88 ອົງການສາກົລ ຮຽກຮ້ອງ ເປີດເຜີຍຂໍ້ມູນ ຄົນຫາຍສາບສູນ​

ໄຊຍາ
2019.12.16
F-191216-Sombath-Somphone-NGOs ທ່ານ ສົມ​ບັດ ສົມ​ພອນ ໃນ​ຮູບ​ໂປ​ສ​ເຕີ້​ໃຫ​ຍ່
RFA/PV

88 ອົງກອນສາກົລ ໄດ້ສົ່ງຈົດໝາຍ ເຖິງຣັຖບານລາວ ແລະ ໄທຍ ໃນວາຣະ ຄົບຮອບ 7 ປີ ການບັງຄັບ ບຸກຄົນ ໃຫ້ຫາຍສາບສູນ ທີ່ເກີດຂຶ້ນກັບທ່ານ ສົມບັດ ສົມພອນ, ນັກພັທນາຊຸມຊົນ ໃນລາວ. ໂດຍ 88 ອົງກອນສາກົລ ໄດ້ກະຕຸ້ນໃຫ້ ຣັຖບານລາວ ແລະ ໄທຍ ສອບສວນ ການບັງຄັບ ບຸກຄົນໃຫ້ຫາຍສາບສູນ ຄັ້ງນີ້ ແລະ ຮຽກຮ້ອງໃຫ້ ຣັຖບານລາວ ເປີດເຜີຍ ທີ່ຢູ່ ຂອງ ສົມບັດ ສົມພອນ ແລະ ຮັບປະກັນວ່າ ຈະເກີດ ຄວາມຍຸຕິທັມ ຕໍ່ທ່ານ ສົມບັດ ສົມພອນ ແລະ ຄອບຄົວຂອງລາວ, ອີງຕາມເວັບໄຊທ໌ ຂ່າວ ປະຊາໄທ ຣາຍງານ ເມື່ອວັນທີ 15 ທັນວາ 2019.

ເນື່ອງຈາກທີ່ຜ່ານມາ, ຕໍາຣວດລາວ ບໍ່ປະສົພຜົລສຳເຣັຈ ໃນການສອບສວນ ຕໍ່ການບັງຄັບ ບຸກຄົນ ໃຫ້ຫາຍສາບສູນ ກໍຣະນີທ່ານ ສົມບັດ ສົມພອນ. ຈຶ່ງຄວນ ມີການຕັ້ງ ຄນະກັມມະການ ທີ່ເປັນອິດສະຣະ ຂຶ້ນມາໃໝ່ ເພື່ອຄົ້ນຫາທີ່ຢູ່ ແລະ ຊະຕາກັມ ຂອງທ່ານ ສົມບັດ ສົມພອນ ໂດຍບໍ່ຊັກຊ້າ. ຄນະທີ່ຕັ້ງຂຶ້ນນີ້, ຄວນມີອຳນາດ ໃນຮ້ອງຂໍ ແລະ ໄດ້ຮັບການຊ່ອຍເຫຼືອ ທາງເທັກນິກ ຈາກຕ່າງປະເທດ ເພື່ອໃຫ້ສາມາດ ສອບສວນ ຢ່າງເປັນມືອາຊີພ, ເປັນອິດສະຣະ, ບໍ່ລຳອຽງ ແລະ ເປັນຜົລສອດຄ່ອງ ກັບມາຕຖານຣ ະຫວ່າງປະເທດ.

ຕໍ່ກັບເຫດການດັ່ງກ່າວ, ອົງການພັນທະມິຕ ເພື່ອປະຊາທິປະຕັຍ ໃນລາວ ທີ່ມີສູນກາງຢູ່ ເຢັຽຣະມັນ ໄດ້ອອກຖແລງການ ສະແດງຄວາມເສັຽໃຈ ພ້ອມທັງທັກທ້ວງ ໃຫ້ທາງການລາວ ເປີດເຜີຍຂໍ້ມູນ ຄວາມຈິງ ກ່ຽວກັບ ການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ແລະ ບຸກຄົນອື່ນໆ, ດັ່ງຍານາງ ບຸນທອນ ຈັດທະລາວົງ ວີເຊີ, ປະທານອົງການ ພັນທະມິຕ ເພື່ອປະຊາທິປະຕັຍ ໃນລາວ ໄດ້ໃຫ້ສັມພາດ ຕໍ່ນັກຂ່າວ ເອເຊັຽເສຣີ ໃນວັນທີ 15 ທັນວາ ວ່າ:

"ເນື່ອງໃນໂອກາດ ຄົບຮອບ 7 ປີ ການຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ, ພວກເຮົາອົງການ ພັນທະມິຕ ເພື່ອປະຊາທິປະຕັຍ ໃນລາວ ສະແດງຄວາມເສົ້າສລົດໃຈ ແລະ ເປັນຫ່ວງເປັນໄຍ ຕໍ່ເຫຕການນີ້. ທ່ານສົມບັດ ສົມພອນ ແມ່ນນັກພັທນາກອນລາວ ທີ່ດີເດັ່ນ ຈົນໄດ້ຮັບລາງວັນ ແມັກໄຊໄຊ. ທ່ານໄດ້ເຄື່ອນໄຫວ ສິດສອນລູກຫຼານ ຮູ້ພັທນາໃນລາວ ໃຫ້ຍືນຍົງ ແລະ ປົກປ້ອງທັມຊາດ ທີ່ຍັງຈາຣຶກໄວ້ ໃນຈິດໃຈ ປະຊາຊົນລາວ ຜູ້ຮັກຊາດ ຮັກປະຊາທິປະຕັຍ ບໍ່ມີວັນຈະຫຼົງລືມໄດ້.

ຍານາງ ບຸນທອນ ກ່າວຕື່ມວ່າ ການບັງຄັບ ໃຫ້ຄົນຫາຍສາບສູນ ຍັງເປັນການລະເມີດ ສົນທິສັນຍາ ສິດທິມະນຸດ ສະຫະປະຊາຊາຕ, ເຊິ່ງທາງການລາວ ເຄີຍລົງນາມເອົາໄວ້.

"ການເຮັດໃຫ້ຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ ໃນມື້ວັນທີ 15 ທັນວາ 2012 ພາຍຫຼັງທີ່ທ່ານ ເຂົ້າໄປໃນຫ້ອງການ ເຈົ້າໜ້າທີ່ຕໍາຣວດ ທີ່ເດີນທາງໄປທ່າເດື່ອ ນະຄອນຫຼວງວຽງຈັນ, ແຕ່ນັ້ນມາ ກໍບໍ່ຮູ້ຮ່ອງຮອຍໃດໆ ແລະ ທາງການ ສປປ ລາວ ກໍບໍ່ຍອມເປີດເຜີຍ ຂໍ້ມູນຄວາມຈີງໃດໆ ໃຫ້ແກ່ຄອບຄົວຂອງລາວ ແລະ ໂລກພາຍນອກຮູ້ທັງໆ ທີ່ມີຫຼັກຖານ ໃນກ້ອງວົງຈອນປິດ ທີ່ເຫັນເຈົ້າໜ້າທີ່ລາວ ລັກພາໂຕໄປ.

ຕໍ່ກັບກໍຣະນີ ການບັງຄັບ ບຸກຄົນ ໃຫ້ຫາຍສາບສູນ, ນອກຈາກ ທ່ານ ສົມບັດ ສົມພອນ ແລ້ວ, ກໍຣະນີການຫາຍສາບສູນ ທັງລາວ ແລະ ໄທ ດັ່ງເຊັ່ນ ທ້າວ ອ໊ອດ ໄຊຍະວົງສ໌ ແລະ  ທ້າວ ເພັດພູທອນ ພິລາຈັນ ຜູ້ລີ້ພັຍຊາວລາວ, ເຊິ່ງອາສັຍ ຢູ່ບາງກອກ ປະເທດໄທຍ ຜູ້ທີ່ຫາຍສາບສູນ ທີ່ເປັນນັກເຄື່ອນໄຫວ ໃນປະເທດໄທຍ ກໍມີ ອິດທິພົລ ສຸກແປ້ນ, ວຸດທິພົງ ກົດທັມມະຄຸນ, ສຸລະໄຊ ດ່ານວັດທະນານຸ​ສອນ, ຊັດໄຊ ບຸບຜາວັນ ແລະ ໄກຣເດດ ລືເລີດ, ເຊິ່ງໄດ້ວິພາກ ວິຈານຣັຖບານໄທຍ ທີ່ເຂົ້າໄປລີ້ພັຍຢູ່ໃນລາວ ໃນຣະຫວ່າງ ປີ 2017-2019 ນັ້ນ. ທາງ 88 ອົງກອນສາກົລ ໄດ້ຮຽກຮ້ອງ ໃຫ້ມີການສອບສວນ ກໍຣະນີເລົ່ານີ້ ຕາມແນວທາງ ທີ່ສອດຄ່ອງ ກັບມາຕຖານກົດໝາຍ ຣະຫວ່າງປະເທດ, ທັງນີ້່ ເພື່ອໃຫ້ຮູ້ເຖິງ ຊະຕາກັມ ແລະ ທີ່ຢູ່ຂອງພວກເຂົາ.

ທັງຣັຖບານລາວ ແລະ ໄທຍ ຕ່າງກໍມີພັນທະ ກໍຣະນີ ທາງກົດໝາຍ ທີ່ຈະຕ້ອງສອບສວນ ໂດຍດ່ວນ ຢ່າງຮອບດ້ານ ແລະ ບໍ່ມີການລຳອຽງ ແລະ ນໍາໂຕຜູ້ຕ້ອງສົງສັຍ ວ່າ ເປັນຜູ້ກະທຳຜິດ ຕາມກົດໝາຍ ຣະຫວ່າງປະເທດ ແລະ ຜູ້ທີ່ລະເມີດ ສິດທິມະນຸດຊົນ ຢ່າງຮ້າຍແຮງ ມາລົງໂທສ, ໂດຍຜ່ານຂ​ະ​ບວນການ ພິຈາຣະນາ ທີ່ເປັນທັມ.

88 ອົງກອນ ທີ່ໄດ້ລົງນາມ ສົ່ງຈົດໝາຍເຖິງ ຣັຖບານລາວ ແລະ ໄທຍ ນັ້ນ, ໂດຍສ່ວນໃຫຍ່ ແມ່ນອົງກອນຈາກເອເຊັຽ,  ດັ່ງເຊັ່ນ ASEAN Parliamentarians for Human Rights, International Federation for Human Rights ແລະ Human rights Watch ເປັນຕົ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.