ທາງການຫ້າມເດັດຂາດ ເຣື້ອງ ຊຸມແຊວ

ມະນີຈັນ
2020.04.17
F-Sing-police ເຈົ້າໜ້າທີ່ ສະເພາະກິດ ເມືອງສິງ ແຂວງຫລວງນໍ້າທາ ພົບຊາວໜຸ່ມ ຕັ້ງວົງຊຸມແຊວ ດື່ມສິ່ງມືນເມົາ ກັນຢູ່ແຄມຫ້ວຍ ຈຶ່ງນໍາໄປສຶກສາ ອົບຮົມ ຢູ່ກອງບັນຊາການຕໍາຣວດ
ຂອບໃຈ ຮູບຈາກ : ປກສ ຫຼວງນໍ້າທາ

ເຈົ້າໜ້າທີ່ສະເພາະກິດ ຫລາຍແຂວງ ລົງກວດກາ ຕາມສະຖານທີ່ທ່ອງທ່ຽວທາງທັມຊາດ, ບ້ານເຮືອນປະຊາຊົນ ໃນໄລຍະບຸນປີໃໝ່ລາວ ຢ່າງເຂັ້ມງວດ ຕາມຄໍາສັ່ງຂອງນາຍົກຣັຖມົນຕຣີເລກທີ 6 ເພື່ອສະກັດ ກັ້ນເຊື້ອພະຍາດ ໂຄວິດ-19. ແລະໃນມື້ວັນທີ 15 ເມສານີ້ ເຈົ້າ ໜ້າທີ່ສະເພາະກິດ ເມືອງສິງ ແຂວງຫຼວງນໍ້າທາ ກວດພົບຊາວໜຸ່ມ 41 ຄົນ, ໃນນັ້ນມີແມ່ຍິງ 17 ຄົນ ຕັ້ງວົງຊຸມແຊວ ດື່ມສິ່ງມືນເມົາກັນ ຢູ່ແຄມຫ້ວຍ ຈຶ່ງນໍາທັງໝົດຂຶ້ນຣົດທະຫານ ໄປສຶກສາອົບຮົມຢູ່ກອງ ບັນຊາການຕໍາຣວດປ້ອງກັນຄວາມສງົບເມືອງ, ອີງຕາມ ຄໍາເວົ້າຂອງ ເຈົ້າໜ້າທີ່ ສະເພາະກິດແຂວງຫລວງນໍ້າທາ ໃນມື້ວັນທີ 17 ເມສານີ້

“ພວກອ້າຍລົງໄປແລ້ວກໍພົບເຫັນ ຜູ້ທີ່ຝ່າຝືນ 41 ຄົນ, ຍິງ 17 ຄົນ ນໍາເອົາຈໍານວນດັ່ງກ່າວມາກອງບັນຊາການ ປກສ ເມືອງສິງ ແລ້ວກໍ ສຶກສາອົບຮົມເນາະ.”   

ທ່ານກ່າວຕື່ມວ່າ ຫຼັງຈາກສຶກສາອົບຮົມພວກເຂົາເຈົ້າແລ້ວ ເຈົ້າໜ້າທີ່ຕໍາຣວດ ກໍໄດ້ປະສານກັບຫ້ອງການ ສາທາຣະນະສຸກເມືອງມາກວດ ອຸນຫະພູມ ພົບວ່າມີ 2 ຄົນ ມີອູນຫະພູມສູງເຖິງ 38 ອົງສາປາຍ ຈຶ່ງມອບໃຫ້ອົງການຈັດຕັ້ງ ຂອງແຕ່ລະບ້ານມາຮັບເອົາລູກບ້ານຂອງຕົນ ທັງໝົດ ໄປເຂົ້າສູນກັກກັນເພື່ອໃຫ້ແພດ-ໝໍ ຕິດຕາມເບິ່ງອາການເປັນເວລາ 14 ມື້.

ເຈົ້າໜ້າທີ່ບ້ານຊຽງຍືນ ເມືອງສິງ ທ່ານນຶ່ງເວົ້າວ່າ ຊາວໜຸ່ມພາຍໃນບ້ານ ທີ່ໄປຕັ້ງວົງດື່ມສິ່ງມືນເມົາ ທັງໝົດ ຢູ່ໃນການດູແລຂອງແພດ-ໝໍ ແລ້ວ, ຜູ້ທີ່ມີອູນຫະພູມສູງກໍຖືກແຍກຕຽງດ່ຽວ ສໍາລັບຜູ້ອູນຫະພູມ ປົກກະຕິກໍໄດ້ຢູ່ຫ້ອງດຽວກັນ ເພື່ອຕິດຕາມອາການ 14 ມື້ ຊຶ່ງພາຍຫຼັງ ສອບສວນ ພວກເຂົາເຈົ້າແລ້ວ ຈຶ່ງຮູ້ວ່າທັງໝົດປະມາດ ຮູ້ເທົ່າບໍ່ເຖິງການ:

“ທາງນາຍບ້ານ ກໍໄດ້ແຈ້ງເຕືອນ ທາງກອງປະຊຸມແລະໂທຣະໂຄ່ງ ແຕ່ວ່າພວກຊາວໜຸ່ມ ຄວາມເປັນເຈົ້າການໃນຕົວຂອງເຂົາ ກໍບໍ່ສູງ ອັນນຶ່ງ. ອັນສອງ ກໍແມ່ນລັກສນະປະມາດ ຕໍ່ການຕັກເຕືອນ.”

ແລະໃນມື້ດຽວກັນນັ້ນ ທີ່ເມືອງໝື່ນ ແຂວງວຽງຈັນ ເຈົ້າໜ້າທີ່ສະເພາະກິດ ກໍໄດ້ກວດພົບຊາວໜຸ່ມຈໍານວນ 17 ຄົນ, ຕັ້ງວົງຊຸມແຊວດື່ມ ສິ່ງມື່ນເມົາ ຢູ່ກ້ອງຕະລ່າງເຮືອນ ເຂດບ້ານຮອນ 10 ຄົນ ແລະຢູ່ບ້ານ ແຮດ 7 ຄົນ ແຕ່ຊາວໜຸ່ມທັງໝົດ ກໍໄດ້ແຍກຍ້າຍກັນໄປເຮືອນ ໃຜລາວ ຫລັງຈາກເຈົ້າໜ້າທີ່ ສຶກສາອົບຮົມ ແລະອ່ານແຈ້ງການ ຂອງເຈົ້າເມືອງ ທີ່ອີງຕາມຄໍາສັ່ງຂອງ ນາຍົກຣັຖມົນຕຣີນັ້ນ:

“ເອົາທະຫານ ເອົາເຈົ້າໜ້າທີ່ ທະຫານ ຕໍາຣວດ ຖ້າວ່າຕັ້ງວົງຊຸມແຊວດື່ມສິ່ງມືນເມົາເກີນ 5 ຄົນກໍໃຫ້ເລີກໃຫ້ເຊົາໄປເຖິງ ເຂົາກໍສລາຍໂຕ ເລີຍ ກໍເລີຍບໍ່ໄດ້ເຮັດຫຍັງ ເຂົາຢ້ານກ່ອນເນາະ.”

ກ່ຽວກັບການເຂັ້ມງວດຂອງເຈົ້າໜ້າທີ່ນີ້ ຊາວບ້ານຫົວຂົວ ເມືອງສິງ ແຂວງຫຼວງນໍ້າທາ ເວົ້າວ່າມາຕການລົງໂທດຜູ້ທີ່ຕັ້ງວົງດື່ມສິ່ງມຶນເມົາ ໃຫ້ຂຶ້ນຢູ່ກັບເຈົ້າໜ້າທີ່ ໃນການບັງຄັບໃຊ້ວ່າ ຈະລົງໂທດແນວໃດ ໃຫ້ເໝາະສົມ ຕາມຣະບຽບກົດໝາຍ ເນື່ອງຈາກທີ່ຜ່ານມາ ອໍານາດ ການປົກຄອງແຕ່ລະບ້ານ ໄດ້ໂທຣະໂຄ່ງ ໂຄສະນາທົ່ວບ້ານແລ້ວວ່າ ບໍ່ໃຫ້ຣະເມີດຄໍາສັ່ງ ນາຍົກຣັຖມົນຕຣີ ແຕ່ກໍຍັງມີບາງກຸ່ມ ບໍ່ຟັງຄວາມ:

“ເອີ໋ ຄັນແຕ່ວ່າເຈົ້າໜ້າທີ່ເຮົາພົບແລ້ວ ມີແຕ່ເຈົ້າໜ້າທີ່ກັກໂຕ ລູກຜູ້ນັ້ນແລ້ວບ້ານກໍປະກາດແລ້ວ ວ່າກໍບໍ່ຟັງ. ວ່າບໍ່ຟັງ ກໍໃຫ້ເຈົ້າໜ້າທີ່ກັກໂຕ ຫັ້ນແຫຼະລະສິລົງໂທດແບບໃດ ກໍໃຫ້ເຈົ້າໜ້າທີ່ ລົງໂທດນັ້ນແຫຼະ, ບ້ານກະວ່າແລ້ວ ເຂົາບໍ່ຟັງເດ໋ ປະກາດກໍໃຫ້ເຂົາຮູ້ແລ້ວເດ໋ ໝົດບ້ານນະ.”

ເຖິງຢ່າງໃດກໍຕາມ ປັດຈຸບັນເຈົ້າໜ້າທີ່ສະເພາະກິດ ຂອງແຕ່ລະກຸ່ມບ້ານ ຍັງລົງກວດກາ ຕິດຕາມເບິ່ງປະຊາຊົນ ໃນແຕ່ລະບ້ານ ໃນໄລຍະ ທີ່ມີການແຜ່ ຣະບາດ ຂອງໂຄວິດ-19 ຢ່າງເຂັ້ມງວດ. ແລະໃນມື້ ວັນທີ 11 ເມສາ ນີ້ ເຈົ້າໜ້າທີ່ໄດ້ສຶກສາອົບຮົມ ກຸ່ມຊາວໜຸ່ມ 18 ຄົນ ຢູ່ບ້ານນໍ້າຍາງ ແລະ ບ້ານຫ້ວຍຫອຍ ເມືອງວຽງທອງ ແຂວງບໍລິຄໍາໄຊ ພາຍຫລັງພວກຊາວໜຸ່ມນັ້ນ ພາກັນຕັ້ງວົງດື່ມສິ່ງມືນເມົາແລ້ວຖ່າຍ ຄລິບວິດິໂອ ລົງເຟສໃນວັນທີ 9 ເມສາ ພ້ອມທັງໃຫ້ພວກເຂົາເຈົ້າ ປະຕິຍານຕໍ່ໜ້າ ຜູ້ປົກຄອງວ່າ ຈະບໍ່ໃຫ້ເກີດເຫດການ ແບບນີ້ຂຶ້ນອີກ ແລະມາໃນມື້ວັນທີ 12 ເມສາ ກໍພາກັນອັດວິດິໂອ ຂໍໂທດສັງຄົມ ຕໍ່ເຫດການດັ່ງກ່າວ ທີ່ເກີດຂຶ້ນ ຍ້ອນຄວາມຄຶກຄະນອງ ແລະຮູ້ເທົ່າ ບໍ່ເຖິງການ ຈຶ່ງໄດ້ກະທໍາຜິດໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.