ຍານາງ ສັກສິນີ ເອມະສີຣິ ຜູ້ປະສານງານ ໂຄງການ ສະຖາບັນ ສິດທິມະນຸດ ແລະ ສັນຕິສຶກສາ ມະຫາວິທຍາໄລ ມະຫິດົນ ຂອງໄທ ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 5 ກຸມພາ ນີ້ວ່າ ການຫາຍສາບສູນ ຂອງ ທ່ານສົມບັດ ສົມພອນ ປຽບສະເໝືອນ ການກ້າວຖອຍຫລັງ ຂອງ ສັງຄົມ ອາຊຽນ ເພາະເປັນເຣື່ອງ ທີ່ບໍ່ຄວນ ເກີດຂຶ້ນເລີຍ ກ່ອນໜ້າ ການກ້າວເຂົ້າສູ່ ປະຊາຄົມ ເສຖກິດ ອາຊຽນ ໃນປີ 2015:
"ນາງວ່າ ນາງຮູ້ສຶກວ່າ ມັນເປັນການ ກ້າວຖອຍຫລັງ ຂອງ ສັງຄົມອາຊຽນ ຂະນະທີ່ ສັງຄົມໂລກ ກ້າວໜ້າ ໄປຫລາຍແລ້ວ ແຕ່ກໍຍັງເກີດ ກໍຣະນີ ທີ່ວ່າ ຢູ່ໆກໍມີ ຜູ້ລັກພາຕົວ ທ່ານ ສົມບັດໄປ ຖ້າມກາງຣົດແລ່ນ ຜ່ານໄປມາ ຍັງປ່ອຍ ໃຫ້ເຫດການ ແບບນີ້ ເກີດຂຶ້ນໄດ້ ແນວໃດ".
ຍານາງ ເວົ້າຕໍ່ໄປວ່າ ທ່ານສົມບັດ ສົມພອນ ນັກພັທນາ ທີ່ຜູ້ຄົນ ນັບໜ້າຖືຕາ ແລະ ເປັນແບບຢ່າງ ທີ່ດີ ຂອງ ນັກພັທນາອື່ນໆ ຮວມເຖິງ ຊາວຫນຸ່ມ ໃນອາຊຽນ ຊຶ່ງ ການຫາຍສາບສູນ ຂອງທ່ານ ຈະ ສົ່ງຜົນກະທົບ ຕໍ່ ອະນາຄົດ ຂອງ ຜູ້ທີ່ ປະຕິບັດ ວຽກງານ ການພັທນາ ສັງຄົມ ຢ່າງແນ່ນອນ ເພາະຈະເຮັດໃຫ້ ນັກພັທນາ ໃນປະເທດ ອາຊຽນ ແລະໃນລາວເອງ ເກີດຄວາມຢ້ານກົວ ວ່າອາດຖືກ ລັກພາຕົວໄປ ເຊັ່ນດຽວກັນ. ແລະວ່າ ທ່ານ ສົມບັດ ສົມພອນ ເປັນນັກ ພັທນາ ທີ່ໄດ້ຊ່ວຍໃຫ້ ແມ່ຍິງ ແລະ ຊາວຫນຸ່ມລາວ ຈໍານວນ ບໍ່ໜ້ອຍ ມີວຽກເຮັດ ງານທໍາ. ດັ່ງນັ້ນ ຈຶ່ງເຫັນໄດ້ວ່າ ການຫາຍສາບສູນ ຂອງ ທ່ານສົມບັດ ຈະສົ່ງຜົນກະທົບ ຕໍ່ ປະຊາຊົນ ລາວ ໂດຍທົ່ວໄປ ນໍາດ້ວຍ.
ໃນຕອນທ້າຍ ຍານາງເວົ້າດ້ວຍ ຄວາມຫວັງວ່າ ທ່ານສົມບັດ ຈະຍັງມີ ຊີວິດຢູ່ ແລະຖືກຄຸມຂັງ ຢູ່ບ່ອນໃດ ບ່ອນນຶ່ງ ຊຶ່ງ ຣັຖບານລາວ ຕ້ອງເລັ່ງຊອກຫາ ຊ່ວຍໃຫ້ທ່ານ ໄດ້ກັບມາສູ່ ຄອບຄົວ ຢ່າງຮີບດ່ວນ ກ່ອນທີ່ຈະເກີດ ເຫດການ ຮ້າຍແຮງຂຶ້ນ ກັບທ່ານ.
