ສະພາແຫ່ງຊາຕຊຸດທີ 8 ເປີດປະຊຸມ ເທື່ອທີ 9

ສຸພັດຕາ
2020.06.24
F-NAS-9 ກອງປະຊຸມສະພາແຫ່ງຊາຕ ສມັຍສາມັນເທື່ອທີ 9 ຂອງສະພາແຫ່ງຊາຕຊຸດທີ 8
ນັກຂ່າວພົລເມືອງ

ກອງປະຊຸມສະພາແຫ່ງຊາຕລາວ ສມັຍສາມັນ ເທື່ອທີ 9 ຂອງສະພາແຫ່ງຊາຕຊຸດທີ 8 ໄດ້ເປີດຂຶ້ນຢ່າງເປັນທາງການແລ້ວ ໃນຕອນເຊົ້າ ຂອງວັນທີ 24 ມິຖຸນາ 2020 ນີ້, ທີ່ສູນປະຊຸມແຫ່ງຊາຕລາວ ຫຼັກ 6 ພາຍໃຕ້ການເປັນປະທານ ຂອງ ຍານາງ ປານີ ຢ່າທໍ່ຕູ້, ປະທານ ສະພາແຫ່ງຊາຕລາວ. ດັ່ງຍານາງ ໄດ້ກ່າວເປີດກອງປະຊຸມ ຕອນນຶ່ງວ່າ:

“ໃນນາມປະທານກອງປະຊຸມ ຂພຈ ປະກາດໄຂກອງປະຊຸມສະພາແຫ່ງຊາຕ ສມັຍສາມັນເທື່ອທີ 9 ຂອງສະພາແຫ່ງຊາຕຊຸດທີ 8 ນັບແຕ່ ເວລານີ້ເປັນຕົ້ນໄປ. ຂໍຂອບໃຈ.”

ຈາກນັ້ນ, ທ່ານ ທອງລຸນ ສີສຸລິດ, ນາຍົກຣັຖມົນຕຣີລາວ ຕາງໜ້າໃຫ້ຣັຖບານລາວ ກໍໄດ້ຂຶ້ນອ່ານບົດຣາຍງານ ການຈັດຕັ້ງປະຕິບັດວຽກ ງານຂອງຣັຖບານ ແລະ ການຈັດຕັ້ງປະຕິບັດ ແຜນພັທນາ ເສຖກິຈສັງຄົມ ແຫ່ງຊາຕ 5 ເດືອນ ຕົ້ນປີ ຂອງປີ 2020 ແລະແຜນວຽກ 6 ເດືອນທ້າຍປີ, ເຊິ່ງທ່ານໄດ້ເນັ້ນຢ້ຳບາງຕອນວ່າ ການແຜ່ຣະບາດ ຂອງເຊື້ອໄວຣັສ ໂຄວິດ-19 ໃນປີນີ້ ໄດ້ສ້າງຜົລກະທົບ ຢ່າງໜັກໜ່ວງ ຕໍ່ເສຖກິຈລາວ ເປັນຕົ້ນແມ່ນຂແນງ ການບໍຣິການ ແລະ ກະທົບໃສ່ ແຜນການສົ່ງເສີມ ການທ່ອງທ່ຽວ ລາວ-ຈີນ ໂດຍຕຣົງ.

“ເຖິງແມ່ນວ່າຣັຖບານ ໄດ້ເອົາໃຈໃສ່ຜັນຂຍາຍ ມາຕການຕ່າງໆ ເພື່ອສົ່ງເສີມການທ່ອງທ່ຽວ ຢ່າງຕໍ່ເນື່ອງ, ໂດຍສະເພາະແມ່ນການທ່ອງ ທ່ຽວ ລາວ-ຈີນ. ແຕ່ການຣະບາດ ຂອງ ໂຄວິດ-19 ໄດ້ສົ່ງ ຜົລກະທົບ ຕໍ່ຂແນງການບໍຣິການ ຢ່າງໜັກໜ່ວງ, ເຊິ່ງເຫັນວ່າຈະສາມາດ ປະຕິບັດ ໄດ້ແຕ່ພຽງ 1,7% ຫຼຸດແຜນ 5,2%.”

ທ່ານອ່ານຣາຍງານຕື່ມວ່າ 5 ເດືອນ ຂອງປີນີ້ ມີນັກທ່ອງທ່ຽວເຂົ້າມາລາວ ພຽງແຕ່ 8 ແສນ 8 ສິບປາຍພັນຄົນ ຖືວ່າຕ່ຳທີ່ສຸດ ແລະ ການບໍຣິການທາງອາກາດ ແລະ ທາງບົກ ຫຼຸດລົງ 90% ຈາກ ມາຕການປິດດ່ານຊາຍແດນ ແລະ ສນາມບິນ ເພື່ອຄວບຄຸມ ແລະ ສະກັດກັ້ນ ການແຜ່ຣະບາດ ຂອງເຊື້ອໄວຣັສໂຄວິດ-19.

ນອກຈາກນີ້, ທ່ານ ຍັງໄດ້ຢືນຢັນວ່າ GDP ຂອງລາວໃນປີ 2020, ຈະຂຍາຍໂຕຊ້າລົງຫຼືບັນລຸໄດ້ປະມານ 3,6% ເທົ່ານັ້ນຈາກທີ່ກ່ອນ ໜ້ານີ້ສະພາແຫ່ງຊາຕລາວ ໄດ້ຮັບຮອງເອົາເປົ້າໝາຍ ການຂຍາຍໂຕຂອງ GDP ຢູ່ທີ່ 6,5% ໃນຂນະທີ່ສະຖາບັນການເງິນ ຣະຫວ່າງ ປະເທດ ເປັນຕົ້ນວ່າທະນາຄານໂລກ WB, ທະນາຄານພັທນາເອເຊັຽ ADB ແລະກອງທຶນການເງິນຣະຫວ່າງປະເທດ IMF ໄດ້ຄາດຄະ ເນວ່າ GDP ຂອງລາວ ໃນປີ 2020 ຈະຂຍາຍໂຕ ປະມານ 1,5% ຫຼື ອາຈຕິດລົບ.

ໃນມື້ນີ້ ແລະ ມື້ຕໍ່ໄປ, ພາຍຫຼັງທີ່ກອງປະຊຸມ ແຫ່ງຊາຕລາວ ໄດ້ຮັບຟັງບົດຣາຍງານ ຂອງຣັຖບານ ແລະການຕອບຂໍ້ຊັກຖາມຂອງ ສສຊ ແລະ ພາກສ່ວນກ່ຽວຂ້ອງ ໄດ້ມີການຊີ້ແຈງແລ້ວ ກອງປະຊຸມກໍຈະໄດ້ ພິຈາຣະນາ ຮັບຮອງເອົາການແຕ່ງຕັ້ງ ໂຍກຍ້າຍບຸຄລາກອນ ພາຍໃນສະພາແຫ່ງຊາຕ ແລະ ຈະປັບປຸງກົດໝາຍ 5 ສບັບ, ອັນປະກອບໄປດ້ວຍ:

1. ຮ່າງກົດໝາຍວ່າດ້ວຍ ສະພາແຫ່ງຊາຕ

2. ຮ່າງກົດໝາຍວ່າດ້ວຍ ສະພາປະຊາຊົນຂັ້ນແຂວງ

3. ຮ່າງກົດໝາຍວ່າດ້ວຍ ການເລືອກຕັ້ງສະມາຊິກສະພາແຫ່ງຊາຕ ແລະ ສະພາປະຊາຊົນຂັ້ນແຂວງ

4. ຮ່າງກົດໝາຍວ່າດ້ວຍພາສີ

5. ຮ່າງກົດໝາຍວ່າດ້ວຍ ການປັບປຸງບາງມາຕຣາ ຂອງກົດໝາຍ ວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ ແລະ ກົດໝາຍວ່າດ້ວຍນ້ຳ ແລະ ຊັພຍາກອນນ້ຳ.

ກອງປະຊຸມຄັ້ງນີ້ ຈະດຳເນີນໄປ ເປັນເວລາທັງໝົດ 7 ມື້ ເຣີ່ມຕັ້ງແຕ່ວັນທີ 24 ມິຖຸນາ ໄປຈົນເຖິງວັນທີ 2 ກໍຣະກະດາ 2020 ກໍຈະປິດ ກອງປະຊຸມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.