປປລາວ ໃນຄັ້ງນີ້.