ສາກົນຮຽກຮ້ອງທາງການ ສປປລາວ

ຈໍາປາທອງ
2017.08.30
f-thavone ທ່ານ ຖາວອນ ອໍານາດວົງ ຜູ້ຕາງໜ້າ ພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ ປະຈໍາຣັຖ ເວີຈິເນັຍ ສະຫະຣັຖ ອະເມຣິກາ
RFA

ໃນວັນທີ 30 ສິງຫາ ເປັນວັນສາກົນ ເພື່ອ ຜູ້ເຄາະຮ້າຍ ຈາກການຖືກບັງຄັບ ໃຫ້ ຫາຍສາບສູນ ຄົບຮອບ 7 ປີ ທີ່ທົ່ວທັງໂລກ ພາກັນ ຈັດກິຈກັມຕ່າງໆ ເພື່ອບໍ່ໃຫ້ ມີການບັງຄັບຄົນ ໃຫ້ ຫາຍສາບສູນ ຊຶ່ງກໍານົດໄວ້ ຢູ່ໃນສົນທິສັນຍາ ປົກປ້ອງທຸກຄົນ ຈາກການບັງຄັບໃຫ້ ຫາຍສາບສູນ ທີ່ສະມັດຊາໃຫຍ່ ສະຫະປະຊາຊາດ ຮັບຮອງເອົາເມື່ອ 11 ປີກ່ອນ. ແຕ່ຈົນມາເຖິງປີ 2017 ນີ້ກໍຍັງບໍ່ມີຂ່າວວ່າ ຣັຖບາລ ສປປລາວ ເຂົ້າເປັນພາຄີ ສົນທິສັນຍາ ສະບັບນັ້ນ.

ໃນໂອກາດດັ່ງກ່າວ ທ່ານ ຖາວອນ ອໍານາດວົງ ຜູ້ຕາງໜ້າ ພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ ປະຈໍາຣັຖ ເວີຈິເນັຍ ສະຫະຣັຖ ອະເມຣິກາ ກ່າວວ່າ:

"ສໍາລັບຢູ່ ສປປລາວ ຊຶ່ງປົກຄອງ ໂດຍຣະບອບ ຄອມມິວນິສ ກໍຍັງມີການທໍາໃຫ້ ປະຊາຊົນ ຫາຍສາບສູນ ເປັນຕົ້ນທ່ານ ສົມບັດ ສົມພອນ ກະຫາຍສາບສູນ ມາຫລາຍປີແລ້ວ ຈົນຮອດ ປັດຈຸບັນນີ້ ທາງຄອບຄົວ ກະຍັງບໍ່ສາມາດ ໄດ້ຮັບຮູ້ຂ່າວ ຢູ່ໃສ ເປັນຈັ່ງໃດ ເສັຍຊີວິດ ຫລືຍັງ ທາງການລາວ ກະມິດຈ້ອຍ ປະກາດວ່າ ບໍ່ຮູ້ ບໍ່ເຫັນ ບໍ່ຮູ້ຈັກ".

ນອກຈາກກໍຣະນີ ທ່ານ ສົມບັດ ສົມພອນ ແລ້ວ ທ່ານຍັງໄດ້ເວົ້າເຖິງ ກໍຣະນີ ຄົນງານລາວ 3 ຄົນ ທີ່ມາຕໍ່ ໜັງສືຜ່ານແດນ ແລ້ວຖືກ ທາງການລາວ ເຮັດໃຫ້ ຫາຍສາບສູນ ໄປຣະຍະນຶ່ງ ນັ້ນວ່າ:

"ຄົນງານລາວສາມຄົນ ໄປເຮັດວຽກຢູ່ເມືອງໄທ ແລ້ວກັບມາຂໍຕໍ່ໜັງສື passport ຫັ້ນ ແລ້ວກະຖືກ ຣັຖບາລຄອມມິວນິສ ນີ້ທໍາໃຫ້ ຫາຍ ສາບສູນ ເກືອບສອງເດືອນສາມເດືອນ ບໍ່ຈັກໄປຢູ່ໃສ ເປັນຈັ່ງໃດ ທາງຄອບຄົວ ເຂົາເຈົ້າ ກະຕິດຕາມ ມີຫລາຍ ອົງການ ສິດທິມະນຸດ ແລະອົງການ ພັນທະມິດ ກໍໄດ້ທວງຫາ ຣັຖບາລລາວ ກໍເລີຍເປີດເຜີຍວ່າ ຄົນງານລາວ ສາມຄົນນີ້ ໄດ້ຖືກຈັບ ຍ້ອນໂຈມຕີ ຣັຖບາລ".

ພ້ອມກັນນັ້ນ ທ່ານ ຖາວອນ ກໍໄດ້ຮຽກຮ້ອງໃຫ້ທາງການ ສປປລາວ ຍຸຕິການເຮັດໃຫ້ເກີດ ມີການບັງຄັບ ໃຫ້ຄົນ ຫາຍສາບສູນນັ້ນ:

"ຣັຖບາລທີ່ເຄີຍໄດ້ ປະຕິບັດມາ ເຮັດໃຫ້ປະຊາຊົນ ພາຍໃນປະເທສ ຂອງຕົນນີ້ ຫາຍສາບສູນ ຂ້າພະເຈົ້າ ເປັນຄົນລາວ ຄືກັນ ຢາກ ຮຽກຮ້ອງ ໃຫ້ຣັຖບາລ ຫັ້ນຢຸຕິການ ເຮັດໃຫ້ພໍ່ແມ່ ປະຊາຊົນ ຫາຍສາບສູນ ຂໍຮຽກຮ້ອງໃຫ້ ຣັຖບາລລາວ ຍຸຕິໂດຍສິ້ນເຊີງ".

ທຸກໆປີເມື່ອຄົບຮອບມາເຖິງມື້ວັນທີ 30 ສິງຫາ ຊາວໂລກ ກໍພາກັນຈັດກິຈກັມ ໃນວັນສາກົນ ເພື່ອຜູ້ເຄາະຮ້າຍ ຈາກການຖືກບັງຄັບ ໃຫ້ ຫາຍສາບສູນ ຊຶ່ງໄດ້ເລີ້ມມາ ຕັ້ງແຕ່ປີ 2011. ແລະສົນທິສັນຍາ ປົກປ້ອງທຸກຄົນ ຈາກການບັງຄັບໃຫ້ ຫາຍສາບສູນ ທີ່ສະມັດຊາໃຫຍ່ ສະຫະປະຊາຊາດ ຮັບຮອງ ເອົາໃນມື້ວັນທີ 20 ທັນວາ 2006 ແລະມີຜົລບັງຄັບໃຊ້ ໃນມື້ວັນທີ 23 ທັນວາ 2010. ມາດຕຣາ 1 ຂອງ ສົນທິສັນຍາ ສະບັບນີ້ ຣະບຸວ່າ ຈະບໍ່ມີຜູ້ໃດ ຖືກບັງຄັບໃຫ້ ຫາຍສາບສູນ.

ບໍ່ມີສະຖານະການພິເສດໃດໆ ບໍ່ວ່າປະເທສ ຈະມີສົງຄາມ ຫລືການຄຸກຄາມ ຂອງສົງຄາມ, ຄວາມບໍ່ໝັ້ນຄົງ ທາງການເມືອງ ພາຍໃນ ຫລື ເຫດການສຸກເສີນ ຂອງສາທາຣະນະ ອື່ນໆ ຊຶ່ງອາດຈະຖື ເປັນສາເຫດອ້າງ ເພື່ອບັງຄັບ ໃຫ້ຫາຍສາບສູນ ນັ້ນກໍຕາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.