ສປປລາວ ຖືກຈັດ ເຂົ້າຢູ່ ຂັ້ນ 2 ຫລື tier 2 ຢູ່ ຄືເກົ່າ ໃນ ຣາຍງານ ປະຈໍາ ປີ ກ່ຽວກັບ ເສຣີພາບ ທາງ ສາສນາ ຂອງ ຄນະ ກັມການ ເສຣີພາບ ທາງ ສາສນາ ໂລກ ຂອງ ຣັຖບານ ສະຫະຣັຖ ອະເມຣິກາ USCIRF ທີ່ ເຜີຍແພ່ ໃນ ວັນທີ 30 ເມສາ 2015.
ໃນ ຣາຍງານ ນັ້ນ ຣະບຸ ວ່າ ຣັຖບານ ຂອງ ພັກ ປະຊາຊົນ ປະຕິວັດ ລາວ ຜູ້ ກໍາ ອໍານາດ ຍັງປ່ອຍໃຫ້ ມີການ ຣະເມີດ ສິດທິ ທາງ ສາສນາ ຂອງ ກຸ່ມຊົນ ສ່ວນນ້ອຍ ຢູ່ ຕໍ່ໄປ ໂດຍ ສະເພາະ ແລ້ວ ແມ່ນຢູ່ ເຂດ ຊົນນະບົດ ຫ່າງໄກ ຂອງ ລາວ ຊຶ່ງ ເຫັນໄດ້ ຈະແຈ້ງ ທີ່ສຸດ.
ຍິ່ງໄປກວ່າ ນັ້ນ ຄວາມ ສົງໄສ ຂອງ ຣັຖບານ ລາວ ທີ່ວ່າ ພວກຄົນ ນັບຖື ສາສນາ ຄຣິສຕຽນ ນິກາຍ Protestant ແມ່ນ ຄົນ ຕາເວັນຕົກ ຫລື ອະເມຣິກັນ ສ້າງຂຶ້ນ ນັ້ນ ຍັງນໍາໄປ ສູ່ ການ ຈໍາແນກ ການ ຮາວີ ລົບກວນ ແລະ ຈັບກຸມ ຊາວ ຄຣິສຕຽນ ໃນ ທົ່ວ ປະເທດ ຢູ່ ຕໍ່ໄປ ໂດຍ ສະເພາະ ຢູ່ ແຂວງ ສວັນນະເຂດ ຊຶ່ງ ມີຫລາຍໆ ຣາຍງານ ວ່າ ເຈົ້າໜ້າທີ່ ທ້ອງຖິ່ນ ສັ່ງ ໃຫ້ ຊາວ ຄຣິສຕຽນ ປະລະ ຄວາມ ເຊື່ອຖື ຂອງ ພວກ ເຂົາເຈົ້າ.
ສໍາລັບ ຊາວພຸດ ຊຶ່ງ ເປັນ ຊົນ ສ່ວນໃຫຍ່ ໃນລາວ ນັ້ນ ຣາຍງານ ເວົ້າວ່າ ທົ່ວໄປ ແລ້ວ ມີ ສິດ ເສຣີພາບ ເຊັ່ນດຽວ ກັນກັບ ຊຸມຊົນ ທີ່ ເຊື່ອ ຖື ຜີສາງ, ຖື ສາສນາ ບາຮາຍ ແລະ ຄາໂຕລິກ. ສ່ວນວ່າ ຊຸມຊົນ ສ່ວນ ນ້ອຍ ມີ ແນວໂນ້ມ ວ່າຈະ ປະເຊີນ ກັບ ເຫດການ ຈໍາແນກ ແລະ ການ ລົບກວນ ຮາວີ ໃນ ຣະດັບ ຕ່າງໆ ຫລາຍ ກວ່າ ທັງ ເສຣີພາບ ທາງ ສາສນາ ຮວມຢູ່ ດ້ວຍ.
ບົນ ພື້ນຖານ ຄວາມ ກັງວົນ ຄືດັ່ງທີ່ ເວົ້າ ມານັ້ນ ເຮັດໃຫ້ ຄນະ ກັມການ ເສຣີພາບ ທາງ ສາສນາ ໂລກ ຂອງ ສະຫະຣັຖ ອະເມຣິກາ USCIRF ຈັດ ສປປລາວ ຢູ່ຂັ້ນ 2 ໃນເຣື່ອງ ເສຣີພາບ ທາງ ສາສນາ ແຕ່ປີ 2009 ເປັນຕົ້ນ ມາ.
