ການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ນັກເຄື່ອນໄຫວ ເພື່ອ ສິດທິ ພົລເຮືອນ ໃນລາວ ຍັງໄດ້ຮັບ ຄວາມສົນໃຈ ຢູ່ຕໍ່ໄປ ຈາກ ປະຊາຄົມ ສາກົລ ຈົນຮອດເທົ່າ ທຸກມື້ນີ້. ຕາມຣາຍງານ ຂ່າວ Asia Monitor ເອເຊັຽຕາເ ວັນ ອອກສ່ຽງໃຕ້.
ຣາຍງານວ່າ ເຖິງຈະມີ ການກົດດັນ ຢ່າງບໍ່ຢຸດຢັ້ງ ຈາກ ປະຊາຄົມ ສາກົລ ແຕ່ ທາງການລາວ ກໍຍັງ ປະຕິເສດ ວ່າ ບໍ່ມີສ່ວນ ກ່ຽວຂ້ອງໃດໆ ກັບເຣື່ອງ ທີ່ເກີດຂຶ້ນ ກັບ ທ່ານສົມບັດ ສົມພອນ ແລະ ໄດ້ປະຕິເສດ ຢ່າງເປີດແປນ ໃນການ ເຂົ້າຮ່ວມ ສືບສວນ ສອບສວນ.
ຂ່າວ Asia Monitor ຣາຍງານຕື່ມວ່າ ໃນຂະນະທີ່ ປະເທດລາວ ໄດ້ມີຄວາມ ຄືບໜ້າ ໃນຄວາມ ພຍາຍາມ ດໍາເນີນ ການປະຕິຮູບ ທັງທາງດ້ານ ເສຖກິດ ແລະ ການເມືອງ ຂອງຕົນ ຢູ່ນີ້ ການດໍາເນີນ ການຂອງ ທາງການລາວ ເມື່ອໄວໆ ມານີ້ ຊໍ້າພັດ ບົ່ງບອກ ເຖິງການກົດຂີ່ ທາງ ດ້ານການເມືອງ ຊຶ່ງເຮັດໃຫ້ ເຊື່ອກັນວ່າ ສິ່ງດັ່ງກ່າວ ສາມາດ ຕ່າວປີ້ນ ຄວາມຄືບໜ້າ ທີ່ລາວ ໄດ້ເຮັດມາ ເມື່ອຫລາຍປີ ຫລັງໆມາ ນີ້ ໄດ້ຢ່າງງ່າຍດາຍ. ພ້ອມດຽວກັນ ກໍເປັນ ບັນຫາ ທ້າທາຍ ຢ່າງຍິ່ງ ຕໍ່ການດຶງດູດ ນັກລົງທຶນ ຕ່າງປະເທດ ເຂົ້າມາ ລົງທຶນ ຢູ່ໃນລາວ ນໍາດ້ວຍ.
