ພົບຣະເບີດບໍ່ທັນແຕກ ຫຼາຍລູກ

ສິດນີ
2020.08.19
ຕົວຢ່າງ: ຂອງລູກລະເບີດ ທີ່ ເກັບມາໄດ້ ເມືື່ອເດືອນ ຕຸລາ 2018, ຄະນະເຈົ້າໜ້າທີ່ທະຫານ ຈາກ ປະເທດຣັດເຊັຍ ໄດ້ເດີນທາງມາ ປະເທດລາວ ເພື່ອເກັບກູ້ລະເບີດ ຢູ່ເມືອງຄຳເກີດ ແຂວງບໍລິຄຳໄຊ. ທີ່ຖືວ່າເປັນວຽກງານ ດ້ານມະນຸສທັມ,
ຮູປຖ່າຍຈາກ: ນັກຂ່າວ ກອງທັບ ປະຊາຊົນລາວ

ຊາວບ້ານແກ້ງກອກ ເມືອງຈຳພອນ ແຂວງສວັນນະເຂດ ກ່າວວ່າ ໄດ້ພົບເຫັນລູກຣະເບີດ ຍັງບໍ່ທັນແຕກ ຝັງຢູ່ໃນຕົມ ແຄມນ້ຳເຊຈຳພອນ ຫລາຍລູກ ແລະຍັງບໍ່ມີເຈົ້າຫນ້າທີ່ ລົງໄປເກັບກູ້ ແລະກວດສອບເທື່ອ ເຮັດໃຫ້ປະຊາຊົນກັງວົນ ຢ້ານເກີດອັນຕະຣາຍຕໍ່ຊິວິດ, ດັ່ງຊາວບ້ານ ທ່ານຶ່ງ ກ່າວຕໍ່ ເອເຊັຽເສຣີ ໃນມື້ວັນທີ 18 ສິງຫາ ນີ້ວ່າ:

ດິນມັນເຊາະ ແລ້ວມັນຢູ່ໃນຂີ້ຕົມ ມັນຢູ່ແຖວເຂດເມືອງຈຳພອນ ມັນນັບບໍ່ໄດ້ ທີ່ເຫັນນະລຸູກນຶ່ງ  ເປັນປັກຢູ່ລູກດຽວຫນ້າຊີ່ຫຼາຍກວ່ານັ້ນ

ຊາວບ້ານອີກຄົນນຶ່ງກ່າວວ່າ ຣະດັບນ້ຳໃນແມ່ນ້ຳເຊຈຳພອນ ສູງຂຶ້ນ ເຮັດໃຫ້ດີນແຄມນ້ຳເຈື່ອນ ຊາວບ້ານ ຈຶ່ງພົບເຫັນຮະເບີດດັ່ງກ່າວ ແຕ່ບໍ່ຮູ້ວ່າມີຫຼາຍປານໃດ ຍ້ອນບໍ່ມີຜູ້ໃດກ້າເຂົ້າ ໄປເບິ່ງ, ດັ່ງທ່ານກ່າວວ່າ:

ເປັນວັດຖຸຣະເບີດ ແມ່ນແທ້ທີ່ວ່າເກັບກູ້ແລ້ວ ຫຼືວ່າຈັງໃດ ທີ່ວ່ານ້ຳຍັງຖ້ວມຢູ່ ຢູ່ຮີມແມ່ນ້ຳ ທີ່ວ່າດິນມັນສລາຍລົງແລ້ວມັນເຫັນນະ ບໍ່ມີໃຜ ກ້າເຂົ້າໄປໃກ້ ເຮົາບໍ່ເຫັນເພາະມັນຢູ່ໃຕ້ນ້ຳ ຕ້ອງລໍນ້ຳບົກແຫລະ."

ເຈົ້າຫນ້າທີ່ເກັບກູ້ຣະເບີດ ທີ່ແຂວງສວັນນະເຂດ ເວົ້າວ່າ ໃນເບືື້ອງຕົ້ນ ທາງຫນ່ວຍງານຮູ້ເຮື້ອງດັ່ງກ່າວ ແຕ່ຍັງບໍ່ທັນ ລົງໄປກວດກາພື້ນທີ່ ໂດຍລະອຽດ ຍັງລໍຖ້າ ບ້ານແກ້ງກອກ ສົ່ງເອກກະສານມາໃຫ້ ຢ່າງເປັນທາງການ ເມື່ອໄດ້ຮັບເອກກະສານ ກໍຈະສົ່ງໄປໃຫ້ຂັ້ນກາງ ເພື່ອ ວາງແຜນເກັບກູ້ ແລະ ສຳຣວດພື້ນທີ່.

ຮູ້ແລ້ວ ມີແຕ່ຖ່້າເອກກະສານ ຈາກ ແກ້ງກອກ ກຳລັງເຮັດມາເຈົ້້າ ຫົວຫນ້າກຳລັງລົມກັບ ຄະນະກັມມະການ ວຽກແນວໃດຊີ່ມອບໃຫ້ ໂຄງການໃດ ເອກກະສານຍັງຍື່ນມາຈາກ ແກ້ງກອກ ແຂວງເຮົາກໍຕ້ອງຣາຍງານໄປ ພາກສ່ວນກາງ ຫລັງຈາກນັ້ນແລ້ວ ທາງສ່ວນກາງ ມອບງານໃຫ້ແນວໃດ ທ່ານມອບໃຫ້ທາງແຂວງ ປະຕິບັດ ທາງເຮົາກໍຕ້ອງປະຊຸມກັນວ່າ ຈະໃຫ້ໂຄງການໃດ ປະຕິບັດ.

ກອ່ນຫນ້ານີ້ ສື່ສັງຄົມອອນລາຍໄດ້ຖ່າຍພາບ ແລະ ແຊສ ລູກຣະເບີດ ດັ່ງກ່າວໃຫ້ຊຸມຊົນໄດ້ຮູ້ ແລະ ຣະມັດຣະວັງ ພ້ອມທັງຕ້ອງການ ຢາກໃຫ້ ຫນ່ວຍງານກ່ຽວຂ້ອງ ເຂົ້າໄປເກັບກູ້.

ເຈົ້າຫນ້າທີ່ອົງການເກັບກູ້ຣະເບີດ ແຫ່ງຊາດລາວ ກ່າວວ່າໃນປີ 2019 ຕ່າງປະເທດ ແລະ ອົງການຊ່ອຍເຫລືອສາກົນ ຕ້ອງການຢາກໃຫ້ ສປປລາວ ເກັບກູ້ມຣະເບີດໃຫ້ ໄດ້ເຖີງ 10 ພັນ ເຮັກຕາ ແຕ່ລາວສາມາດ ເກັບກູ້ໄດ້ພຽງແຕ່ 3,500 ເຮັກຕາ ເພາະບໍ່ມີງົບປະມານພຽງພໍ

ອິງຕາມໂຕເລກທີ່ເຊື່ອຖືໄດ້ ນັບແຕ່ປີ 2019 ເປັນຕົ້ນມາ ລາວສາມາດເກັບກູ້ຣະເບີດໄດ້ ທັງຫມົດ 35 ພັນ ເຮັກຕາ ມີຄົນເສັຽຊິວີິດ 800 ຄົນ ແລະ ໄດ້ຮັບບາດເຈັບ 2000 ຄົນ ຍ້ອນ ຣະເບີດ ຕົກຄ້າງແຕກໃສ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.