ຊາວນະຄອນຫຼວງວຽງຈັນ ທ່ານນຶ່ງ ທີ່ມີບັນຫາຂັດແຍ່ງ ກັບນັກລົງທຶນ ກ່ຽວກັບ ເຣື້ອງທີ່ດິນຂອງຕົນ ເວົ້າວ່າ ບັນຫາທີ່ສເນີ ໄປຍັງສະພາແຫ່ງຊາຕລາວ ແຕ່ລະເທື່ອ ທັງຜ່ານທາງໂທຣະສັບ ສາຍດ່ວນ ແລະ ທາງເອກະສານນັ້ນ, ບໍ່ໄດ້ຮັບ ການພິຈາຣະນາ ແກ້ໄຂ ຈັກເທື່ອ, ເຖິງແມ່ນວ່າ ໄດ້ໂທຣະສັບສາຍດ່ວນ ໄປສເນີ ໃນຣະຫວ່າງກອງປະຊຸມ ສະພາແຫ່ງຊາຕລາວ ທີ່ກຳລັງດຳເນີນໄປຢູ່ນັ້ນ ຫຼາຍຄັ້ງຜ່ານມາ ແລ້ວກໍຕາມ, ແຕ່ບັນຫາຂອງຕົນ ກໍຍັງຖືກແກ່ຍາວ ມາຈົນຮອດທຸກມື້ນີ້. ດັ່ງທີ່ທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 4 ທັນວາ ນີ້ວ່າ:
" ອັນ ອື່ນບໍ່ ໄດ້ ສົນ ໃຈ ນະ ເພາະ ວ່າ ຜ່ານ ມາ ນີ້ ມັນ ກະ ເຄີຍ ມີ ບົດ ຮຽນ ແລ້ວ . ສ ເນີ ຫຍັງ ໄປ ກໍ ບໍ່ ໄດ້ ຮັບ ການ ແກ້ ໄຂ ຫຍັງ ນະ ສະ ພາ ເຂົາ ກະ ບໍ່ ເວົ້າ ຫຍັງ ບໍ່ ຕອບ ຫຍັງ ນະ . ຢາກ ເວົ້າ ແຕ່ ເ ຣື້ ອງ ສ່ວນ ໂຕ ນີ້ດອກ ."
ທ່ານເວົ້າຕື່ມອີກວ່າ ໃນໄລຍະກອງປະຊຸມ ສມັຍສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດຕ ຊຸດທີ 8 ທີ່ກຳລັງດຳເນີນໄປຢູ່ນີ້ ຕົນກໍໄດ້ສເນີ ເອກະສານ ຮ້ອງຮຽນ ໄປຍັງສະພາ ອີກເທື່ອນຶ່ງ ເພື່ອຂໍໃຫ້ສະພາ ຊ່ອຍພິຈາຣະນາ ແກ້ໄຂ ບັນຫາດັ່ງກ່າວ ແລະ ເຈົ້າໜ້າທີ່ສະພາແຫ່ງຊາຕ ກໍໄດ້ຮັບເຣື້ອງທີ່ວ່ານັ້ນ ໄປອີກຕື່ມ, ເຊິ່ງຕົນກໍຫວັງວ່າ ບັນຫານັ້ນ ຈະໄດ້ຮັບການແກ້ໄຂ ຢ່າງຈິງຈັງ ໃນໄວໆນີ້ ຍ້ອນວ່າ ບັນຫາທີ່ດິນ, ເຊິ່ງຂັດແຍ່ງ ກັບນັກລົງທຶນນັ້ນ, ຍັງບໍ່ສາມາດໄກ່ເກັ່ຽ ກັນໄດ້ເທື່ອ.
ເພື່ອຄວາມກະຈ່າງແຈ້ງ ກ່ຽວກັບ ບັນຫາທີ່ວ່ານີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງສະພາແຫ່ງຊາຕ ທີ່ນະຄອນຫຼວງວຽງຈັນ, ໄດ້ຮັບຄຳຕອບ ຈາກເຈົ້າໜ້າທີ່ ສະພາແຫ່ງຊາຕ ທ່ານນຶ່ງ ທີ່ບໍ່ປະສົງອອກຊື່ ແລະ ສຽງວ່າ ທຸກໆບັນຫາ ທີ່ປະຊາຊົນ ໄດ້ສເນີມາ ໃນໄລຍະກອງປະຊຸມ ສະພາແຫ່ງຊາຕ, ທາງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຂອງສະພາແຫ່ງຊາຕ ໄດ້ຮັບເອົາໄວ້ທັງໝົດ ເພື່ອນຳໄປພິຈາຣະນາ ແລະ ຄົ້ນຄວ້າ ຫາແນວທາງແກ້ໄຂ. ແຕ່ບາງບັນຫາ ອາຈຕ້ອງໄດ້ໃຊ້ເວລາ ດົນພໍສົມຄວນ ຈຶ່ງຈະສາມາດ ຕົກລົງໄດ້. ບໍ່ແມ່ນວ່າ ທາງສະພາ ຈະເລືອກຮັບເອົາ ແຕ່ບັນຫາໃດ ບັນຫານຶ່ງ ທີ່ປະຊາຊົນຮ້ອງຮຽນມາ.
ກ່ອນໜ້ານີ້, ເຈົ້າໜ້າທີ່ທາງການລາວ ທ່ານນຶ່ງ ກໍເວົ້າວ່າ ທຸກບັນຫາ ທີ່ປະຊາຊົນ ໄດ້ສເນີໄປ ໃຫ້ສະພາແຫ່ງຊາຕ ພິຈາຣະນາ ແກ້ໄຂນັ້ນ, ບັນຫາໃດ ທີ່ສະພາຄົ້ນຄວ້າໄດ້ ກໍຈະໄດ້ຮັບການແກ້ໄຂ ແລະ ບັນຫາໃດ ບໍ່ສາມາດຄົ້ນຄວ້າ ແລະ ແກ້ໄຂໄດ້ ກໍຈະມີຄຳຕອບ ຊີ້ແຈງ ວ່າເປັນຍ້ອນຫຍັງ ຈຶ່ງບໍ່ສາມາດ ແກ້ໄຂໄດ້. ດັ່ງທີ່ທ່ານກ່າວວ່າ:
" ເຂົາ ຮຽກ ຮ້ອງ ເຂົາ ກໍ ຜ່ານ ສະ ພາ ເພາະ ວ່າ ສະ ພາ ເຂົາ ເປີດ ໂອ ກາດ ໃຫ້ ຢູ່ ນີ້ . ຄັນ ໃຜ ສົນ ໃຈ ສະ ພາ ນີ້ ເຂົາ ຄົ້ນ ຄວ້າ ໄດ້ , ເຂົາ ກະ ແກ້ ໂຕ ໃດ ຄັນ ຄົ້ນ ຄວ້າ ໄດ້ ບໍ່ ໄດ້ ກະ ຕອບ ໃຫ້ ດ້ວຍ ເຫ ຕ ຜົ ລ ໃດ ."
ແຕ່ເຖິງຢ່າງໃດກໍຕາມ ຂນະນີ້ ກອງປະຊຸມເທື່ອທີ 8 ຂອງສະພາແຫ່ງຊາຕ ຊຸດທີ 8 ກຳລັງດຳເນີນຢູ່ ແລະ ຈະປິດລົງ ໃນມື້ວັນທີ 6 ທັນວານີ້ ກໍຍັງມີເວລາ ທີ່ປະຊາຊົນ ຍັງມີໂອກາດ ສເນີບັນຫາຕ່າງໆ ໃຫ້ສະພາແຫ່ງຊາດຕ ຊ່ອຍພິຈາຣະນາແກ້ໄຂ.