ສວັນນະເຂດ ກວດ​ພົບ ພະນັກງານ ສໍ້ຣາສບັງຫຼວງ

ມະນີຈັນ
2019.12.26
F-corruption ການລົງທຶນເພີ່ມ ການສໍ້ໂກງ ເພີ່ມນໍາ
Citizen Journalist

ຫ້ອງການ ກວດກາພັກ-ຣັຖ ແຂວງສວັນນະເຂດ ກວດພົບ ພະນັກງານຣັຖ ທີ່ສໍ້ຣາສບັງຫຼວງ ໃນຫຼາຍເມືອງ ພ້ອມທັງ ສົ່ງຣາຍຊື່ ພະນັກງານ ນັ້ນ ໃຫ້ທາງ ສູນກາງ ຫາມາຕການ  ລົງໂທສຕໍ່ໄປ. ການສໍ້ຣາສບັງຫຼວງ ຂອງພະນັກງານ ທີ່ວ່ານັ້ນ ດໍາເນີນໄປ ໃນຫຼາຍຮູບແບບ, ເຊິ່ງສ້າງ ຄວາມເສັຽຫາຍຫຼາຍ ຕໍ່ ງົບປະມານພັກ-ຣັຖ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຫ້ອງການ ກວດກາພັກ-ຣັຖ ແຂວງສວັນນະເຂດ ຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 26 ທັນວາ ນີ້:

“ຈຳນວນນຶ່ງ ກະຍັງສືບຕໍ່ ເກັບກັມ ຂໍ້ມູນຕື່ມ ສເນີຂັ້ນເທິງເພິ່ນ ເພື່ອພິຈາຣະນາ ຣະບຽບກົດໝາຍ ຫັ້ນແຫຼະ ຄືດັ່ງບົດ ຂະເຈົ້າລົງ ຫັ້ນແຫຼະ, ເຮົາເວົ້າລວມໆ ແນວນັ້ນແຫຼະ. ເຮັດ​ສ​ເລີມສລອງ ວັນຕ້ານ ການສໍ້ຣາສບັງຫຼວງ.”

ພະນັກງານ ທີ່ວ່າສໍ້ຣາສບັງຫຼວງ ດັ່ງກ່າວ ປະກອບດ້ວຍ ພະນັກງານ ການເງິນ ຢູ່ເມືອງ ພະລານໄຊ 2 ຄົນ ຍັກຍອກຊັພສິນ ຂອງຣັຖ ເຮັດໃຫ້ຣັຖ ສູນເສັຽເງິນໄປ 297 ລ້ານກີບ, ພະນັກງານ ເມືອງສອງຄອນ 2 ຄົນ ເອົາເງິນ ຂອງຫ້ອງການ ໄປໃຊ້ສ່ວນຕົວ 567 ລ້ານກີບ ແລະ ພະນັກງານ ເມືອງໄຊບູຣີ 5 ຄົນ ຍັກຍອກເງິນ ຂອງຣັຖ ໄປໃຊ້ສ່ວນຕົວ ຈໍານວນ 3,3 ຕື້ກີບ.

ທ່ານກ່າວຕື່ມວ່າ ສໍາລັບຊື່ ພະນັກງານ ທີ່ສໍ້ຣາສບັງຫຼວງ ນັ້ນ, ຍັງບໍ່ສາມາດ ເປີດເຜີຍໄດ້,  ເຊິ່ງສ່ວນນຶ່ງ ຖືກໃຫ້ພັກການແລ້ວ ໃນຂນະທີ່ ກໍາລັງມີ ການພິຈາຣະນາ ຄວາມຜິດ ຕາມຫຼັກຖານ. ແລະວ່າ ທາງແຂວງ ຍັງຈະສືບຕໍ່ ສະກັດກັ້ນ ການສໍ້ຣາສບັງຫຼວງ ຢູ່ຕໍ່ໄປ ເພື່ອເອົາ ພະນັກງານ ທີ່ບໍ່ດີ ມາລົງໂທສ. ພ້ອມດຽວກັນນີ້, ທາງຫ້ອງການ ກວດກາພັກ-ຣັຖ  ແຂວງສວັນນະເຂດ ຍັງໄດ້ກວດພົບ ພະນັກງານ 10 ຄົນ ທີ່ອອກ ບັດແຮງງານ ນອກຣະບົບ 247 ບັດ ເຮັດໃຫ້ເສັຽຫາຍ 213 ລ້ານກີບ, ເຊິ່ງປັດຈຸບັນ ຢູ່ໃນຂັ້ນຕອນ ແກ້ໄຂ ແລະ ພິຈາຣະນາ ຕາມຣະບຽບ ກົດໝາຍ.

ເມື່ອປີ 2018, ທາງການ ແຂວງສວັນນະເຂດ ໄດ້ລຶບຊື່ ພະນັກງານ 19 ຄົນ ອອກຈາກບັນຊີ ຣັຖກອນ ຍ້ອນມີສ່ວນ ພົວພັນ ກັບການ ສໍ້ຣາສບັງຫຼວງ. ພ້ອມດຽວກັນນັ້ນ, ກໍປະຕິບັດ ທາງວິນັຍ ຕໍ່ພະນັກງານ ອີກ 21 ຄົນ, ເຊິ່ງສ່ວນໃຫຍ່ ມີຄວາມຜິດ ກ່ຽວຂ້ອງກັບ ການຍັກຍອກ ງົບປະມານ ຂອງຣັຖ, ຄວາມຜິດ ກ່ຽວກັບ ດ້ານພາສີ ແລະ ລະເມີດ ຄໍາສັ່ງ ນາຍົກຣັຖມົນຕຣີ ເລກທີ 15.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.